ທາງການບຣາຊິວເປີດການສັນຈອນທາງອາກາດລະຫວ່າງປະເທດ ຮັບນັກທ່ອງທ່ຽວຕ່າງປະເທດ ເຖິງແມ່ນວ່າຜູ້ຕິດເຊື້ອ Covid-19 ຍັງພຸ່ງຂຶ້ນສູງເປັນອັນດັບ 2 ຂອງໂລກ. ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທາງການບຣາຊິວ ເປີດນ່ານຟ້າຮັບນັກທ່ອງທ່ຽວຕ່າງປະເທດເຂົ້າປະເທດ ນັບຕັ້ງແຕ່ວັນທີ 29 ກໍລະກົດຜ່ານມາ ຫຼັງຈາກທີ່ໄດ້ຫ້າມທ້ຽວບິນພານິດເຂົ້າປະເທດຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ. ພາຍໃຕ້ກົດໝາຍສະບັບໃໝ່ນີ້ ບຣາຊິວເປີດພົມແດນຮັບນັກທ່ອງທ່ຽວຮັບນັກທ່ອງທ່ຽວຈາກທຸກປະເທດ ໂດຍຕ້ອງມີປະກັນສຸຂະພາບຄວບຄຸມຕະຫຼອດໄລຍະເວລາທີ່ທ່ອງທ່ຽວຢູ່ໃນບຣາຊິວ, ແຕ່ນອກຈາກຂໍ້ກຳນົດດັ່ງກ່າວທາງການບຣາຊິວບໍ່ໄດ້ເປີດເຜີຍລາຍລະອຽດ ໃນການຕັດສິນໃຈ ເປີດພົມແດນທ່າມກາງການລະບາດຢ່າງໜັກຂອງ Covid-19. ເຖິງຢ່າງໃດກໍຕາມ ເຖິງວ່າບຣາຊິວຈະເປີດຮັບນັກທ່ອງທ່ຽວຈາກທຸກປະເທດ, ແຕ່ຫຼາຍປະເທດສ່ວນໃຫຍ່ຍັງບໍ່ໄດ້ເປີດຮັບນັກທ່ອງທ່ຽວຈາກບຣາຊິວ ເນື່ອງຈາກບຣາຊິວ ເປັນພື້ນທີ່ລະບາດໜັກ. ໃນປັດຈຸບັນ, ບຣາຊິວ ມີຜູ້ຕິດເຊື້ອ Covid-19 ຫຼາຍທີ່ສຸດເປັນອັນດັບທີ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາ ໂດຍຕົວເລກຜູ້ຕິດເຊື້ອສະສົມ ໃນວັນທີ 30 ກໍລະກົດ ຜ່ານມາ ມີທັງໝົດ 2,555,518 ກໍລະນີ ແລະ ຍັງພົບຜູ້ຕິດເຊື້ອທຳລາຍສະຖິຕິລາຍວັນ. ພ້ອມກັນນັ້ນ, ປະເທດເພື່ອນບ້ານຂອງ ບຣາຊິວ ທີ່ມີການລະບາດນ້ອຍກ່ວາບຣາຊິວ ຍັງປິດນ່ານຟ້າ. ແຫຼ່ງຂໍ້ມູນ: Posttoday
Read More »ຂ່າວ ຕ່າງປະເທດ
ຫວຽດນາມ ພົບເຊື້ອ Covid-19 ທີ່ຕິດຕໍ່ກັນ ແບບທີ່ບໍ່ເຄີຍພົບມາກ່ອນ…
