ທ່ານ ສະເຫຼີມໄຊ ກົມມະສິດ ອ່ານສານໂອກາດ ຄົບຮອບ 55 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ແລະ 25 ປີ ທີ່ ລາວ ເປັນສະມາຊິກ


ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ອ່ານສານ ໃນ​ໂອກາດ ​ວັນຄົບຮອບ 55 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ​ ​ຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກ​​ອາ​ຊຽນ


ຮຽນບັນດາ ທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ. ພໍ່​ແມ່ພີ່ນ້ອງຊາວລາວ​​ ທີ່ນັບຖື ແລະ ຮັກ​ແພງ ທັງຫຼາຍ


ມື້​ນີ້ ວັນ​ທີ 8 ສິງ​ຫາ 2022 ​ເປັນ​ມື້​ຄົບ​ຮອບ 55 ປີ ຂອງການ​ສ້າງ​ຕັ້ງ​ອາ​ຊຽນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ເຊິ່ງປີນີ້ກໍເປັນປີຄົບຮອບ 25 ປີທີ່ ສປປ ລາວເປັນສະມາ ຊິກອາຊຽນ. ຂ້າ​ພະ​ເຈົ້າ ຕາງ​ຫນ້າໃຫ້ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ ​ພໍ່​ແມ່​ພີ່​ນ້ອງ​ຊາວ​ລາວ ກໍ​ຄື​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ​ອາ​ຊຽນ ເນື່ອງ​ໃນ​ໂອ​ກາດວັນ​ອາ​ຊຽນ ແລະ ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນ ຂອງ ສປປ ລາວ.


​ຕະ​ຫລອດ​ໄລ​ຍະ 55 ປີ ຜ່ານ​ມາ, ອາ​ຊຽນ ໄດ້​ດຳ​ເນີນ​ການ​ຮ່ວມ​ມື ດ້ວຍ “ວິ​ຖີ​ທາງ​ອາ​ຊຽນ” ໄດ້ປະສົບຜົນສໍາເລັດ ໃນການພັດທະນາເສດຖະກິດ ກາ​ຍມາ​ເປັນ​ປະ​ຊາ​ຄົມ​ອາ​ຊຽນທີ່ມີເສດຖະກິດໃຫຍ່ອັນດັບ 5 ຂອງໂລກ​ ແລະ ມີພົນ ລະເມືອງຫຼາຍກວ່າ 600 ລ້ານຄົນ.


ສ​ປ​ປ ລາວ ເຊື່ອ​ຫມັ້ນ​ວ່າ ການ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ກຳ​ປູ​ເຈຍ ໃນ​ປີ 2022 ພາຍ​ໃຕ້​ຄຳ​ຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ຈະ​ໄ​ດ້​ຮັບຜົນ​ສຳ​ເລັດ ອັນເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ອາ​ຊຽນໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

ບັນດາທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,​ອາ​ຊຽນ ເປັນ​ບູ​ລິ​ມະ​ສິດ​ຫນຶ່ງ ທີ່​ສຳ​ຄັນ​ຂອງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສັນ​ຕິ​ພາບ, ເອ​ກະ​ລາດ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຂອງ ສ​ປ​ປ ລາວ. ​ທັງເປັນການສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່​ພາ​ລະ​ກິດ ແຫ່ງ​ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກ​ເຮົາ ​ເຮັດ​ໃຫ້ ສ​ປ​ປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກປະເທດສະມາຊິກອາຊຽນ ແລະ ບັນ​ດາຄູ່ຮ່ວມມືພາຍນອກ.


ບັນ​ດາ​ທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ, ​ເພື່ອເປັນ​ປະ​ທານ​ອາ​ຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມອາຊຽນໃນລະດັບຕ່າງໆ ໃນ​ປີ 2024. ຂ້າ​ພະ​ເຈົ້າ​ ເຊື່ອ​ຫມັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ-ນຳ​ພາ​ຢ່າງ​ໃກ້​ຊິດ​ຂອງ​​ການ​ນຳ​ພັກ-ລັດ ແລະ ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ຂອງ​ພີ່​ນ້ອງ​ຊາວ​ລາວ, ພວກ​ເຮົາຈະ​ສາ​ມາດ​ເປັນ​ປະ​ທານ​ອາ​ຊຽນ ແລະ ເປັນ​ເຈົ້າ​ພາບ​ທີ່​ດີ ໃນ​ປີ 2024 ໄດ້​ຢ່າງ​ສຳ​ເລັດ​ຜົນ.

ຂໍ້ມູນ: Lao Youth Radio FM 90.0 Mhz

Comments