ຂ່າວ ຕ່າງປະເທດ

ຟິລິປິນ ເຮັດໜ້າກາກອະນາໄມຮັກໂລກ ຈາກເຊືອກປໍມະນິລາ ພືດທ້ອງຖິ່ນທຳມະຊາດ…

ປັດຈຸບັນ, ພວກເຮົາຢູ່ໃນຍຸກສະໄໝທີ່ຄວາມສະອາດ ແລະ ສຸຂະພາບເປັນເລື່ອງທີ່ຫຼາຍຄົນ ໃສ່ໃຈຫຼາຍຂຶ້ນ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ທີ່ເຮົາຕ້ອງໃສ່ໜ້າກາກອະນາໄມ ເມື່ອຕ້ອງອອກໄປໃນສະຖານທີ່ ສາທາລະນະ ເຮັດໃຫ້ມີຂີ້ເຫຍື້ອທີ່ມາຈາກໜ້າກາກ ອະນາໄມ ເພີ່ມຂຶ້ນຫຼາຍ. ໜ້າກາກ “Fiber mask 7XB” ທີ່ເຮັດມາຈາກເສັ້ນໃຍຂອງ abaca ໃນປະເທດຟິລິປິນ ເຊິ່ງເສັ້ນໃຍ abaca ຫຼື ເຊືອກປໍມະນິລາ ທີ່ເປັນມິດກັບສິ່ງແວດລ້ອມ ບໍ່ມີສ່ວນປະກອບຂອງ plastic ປາດສະຈາກສ່ວນປະສົມຂອງສານເຄມີໃນເນື້ອຜ້າ ແລະ ທີ່ສຳຄັນມັນສາມາດຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ. ສຳລັບ Abaca ແມ່ນພືດໃນຕະກຸນດຽວກັບກ້ວຍ ເປັນພືດພື້ນເມືອງຂອງຟິລິປິນ ໂດຍເສັ້ນໃຍຊະນິດນີ້ມີຄຸນສົມບັດໜຽວ ແລະ ຢືດ ສາມາດໄປຕັດເຮັດເປັນເຄື່ອງນຸ່ງໄດ້, ພ້ອມທັງ ນຳມາເຮັດເຊືອກ ຫຼື ເຄື່ອງຈັກສານໄດ້ ຈາກຄຸນສົມບັດທີ່ກ່າວມານີ້ ເຮັດໃຫ້ເສັ້ນໃຍ abaca ເໝາະສົມສຳລັບການນໍາມາເຮັດໜ້າກາກອະນາໄມ ໂດຍໜ້າກາກຊະນິດນີ້ ສາມາດຊັກໄດ້ຫຼາຍເທື່ອ ພຽງແຕ່ຊັກກັບນໍ້າສະອາດ ຫຼື ສະບູເທົ່ານັ້ນ. ນອກຈາກນີ້ ໜ້າກາກເສັ້ນໃຍ abaca ນີ້ຍັງໄດ້ຮັບການທົດລອງແລ້ວວ່າ ດີກວ່າໜ້າກາກຜ້າທົ່ວໄປເຖິງ 7 ເທົ່າ ສາມາດກັນນໍ້າ ແລະ ຝຸ່ນໄດ້ດີ. ...

Read More »

ເພີ່ມຂຶ້ນເລື້ອຍໆ ຫວຽດນາມ ມີຕົວເລກຕິດເຊື້ອສະສົມ ທັງໝົດ 847 ກໍລະນີ…

ສະຖານະການ ໂຄວິດ-19 ໃນປະເທດຫວຽດນາມ ວັນທີ 11/08/2020 ມີຕົວເລກຜູ້ເສຍຊີວິດເພີ່ມ ຍ້ອນໂຄວິດ-19 ເປັນຈໍານວນ 2 ກໍລະນີ ເຮັດໃຫ້ຕົວເລກສະສົມ ຜູ້ເສຍຊີວິດ ຢູ່ປະເທດຫວຽດນາມ ເພີ່ມຂຶ້ນເປັນ 15 ກໍລະນີ ແລະ ຕົວເລກຕິດເຊື້ອສະສົມ ທັງໝົດ 847 ກໍລະນີ. ແຫຼ່ງຂໍ້ມູນ: https://www.covidvisualizer.com/

Read More »

ເກີດເຫດໄຟໄໝ້ໂຮງແຮມກັກໂຕ ໂຄວິດ-19 ໃນ ອິນເດຍ ເສຍຊີວິດເກືອບ 10 ຄົນ

ຕາມແຫລ່ງຂ່າວ ອິນເດຍ, ວັນທີ 9 ສິງຫາ, ເກີດເຫດໄຟໄໝ້ ໂຮງແຮມ ວິໄຊຍະວະດາ ໃນລັດ ອານທຳປະເທດຂອງ ອິນເດຍ ຊຶ່ງເປັນ ໂຮງແຮມ ທີ່ໃຊ້ກັກໂຕ ຜູ້ສົງໄສ ຕິດເຊື້ອ ໂຄວິດ-19 ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 7 ຄົນ ແລະ ບາດເຈັບ ຈຳນວນ ຫລວງຫລາຍ. ທ່ານ ອາມິດ ຊາ ລັດຖະມົນຕີ ວ່າການ ກະຊວງພາຍໃນ ຂອງອິນເດຍ ໄດ້ສະແດງ ຄວາມເສຍໃຈ ຕໍ່ເຫດການ ທີ່ເກີດຂື້ນໃນຄັ້ງນີ້. ປັດຈຸບັນ, ເຈົ້າໜ້າທີ່ ພວມເລັ່ງ ສືບສວນສອບສວນ ຫາສາເຫດຕົ້ນຕໍ ທີ່ເກີດຂື້ນໃນຄັ້ງນີ້. ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »

ພູປ່ຽນສີ ຍ້ອນບັນຫາສິ່ງແວດລ້ອມຈາກບໍ່ທອງແດງຢູ່ຣັດເຊຍ…​

ຮູບພາບ Drone ໄດ້ເປີດເຜີຍແຫຼ່ງນໍ້າ ທີ່ໄຫຼອອກຈາກບໍ່ແຮ່ທອງແດງໃນອະດີດຂອງປະເທດຣັດເຊຍ ກຳລັງປ່ຽນເປັນແມ່ນໍ້າ ໃນພູສີສົ້ມ Ural. ເຊິ່ງນໍ້າດັ່ງກ່າວ ເປັນນໍ້າທີ່ເຊື່ອກັນມາແຕ່ວ່າມີມາຈາກບໍ່ແຮ່ທອງແດງ Levikhinsky ທີ່ເຄີຍຖືກປິດໃນປີ 2004. ອຳນາດການປົກຄອງທ້ອງຖິ່ນກ່າວວ່າ: ນໍ້າໃນແມ່ນໍ້າ ສາມາດອະທິບາຍໄດ້ພຽງແຕ່ເປັນ “ໜອງນໍ້າເສຍ” ແລະ ເປັນຜົນມາຈາກການເຮັດໃຫ້ນໍ້າກົດອາຊິດ ທີ່ໃຊ້ໃນລະຫວ່າງການຂຸດຄົ້ນບໍ່ແຮ່.​ ອົງການໄອຍະການຂອງ Nizhny Tagil ກຳລັງກວດກາເພື່ອກຳນົດວ່າ ມີການລະເມີດສິ່ງແວດລ້ອມທີ່ອາດຈະເກີດຂື້ນເຮັດໃຫ້ແມ່ນໍ້າປ່ຽນເປັນສີສົ້ມ ຫລືບໍ່. ເຈົ້າໜ້າທີ່ກ່າວວ່າ ການປົນເປື້ອນດັ່ງກ່າວ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ການສະໜອງນໍ້າດື່ມໃຫ້ແກ່ປະຊາຊົນໃນເມືອງໃກ້ຄຽງ. ແຫຼ່ງຂໍ້ມູນ: https://www.9news.com.au

Read More »

ຍອດຜູ້ເສຍຊີວິດໃນຫວຽດນາມ ເພີ່ມຂຶ້ນເປັນ 11 ຄົນ…

ສສ ຫວຽດນາມ ລາຍງານວ່າ ໃນວັນທີ 10 ສິງຫາ 2020 ມີຜູ້ເສຍຊີວິດເພີ່ມ ຈາກໂຄວິດ-19 ເຮັດໃຫ້ມີຍອດຜູ້ເສຍຊີວິດທົ່ວປະເທດ ເພີ່ມຂຶ້ນເປັນ 11 ຄົນ, ມີຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນ 31 ຄົນ ໂດຍທັງໝົດ ມີສ່ວນພົວພັນກັບ ກໍລະນີການແຜ່ລະບາດຢູ່ນະຄອນ ດານັງ. ຕົວເລກສະສົມ ຜູ້ຕິດເຊື້ອທັງໝົດ ຢູ່ປະເທດ ຫວຽດນາມ ໃນເວລານີ້ ຢູ່ທີ່ 841 ຄົນ.