“ການລະບາດຂອງເຊື້ອໄວຣັສ Covid-19 ນັ້ນສົ່ງຜົນກະທົບຕໍ່ຄົນທັງໂລກ ແລະ ຍັງຄົງແພ່ລະບາດຢ່າງຕໍ່ເນື່ອງ ເຮັດໃຫ້ມີຍອດຜູ້ຕິດເຊື້ອເພິ່ມຂຶ້ນ ແລະ ທີ່ໜ້າເປັນຫ່ວງລ່າສຸດມີລາຍງານວ່າ ຫວຽດນາມພົບຜູ້ຕິດເຊື້ອ Covid-19 ສາຍພັນໃໝ່ທີ່ບໍ່ເຄີຍພົບມາກ່ອນ” ການແພ່ລະບາດຂອງ Covid-19 ໃນຫວຽດນາມກໍາລັງເປັນທີ່ກັງວົນ ເພາະກ່ອນໜ້ານີ້ເກືອບ 100 ວັນ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອລາຍໃໝ່ແຕ່ວ່າພໍມີຜູ້ຕິດເຊື້ອ ກໍພົບຜູ້ຕິດເຊື້ອເພີ່ມຢ່າງຕໍ່ເນື່ອງ. ຫຼ້າສຸດທາງດ້ານສະຖານກົງສຸນໃຫຍ່ທີ່ ເມືອງໂຮຈິມິນ ລາຍງານສະຖານະການການແພ່ລະບາດຂອງ Covid-19 ໃນເຂດກົງສຸນ ສະຖານະເວລາ 16:00 ໂມງ ວັນທີ 30 ກໍລະກົດ 2020 ໄດ້ໃຫ້ຂໍ້ມູນວ່າ ຫວຽດນາມພົບຜູ້ຕິດເຊື້ຶອ Covid-19 ລາຍໃໝ່ລະຫວ່າງວັນທີ 24-30 ກໍລະກົດ 2020 ຈໍານວນ 43 ຄົນ ໂດຍທັງໝົດໄດ້ຮັບເຊື້ຶອສາຍພັນທີ່ບໍ່ເຄີຍມີການກວດພົບໃນຫວຽດນາມດັ່ງນີ້: ຜູ້ຕິດເຊື້ອ ໃນເມືອງດານັງ 33 ຄົນຜູ້ຕິດເຊື້ອ ໃນແຂວງກວາງຫງາຍ 2 ຄົນຜູ້ຕິດເຊື້ອ ໃນແຂວງກວາງນາມ 3 ຄົນຜູ້ຕິດເຊື້ອ ໃນເມືອງໂຮຈິມິນ ທີ່ໄດ້ຮັບເຊື້ອຈາກເມືອງດານັງ 2 ຄົນຜູ້ຕິດເຊື້ອໃນ ຮ່າໂນ້ຍ 2 ຄົນຜູ້ຕິດເຊື້ອ ໃນແຂວງດັງກລັກ ...
Read More »ອາເມລິກາເຈັບສາຫັດໃນໄຕມາດ 2 ແບບບໍ່ເຄີຍມີມາກ່ອນ…
GDP ຂອງໄຕມາດທີ 2 ໃນຕອນເຊົ້າວັນທີ 30 ກໍລະກົດ ຜ່ານມາ ອາການບາດເຈັບສາຫັດທີ່ບໍ່ເຄີຍມີມາກ່ອນຂອງສະຫະລັດອາເມລິກາ ເພາະເສດຖະກິດກຳລັງປະສົບກັບຄວາມຫຍຸ້ງຍາກຍ້ອນວ່າໄພພິບັດການລະບາດຂອງພະຍາດ Covid-19, ເຊິ່ງມີລາຍງານຄາດວ່າຈະມີການຫຼຸດລົງປະມານ 35% ຂອງລາຍຮັບລວມຍອດຜະລິດຕະພັນພາຍໃນໃນໄຕມາດທີ 2. ບັນດານັກວິເຄາະກ່າວວ່າ ເສດຖະກິດຂອງສະຫະລັດຈະປະສົບກັບຄວາມຫຍຸ້ງຍາກລວມມີຫຼາຍປັດໄຈ ທັງການໃຊ້ຈ່າຍຂອງຜູ້ບໍລິໂພກ, ການລົງທຶນທາງທຸລະກິດ, ທີ່ຢູ່ອາໃສ, ການຄ້າ ແລະ ລາຍຈ່າຍຂອງລັດຖະບານ. Scott Anderson ຫົວໜ້ານັກເສດຖະສາດຂອງ Bank of the West ກ່າວວ່າ “ແນ່ນອນ, ພວກເຈົ້າຈະພົບເຫັນແຕ່ຕົວເລກຮ້າຍແຮງທີ່ສຸດໄປທົ່ວທຸກກະດານຂ່າວ”. ເສດຖະກິດທີ່ຫຼຸດລົງທີ່ສຸດຂອງປະເທດ ຍັງຄາດວ່າຈະເປັນໄລຍະສັ້ນທີ່ສຸດ, ດ້ວຍການເຕີບໂຕຂອງການຈ້າງງານ, ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ມາດຕະການທີ່ສຳຄັນອື່ນໆທີ່ໄດ້ກັບມາຢ່າງໄວວາ ໃນເດືອນພຶດສະພາ ແລະ ເດືອນມິຖຸນາ ຫຼັງຈາກຫຼຸດລົງ ໃນເດືອນເມສາ ຍ້ອນວ່າລັດຕ່າງໆໄດ້ອະນຸຍາດໃຫ້ທຸລະກິດເປີດຄືນໃໝ່, ແຕ່ວ່າບັນດາກໍລະນີທີ່ຕິດເຊື້ອ Covid-19 ທີ່ແຜ່ລາມອອກໄປທົ່ວພາກໃຕ້ ແລະ ພາກຕາເວັນຕົກ ໄດ້ສົ່ງຜົນໃຫ້ຢ່າງໜ້ອຍ 20 ລັດຢຸດຊົ່ວຄາວ ຫຼື ເລື່ອນແຜນການດຳເນີນທຸລະກິດ ເຮັດໃຫ້ມີຜົນຕໍ່ການຟື້ນຕົວທີ່ຄາດວ່າຈະເກີດຂື້ນໃນປີຕໍ່ໄປ. ການຫຼຸດລົງບາງສ່ວນຂອງເສດຖະກິດຄາດວ່າ ຈະໄດ້ຮັບການຊີ້ແຈງຈາກບົດລາຍງານ ກ່ຽວກັບການຮຽກຮ້ອງຂອງຜູ້ບໍ່ມີວຽກເຮັດງານທຳ ໃນອາທິດທີ່ຜ່ານມາ ເຊິ່ງເປັນມາດຕະການທີ່ບໍ່ດີຂອງການຢຸດເຊົາການຈ້າງງານ. ...
Read More »ທົ່ວໂລກ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນກວ່າ 17 ລ້ານຄົນ
ຕາມຂ່າວຈາກເວັບໄຊ Worldometer ລາຍງານໃນວັນທີ 30 ກໍລະກົດນີ້ ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນເຖິງ 17.188.001 ຄົນ ແລະ ຍອດຜູ້ເສຍຊີວິດ ເພີ່ມຂຶ້ນ 670.207 ຄົນໃນນີ້ ສ.ອາເມລິກາ ມີຜູ້ຕິດເຊື້ອ ສູງທີ່ສຸດ ໃນໂລກ 4.568.037 ຄົນ, ຮອງລົງມາ ບຣາຊິນ 2.484.649 ຄົນ, ອິນເດຍ 1.535.335 ຄົນ, ຣັດເຊຍ 828.990 ຄົນ ອາຟຣິກາໃຕ້ 459.761 ຄົນ ແລະ ເມັກຊິກ 402.697 ຄົນ ຕາມລຳດັບ. ທ່ານ ແອນໂທນີ ຟໍຊີ, ຜູ້ອຳນວຍການ ສະຖາບັນພູມແພ້ ແລະ ໂລກຕິດຕໍ່ ແຫ່ງຊາດ ສ.ອາເມລິກາ ເຕືອນວ່າ: ຊາວອາເມລິກາ ໃນຫລາຍລັດ ໂດຍສະເພາະ ລັດໂດໄຮໂອ, ເທນເນສຊີ ເຄນທັກກີ ແລະ ອິນເດຍນາ ຄວນເຕື່ອນຕົວເພື່ອປ້ອງກັນບໍ່ໃຫ້ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມສູງຂຶ້ນ ...
