ການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ VIII ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ…..

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫຼັງດຳເນີນມາແຕ່ວັນທີ 27 ຕຸລາ-17 ພະຈິກ 2020 ທີ່ສະພາແຫ່ງຊາດ (ຫຼັກ6) ໂດຍເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາການນໍາພັກ-ລັດ ແລະ ສສຊ ຈາກເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ. ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງ ສພຊ ໄດ້ດໍາເນີນມາເປັນເວລາ 16 ວັນ ບົນພື້ນຖານການເສີມຂະຫຍາຍສິດປະຊາທິປະໄຕ ຄວາມຮັບຜິດຊອບການເມືອງຂອງ ສສຊ ແລະ ໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ຄື: ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງປະຈໍາປີ 2021. ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ລັດຖະບານ ...

Read More »

ສະມາຊິກສະພາແຫ່ງຊາດ ຈຳນວນໜຶ່ງບໍ່ເຄີຍປະກອບຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດຕະຫລອດໄລຍະ 5 ປີ…..

ມີສະມາຊິກສະພາແຫ່ງຊາດ ຊຸດທີ VIII ຈໍານວນໜ້ອຍໜຶ່ງໃນຈໍານວນທັງໝົດ 149 ທ່ານ ບໍ່ເຄີຍປະກອບຄໍາເຫັນໃນກອງປະຊຸມສະພາແຫ່ງຊາດຕະຫລອດໄລຍະ 5 ປີ ຫລື ຈົນໝົດສະໄໝຂອງການເປັນສະມາຊິກສະພາແຫ່ງຊາດ ຊຸດທີ VIII. ຂະນະດຽວກັນ ມີອີກຫລາຍທ່ານບໍ່ຍາດເວລາເຂົ້າຮ່ວມກອງປະຊຸມສໍາຄັນຕ່າງຯ ຂອງສະພາແຫ່ງຊາດ, ລວມເຖິງການລົງພົບປະກັບປະຊາຊົນຕາມສິດ ແລະ ໜ້າທີ່ສໍາຄັນຂອງຕົນເອງ. ໃນໂອກາດຕາງໜ້າໃຫ້ອົງການຈັດຕັ້ງມະຫາຊົນຂຶ້ນປະກອບຄໍາເຫັນຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ພະຈິກ 2020 ທ່ານ ນາງ ຄໍາຈັນ ພົມແສງສະຫວັນ, ຮອງປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ການເຂົ້າຮ່ວມກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະເທື່ອຍັງມີສະມາຊິກສະພາແຫ່ງຊາດຂາດຫລາຍ ຊຶ່ງສັງຄົມເຫັນໄດ້ຜ່ານຕົວເລກການສະເໜີຕົວຜູ້ເຂົ້າຮ່ວມຈາກການລົງຄະແນນສຽງແຕ່ລະຄັ້ງຍັງມີບ່ອນນັ່ງວ່າງຫລາຍ ຊຶ່ງຕາມທໍາມະດາແລ້ວສະມາຊິກສະພາແຫ່ງຊາດທຸກທ່ານຕ້ອງໄດ້ເຂົ້າຮ່ວມກອງປະຊຸມແຫ່ງຊາດ ປີລະ 2 ຄັ້ງ ຢ່າງຄົບຖ້ວນ, ສ່ວນການຄົ້ນຄ້ວາ, ປະກອບຄໍາເຫັນໃນກອງປະຊຸມ ສ່ວນຫລາຍແມ່ນຜູ້ເກົ່າທີ່ເຄີຍອອກຄໍາເຫັນຫລາຍຄັ້ງເປັນປະຈໍາ ແລະ ເປັນໜ້າຊົມເຊີຍ, ແຕ່ຂະນະດຽວກັນສັງເກດເຫັນວ່າສະມາຊິກສະພາແຫ່ງຊາດຈໍານວນໜ້ອຍໜຶ່ງບໍ່ຄ່ອຍອອກຄໍາເຫັນ ຫຼືບໍ່ອອກຄໍາເຫັນເລີຍ ຕະຫລອດໄລຍະ 5 ປີ ຊຶ່ງເຫັນຄວນຕ້ອງໄດ້ເພີ່ມເຂົ້າມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄັ້ງຕໍ່ໄປ ຕ້ອງແມ່ນຜູ້ທີ່ມີພອນສະຫວັນໃນການເວົ້າຕື່ມອີກ. ຮອງປະທານສູນກາງແນວລາວສ້າງຊາດກ່າວຕື່ມວ່າ: ສະມາຊິກສະພາແຫ່ງຊາດ ບາງທ່ານທີ່ປະຈໍາຢູ່ຂະແໜງການ, ກົມກອງຂັ້ນສູນກາງຍັງບໍ່ທັນຍາດເວລາເພື່ອເຂົ້າຮ່ວມກອງປະຊຸມສະໄໝສາມັນ ຫຼື ກອງປະຊຸມຂອງກໍາມາທິການສະພາແຫ່ງຊາດ, ...

