ການເມືອງ

ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລຽວທາໂລ ໂອບະ (Mr. Ryotaro Ohba), ຫົວໜ້າສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມຍຸຕິທຳ, ກະຊວງຍຸຕິທຳ ຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງການຮ່ວມມືມິດຕະພາບ ລາວ-ຍີປຸ່ນ ໃນຂະແໜງຍຸຕິທຳ ແລະ ການຮັບຮອງປະມວນກົດໝາຍແພ່ງ ໃນລະຫວ່າງວັນທີ 19-21 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ທ່ານຍັງໄດ້ແລກປ່ຽນບົດຮຽນກ່ຽວກັບ ການພັດທະນາລັດແຫ່ງກົດໝາຍ, ກ່ຽວກັບຜົນໄດ້ຮັບຂອງໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ທີ່ສະໜັບສະໜູນໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA). ທ່ານລັດຖະມົນຕີ ກະຊວງຍຸຕິທຳ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ...

Read More »

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ​ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ (19-20 ກຸມພາ 2019) ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນ 8 ລາຍການ ຄື: 1). ຮ່າງແຜນຜັງລວມຂອງນະຄອນຫຼວງວຽງຈັນ ຮອດ ປີ 2023; 2). ບົດລາຍງານຜົນການກວດກາໂຄງການເຊົ່າສຳປະທານທີ່ດິນ; 3). ຮ່າງກົດໝາຍ ວ່າດ້ວຍທີ່ດິນ; 4). ຮ່າງກົດໝາຍ ວ່າດ້ວຍກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; 5). ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດຳເນີນທຸລະກິດຢູ່ ສປປ ລາວ; 6). ບົດລາຍງານຄວາມຄືບໜ້າ ...

Read More »

ບາງທັດສະນະຂອງທ່ານທູດ ສສ ຫວຽດນາມ ຕໍ່ສາຍພົວພັນພິເສດລາວ-ຫວຽດນາມ

ໃນວັນທີ 18 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດ ຕໍ່ບັນດາສື່ມວນຊົນລາວ, ເນື່ອງໃນໂອກາດ ທີ່ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້, ໂດຍ ສະຫາຍ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ໄດ້ມີຄວາມເຫັນ ແລະ ບາງທັດສະນະວ່າ: ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຟູ ຈ້ອງ ...

Read More »

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ​ຄະ​ນະ ເດີນ​ທາງ​ຢ້ຽມ​ຢາມ​ ປະເທດບຣູໄນ ດາຣູຊາລາມ ຢ່າງ​ເປັນທາງ​ການ ໃນລະຫວ່າງວັນ​ທີ 16-17 ກຸມພາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ, ເຊິ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບຕັ້ງແຕ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນວັນທີ 16 ກຸມພາ 2019, ທີ່ ພະລາຊະວັງ ອິດສະຕານາ ນູຣູນ ອີມານ ແຫ່ງ ບຣູໄນ ດາຣູຊາລາມ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ​ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສົມເດັດ ຊຸນຕານ ...

Read More »

ລັດຖະມົນຕີກະຊວງການເງິນ ເນັ້ນຄະນະນຳແກ້ໄຂແນວຄິດ ເຫັນແກ່ຜົນປະໂຫຍດສ່ວນຕົວ ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ກະຊວງການເງິນ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ເປີດກວ້າງຄັ້ງທີ 7 ສະໄໝທີ II ຂຶ້ນໃນວັນທີ 13 ກຸມພາ 2019, ໂດຍການເປັນປະທານ ຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາສະຫາຍ ກຳມະການປະຈຳພັກ, ກຳມະການຄະນະບໍລິຫານພັກ, ເລຂາຄະນະພັກຮາກຖານ ພາຍໃນກະຊວງການເງິນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ສົມດີ ດວງດີ ໄດ້ສະຫຼຸບຕີລາຄາ ການຊີ້ນຳ-ນຳພາຮອບດ້ານ ຂອງຄະນະພັກກະຊວງການເງິນ ປີ 2018 ແລະ ທິດທາງວຽກງານຈຸດສຸມປີ 2019, ເຊິ່ງຄະນະບໍລິ ຫານງານກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະພັກ, ຄະນະນຳ ແຕ່ລະຂັ້ນ ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດໃນແຕ່ລະດ້ານ. ພ້ອມດຽວກັນນັ້ນ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ແກ້ໄຂສະພາບແນວຄິດ ຂອງພະນັກງານຈຳນວນໜຶ່ງ ທີ່ມີຄວາມຮັບຜິດຊອບທາງດ້ານການເມືອງບໍ່ທັນສູງ, ແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຂາດຄວາມກະຕືລືລົ້ນ, ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍການນຳໃຊ້ຫຼາຍຮູບແບບ, ຫຼາຍວິທີ ...