Read More »ທຸລະກິດຂາຍຍ່ອຍຂອງຍີ່ປຸ່ນກະຕຸ້ນບົດບາດ “ຜູ້ສູງອາຍຸ” ເພີີ່ມອາຍຸກະສຽນເປັນ 80 ປີ ໃຊ້ວິທີຕໍ່່ສັນຍາລາຍປີ…
ຍີ່ປຸ່ນ ເປັນປະເທດທີ່ມີຜູ້ສູງອາຍຸສົມບູນຫຼາຍ ແລະ ຍັງເປັນປະເທດທີ່ປະສົບກັບບັນຫາຂາດແຄນພະນັກງານຢ່າງຕໍ່່ເນື່ອງ, ເພາະວິກິດບັນຫາອັດຕາການເກີດຕ່ໍາ ເຮັດໃຫ້ຫຼາຍໆທຸລະກິດປະກາດເພີ່ມອາຍຸກະສຽນວຽກເປັນ 65 ປີ ໃນປັດຈຸບັນ ລວມເຖິງທຸລະກິດຄ້າຂາຍຍ່ອຍ ເຊິ່ງທີ່ຜ່ານມາ ເກືອບຈະທຸກຮ້ານຄ້າໄດ້ປິດໃຫ້ບໍລິການໄວຂຶ້ນ ເພາະບໍ່ມີພະນັກງານ ເຮັດວຽກກະເດິກ. ຫຼ້າສຸດ ຮ້ານຄ້າໃນຍີ່ປຸ່ນ ປະກາດກຽມຈະເພີ່ມອາຍຸການເຮັດວຽກຂອງພະນັກງານ ໃຫ້ສາມາດເຮັດວຽກໄດ້ຮອດ 80 ປີ ຈາກການລາຍງານຂອງ Nikkei Asian Review ລະບຸວ່າ: ຮ້ານຄ້າຂາຍເຄື່ອງໃຊ້ໄຟຟ້າ Nojima ໃນຍີ່ປຸ່ນ ເປັນຮ້ານທຳອິດ ທີ່ເພີ່ມອາຍຸຄົນເຮັດວຽກຈາກ 65 ເປັນ 80 ປີ ແຕ່ຂຶ້ນກັບຄວາມສະມັກໃຈຂອງຜູ້ເຊັນສັນຍາ. ພ້ອມກັນນັ້ນ, ຂໍ້ສະເໜີດັ່ງກ່າວໄດ້ເລີ່ມໃຊ້ກັບພະນັກງານທຸກຄົນ ປະມານ 3,000 ຄົນແລ້ວ ເຊິ່ງຄວບຄຸມທຸກຕຳແໜ່ງງານ ໄປຈົນເຖິງພະນັກງານຂາຍໃນຮ້ານ. ກ່ອນໜ້ານີ້, ລັດຖະບານຍີ່ປຸ່ນໄດ້ຍົກບັນຫານີ້ໃຫ້ເປັນວາລະແຫ່ງຊາດ ເພາະຫຼາຍອຸດສາຫະກຳ ຂາດແຄນຄົນເຮັດວຽກຈຳນວນຫຼາຍ ຈົນເຮັດໃຫ້ລັດຖະບານປະກາດຮັບສະມັກພະນັກງານຕ່າງປະເທດ ໂດຍແຕ່ລະປີເປີດໃຫ້ໂຄຕ້າເພີ່ມຂຶ້ນ (ພາຍໃຕ້ເງື່ອນໄຂຂອງທັກສະວຽກນັ້ນໆ). Mature worker writing on clipboard in supermarket ໃນຂະນະທີ່ ທຸລະກິດສ່ວນໃຫຍ່ ທີ່ອອກນະໂຍບາຍເພີ່ມອາຍຸກະສຽນວຽກ ປັບເພີ່ມອາຍຸເປັນ ...
