ການເມືອງ

ຄວາມຄືບໜ້າການປະຕິບັດ ເປົ້າໝາຍພັດທະນາແບບຍືນຍົງ ຢູ່ລາວ…

ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ ເປົ້າໝາຍການພັດ ທະນາແບບຍືນຍົງຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ 6 ສິງຫາ ທີ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມໂດຍ, ທ່ານ ທອງຜ່ານ ສະຫວັນເພັດ,ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະ ຫວັນນະເຂດ. ກອງປະຊຸມຄັ້ງນີ້, ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດກ່ຽວກັບຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກບັນດາແຂວງພາກກາງ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານ. ການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າ ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ເຊິ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກ ເປັນບູລິມະສິດຕົ້ນຕໍ ...

Read More »

ທູດລາວ ປະຈຳ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ການນຳແຂວງ ເຊິນລາ ແລະ ແຂວງດ້ຽນບຽນ

ໃນວັນທີ 28 ກໍລະກົດ – 01 ສິງຫາ 2020 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ການນຳແຂວຽເຊິນລາ ແລະ ແຂວງດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ຟາມວັນຖຸຍ ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊິນລາ ແລະ ທ່ານ ມົວອາເຊິນ ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງດ້ຽນບຽນ ທີ່ຫ້ອງວ່າການປົກຄອງແຂວງຂອງແຕ່ລະແຂວງ. ການນຳທັງສອງແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ, ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມື ລະຫວ່າງ ...

Read More »

ສື່ມວນຊົນທົ່ວປະເທດ ສຳເລັດການຝຶກອົບຮົມກ່ຽວກັບການປົກປ້ອງເດັກ ແລະ ການປ້ອງກັນພະຍາດໂຄວິດ-19…

ໃນວັນທີ 31 ກໍລະກົດ 2020 ຜ່ານມາ ທີ່ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ ໄດ້ມີພິທີປິດກອງປະຊຸມປະຈຳປີ ວຽກງານສື່ມວນຊົນທົ່ວປະເທດ ກ່ຽວກັບການປົກປ້ອງເດັກ, ຄົນລາວ ລຸ້ນປີ 2030 ຂຶ້ນ ແລະ ການປ້ອງກັນພະຍາດໂຄວິດ-19 ພາຍຫລັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຄິ່ງ ດ້ວຍຜົນສໍາເລັດອັນຈົບງາມ.ກອງປະຊຸມໃນຄັ້ງນີ້, ບັນດາສື່ມວຊົນທີ່ມາຈາກທົ່ວປະເທດໄດ້ຮັບຟັງຂໍ້ມູນຄວາມຮູ້ຫລາຍຢ່າງຈາກວິທະຍາກອນທັງ 5 ທ່ານ, ໂດຍສະເພາະ ແມ່ນການຂຽນຂ່າວຜ່ານສື່ອອນລາຍ ພ້ອມແບ່ງກຸ່ມເຮັດກິດຈະກຳລົງສໍາພາດຕົວຈິງ ໃນຫລາຍຂະແໜງການ ເປັນຕົ້ນແມ່ນ ສໍາພາດຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ລົງຢ້ຽມຢາມຊຸມຊົນ, ໂຮງຮຽນ, ໂຮງໝໍ, ຊາຍແດນຂອງແຂວງອຸດົມໄຊ ແລ້ວນໍາຂໍ້ມູນດັ່ງກ່າວມາເຮັດບົດຂ່າວ, ວີດີໂອຂ່າວ ແລ້ວນຳສະເໜີໃຫ້ວິທະຍາກອນໄດ້ມີຄວາມເຫັນ ເພື່ອປັບປຸງວິທີການຂຽນຂ່າວຂອງບັນດາສື່ມວນຊົນ ໃຫ້ມີປະສິດທິພາບດີຂຶ້ນ. ໃນໂອກາດເຂົ້າຮ່ວມກອງປະຊຸມ ທ່ານ ສຸລິໂຍ ແສງງາມ ຫົວໜ້າໜ່ວຍງານບົດຄວາມ ໜັງສືພິມວຽງຈັນໃໝ່ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມສໍາຄັນໃນການຍົກລະດັບ ໃນການລາຍງານການຂຽນຂ່າວ ເພື່ອເຮັດໃຫ້ທັນເຫດການ, ກະທັດຮັດ ແລະ ສາມາດສ່ອງແສງເຖິງສະພາບຄວາມເປັນຈິງໃນສັງຄົມ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ...