Read More »

ປະເທດໄທ ລິເລີ່ມໂຄງການຖະໜົນກິນໄດ້ ປາສະຈາກສານຜິດ

ປະເທດໄທ ລິເລີ່ມໂຄງການ “ຖະໜົນກິນໄດ້ ປາສະຈາກສານຜິດ” ໂດຍເລີ່ມຈັດຕັ້ງປະຕິບັດ ຢູ່ແຂວງ ສຸຣາດທານີ. ໂຄງການນີ້ ອະທິບາຍໃຫ້ເຂົ້າໃຈງ່າຍໆ ກໍ່ແມ່ນການຊັກຊວນໃຫ້ແຕ່ລະບ້ານ ຫັນມາປູກຜັກໄວ້ກິນແຄມທາງ ເຂດທີ່ມີພື້ນທີ່ເປົ່າຫວ່າງ ໂດຍທາງໂຄງການຈະໃຫ້ທຶນສົມທົບ ແຕ່ລະບ້ານ ມູນຄ່າ 6,000 ບາດ ສະກຸນເງິນໄທ. ເງື່ອນໄຂຂອງໂຄງການແມ່ນ ບ້ານທີ່ຈະເຂົ້າຮ່ວມໂຄງການ ຕ້ອງເລືອກເອົາເສັ້ນທາງຜ່ານບ້ານ ຄວາມຍາວ 1 ກິໂລແມັດ 1 ເສັ້ນທາງ ເພື່ອປູກຜັກຊະນິດໃດກໍ່ໄດ້ ໃນເງື່ອນໄຂທຸກຄົນເປັນເຈົ້າຂອງຮ່ວມກັນ, ຫ້າມນໍາເອົາຜັກໄປຂາຍ, ຫ້າມໃສ່ສານເຄມີ ແລະ ຕ້ອງສ້າງຄວາມສວຍງາມໃຫ້ໝູ່ບ້ານ. ປະຈຸບັນ, ມີທັງໝົດ12 ບ້ານ ເຂົ້າຮ່ວມໂຄງການ ແລະ ສາມາດປູກຜັກແຄມທາງ ໃນຄວາມຍາວ 21 ກິໂລແມັດໄດ້ສໍາເລັດ. ແຫຼ່ງຂໍ້ມູນ: https://www.facebook.com/112344190116834/posts

Read More »

ຫວຽດນາມ ປ່ຽນແປງສະໜາມກິລາໃນຮົ່ມໃຫ້ເປັນໂຮງໝໍຂະໜາດ 1.000 ຕຽງ

ຕາມ​ຂ່າວ​ຈາກ ​ຫວຽດນາມ, ກະຊວງ ​ສາທາ​ລະນະ​ສຸກ ຫວຽດນາມ ​​ເປີດ​ເຜີຍ​ວ່າ: ຫວຽດນາມ ​ໃກ້​ສຳ​ເລັດ​ ໃນ​ການ​ປ່ຽນ​ແປງ ​ສະໜາມ ກິລາ ​ໃນ​ຮົ່ມ ​ໃຫ້​ເປັນ​ໂຮງໝໍ ຂະໜາດ 1.000 ຕຽງ ຫລັງ​ຈາກ ທີ່​ເມືອງ​ດາ​ນັງ ກາຍ​ເປັນ​ ສູນ​ກາງ ການ​​ແຜ່​ລະບາດ​ ຂອງ​ໂຄ​ວິດ-19. ສະໜາມ​ກິລາ ທຽນ​ຊັນ ສະປອດ​ ພາ​ເລສ ​ໃນ​ເມືອງ​ດາ​ນັງ ຈະ​ຖືກ​ໃຊ້ ​ເປັນ​ໂຮງໝໍ​ ພາກ​ສະໜາມ ຕັ້ງ​ແຕ່​ ວັນ​ທີ 8 ສິງຫາ ​ເປັນຕົ້ນ​ໄປ ​ເພື່ອ​ໃຊ້​ ໃນ​ການ​ຮັກສາ​ ຄົນ​ຕິດ​ເຊື້ອ ​ໂຄ​ວິດ-19 ທີ່​ມີ​ຈຳນວນ​ ເພີ່ມ​ສູງ​ຂຶ້ນ ​ຈົນ​ໂຮງໝໍ​ ຫລາຍ​ແຫ່ງ ບໍ່​ພຽງພໍ ກັບ​ຈຳນວນ​ ຄົນ​ຕິດ​ເຊື້ອ ​ເພີ່ມ​ຂຶ້ນ​ກວ່າ 200 ຄົນ ນັບ​ຕັ້ງ​ແຕ່​ ກັບ​ມາ​ພົບ ​ຜູ້​ຕິດ​ເຊື້ອ ​ໃນວັນ​ທີ 25ກໍລະກົດ ​ເປັນຕົ້ນມາ.ຂະນະ​ນີ້ ສາມາດ ​ຄວບ​ຄຸມ ​ສະຖານະ​ການ ​ໄວ້​ໄດ້​ແລ້ວ ​​ແຕ່ການລະບາດ ...