Read More »ນ້ຳຖ້ວມຢູ່ອິນເດຍ ເສຍຊີວິດ 110 ກວ່າຄົນ…
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ກໍລະກົດຜ່ານມາວ່າທາງການອິນເດຍ ແຈ້ງວ່າ: ເກີດມີຝົນຕົກໜັກຈົນເຮັດໃຫ້ນ້ຳຖ້ວມຫຼາຍເຂດໃນລັດອັດສຳ ແລະ ລັດພິຫານ ເຊິ່ງເປັນສອງລັດທຸກຍາກທີ່ສຸດໃນປະເທດອິນເດຍ ເຮັດໃຫ້ປະຊາຊົນປະມານ 8 ລ້ານຄົນຕ້ອງເດືອດຮ້ອນ, ໃນຂະນະດຽວກັນກໍມີຜູ້ເສຍຊີວິດເຖິງ 111 ຄົນ, ສ່ວນສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຍັງຮຸນແຮງຂຶ້ນນັບມື້. ຂະນະທີ່ ແມ່ນ້ຳ ບຣາມາພູຕຣາ ( Brahmaputra ) ໃນລັດອັດສຳ ທາງຕາເວັນອອກສ່ຽງເໜືອຂອງປະເທດມີລະດັບນ້ຳສູງເກີນລະດັບອັນຕະລາຍແລ້ວໃນຫຼາຍພື້ນທີ່, ສ່ວນລັດພິຫານທີ່ຕັ້ງຢູ່ທາງທິດຕາເວັນອອກຍັງມີຝົນຕົກໜັກຕໍ່ເນື່ອງ, ສຳນັກງານອຸຕຸນິຍົມວິທະຍາອິນເດຍ ເປີດເຜີຍວ່າ: ຕັ້ງແຕ່ເຂົ້າສູ່ລະດູມໍລະສຸມ ໃນວັນທີ 1 ມິຖຸນາເປັນຕົ້ນມາ ລັດອັດສຳ ແລະ ລັດພິຫານມີຝົນຕົກຫຼາຍກວ່າເກນປົກກະຕິ ຈຶ່ງເຮັດໃຫ້ເກີດນ້ຳຖ້ວມຫຼາຍຄັ້ງ. ແຫຼ່ງຂໍ້ມູນ:
Read More »ຟີລິບປິນ ຂ້າໄກ່ ເກືອບ 39.000 ໂຕ ພາຍຫລັງ ກວດພົບ ເຊື້ອໄວຣັສ ໄຂ້ຫວັດໃຫຍ່ ໃນຟາມໄກ່…
ຕາມແຫຼ່ງຂ່າວ ມານິລາ ຂອງ ຟີລິບປິນ, ວັນທີ 29 ກໍລະກົດ ຜ່ານມາ ໃຫ້ຮູ້ວ່າ ໃນໄລຍະເວລາ 4 ເດືອນຜ່ານມາ ພາຍຫລັງກວດພົບເຊື້ອໄວຣັສ ໄຂ້ຫວັດໃຫຍ່ຊະນິດ A, ສາຍພັນໃໝ່ H5N6 ໃນຟາມໄກ່ ຢູ່ເມືອງ ຊານຫລຸຍ ແຂວງ ປັມປັງກາ ທາງພາກເໜືອຂອງນະຄອນຫລວງມານີລາ ເຮັດໃຫ້ຕ້ອງຂ້າໄກ່ ເກືອບ 39.000 ໂຕ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຫວັດສັດປິກ. ພາບປະກອບຂ່າວເທົ່ານັ້ນ ທີມງານແພດ ແລະ ເຈົ້າໜ້າທີ່ສັດຕະວະແພດ ໄດ້ນຳໃຊ້ມາດຕະການຄວບຄຸມຢ່າງຮີບດ່ວນ ເພື່ອກຳຈັດເຊື້ອໄວຣັສ ດັ່ງກ່າວ. ໃນເດືອນ ມີນາ ທີ່ຜ່ານມາ, ກະຊວງກະສິກຳຟິລິບປີນ ໄດ້ກວດພົບ ການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກຈາກເຊື້ອໄວຣັສ ສາຍພັນດຽວກັນ ຢູ່ຟາມນົກກະທາ ໃນເມືອງ ນາເອນ, ແຂວງ ນູເວບາເອຊີຮາ ເຮັດໃຫ້ນົກກະທາຕາຍ ປະມານ 1.500 ໂຕ ແລະ ອີກ 12.000 ຕ້ອງຖືກຂ້າ. ພາບປະກອບຂ່າວເທົ່ານັ້ນ ແຫຼ່ງຂໍ້ມູນ: ຮຽບຮຽງຈາກ ຂປລ
Read More »ທຳລາຍສະຖິຕິສູງສຸດ!!! ອຸນຫະພູມເກີນ 50 ອົງສາ ໃນອີຣັກ …