Read More »

ປະຊາຊົນສະເໜີບັນຫາຕໍ່ສະພາກ່ຽວກັບບາງກົດໝາຍທີ່ຍັງ…..

ກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 16 ພະຈິກຜ່ານມາ, ທ່ານນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ຕາງຫນ້າໃຫ້ອົງການ ມະຫາຊົນຂັ້ນສູນກາງ ໄດ້ນໍາເອົາຄໍາຄິດຄໍາເຫັນຂອງພະນັກງານ, ປະຊາຊົນລາວບັນດາເຜົ່າ ມາສະເຫນີ ຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາແກ້ໄຂ. ທ່ານນາງ ຄໍາຈັນ ພົມແສງສະຫວັນ ກ່າວວ່າ: ສະເຫນີໃຫ້ສະພາແຫ່ງຊາດປະເມີນຜົນສະພາບ ຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນຕໍ່ການສ້າງກົດໝາຍຈໍານວນໜຶ່ງ ຍັງບໍ່ທັນກວ້າງຂວາງ ແລະ ເລິກເຊິ່ງ ເຮັດໃຫ້ກົດໝາຍທີ່ສ້າງແລ້ວ ຍັງມີບາງເນື້ອໃນບໍ່ສອດຄ່ອງເຊັ່ນ: ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ເຫັນວ່າ ການປະຕິບັດຕົວຈິງຍາກ, ນອກຈາກນີ້ ການປະຕິບັດກົດໝາຍການລົງທຶນກໍຍັງມີຄວາມຫຍຸ້ງຍາກຕ້ອງຜ່ານຫຼາຍຂັ້ນ, ຫຼາຍຂອດ ໃຊ້ເວລາຍາວ 3 ເດືອນ ເຮັດໃຫ້ເສຍໂອກາດດ້ານການລົງທຶນ. ຖ້າເປັນໄປໄດ້ສະພາແຫ່ງຊາດ ຄວນມີຄະນະສະເພາະກິດຫນຶ່ງ ທີ່ປະກອບດ້ວຍພະນັກງານອາວຸໂສ, ຜູ້ຊ່ຽວຊານດ້ານກົດຫມາຍ ເພື່ອຊ່ວຍຄົ້ນຄ້ວາປະກອບຄໍາເຫັນ, ເປັນຂໍ້ມູນໃຫ້ຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາຮ່າງກົດໝາຍ ແລະ ຄວນເພີ່ມເວລາໃນການພິຈາລະນາຕໍ່ຮ່າງກົດໝາຍຕື່ມ ເພື່ອຄວາມລະອຽດກ່ອນລົງຄະແນນສຽງຮັບຮອງ. ສະເຫນີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການອະນຸມັດໃຫ້ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສໍາປະທານທີ່ດິນ ເພື່ອປູກຕົ້ນໄມ້ອຸດສາຫະກໍາ ແລະ ກະສິກໍາ, ...

Read More »

ຈັດກອງປະຊຸມວິຊາການຕໍ່ເນື່ອງ ຂອງສະມາຄົມແພດເດັກລາວ….

ຕອນເຊົ້າວັນທີ 17 ພະຈິກ 2020 ທີ່ໂຮງແຮມດອນຈັນພາເລດ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມວິຊາການຕໍ່ເນື່ອງ ຂອງສະມາຄົມແພດເດັກລາວຄັ້ງທີ 16 ພາຍໃຕ້ຫົວຂໍ້ ແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ ໂດຍການເປັນປະທານຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ຮຈ ດຣ ຄໍາເປ ພົງສະຫັວດ ປະທານສະມາຄົມແພດເດັກລາວ, ທ່ານ Dr. Pia Rebello Britto ຜູ້ຕ່າງໜ້າອົງການ UNICEF ປະຈໍາລາວ ແລະ ບັນດາທ່ານໝໍເດັກ ຈາກທົ່ວປະເທດເຂົ້າຮ່ວມ. ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີຄໍາເຫັນໃນກອງປະຊຸມຄັ້ງນີ້ວ່າ: ໃນ ປີ 2020 ນີ້ ໄດ້ກ້າວເຂົ້າສູ່ ປີສຸດທ້າຍໃນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນ ປະຕິບັດງານຕ່າງໆ ຂອງກະຊວງສາທາລະນະສຸກ. ກອງປະຊຸມຄັ້ງນີ້ ມີເປົ້າໝາຍເພື່ອຫລຸດການເສຍຊິວິດຂອງເດັກ ແລະທັງເປັນການເພີ່ມພູນຄວາມສາມາດໃຫ້ແກ່ທ່ານໝໍ ທີ່ເຮັດໜ້າທີ່ປິ່ນປົວເດັກ ເປັນການແລກປ່ຽນບົດຮຽນ ປະສົບການຕ່າງໆ ທີ່ພົບໃນແຕ່ລະໂຮງໝໍ ແລະ ແລກປ່ຽນຄວາມຮູ້ເຊີ່ງກັນ ແລະ ກັນ. ມື້ນີ້ຍັງເປັນວັນສໍາຄັນລະດັບໂລກຄື ວັນທີ ...

