ຍັງມີໃຫ້ເຫັນມາເລື້ອຍໆສໍາລັບການລັກລອບນໍາເຂົ້າສິນຄ້າແບບບໍ່ຖືກຕ້ອງ ເຖິງແມ່ນວ່າຜ່ານມາພາກສ່ວນກ່ຽວຂ້ອງຈະມີການຄຸມເຂັ້ມກວດຍຶດທໍາລາຍຖິ້ມມາແລ້ວຈໍານວນບໍ່ໜ້ອຍ ແຕ່ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຝ່າຝືນເຮັດສິ່ງຜິດລະບຽບກົດໝາຍຢູ່, ຫຼ້າສຸດພົບຢູ່ຄໍາມ່ວນເປັນເຄື່ອງໃນສັດເກືອບ 2ໂຕນ ເຊິ່ງເຈົ້າໜ້າທີ່ກໍ່ສາມາດຍຶດໄດ້ ແລະ ນໍາໄປທໍາລາຍຖິ້ມ. ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ໃນເວລາ 9:00 ໂມງ ຂອງວັນທີ 7 ກໍລະກົດ 2020 ມີພົນລະເມືອງດີທ່ານໜຶ່ງແຈ້ງຕໍ່ເຈົ້າໜ້າທີ່ວ່າມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມກົດໝາຍ ທາງເຈົ້າໜ້າທີ່ກໍ່ໄດ້ລົງເຄື່ອນໄຫວຕິດຕາມລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນສິນຄ້າປະເພດຕັບໝູ ແລະ ເຄື່ອງໃນງົວ, ຄວາຍ ທີ່ຊຸກເຊື່ອງຢູ່ພື້ນລົດ ເຊິ່ງມີທັງໝົດຈຳນວນ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມີມູນຄ່າ 28 ລ້ານກວ່າກີບ. ຕາມການກວດກາຂອງເຈົ້າໜ້າທີ່ເຫັນວ່າສິນຄ້າ ປະເພດດັ່ງກ່າວແມ່ນມີສານເຈືອປົນເປັນຈຳນວນຫຼາຍ ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຍຶດ ພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 8 ກໍລະກົດ 2020 ໂດຍມີເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆຂອງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ. ແຫຼ່ງຂໍ້ມູນ: Khammouane News
Read More »ຂ່າວ ພາຍໃນປະເທດ
ປີ 2020 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ 55 ລ້ານໂຕ ລົງສູ່ແມ່ນ້ຳທຳມະຊາດ…
ປີ 2020 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບຶງ, ອ່າງເກັບນ້ຳ ບໍ່ໃຫ້ຫລຸດ 55 ລ້ານໂຕ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳສາຍຕ່າງໆ ແລະ ລະບົບນິເວດ. ໃນຂະນະທີ່ປີຜ່ານມາ ໄດ້ປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ອ່າງເກັບນ້ຳ, ບຶງ ແລະ ໜອງ ຫຼາຍກວ່າ 50 ລ້ານໂຕ. ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 9 ກໍລະກົດນີ້ວ່າ: ວັນທີ 13 ກໍລະກົດ ທຸກປີເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນໃຫ້ມີສະຕິຮັກ ແລະ ຫວງແຫນສັດນ້ຳ-ສັດປ່າ ແລະ ອື່ນໆ. ສຳລັບປີນີ້, ໄດ້ຊຸກຍູ້ພະນັກງານວິຊາການປະຈຳບັນດາສະຖານີຜະລິດລູກປາຂອງລັດ, ເອກະຊົນ ແລະ ຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍ ແລະຕາມແຜນແລ້ວ, ໃນທົ່ວປະເທດຈະປ່ອຍປາລົງແມ່ນໍ້າທໍາມະຊາດບໍ່ໃຫ້ຫລຸດ ...