Read More »

ສປຊ ຮຽກຮ້ອງໃຫ້ນາໆຊາດສ້າງໂລກທີ່ປອດອາວຸດນິວເຄລຍ…

ສຳນັກຂ່າວກຽວໂຕ ລາຍງານວ່າ ທ່ານ ແອນໂຕນີໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ( ສປຊ ) ສະແດງ ຄວາມເຫັນຜ່ານວິດີໂອໃນພິທີລະນຶກ ຄົບຮອບ 75 ປີ ເຫດການຖິ້ມລະເບີດປະລະມານູທີ່ເມືອງຮີໂຣຊີມາ ປະເທດຍີ່ປຸ່ນ ເມື່ອວັນທີ 6 ສິງຫານີ້ວ່າ: ໂລກຍັງມີຄວາມສ່ຽງຕໍ່ການໃຊ້ອາວຸດນິວເຄລຍຫຼາຍຂຶ້ນ ແລະ ຮຽກຮ້ອງໃຫ້ທຸກປະເທດທົ່ວໂລກມຸ່ງໝັ້ນສ້າງໂລກທີ່ປອດອາວຸດນິວເຄລຍ. ເລຂາທິການ ສປຊ ກ່າວອີກວ່າ: “ ການແບ່ງແຍກ, ຄວາມບໍ່ໄວ້ວາງໃຈ ແລະ ການຂາດການເຈລະຈາ ເຮັດໃຫ້ໂລກມີຄວາມສ່ຽງເຂົ້າສູ່ການແຂ່ງຂັນການຜະລິດອາວຸດນິວເຄລຍແບບບໍ່ມີຂີດຈຳກັດ ”. ທ່ານກ່າວອີກວ່າ: “ ຄວາມສ່ຽງການໃຊ້ອາວຸດນິວເຄລຍໂດຍເຈຕະນາ, ໂດຍອຸບັດເຫດ ຫຼື ແມ່ນແຕ່ການອ້າງວ່າການຄຳນວນຜິດພາດນັ້ນມີທ່າອ່ຽງຈະເກີດຂຶ້ນໃນອະນາຄົດ ”. ທ່ານ ກູເຕີເຣສ ກ່າວອີກວ່າ: ທຸກປະເທດໃນໂລກລ້ວນແຕ່ມີບົດບາດສຳຄັນໃນການກຳຈັດອາວຸດນິວເຄລຍ ແຕ່ບັນດາປະເທດທີ່ມີສິດຄອບຄອງອາວຸດເຫຼົ່ານັ້ນຄວນມີຄວາມຮັບຜິດຊອບເປັນພິເສດ. ເລຂາທິການ ສປຊ ຍັງມີຄວາມຫວັງວ່າປະຊາຄົມໂລກຈະກັບມາມີວິໄສທັດຮ່ວມກັນໃນການຍົກເລີກການໃຊ້ອາວຸດນິວເຄລຍໂດຍສົມບູນ ເມື່ອລັດຖະບານຕ່າງໆຈະທົບທວນສົນທິສັນຍາວ່າດ້ວຍການບໍ່ແຜ່ອາວຸດນິວ ເຄລຍ ເຊິ່ງເປັນພື້ນຖານສຳຄັນຂອງການປົດອາວຸດນິວ ເຄລຍທົ່ວໂລກໃນປີໜ້າ. ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Read More »

