ລັດຖະບານຮັບຮອງເອົາຖະແຫລງການແຫ່ງຊາດ ວ່າດ້ວຍການ ຫັນປ່ຽນການສຶກສາ


ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນກ່ອນໜ້າທີ່ ສປປ ລາວ ຈະເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ (Global Transforming Education Summit) ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ໃນເດືອນກັນຍາ 2022 ທີ່ຈະມາເຖິງນີ້.


ກອງປະຊຸມສຸດຍອດດັ່ງກ່າວ ຈະຊ່ວຍເຊື່ອມໂຍງບຸລິມະສິດດ້ານການສຶກສາຂອງລັດຖະບານ ເເຫ່ງ ສປປ ລາວ ເຂົ້າກັບຄວາມພະຍາຍາມຂອງທົ່ວໂລກທີ່ກໍາລັງຈັດຕັ້ງປະຕິບັດຢູ່ ເພື່ອລະດົມແນວຄວາມຄິດ ແລະ ກິດຈະກໍາ ເພື່ອຫັນປ່ຽນການສຶກສາ ແຕ່ນີ້ຮອດປີ 2030, ພ້ອມດ້ວຍການບັນລຸເປົ້າໝາຍ SDG 4 ດ້ານການສຶກສາທີ່ມີຄຸນນະພາບ.


ລັດຖະບານເເຫ່ງ ສປປ ລາວ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກງານໃນ 4 ຫົວຂໍ້ເປັນຫລັກ, ເຊິ່ງລວມມີ:


1. ການຟື້ນຟູການຮຽນຈາກຜົນກະທົບຂອງ ໂຄວິດ-19

2. ການຈິນຕະນາການຄືນໃໝ່ເຖິງຮູບເເບບຂອງການສຶກສາ

3. ການສ້າງຄວາມເຂັ້ມແຂງດ້ານການເງິນພາກລັດ ສຳລັບວຽກງານສຶກສາ

4. ຍົກສູງເປົ້າໝາຍລະດັບຊາດ ແລະ ມາດຕະຖານການສຶກສາ
ຂໍ້ມູນ: ຂປລ

Comments