ການເມືອງ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ກຸມພາ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ ຄື: 1. ບົດລາຍງານກ່ຽວກັບແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030; 2. ບົດລາຍງານກ່ຽວກັບຜົນການກວດກາໂຄງການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ; 3. ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ); 4. ດໍາລັດວ່າດ້ວຍກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ); 5. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ໃນການດໍາເນີນທຸລະກິດຢູ່ ສປປ ລາວ; 6. ບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການຫັນການເກັບລາຍຮັບງົບປະມານເປັນທັນສະໄໝ; 7. ບົດລາຍງານກ່ຽວກັບແຜນຈຸດສຸມພັດທະນາຊົນນະບົດ ຕິດພັນກັບການພັດທະນາການລົງທຶນ; ກອງປະຊຸມໄດ້ເຫັນດີດ້ານຫຼັກການ ແລະ ...

Read More »

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ໃນວັນທີ 24 ກຸມພາ 2019 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີພິທີລົງນາມບັນດາເອກະສານຮ່ວມມື ຈຳນວນ 09 ສະບັບຄື: 1. ສັນຍາລະຫວ່າງກະຊວງການເງິນລາວ ແລະ ກະຊວງການເງິນຫວຽດນາມ ວ່າດ້ວຍການຮ່ວມມືດ້ານການເງິນ. 2. ສັນຍາວ່າດ້ວຍການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ. 3. ຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນໃນການກໍ່ສ້າງທາງລົດໄຟ ວຽງຈັນ-ຫວຸງອາງ. 4. ບົດບັນທຶກການຮ່ວມມືລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ອະນຸຮັກຊີວະນາໆພັນ. 5. ບົດບັນທຶກ ມອບ-ຮັບ ຖານຂໍ້ມູນຂ່າວສານພູມສັນຖານ ຮັບໃຊ້ການວາງແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢູ່ລາວ ລະຫວ່າງກະຊວງພາຍໃນລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ...

Read More »

2018 ເສດຖະກິດຂອງແຂວງໄຊຍະບູລີ ສືບຕໍ່ຂະຫຍາຍຕົວໃນລະດັບ 8,7%

ໃນວັນທີ 22 ກຸມພາ 2019, ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ, ທ່ານນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະນັກງານການນໍາຂອງແຂວງ.  ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ຕໍ່ທ່ານປະທານສະພາແຫ່ງຊາດ, ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນປີຜ່ານມາວ່າ: ສຳລັບປີ 2018 ເສດຖະກິດຂອງແຂວງແມ່ນສືບຕໍ່ຂະຫຍາຍຕົວໃນລະດັບ 8,7%, ລວມຍອດຜະລິດຕະພັນພາຍໃນບັນລຸ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 24.096 ລ້ານກີບ ຫຼື 3.012 ໂດລາສະຫະລັດ; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 3,3% ກວມ 30,4% ຂອງ GDP; ຂະແໜງອຸດສາຫະກຳເພີ່ມຂຶ້ນ 11,6% ກວມເອົາ 30%; ການບໍລິການ ເພີ່ມຂຶ້ນ 6,7% ກວມ 39,6% ຂອງ GDP, ດ້ານລາຍຮັບເຂົ້າງົບປະມານ ລວມທັງພູດສູນກາງ ແລະ ...

Read More »

ຫວຽດນາມລົງທຶນໃນ ສປປ ລາວ ຫຼາຍກວ່າ 4 ຕື້ ໂດລາ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ , ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 20 ກຸມພາ 2019 ກ່ຽວກັບການພົວພັນຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຮ່ວມມືໃນແຕ່ລະດ້ານດັ່ງນີ້: – ດ້ານການເມືອງ-ການຕ່າງປະເທດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ແລະ ມີຄວາມໜັກແໜ້ນ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດ. – ດ້ານການຄ້າ: ສອງຝ່າຍສາມາດບັນລຸໄດ້ 1 ຕື້ໂດລາສະຫະລັດ ຫຼື 8,550 ຕື້ກີບ, ເພີ່ມຂຶ້ນ 13% ທຽບໃສ່ປີ 2017, ເຊິ່ງລື່ນຄາດໝາຍທີ່ໄດ້ກຳນົດໄວ້. – ດ້ານການລົງທຶນ: ມາຮອດປັດຈຸບັນ, ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວມີທັງໝົດ 409 ໂຄງການ, ມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ. ການລົງທຶນສ່ວນໃຫຍ່ກວມເອົາຂະແໜງພະລັງງານ, ບໍ່ແຮ່, ກະສິກຳ, ການບໍລິການ ແລະ ...

Read More »

ລາວ-ກຳປູເຈຍ ເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 22 ກຸມພາ 2019, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຄົບຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC). ທີ່ມາ: ຂປລ.  

