ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ(ອຄ.ນວ) ໄດ້ທໍາລາຍສິນຄ້ານໍາເຂົ້າຈາກຕ່າງປະເທດ ນໍ້າໜັກເກືອບ 7ໂຕນ ມູນຄ່າປະມານ 71 ລ້ານກີບ….

ທ່ານ ນັນຕາ ສານຸວົງ ກ່າວວ່າ: ໃນວັນທີ 7 ກໍລະກົດ 2020 ໄດ້ລົງກວດກາ ແລະ ພົບເຫັນລົດຂົນສົ່ງສິນຄ້າມາຈາກປະເທດຫວຽດນາມ ໝາຍເລກທະບຽນ 74 C 03595 ຢູ່ສະຖານທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງຜ່ານການກວດກາສິນຄ້າ ໂດຍສົມທຽບໃສ່ເອກະສານຢັ້ງຢືນແຫຼ່ງທີ່ມາ ລາຍການແຈ້ງສິນຄ້າມີຈຳນວນ 1,600 ກິໂລ, ແຕ່ສິນຄ້າຕົວຈິງມີຈຳນວນເກີນເອກະສານຢັ້ງຢືນແຫຼ່ງທີ່ມາຈໍານວນຫຼວງຫຼາຍ ແລະ ບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ.

ສິນຄ້າດັ່ງກ່າວປະກອບມີ: ໝາກເລັ່ນ ຈຳນວນ 2,100 ກິໂລ, ໝາກນາວ 2,580 ກິໂລ, ກາລົດສີມ້ວງ 200 ກິໂລ, ໝາກມັງກອນ 2,000 ກິໂລ ໂດຍນນໍ້າໜັກລວມທັງໝົດ 6,880 ກິໂລ ເປັນມູນຄ່າປະມານ 71 ລ້ານກີບ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຄ.ນວ ຈຶ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວມາມາທຳລາຍຖີ້ມ.

ທ່ານ ນັນຕາ ສານຸວົງ ກ່າວຕື່ມອີກວ່າ: ການທຳລາຍສິນຄ້າ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ແລະ ບໍ່ເປັນອັນຕະລາຍຕໍ່ຊີວິດ ແລະ ສິ່ງສໍາຄັນແມ່ນເປັນການປົກປ້ອງການຜະລິດພາຍໃນອີກດ້ວຍ ແລະ ສຳລັບທິດທາງໃນຕໍ່ໜ້າ ແມ່ນຈະສືບຕໍ່ຕິດຕາມ ກວດກາຢ່າງເປັນປົກກະຕິ ແນໃສ່ໂຄສະນາ ແລະ ເຜີຍແຜ່ລະບຽບການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ແກ່ຜູ້ປະກອບການນຳເຂົ້າ ແລະ ຈໍາໜ່າຍສິນຄ້າໄດ້ຮັບຊາບ ແລະ ບໍ່ໃຫ້ນຳເອົາສິນຄ້າທີ່ບໍ່ໄດ້ຄຸນນະພາບມາຈໍາໜ່າຍ ທີ່ອາດສ້າງຄວາມເສຍຫາຍແກ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຜູ້ບໍລິໂພກ ພ້ອມທັງເປັນການຍົກສູງສະຕິ ໃນການເລືອກຊື້ສິນຄ້າຂອງຜູ້ບໍລິໂພກ ແລະ ສະຕິໃນການເຄົາລົບລະບຽບກົດໝາຍຂອງຜູ້ຂາຍ ໂດຍສະເພາະແມ່ນເວລານຳເຂົ້າສິນຄ້າເຄື່ອງຂອງຕ້ອງມີການປະຕິບັດພັນທະຢ່າງຄົບຖ້ວນ.

ພ້ອມທັງ, ຝາກເຖິງອຳນາດການປົກຄອງທ້ອງຖິ່ນບ້ານ, ເມືອງ ແລະ ທຸກພາກສ່ວນໃນສັງຄົມ ຂໍຄວາມຮ່ວມມືຊ່ວຍເປັນຫູ ເປັນຕາ ຫາກພົບເຫັນການນຳເຂົ້າ ແລະ ຈຳໜ່າຍສິນຄ້າບໍ່ຖືກຕ້ອງຕາມລະບຽບການ, ສິນຄ້າໝົດອາຍຸ ຫຼື ສິນຄ້າທີ່ຜິດຕໍ່ລະບຽບກົດໝາຍ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ກວດກາການຄ້າ ທຸກຂັ້ນ ຫຼື ແຈ້ງສາຍດ່ວນປົກປ້ອງສິດຜົນປະໂຫຍດຜູ້ຊົມໃຊ້ 1510 ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຈຳກັດບໍ່ໃຫ້ສິນຄ້າດັ່ງກ່າວແຜ່ລະບາດ ຫຼື ມີການຈຳໜ່າຍຢູ່ ນວ ຢ່າງເດັດຂາດ.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FLaoedaily%2Fposts%2F1569875559857992&width=500″ width=”500″ height=”515″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

 

Comments