Read More »

ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມ ຖວທ ທົ່ວປະເທດ

ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 12 ກຸມພາ 2019 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານເດັ່ນໃຂຂົງເຂດ ຖວທ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ເພື່ອເປັນເຂັມທິດເຍືອງທາງ ການຈັດຕັ້ງປະປະຕິວຽກງານ ຖວທ ໃນຊຸມປີຕໍ່ໜ້າໃຫ້ມີຜົນສຳເລັດເປັນກ້າວໆ ທ່ານໄດ້ເນັ້ນໃຫ້ ຖວທ ເອົາໃສ່ໃນ 7 ບັນຫາຄື: –ດ້ານການເມືອງແນວຄິດເປັນບັນຫາສຳຄັນ ຄະນະນໍາທຸກຂັ້ນຕ້ອງມີແນວຄິດເປັນເອກະພາບຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ,ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ມີຄວາມເປັນເອກະພາບພາຍໃນຢ່າງແທ້ຈິງໃນການດຳເນີນວຽກງານຕ່າງໆ, -ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິ່ງ,ກໍາໄດ້ມະຕິ,ຄໍາສັ່ງສໍາຄັນຕ່າງໆ ໂດຍສະເພາະແມ່ນມະຕິ 057. –ເອົາໃຈໃສ່ທາງດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຊຶ່ງກະຊວງ ຖວທ ເປັນກະຊວງທີ່ໃຫຍ່ ປະກອບດ້ວຍຫຼາຍໜ້າວຽກ ສະນັ້ນການຈັດວາງລະບົບການຈັດຕັ້ງພາຍໃນ ແລະ ການຈັດວາງບຸກຄະລາກອນໃຫ້ແທດເໝາະກັບວຽກງານ ແມ່ນບັນຫາສຳຄັນເພື່ອຫຼີກບັນຫາພະນັກງານເຫຼືອບໍ່ພໍ, ກໍ່ສ້າງພະນັກງານຢ່າງມີຈຸດສຸມ ໄປຕາມໂຄງປະກອບ,ເອົາໃຈໃສ່ຍົກລະດັບວຽກງານການເມືອງ ການປົກຄອງ,ລະດັບວິຊາສະເພາະ. -ດ້ານບໍລິຫານ,ຄຸ້ມຄອງ ຕ້ອງໄດ້ຫັນໄປສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍຢ່າງເຂັ້ມງວດ. -ດ້ານວຽກງານຖະແຫຼງຂ່າວໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມມະຕິຂອງສະພາທີ່ໄດ້ຮັບຮອງຄື: ສູ້ຊົນຫັນຈາກລະບົບ “ອະນາລອກ” ມາເປັນລະບົບ “ດີຈີຕອນ” ທີ່ທັນສະໄໝໃນທົ່ວປະເທດ, ປັບປຸງທາງດ້ານເນື້ອໃນຂ່າວ ...

Read More »

ທ່ານ ບຸນຍັງ ວໍລະຈິດ ຕ້ອນຮັບທູດຄົນໃໝ່ເຂົ້້າຍື່ນສານຕາຕັ້ງ

ວັນ​ທີ 12 ກຸມ­ພາ 2019 ຜ່ານມາ ທີ່​ທຳ​ນຽບ​ປະ­ທານ​ປະ­ເທດ ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ຂອງ​ບັນ­ດາ​ທູດ​ປະ­ເທດ​ເພື່ອນ​ມິດ​ຄົນ​ໃໝ່​ປະ­ຈຳ​ລາວ ຕາມລໍາດັບ​ດັ່ງ​ລຸ່ມ​ນີ້: ເວ­ລາ 8:30 ໂມງ ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ ອານ​ໂທ​ເນຍ ຮີວ ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ­ສາ­ມັນ ຜູ້​ມີ​ອຳ­ນາດ​ເຕັມ​ແຫ່ງ​ຈາ​ເມ​ກາ ປະ­ຈຳ​ລາວ ໂດຍ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ປັກ​ກິ່ງ ສປ ຈີນ ກ່ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່ ທ່ານ ອານ​ໂທ​ເນຍ ຮີວ ໄດ້​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ ເປັນ​ທູດ​ປະ­ຈຳ ສປ ຈີນ ​ການ​ພົວ­ພັນ​ຮ່ວມ​ມື​ສອງ​ຝ່າຍ​ລາວ-ຈາ​ເມ​ກາ ໄດ້​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ນຳ​ກັນ​ໃນ​ວັນ​ທີ 27 ສິງ­ຫາ 1999 ໂດຍ​ແມ່ນ​ສຳ­ນັກ­ງານ​ຜູ້­ຕາງ­ໜ້າ​ຖາ­ວອນ ຂອງ​ສອງ​ປະ­ເທດ​ປະ­ຈຳ​ສະ­ຫະ​ປະ­ຊາ​ຊາດ ເປັນ​ຜູ້​ປຶກ­ສາ​ຫາ­ລື ແລະ ລົງ​ນາມ​ຮ່ວມ​ກັນ. ເວ­ລາ 9:00 ໂມງ ຕ້ອນ­ຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ນາງ ເກຼັດ​ເຕີ ໂລ​ເກັນ ທີ່​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ວິ­ສາ­ມັນ ຜູ້​ມີ​ອຳ­ນາດ​ເຕັມ​ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ນອກ​ແວ ປະ­ຈຳ​ລາວ ໂດຍ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ກ່ອນ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່​ລາວ ທ່ານ​ນາງ ເກຼັດ​ເຕີ ໂລ​ເກັນ ເຄີຍ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ທູດ​ປະ­ຈຳ​ສີ​ລັງ­ກາ ...