Read More »ນາຍົກລັດຖະມົນຕີ ລົງຢ້ຽມຢາມສວນຜັກ ກຸ່ມປູກຜັກອິນຊີ…
ວັນທີ 9 ກໍລະກົດ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຊຸກຍູ້ກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໂດຍທ່ານ ນາຍົກ ໄດ້ສະແດງຄວາມຊົມເຊີຍຕໍ່ກຸ່ມປູກຜັກດັ່ງກ່າວ ທີ່ສາມາດສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນພາຍໃນບ້ານທົ່ງມັ່ງ ຫລາຍກວ່າ 20 ຄອບຄົວ. ທ່ານນາງ ຄຳມອນ ຫລວງລາດ ຫົວໜ້າກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ໄດ້ຂຶ້ນລາຍໂດຍຫຍໍ້ໃຫ້ຮູ້ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ເຊິ່ງກຸ່ມປູກພືດຜັກອິນຊີ ບ້ານທົ່ງມັ່ງ ຍັງຂາດທຶນໝູນວຽນ, ທຶນສ້າງພື້ນຖານໂຄງລ່າງ, ຂາດພື້້ນທີ່ທຳການຜະລິດ, ຍາມແລ້ງນໍ້າບໍ່ພຽງພໍ, ຄວາມຮູ້ດ້ານວິຊາການຢູ່ໃນຂີດຈຳກັດ. ນອກນັ້ນ ເງິນກູ້ຍັງມີດອກເບ້ຍສູງ ໃນໄລຍະສັ້ນ ນຳອີກ.
Read More »ການປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງ 30-40%…
ຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະຫນາມໄຊ, ແຂວງອັດຕະປື ວັນທີ 23 ກໍລະກົດ 2018 ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ກັບປະຊາຊົນພາຍໃນພື້ນທີ່ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71 ຄົນ, ປະຊາຊົນ 6 ບ້ານໄດ້ຮັບຜົນກະທົບ 100% ແລະ ອີກ 13 ບ້ານໄດ້ຮັບຜົນກະທົບໃນລະດັບເບົາ ຫາ ປານກາງ. ປັດຈຸບັນ, ການປຸກສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດ ເຊິ່ງມີແຜນສ້າງທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນເຮືອນຈຳນວນ 102 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອັດຕະປື ແລະ ໄດ້ໄປເບິ່ງຕົວຈິງສະຖານທີ່ກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດດັ່ງກ່າວ ທີ່ເມືອງສະຫນາມໄຊ ເມື່ອບໍ່ດົນມານີ້ວ່າ: ສາເຫດທີ່ເຮັດໃຫ້ການກໍ່ສ້າງມີຄວາມຫລ້າຊ້າ ເນື່ອງຈາກຫລາຍປັດໄຈ ເປັນຕົ້ນແມ່ນ: ແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງມັກອີກແບບໜຶ່ງ ...
Read More »ຖືກຍົກລະດັບທຽບເທົ່າກັບສາກົນ!!! ໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ ເປັນໃບໜ້າໃໝ່ຂອງການພັດທະນາ ສປປ ລາວ…
ເມື່ອວັນທີ 6 ກໍລະກົດ ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຢ້ຽມຢາມຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ໂດຍການຕ້ອນຮັບຂອງປະທານກຸ່ມບໍລິສັດກໍ່ສ້າງ – ລົງທຶນ ແລະ ຖືຫຸ້ນຈຳກັດ ແຂວງຢູນນານ ສປ ຈີນ ( ຜູ້ລົງທຶນ ). 65 ບ້ານ 4 ເມືອງ ຂອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງເປັນໄລຍະທີ 1 ມີຄວາມຍາວປະມານ 109 ກິໂລແມັດ ມູນຄ່າລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ການອອກແບບອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ 4 ຄອງລົດແລ່ນ, ອຸມົງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງ ຄວາມຍາວປະມານ 2.400 ແມັດ, ຄວາມໄວອອກແບບ ...
Read More »ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ(ອຄ.ນວ) ໄດ້ທໍາລາຍສິນຄ້ານໍາເຂົ້າຈາກຕ່າງປະເທດ ນໍ້າໜັກເກືອບ 7ໂຕນ ມູນຄ່າປະມານ 71 ລ້ານກີບ….