ຈາກຂໍ້ມູນ BEN DOMENSINO ໃຫ້ຮູ້ວ່າ ໃນວັນທີ 29 ກໍລະກົດ 2020 ຜ່ານມາ ໄດ້ມີມວນອາກາດຮ້ອນທີ່ສຸດໃນບາງພື້ນທີ່ ເຮັດໃຫ້ມີອາກາດຮ້ອນເອົ້າໃນຫລາຍມື້ ໂດຍທຳລາຍສະຖິຕິອຸນຫະພູມສູງສຸດໃນພາກຕາເວັນອອກກາງ. ໃນວັນທີ 28 ກໍລະກົດ ຜ່ານມາ, ຢູ່ທີ່ Baghdad ມີອຸນຫະພູມສູງເຖິງ 51,8 ອົງສາ ເຊິ່ງໄດ້ສ້າງສະຖິຕິໃໝ່ສຳລັບນະຄອນຫຼວງຂອງອີຣັກ. ນອກຈາກນັ້ນ, ຍັງມີລາຍງານກ່ຽວກັບອຸນຫະພູມສູງຂຶ້ນຢູ່ໃນເຂດອື່ນໆ ຂອງພາກຕາເວັນອອກກາງໃນໄລຍະຕົ້ນອາທິດນີ້. ຮູບແບບການຄາດຄະເນຊີ້ໃຫ້ເຫັນວ່າ ອຸນຫະພູມຈະຕໍ່າກ່ວາ 50 ອົງສາ ໃນປະເທດອີຣັກໃນຫຼາຍມື້ຜ່ານມາ, ໂດຍມີອຸນຫະພູມຕໍ່າສຸດໃນເວລາກາງຄືນໃນບາງພື້ນທີ່ ເຊິ່ງອຸນຫະພູມທີ່ສູງທີ່ສຸດຈະເກີດຂື້ນໃນພາກຕາເວັນອອກຂອງປະເທດ ໂດຍທາດບາຫຼອດສາມາດສູງເຖິງປະມານ 53 ອົງສາ ຮູບພາບ: ການຄາດຄະເນອຸນຫະພູມພື້ນທີ່ ໃນຕາເວັນອອກກາງ ອີງຕາມຮູບແບບ ECMWF-HRES. ອີງຕາມອົງການອຸຕຸນິຍົມໂລກແມ່ນເຫັນວ່າສະຖິຕິຜ່ານມາ ອຸນຫະພູມທີ່ສູງທີ່ສຸດທີ່ໄດ້ບັນທຶກສຳລັບພາກພື້ນອາຊີແມ່ນຢູ່ທີ່ 53,9 ອົງສາ ທີ່ເມືອງ Mitribah, ໃນວັນທີ 21 ກໍລະກົດ 2016. ແຫຼ່ງຂໍ້ມູນ: https://www.eldersweather.com.au/news/532200
Read More »ຊົມເຊີຍ ! ອາຈານຄົນລາວ ທີ່ໄດ້ຮັບນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊະອານາຈັກອັງກິດ
ວັນທີ 27 ເດືອນ ກໍລະກົດທີ່ຜ່ານມາ, ເອກອັກຄະລາຊທູດ ປະເທດອັງກິດ ປະຈຳ ສ.ປ.ປ ລາວ ທ່ານ John Pearson ໄດ້ເຂົ້າຮ່ວມພິທີການມອບ-ຮັບ ນາມມະຍົດ ວິທະຍາຖານະທາງວິຊາການ ສາດສະດາຈານພິເສດ ທີ່ ມະຫາວິທະຍາໄລ Oxford ທີ່ຢູ່ ລາຊອານາຈັກອັງກິດ ໃຫ້ເເກ່ ຮສ. ດຣ. ມາຍຟອງ ມາຍຊາຍ ເຊິ່ງໄດ້ຈັດຂຶ້ນທີ່ມະຫະວິທະຍາໄລ ວິທະຍາສາດສຸຂະພາບ. ຮສ. ດຣ. ມາຍຟອງ ມາຍຊາຍ ແມ່ນເພື່ອນທີ່ດີຜູ້ຫນຶ່ງຕໍ່ ລາຊອານາຈັກອັງກິດ, ເຊິ່ງເພິ່ນເປັນສະມາຊິກໃນຂະນະຄົ້ນຄວ້າ Lao-Oxford-Mahosot Hospital-Wellcome Trust Research Unit (LOMWRU) ທີ່ໂຮງໝໍ ມະໂຫສົດ, ເຊິ່ງເປັນສະຖາບັນຊັ້ນນຳໃນການປິ່ນປົວ ພະຍາດຕິດຕໍ່. ໃຫ້ກຽດເຂົ້າຮ່ວມໃນງານໂດຍ ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງ, ຮອງລັດຖະມົນຕີທັງສອງທ່ານ ຈາກກະຊວງສາທາລະນະສຸກ ເເລະ ບັນດາເເຂກຜູ້ມີກຽດ ເຊັ່ນ ດຣ. Elizabeth Ashley ເຊິ່ງເປັນ ...
