ນາຍົກລັດຖະມົນຕີ ຊີ້ນຳສະຖານີລົດໄຟຫລວງພະບາງ ໃຫ້ປັບປຸງການບໍລິການ


ວັນທີ 7 ສິງຫາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບສະຖານີລົດໄຟ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະ ສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະ ເຂົ້າສະຖານີ ໃຫ້ມີຄວາມສະດວກ ແກ່ຜູ້ມາໃຊ້ບໍລິການ.


ສະຖານີລົດໄຟ ຫລວງພະບາງ ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ ໂດຍຜ່ານການອອກ ມີພະນັກງານທັງໝົດ ເກືອບ 100 ຄົນ ໃນນັ້ນ ເປັນຄົນລາວສ່ວນຫລາຍ ແລະ ພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫລາຍກວ່າ 30 ຄົນ. ປັດຈຸບັນ ກຳລັງສືບຕໍ່ປັບປຸງສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂຶ້ນລົດໄຟ ແລະອື່ນໆ.


ທີ່ມາ: ຂປລ

Comments