ທ່ານ ນັນຕາ ສານຸວົງ ກ່າວວ່າ: ໃນວັນທີ 7 ກໍລະກົດ 2020 ໄດ້ລົງກວດກາ ແລະ ພົບເຫັນລົດຂົນສົ່ງສິນຄ້າມາຈາກປະເທດຫວຽດນາມ ໝາຍເລກທະບຽນ 74 C 03595 ຢູ່ສະຖານທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງຜ່ານການກວດກາສິນຄ້າ ໂດຍສົມທຽບໃສ່ເອກະສານຢັ້ງຢືນແຫຼ່ງທີ່ມາ ລາຍການແຈ້ງສິນຄ້າມີຈຳນວນ 1,600 ກິໂລ, ແຕ່ສິນຄ້າຕົວຈິງມີຈຳນວນເກີນເອກະສານຢັ້ງຢືນແຫຼ່ງທີ່ມາຈໍານວນຫຼວງຫຼາຍ ແລະ ບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ. ສິນຄ້າດັ່ງກ່າວປະກອບມີ: ໝາກເລັ່ນ ຈຳນວນ 2,100 ກິໂລ, ໝາກນາວ 2,580 ກິໂລ, ກາລົດສີມ້ວງ 200 ກິໂລ, ໝາກມັງກອນ 2,000 ກິໂລ ໂດຍນນໍ້າໜັກລວມທັງໝົດ 6,880 ກິໂລ ເປັນມູນຄ່າປະມານ 71 ລ້ານກີບ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຄ.ນວ ຈຶ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວມາມາທຳລາຍຖີ້ມ. ທ່ານ ນັນຕາ ສານຸວົງ ກ່າວຕື່ມອີກວ່າ: ການທຳລາຍສິນຄ້າ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ...
Read More »ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X…
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນໃນວັນທີ 8 ກໍລະກົດ 2020 ນີ້, ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ພະນັກງານຫລັກແຫລ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນເຂົ້າຮ່ວມ. ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາປະຈໍາໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ. ການກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ທິດປັບປຸງກົງຈັກລັດຖະບານ. ນອກຈາກນີ້, ຍັງຍົກໃຫ້ເຫັນເຖິງ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດທີ່ຜ່ານມາ ແລະ ...
Read More »ທະນາຄານໂລກ (World Bank) ເປີດເຜີຍ ບົດລາຍງານກ່ຽວກັບ ຄວາມສະດວກ ໃນການເຮັດທຸລະກິດ ປະເທດລາວຢູ່ໃນອັນດັບ 154…
ທະນາຄານໂລກ (World Bank) ເປີດເຜີຍ ບົດລາຍງານກ່ຽວກັບ ຄວາມສະດວກ ໃນການເຮັດທຸລະກິດ (Ease of Doing Business) ໃນ 190 ປະເທດ ທົ່ວໂລກ ຮອດຕົ້ນປີ 2020 ທຽບໃສ່ ປີ 2019. ຜົນປະກົດວ່າ ຜ່ານໄປ 1 ປີ ຄວາມສະດວກຂອງການເຮັດທຸລະກິດຢູ່ ສປປ. ລາວ ແມ່ນຍັງບໍ່ດີຂຶ້ນ ໂດຍຍັງຄົງຄອງອັນດັບເກົ່າ ຢູ່ທີ່ອັນດັບ 154 ຂອງໂລກ (ຕົວເລກໜ້ອຍ ງ່າຍຕໍ່ການເຮັດທຸລະກິດ). ຜົນງານອັນດັບຂອງບັນດາປະເທດໃນອາຊຽນ ມີດັ່ງນີ້: 1. ປະເທດ ສິງກະໂປ (Singapore) ຢູ່ໃນອັນດັບທີ 2 ເປັນປະເທດທີ່ມີຄວາມສະດວກ ໃນການເຮັດທຸລະກິດ ຄົງທີ່ 2. ປະເທດ ມາເລເຊຍ (Malaysia) ຢູ່ໃນອັນດັບທີ 12 ເຊິ່ງປັບດີຂຶ້ນຈາກ ອັນດັບທີ 15 ໃນປີຜ່ານມາ 3. ປະເທດໄທ (Thailand) ຢູ່ໃນອັນດັບທີ 21 ດີຂຶ້ນຈາກກ່ອນທີ່ຢູ່ໃນອັນດັບທີ ...