Read More »ມາຮູ້ຈັກກັບ Questionstorm ວິທີ່ລະດົມຄວາມຄິດແບບໃໝ່ ທີ່ອົງກອນໃຫຍ່ໆເຊັ່ນ: Netflix, Airbnb ແລະ ອື່ນໆ ເລືອກໃຊ້…
ເມື່ອເຮົາຕ້ອງການລະດົມຄວາມຄິດເພື່ອແກ້ໄຂບັນຫາເລື່ອງວຽກງານ ຫຼື ທຸລະກິດ ສ່ວນໃຫຍ່ມັກຈະໃຊ້ການ ‘Brainstorm’ ແຕ່ນັ້ນອາດບໍ່ແມ່ນວິທີທີ່ດີ ແລະ ມີປະສິດທິພາບສະເໝີໄປ ເພາະຕອນນີ້ມີ ‘Questionstorm’ ເຊິ່ງເປັນການລະດົມຄວາມຄິດທີ່ອົງກອນລະດັບໂລກທີ່ເຂົ້າມາ Disrupt ທຸລະກິດ ເຊັ່ນ Netflix, Airbnb ແລະ ອີກຫຼາຍໆອົງກອນນິຍົມໃຊ້ກັນເປັນຫຍັງ Brainstorm ແບບເກົ່າເຖິງຍັງບໍ່ດີພໍ? ບົດຄວາມໜຶ່ງໃນ Harvard Business Review ລະບຸວ່າ: ການ Brainstorm ເປັນການລະດົມຄວາມຄິດເພື່ອຫາຄໍາຕອບເປັນເລື່ອງໜ້າເບື່ອ ເຊິ່ງຄໍາຕອບທີ່ໄດ້ໃນຄັ້ງທໍາອິດນັ້ນບໍ່ຈໍາເປັນຕ້ອງຖືກຕ້ອງ ນອກຈາກນີ້ວິທີດັ່ງກ່າວເປັນການຫາຄໍາຕອບດ້ວຍການລະດົມຄວາມຄິດໃຫ້ໄດ້ຫຼາຍທີ່ສຸດ ຈາກນັ້ນຄ່ອຍມາເລືອກຄໍາຕອບທີ່ດີເໝາະສົມ ຈຶ່ງເຮັດໃຫ້ຫຼາຍຄົນບໍ່ກ້າສະແດງຄວາມຄິດເຫັນ ເພາະຢ້ານໂຕເອງເບິ່ງບໍ່ດີ ຫາກສະເໜີຄວາມຄິດເຫັນບາງຢ່າງອອກໄປ ແລະ ບາງຄົນກໍງົດເວັ້ນສະເໜີຄວາມຄິດດີໆ ເພື່ອຫຼີກລ້ຽງການຖືກມອບໝາຍງານຈາກຫົວໜ້າ. ໃນຂະນະທີ່ Questionstorm ເປັນການລະດົມຄວາມຄິດດ້ວຍການສ້າງຄໍາຖາມ ຄົນສະແດງຄວາມຄິດເຫັນບໍ່ຕ້ອງຢ້ານຖືກຜິດ ເພາະບໍ່ມີໃຜຮູ້ວ່າຄໍາຕອບທີ່ຖືກຕ້ອງເປັນແນວໃດ ເຮັດໃຫ້ໜ້າຕື່ນເຕັ້ນ ແລະ ສ້າງແຮງບັນດານໃຈໃຫ້ມີໂອກາດເກີດໄອເດຍທີ່ໜ້າສົນໃໝ່. 4 ຂັ້ນຕອນສູ່ Questionstormສໍາລັບ Questionstorm ໄດ້ຖືກກ່າວເຖິງໃນໜັງສື A More Beautiful Question ຂອງ Warren Berger ເຊິ່ງນໍາສະເໜີ 4 ຂັ້ນຕອນທີ່ບໍລິສັດຊັ້ນນໍາໃຊ້ຕັ້ງຄໍາຖາມເພື່ອແກ້ບັນຫາ ...
Read More »