Read More »

ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ຊີ້ນໍາໃຫ້ພັດທະນາຕະຫຼາດທຶນ ກ້າວສູ່ຄວາມເຂັ້ມແຂງ

ຂປລ. ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020 ໄດ້ສຳເລັດລົງໃນວັນທີ 31 ກໍລະກົດ 2020 ທີ່ສຳນັກງານ ຄຄຊ (ສ.ຄຄຊ) ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ; ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ຮອງປະທານ ຄຄຊ-ຜູ້ປະຈຳການ; ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ປະທານສະພາບໍລິຫານຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ພາກສ່ວນກ່ຽວຂ້ອງ. Health workers wearing protective clothing are pictured at a makeshift rapid testing centre for the ...

Read More »

ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ…

ໃນວັນທີ 23 ກໍລະກົດ 2020 ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຖິງແຂວງອຸດົມໄຊ ເພື່ອລົງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດ 2020 ນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ແຂວງອຸດົມໄຊ ໄດ້ມີຄວາມພ້ອມ 100% ເພື່ອຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດ ນີ້, ເຊິ່ງເປັນແຂວງທຳອິດໃນຂອບເຂດທົ່ວປະເທດ ທີ່ຈັດກອງປະຊຸມດັ່ງກ່າວຂຶ້ນ ໂດຍໄດ້ມີຄວາມພ້ອມໃນທຸກດ້ານ ໂດຍສະເພາະ ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຄວາມປອດໄພ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ. ກອງປະຊຸມໃນຄັ້ງນີ້, ໄດ້ຈັດໃຫ້ມີຄວາມແຕກຕ່າງ ຈາກກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໃນປີທີ່ຜ່ານໆມາໂດຍງົດບໍ່ໃຫ້ມີການມອບຊໍ່ດອກໄມ້, ບໍ່ມີການສະແດງສິລະປະຂັ້ນເວລາ, ...

Read More »

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະພາບ ເອີຣົບ…

ໃນວັນທີ 21 ກໍລະກົດ 2020 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງ ທ່ານ ລີໂອ ຟາເບີ (Leo FA BER), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສະຫະພາບເອີຣົບ(ອີຢູ) ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ລາວ-ອີຢູ ຕະຫລອດໄລຍະຜ່ານມາ ຈົນເຖິງປັດຈຸບັນ, ປີ 2020 ເຊິ່ງເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນ ລາວ-ອີຢູ ຄົບຮອບ 45 ປີ. ພ້ອມກັນນັ້ນ, ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ ຂອງ ທ່ານທູດ ໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ອີຢູ ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ ຕະຫລອດໄລຍະເວລາທີ່ ທ່ານ ...

Read More »

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ 3 ລ້ານໂດລາສະຫະລັດ ພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫລືອລ້າ ມູນຄ່າ 317 ລ້ານເຢັນ ຫລື ປະມານ 3 ລ້ານໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ. ພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫລືອລ້າ ທີ່ມີຊື່ວ່າ: “ໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ” ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ທີ່ນະຄອນຫລວງວຽງຈັນ ເຊິ່ງຕາງໜ້າໃຫ້ລັດຖະບານລາວລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໂດຍມີພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ ນີ້ຈະມອບທຶນການສຶກສາໃຫ້ແກ່ບຸກຄະລາກອນຊາວໜຸ່ມລາວ ທີ່ເຮັດວຽກກ່ຽວກັບການພັດທະນາເສດຖະກິດສັງຄົມ ໃນ ສປປ ລາວ ເພື່ອສຶກສາລະດັບປະລິນຍາໂທ ແລະ ເຮັດການຄົ້ນຄວ້າ ທີ່ມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ຈຳນວນ 22 ທຶນ. ພາຍໃຕ້ໂຄງການດັ່ງກ່າວ ໄດ້ມີພະນັກງານລາວ ຫລາຍກວ່າ 370 ຄົນ ໄດ້ຮັບການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ປະເທດຍີ່ປຸ່ນ ນັບຕັ້ງແຕ່ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງຂຶ້ນໃນປີ 1999. ...