Read More »

ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ….

ໃນວັນທີ 17 ພະຈິກ 2020 ໄດ້ມີ ກອງປະຊຸມແລກປ່ຽນບົດຮຽນ ແລະ ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ (Workshop on Digital Government) ຮ່ວມຈັດໂດຍ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ແລະ UNDP ປະຈໍາລາວ. ກອງປະຊຸມຄັ້ງນີ້ ເປັນກຽດເປີດງານໂດຍ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບ ທ່ານ ນາງ Ricarda Rieger, ຜູ່ຕາງໜ້າ ອົງການ UNDP ເຊິ່ງມີຜູ້ເຂົາຮ່ວມແມ່ນ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກບັນດາກະຊວງອ້ອມຂ້າງ ລວມທັງໝົດ 50 ກວ່າທ່ານ. ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມທໍາອິດໃນບັນດາກອງປະຊຸມກ່ຽວຂ້ອງກັບດິຈິຕອນທີ່ມີການວາງແຜນໄວ້ ເຊິ່ງຈະມີການເຊີນບັນດາພາກສ່ວນຕ່າງໆທີ່ມີສ່ວນກ່ຽວຂ້ອງກັບວຽກງານຫັນເປັນທັນສະໄໝ ໃນ ສປປ ລາວ ໃຫ້ເຂົ້າຮ່ວມເພື່ອປຶກສາຫາລື ແລະ ຄົ້ນຄວ້າວິທີການເພື່ອສົ່ງວຽກງານດັ່ງກ່າວຮ່ວມກັນ. ...

Read More »

ສສຊ ຮັບຟັງບົດສະຫຼຸບການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ VIII ແລະຮ່າງແຜນການຕໍ່ໜ້າ…….

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ສະ​ພາ​ແຫ່ງ​ຊາດ​ໄດ້​ຜ່ານ​ຮ່າງ​ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ແຜນການເຄື່ອນໄຫວ​ວຽກ​ງານ 5 ປີ (2016 – 2020) ແລະ ປີ 2020 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII, ຄາດ​ຄະເນ​ແຜນການ​ປະ​ຈໍາ​ປີ 2021 ແລະ ຮ່າງ​ທິດ​ທາງ​ແຜນການເຄື່ອນໄຫວ​ວຽກ​ງານ 5 ປີ (2021- 2025) ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX, ໃນ​ວັນ​ທີ 16 ພະຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະ ພາ​ແຫ່ງ​ຊາດ. ທ່ານ ນາງ ສີໃສ ລື​ເດດ​ມູນ​ສອນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ໄດ້​ຂຶ້ນ​ສະເໜີ ຮ່າງ​ ບົດ​ລາຍ​ງານ​ການຈັດຕັ້ງ​ປະ ຕິບັດ​ແຜນການເຄື່ອນໄຫວ​ວຽກ​ງານ​ດັ່ງກ່າວ​ໃຫ້​ຮູ​້ວ່າ: ໃນ​ໄລຍະ 5 ປີຜ່ານມາ​ສະພາ​ແຫ່ງ​ຊາດ ສາມາດ​ຮັບຮອງເອົາ ​ກົດໝາຍ​ໄດ້​ຈໍາ​ນວນ 90 ສະ ບັບ ໃນ​ນີ້ ກົດໝາຍ​ສ້າງ​ໃໝ່​ຈໍາ​ ນວນ 38 ສະບັບ, ກົດໝາຍ​ປັບປຸງ ...

Read More »

ກໍາປູເຈຍ ຊ່ວຍເຫຼືອອຸປະກອນການແພດໃຫ້ລັດຖະບານລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19…..

ຕອນເຊົ້າວັນທີ 16 ພະຈິກ 2020, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກກໍາປູເຈຍໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ປະກອບມີ ຜ້າອັດປາກ ຈຳນວນ 2.100.000 ແຜ່ນ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປລາວ. ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບເຄື່ອງຊ່ວຍເຫຼືອ ແມ່ນສົມເດັດ ປີໄຈ ເສນາ ເຕຍບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໂດຍມີຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ...