Read More »

ກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ

ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ໄຂຂຶ້ນທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ນະຄອນຫຼວງວຽງຈັນ  ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປລາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ ປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍພະນັກງານຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ (JC) ຄັ້ງທີ 12 ທີ່ໄດ້ລົງນາມຮ່ວມກັນທີ່ຊຽມຣຽບ ຣາຊະອານາຈັກກຳປູເຈຍ ໃນເດືອນ ທັນວາ ປີ 2014 ທີ່ຜ່ານມາ ແລະ ໄດ້ສືບຕໍ່ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືສອງຝ່າຍໃນດ້ານຕ່າງໆໂດຍສະເພາະແມ່ນການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດ ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ ການຮ່ວມມືດ້ານວັດທະນະທຳ ແລະ ສັງຄົມ ການຮ່ວມມືດ້ານເສດຖະກິດພາກພື້ນ. ສອງຝ່າຍຍັງສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານອື່ນໆເຊັ່ນ: ວຽກງານຊາຍແດນ ການຮ່ວມມືດ້ານກົງສຸນ ການຄ້າ ການສຶກສາ ແລະ ...

Read More »

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ວັນທີ 20 ກຸມພາ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ ນຳໂດຍທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ໃນການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືປີ 2019, ໃນນັ້ນ ມີບັນດາເນື້ອໃນຄື: ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນແກ້ໄຂບັນດາເຫດການທີ່ເກີດໃໝ່, ບໍ່ປະໃຫ້ບັນດາກຳລັງເປັນປໍລະປັກສວຍໃຊ້ໂອກາດເສກສັນປັ້ນແຕ່ງ, ມ້າງເພທຳລາຍ, ກໍ່ຜົນສະທ້ອນເຖິງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ ພ້ອມທັງ ຍູ້ແຮງການປະສານງານ, ແລກປ່ຽນຂໍ້ມູນຂ່າວສານເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງການສືບສວນ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງບັນດາເປົ້າໝາຍກໍ່ການຮ້າຍ, ອາຊະຍາກຳຢາເສບຕິດ; ຊຸກຍູ້ການເຈລະຈາເພື່ອກ້າວສູ່ການລົງນາມສັນຍາມອບ-ສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ, ສັນຍາສົ່ງຜູ້ຮ້າຍຂ້າມແດນ. ໃນຕອນທ້າຍຂອງການພົບປະເຈລະຈາ, ທ່ານລັດຖະມົນຕີ ວິໄລ ຫຼ້າຄຳຟອງ ແລະ ທ່ານລັດຖະມົນຕີ ໂຕເລີມ ໄດ້ເປັນປະທານພິທີລົງນາມໃນແຜນການຮ່ວມມືປີ 2019 ລະຫວ່າງກະຊວງກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຕຳຫຼວດ ຫວຽດນາມ. Cr. VOV VOVworld

Read More »

ລັດຖະບານ ຈະຍົກເລີກ ແລະ ປັບໃໝ ຕໍ່ຜູ້ສຳປະທານດິນ 201 ໂຄງການ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ ໄດ້ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາ ເຖິງມາດຕະການຍົກເລີກສັນຍາ ຫຼື ປັບໃໝ ຕໍ່ຜູ້ເຊົ່າ-ສໍາປະທານ ດິນ ທີ່ບໍ່ເຄື່ອນໄຫວເລີຍ ຈໍານວນ 201 ໂຄງການ ກວມເນື້ອທີ່ຈໍານວນ 81.879 ເຮັກຕາ. ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ເຫັນດີດ້ານຫຼັກການ ແລະ ພິລາລະນາຮັບເອົາບົດລາຍງານກ່ຽວກັບຜົນການກວດກາໂຄງ ການເຊົ່າ-ສໍາປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ແລະ ຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປຸງ) ຕໍ່ບັນ ຫາດັ່ງກ່າວ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດ ຖະບານ ເປັນຕົ້ນ ສໍາລັບໂຄງການໃດທີ່ເຊົ່າ-ສໍາປະທານທີ່ດິນຈາກລັດຖະບານ ເຫັນດີປະຕິບັດ 5 ຂໍ້ ສະເໜີວິທີແກ້ໄຂ ...

Read More »

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ໜິງ ຈີເຈີ ພ້ອມຄະນະ

ໃນວັນທີ 20 ກຸມພາ 2019 ຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໜິງ ຈີເຈີ ຮອງປະທານ ຄະນະກຳມະການພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງໃນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືອັນເປັນມູນເຊື້ອ ແລະ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ,ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄປ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມດີໃຈ ທີ່ເຫັນວ່າການຮ່ວມມືໃນດ້ານຕ່າງໆ, ໂດຍສະເພາະດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ສອງປະເທດ ລາວ-ຈີນ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ...

Read More »

ສະຫາຍ ຫງວຽນ ຟູ ຈ້ອງ ແລະ ພັນລະຍາ ພ້ອມຄະນະຈະຢ້ຽມຢາມລາວ

ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້ ການຢ້ຽມຢາມໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.  

Read More »