ຮູ້ແລ້ວບໍ? ປະເທດ ທີ່ຕິດເຊື້ອ Covid-19 ຫຼາຍທີ່ສຸດໃນອາຊຽນ…

ໃນວັນທີ 2 ສິງຫາ ຜ່ານມາ ປະທານາທິບໍດີ ຂອງຟິລິບປິນ ປະກາດ Lock Down ໃນນະຄອນຫຼວງມິນິລາ ແລະ ພື້ນທີ່ໃກ້ຄຽງ ເປັນເວລາ 2 ອາທິດ ເຊິ່ງການ Lock Down ຄັ້ງນີ້ເຮັດໃຫ້ລົດສາທາລະນະຕ້ອງຢຸດໃຫ້ບໍລິການ, ພະນັກງານຕ້ອງເຮັດວຽກຢູ່ເຮືອນ ແລະ ອະນຸຍາດໃຫ້ແຕ່ລະຫຼັງຄາເຮືອນ ສົ່ງສະມາຊິກອອກຈາກເຮືອນໄປຊື້ສິນຄ້າຈຳເປັນໄດ້ພຽງ 1 ຄົນ ເທົ່ານັ້ນ. ຕົວເລກຜູ້ຕິດເຊື້ອ Covid-19 ໃນຟິລິບປິນ ເພີ່ມຂຶ້ນຕໍ່່ເນື່ອງ, ຫຼ້າສຸດ ແຊງໜ້າອິນໂດເນເຊຍຂຶ້ນເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດໃນອາຊຽນ. ໃນວັນທີ 6 ສິງຫາ ຜ່ານມາ ຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນ 3,561 ຄົນ, ລວມມີຜູ້ຕິດເຊື້ອທັງໝົດ 119,460 ຄົນ, ໃນຂະນະທີ່ອິນໂດເນເຊຍ ເຊິ່ງເຄີຍມີຕິດເຊື້ອຫຼາຍທີ່ສຸດ ໂດຍມີຕົວເລກຜູ້ຕິດເຊື້ອລວມ 118,753 ຄົນ. ດ້ານຕົວເລກຜູ້ເສຍຊີວິດໃນວິລິບປິນ ເພີ່ມຂຶ້ນຈາກ 28 ຄົນ ເປັນ 2,150 ຄົນ, ເຊິ່ງນ້ອຍກ່ວາອິນໂດເນເຊຍ ຢູ່ທີ່ 5,521 ຄົນ, ...

Read More »

ມຽນມາ ພ້ອມສົ່ງອອກແຮງງານຄືນສູ່ຕະຫລາດຕ່າງປະເທດ…

ຕາມ​​ແຫ​ລ່ງຂ່າວ​ຈາກ ​ຊິນ​ຮວາ​ຂອງ​ຈີນ,​ເມື່ອ​ບໍ່​ດົນ​ມາ​ນີ້, ມຽນມາ ພ້ອມ​ສົ່ງ​ອອກ ​ແຮງ​ງານ ຄືນ​ສູ່​ ຕະຫລາດ ​ຕ່າງປະ​ເທດ​ອີກ​ຄັ້ງ ຫາກ​ປະ​ເທດ ​ປາຍທາງ ພ້ອມ​ທີ່​ ຈະ​ເປີດ​ຮັບ​ ແຮງ​ງານ​ກັບ​ໄປ​ເຮັດ​ວຽກ ​ຢ່າງ​ເປັນ​ທາງ​ການ. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ້ນ ຕາມ​ປົກກະຕິ​ແລ້ວ ​ແຮງ​ງານ ​ອົບ​ພະຍົບ ຊາວ​ມຽນມາ ຈະ​ຖືກ​ສົ່ງ​ຕົວ ​ໄປ​ຍັງ​ ປະ​ເທດ​ໄທ, ມາ​ເລ​ເຊຍ, ຍີ່ປຸ່ນ, ສ.​ເກົາຫລີ, ຍີ່ປຸ່ນ, ສິງ​ກະ​ໂປ, ຊອກ​ດາ​ນີ (Jordan),ສະຫະ​ນະຄອນ ​ເອ​ເມ​ເຣັດ ອາຣັບ(UAE),ກາ​ຕາ ​ແລະ ອື່ນໆ. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Read More »