Read More »

15 ປະເທດ ຮ່ວມລົງນາມເປັນເຂດການຄ້າເສລີ ກວມເອົາ 30% ຂອງເສດຖະກິດໂລກ…….

15 ປະເທດໃນພາກພຶ້ນອາຊີ-ປາຊີຟິກ ໄດ້ຮ່ວມລົງນາມການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ ຫຼື ອາເຊັບ (Virtual Signing Regional Comprehensive Economic Partnerships (RCEP) ເພື່ອຈັດຕັ້ງເປັນເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ໂດຍໄດ້ລົງນາມແບບທາງໄກ ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ໃນວັນທີ 15 ພະຈິກຜ່ານມາ ໃນໂອກາດທີ່ ຫວຽດນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ຄູ່ເຈລະຈາ. ອາເຊັບປະກອບດ້ວຍ 10 ປະເທດອາຊຽນ ແລະ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕຣາລີ ແລະ ນິວຊີແລນ ໂດຍມີຈຸດປະສົງເພື່ອຫຼຸດອັດຕາພາສີສິນຄ້າລົງໃຫ້ຫຼາຍທີ່ສຸດໃນຫຼາຍໆໝວດສິນຄ້າ ໂດຍຄວບຄຸມປະມານ 30% ຂອງເສດຖະກິດໂລກ ແລະ ມີປະຊາກອນ 30% ຂອງປະຊາກອນໂລກ ຫຼື ມີຜູ້ບໍລິໂພກປະມານ 2.200 ລ້ານຄົນ. ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນນາມເຈົ້າພາບເຈລະຈາຂໍ້ຕົກລົງຄັ້ງນີ້ ກ່າວວ່າ: ຂໍ້ຕົກລົງຂອງອາເຊັບຄາດວ່າ ຈະໄດ້ລົງນາມໃຫ້ສັດຕະຍາບັນໃນໄວໆນີ້ ເພື່ອໃຫ້ມີຜົນບັງຂັບໃຊ້ ແລະ ຈະກາຍເປັນເຄື່ອງມືທີ່ສຳຄັນທີ່ສຸດໃນການຊ່ວຍຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກທີ່ໄດ້ຮັບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ແຫຼ່ງຂໍ້ມູນ: ...

Read More »

ສສຊ ຮັບຮອງການປັບປຸງ ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ 3 ມາດຕາ…..

ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 13 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ ຫລັກ 6 ນະຄອນ ຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດ. ໂອກາດນີ້ ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະ ກອບຄຳເຫັນເພື່ອຮັບຮອງເອົົາຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດ. ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ປະກອບມີ 10 ພາກ, 7 ໝວດ, 75 ມາດຕາ, ສ່ວນການປັບປຸງໃໝ່ຄັ້ງນີ້ ມີພຽງ 3 ມາດຕາ ຄື: ມາດຕາ 34 ກ່ຽວກັບປະ ທານອົງການກວດສອບແຫ່ງລັດ, ມາດຕາ 35 ກ່ຽວກັບສິດ ແລະ ໜ້າທີ່ຂອງປະທານອົງການກວດສອບແຫ່ງລັດ ແລະ ມາດຕາ 44 ກ່ຽວກັບມາດຕະຖານສະເພາະຂອງປະ ທານອົງການກວດສອບປະຈໍາພາກ. ປະທານອົງການກວດສອບແຫ່ງລັດ ຍົກໃຫ້ເຫັນວ່າ: ...

Read More »

ເກົາຫຼີ ຢໍ້າຄືນຄວາມໝາຍໝັ້ນ ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ…..

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21 ໄດ້ຈັດຂຶ້ນໃນວາລະການດເນີນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແບບທາງໄກ (ຜ່ານລະບົບວີດີໂອອອນລາຍ) ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນປີ 2019 ຜ່ານມາ, ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020 ກໍໄດ້ຮັບຜົນສໍາເລັດເປັນຢ່າງດີ ອັນໄດ້ເຮັດໃຫ້ການຮ່ວມມືໃນຂົງເຂດການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາ ຊຽນ ແລະ ສ.ເກົາຫລີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍສະເພາະໃນຂົງເຂດດິຈີຕອນ, ນະວັດຕະກຳໃໝ່, Start-ups, ການພັດທະນາຕົວເມືອງອັດສະລິຍະ, ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020, ເຊິ່ງສາມາດປະຕິບັດໄດ້ 100% ແລະ ໃນເວລາດຽວກັນ, ກໍໄດ້ຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ໄລຍະ 2021-2025. ບັນດາຜູ້ນຳອາຊຽນ ແລະ ເກົາຫລີ ໄດ້ຢໍ້າຄືນຄວາມໝາຍໝັ້ນ ທີ່ຈະເພີ່ມທະວີສືບຕໍ່ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ...

Read More »