Read More »ຮູ້ແລ້ວບໍ? ກ່ອນຈະເດີນທາງອອກນອກປະເທດ ຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ
ຄະນະກໍາມະການແຫ່ງຊາດ ເພື່ອຕ້ານ ແລະຄວາມຄຸມການແຜ່ລະບາດ ຂອງເຊື້ອ ໂຄວິດ-19 ໄດ້ຊີ້ແຈງໃຫ້ຮູ້ວ່າ ນັກເດີນທາງທຸກຄົນ ທີ່ຈະເດີນທາງອອກຈາກ ສປປ. ລາວ ໄປປະເທດອື່ນ ມີຄວາມຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ ກ່ອນອອກເດີນທາງ ເພື່ອຢັ້ງຢືນ ຜົນການກວດ ອາການ ແລະ ຄົ້ນຫາເຊື້ອ ໂຄວິດ-19 ທຸກຄັ້ງ, ຖ້າບໍ່ເຮັດ ຈະຖືກປະຕິເສດ ບໍ່ໃຫ້ເຂົ້າປະເທດປາຍທາງ. ການເຮັດເອກະສານ ຢັ້ງຢືນທາງການແພດ ແມ່ນມີຄ່າໃຊ້ຈ່າຍ ແລະ ສາມາດເຮັດໄດ້ ຢູ່ 3 ສູນເທົ່ານັ້ນ ໃນນະຄອນຫຼວງວຽງຈັນ ປະກອບມີ: ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ ແລະ ສະຖາບັນ ປາສເຕີ້. ແຫຼ່ງຂໍ້ມູນ: ຫນັງສືພິມ ວຽງຈັນທາຍ
Read More »ມາດຕະການຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ ແລະ ສິນຄ້າຕອບສະໜອງໃຫ້ແກ່ພາຍໃນ…
ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 25 ມິຖຸນາ ຜ່ານມາ ເຖິງມາດຕະການຊຸກຍູ້ສົ່ງ ເສີມການຜະລິດສະບຽງອາຫານ ແລະ ສິນຄ້າຕອບສະໜອງໃຫ້ແກ່ພາຍໃນ ມີ 13 ມາດຕະການຄື: 1. ສືບຕໍ່ສ້ອມແປງ ເພື່ອຟື້ນຟູລະບົບຊົນລະປະທານທີ່ເປ່ເພ ຈາກໄພພິບັດ ປີ 2019 ຈໍານວນ 172 ໂຄງການ ດ້ວຍບ້ວງງົບປະມານສຸກເສີນ 40 ຕື້ກີບ ທີ່ນອນຢູ່ໃນ 8 ແຂວງເປົ້າໝາຍໃຫ້ສໍາເລັດ ເພື່ອຮັບປະກັນການສະໜອງນໍ້າໃຫ້ໄດ້ 31.245 ເຮັກຕາ ທີ່ໄດ້ເອົາເຂົ້າແຜນການຜະລິດລະດູຝົນປີ 2020 ແລ້ວສົ່ງມອບຈັກສູບນໍ້າຂະໜາດນ້ອຍ 35 ເຄື່ອງ ໃຫ້ທ້ອງຖິ່ນ ເພື່ອເພີ່ມກໍາລັງຄວາມສາມາດສູບນໍ້າຂອງກຸ່ມຊາວນາທີ່ມີແລ້ວ 10.307 ເຄື່ອງ ເພື່ອຮັບປະກັນສະໜອງນໍ້າໃຫ້ໄດ້ 280,300 ເຮັກຕາ. ໃນນັ້ນປູກເຂົ້າໃຫ້ໄດ້ 235,800 ເຮັກຕາ, ປູກພືດໃຫ້ໄດ້ 26,500 ເຮັກຕາ. ...
Read More »