Read More »

ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຂຶ້ນໃນວັນທີ 12 ກຸມພາ 2019, ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງມີພະນັກງານການນຳ ແລະ ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມ. ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມີເອກະສານມະຕິເລກທີ 057/ ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ, ເອກະສານເລກທີ 056/ຄບສພ, ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ຂໍ້ມູນຈາກ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ.

Read More »

ກະຊວງພາຍໃນ ວາງເປົ້າສ້າງ 75 ເມືອງເຂັ້ມແຂງຮອບດ້ານ

ໃນວັນທີ 12-13 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019, ພາຍໃຕ້ການເປັນປະທານຂອງທ່ານ ຄໍາໝັ້ນ ສູນວິເລີດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ. ໃນກອງປະຊຸມ, ທ່ານ ທອງຈັນ ມະນີໄຊ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງກະຊວງພາຍໃນ ໂດຍໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະຂົງເຂດ ຄື: – ຂົງເຂດການບໍລິຫານລັດ ແລະ ວຽກງານປົກຄອງ: ເຫັນວ່າສະພາບກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສະຫງົບໂດຍພື້ນຖານ, ມີຄວາມກະທັດຮັດ ແລະ ມີປະສິດທິພາບຫລາຍຂຶ້ນ; ມີຫຼາຍນິຕິກໍາ ແລະ ລະບຽບບໍລິຫານທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງພາຍໃນ ໄດ້ຮັບການສ້າງຂຶ້ນ ແລະ ປັບປຸງຄືນໃຫ້ມີຄວາມເໝາະສົມ, ກາຍເປັນເຄື່ອງມືທີ່ສໍາຄັນເພື່ອອໍານວຍໃຫ້ແກ່ການຄຸ້ມຄອງລັດດ້ວຍກົດໝາຍ; ລະບົບການປົກຄອງຂັ້ນຮາກຖານກໍໄດ້ຮັບການປັບປຸງໄປຕາມທິດຊີ້ນຳ ແລະ ນິຕິກຳຂອງລັດຖະບານເທື່ອລະກ້າວ, ເຮັດໃຫ້ການບໍລິຫານຂັ້ນບ້ານມີຄວາມເຂັ້ມແຂງເທືື່ອລະກ້າວ; ...

Read More »

ທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ

ກອງປະຊຸມ ວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ປະຈໍາປີ 2019 ໄຂຂື້ນຢ່າງ ເປັນທາງການໃນຕອນເຊົ້າ ວັນທີ 12 ກຸມພາ 2019 ທີ່ຫໍວັດທະນະທໍາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທ, ມີ ຮອງລັດຖະມົນຕີ,ຮອງເຈົ້າແຂວງ,ຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ ຖວທ, ຄະນະນໍາພະແນກ ຖວທ ມາຈາກ17ແຂວງທົ່ວປະເທດ ພ້ອມດ້ວຍບັນນາທິການສື່ຕ່າງໆເຂົ້າຮ່ວມ. ທ່ານ ລັດຖະມົນຕີກະຊວງ ຖວທ ມີຄໍາເຫັນວ່າ: ວຽກງານ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນວຽກງານໜຶ່ງທີ່ຊຸກຍູ້ສົ່ງເສີມ ໃນການພັດທະນາຄົນ ແລະ ສັງຄົມ ແມ່ນການສ້າງພື້ນຖານອະລິຍະທໍາ ດ້ານຈິດໃຈຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄລຍະຜ່ານມາສາມາດຕີລາຄາໄດ້ວ່າ: ວຽກງານໃນທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນດີພໍສົມຄວນ. ຄະນະພັກ, ຄະນະນໍາແຕ່ລະຂັ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນການຊີ້ນໍານໍາພາວຽກງານ ຖວທ ຢ່າງໃກ້ຊິດຕິດແທດຫຼາຍຂຶ້ນ ເຊິິ່ງສະແດງອອກໃນການເອົາໃຈໃສ່ ກໍານົດບັນດາແຜນງານ ...

Read More »