Read More »

ສປປ ລາວ ທົບທວນເປົ້າໝາຍການພັດທະນາແບບຍືນຍົງ ຄົບຮອບ 3 ປີ

ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ໃນວັນທີ 15 ກໍລະກົດ 2020 ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫລື SDGs) ຢູ່ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນ ດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດ ຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸບັນ, ເຊິ່ງປະກອບຢູ່ໃນ 17 ເປົ້າໝາຍ. ພິເສດສໍາລັບ ສປປ ລາວ ແມ່ນໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດນັ້ນ ກໍຄື ເປົ້າໝາຍທີ 18 ...

Read More »

ເປີດນຳໃຊ້ຫໍມູນເຊື້ອ ແລະ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຂອງແນວລາວສ້າງຊາດ…

ໃນວັນທີ 13 ກໍລະກົດ 2020 ສູນກາງແນວລາວສ້າງຊາດ ໄດ້ເປີດນຳໃຊ້ຫໍມູນເຊື້ອ ແນວລາວສ້າງຊາດຢ່າງເປັນທາງການ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຫລືແອັບ ໃນໂທລະສັບມືຖື ຂອງ ແນວລາວສ້າງຊາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສຳຄັນຕ່າງໆຂອງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນ ກາງແນວລາວສ້າງຊາດ, ມີພັນລະຍາການນຳ ພ້ອມດ້ວຍພະນັກງານຫລັກແຫລ່ງ, ພະນັກງານບຳນານ ເຂົ້າຮ່ວມ. ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ຫໍ ມູນເຊື້ອແນວລາວສ້າງຊາດ ເປັນຕຶກເກົ່າແກ່ທີ່ມີຮູບຊົງສວຍງາມ ສ້າງຂຶ້ນໃນປີ 1902-1904 ເຊິ່ງ ໃນອາ ດີດເຄີຍເປັນທີ່ພັກອາໄສຂອງ ຄະນະນຳໃນເມື່ອກ່ອນ. ປັດຈຸບັນໄດ້ຮັບການປັບປຸງ, ສ້ອມແປງ ແຕ່ຮັກ ສາຮູບຊົງເດີ່ມ ພາຍໃນຫໍມູນເຊື້ອດັ່ງກ່າວ, ໄດ້ນຳເອົາວັດຖຸພັນຕ່າງໆ, ຮູບພາບ ແລະ ວິດີໂອ ການ ເຄື່ອນໄຫວຂອງການນຳ ໃນເມື່ອກ່ອນມາວາງສະແດງ. ນອກຈາກນີ້, ຍັງມີຫ້ອງອ່ານ, ຫ້ອງສາຍຮູບເງົາ ແລະ ອື່ນໆ ...

Read More »

ນາຍົກລັດຖະມົນຕີ ເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ

 ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ເອົາ ໃຈໃສ່ຫລາຍບັນຫາເພື່ອຮັບປະກັນໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ກ່າວໃນໂອກາດລົງເຄື່ອນໄຫວ ແລະ ຊີ້ນຳວຽກງານ ຢູ່ນະຄອນຫລວງວຽງຈັນ, ໃນວັນທີ 9 ກໍລະກົດ 2020 ເຊິ່ງໄດ້ສະແດງຄວາມຊົມເຊີຍເປັນພິເສດ ຕໍ່ບັນດາມາດຕະການໃນການປ້ອງກັນ, ແກ້ໄຂ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ຈົນໄດ້ຮັບໄຊຊະນະໃນເບື້ອງຕົ້ນ. ບັນຫາທີ່ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ເອົາໃຈໃສ່ປະກອບມີ: ການສ້າງຂະບວນການໃນການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ແລະ ກອງປະຊຸມໃຫຍ່ ນະຄອນຫລວງວຽງຈັນ ຄັ້ງທີ VII ໂດຍຖືເອົາການສືບຕໍ່ຮັກສາໄດ້ຄວາມມີສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມ ເປັນບັນຫາໃຫຍ່ ແລະ ບັນຫາສຳຄັນ, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດທາງທ້ອງຖະໜົນ, ໄພສັງຄົມ ແລະ ອື່ນໆ. ໃນຂະນະດຽວກັນ, ກໍໄດ້ເນັ້ນໃຫ້ມີການຊຸກຍູ້ສົ່ງເສີມຂະບວນການຜະລິດ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ກຸ້ມຢູ່ກຸ້ມກິນ ...

Read More »