ໄພທຳມະຊາດ

ອົງການອາຫານໂລກ ສະໜັບສະໜູນສປປ ລາວ ກຽມພ້ອມຮັບມືເຫດການສຸກເສີນ…

ໃນວັນທີ 14 ກັນຍາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ, ອົງການອາຫານໂລກປະຈໍາ ສປປ ລາວ ໄດ້ມອບເຕັ້ນສາງ (ສາງເຄື່ອນທີ່) ຈຳນວນ 4 ຊຸດ ມູນຄ່າ 59.600 ໂດລາສະຫະລັດ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໃຊ້ເຂົ້າໃນການບັນຈຸສະບຽງອາຫານ ແລະ ເຄື່ອງບັນເທົາທຸກ ໃນກໍລະນີທີ່ເກີດມີໄພພິບັດ ຢູ່ແຂວງໄຊຍະບູລີ, ບໍ່ແກ້ວ, ຫລວງນໍ້າທາ ແລະ ສະຫວັນນະເຂດ ເມື່ອເວລາທີ່ມີໄພພິບັດ ຫລື ສະຖານນະການສຸກເສີນ ສາງເຄື່ອນທີ່ເຫລົ່ານີ້ ສາມາດນຳເອົາອອກມາຕິດຕັ້ງໄດ້ຢ່າງວ່ອງໄວ, ເຊິ່ງແຕ່ລະເຕັ້ນສາງ ສາມາດບັນຈຸເຄື່ອງ ແລະ ອຸປະກອນບັນເທົາທຸກໄດ້ເຖິງ 500 ໂຕນ ເທົ່າກັບເປົາເຂົ້າ 50 ກິໂລ 10.000 ເປົາ. ສາງເຄື່ອນເຫລົ່ານີ້ສາມາດ ສ້າງເປັນສູນໂລຈິສຕິກ ທີ່ພ້ອມໃຊ້ງານໄດ້ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໃຊ້ ເປັນສູນປະຕິບັດງານພາກສະໜາມໃນກໍລະນີຈຳເປັນ. ຕາງໜ້າມອບສາງຄັ້ງນີ້, ໂດຍທ່ານ ຢານ ເດວບາເລີ ຜູ້ອຳນວຍການ ແລະ ຕາງໜ້າອົງການອາຫານໂລກ ປະຈຳ ...

Read More »

ຜູ້ຕິດເຊື້ອ ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ…

ມາຮອດວັນທີ14 ກັນຍາ 2020, ທົ່ວໂລກມີການລາຍງານການລະບາດ ຂອງເຊື້ອພະຍາດ COVID-19 ທັງໝົດ 213 ປະເທດ/ເຂດແຄ້ວນ; ທັງໝົດ 29,154,698ຄົນ; ເສຍຊິວິດ 927,707ຄົນ, ປົວດີ 21,004,616ຄົນ, ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 93,862ຄົນ; ສ່ວນບັນດາປະເທດສະມາຊິກອາຊຽນ ມາຮອດວັນທີ 14 ກັນຍາ 2020 ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 554,830ຄົນ ແລະເສຍຊີວິດ13,365ຄົນ.ໃນນັ້ນ ຟິລິປິນຕິດເຊື້ອ 248.947ຄົນ, ເພີ່ມຂຶ້ນໃນມື້ດຽວເຖິງ 3.804ຄົນ, ເສຍຊີວິດ 4.066ຄົນ. ອິນໂດເນເຊຍ ຕິດເຊື້ອ 207.203ຄົນ, ເພີ່ມຂຶ້ນ 3.861ຄົນ, ເສຍຊີວິດ 8.456ຄົນ, ສິງກະໂປ ຕິດເຊື້ອ 57.229ຄົນ, ເພີ່ມຂຶ້ນ63ຄົນ, ເສຍຊີວິດ 27ຄົນ. ທ່ານນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ; ຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ ...

Read More »

ຍທຂ ນະຄອນຫຼວງ ກຽມແກ້ໄຂບັນຫານ້ຳຖ້ວມຂັງຕາມເສັ້ນທາງ

ບັນຫານໍ້າຖ້ວມຂັງຕາມເສັ້ນທາງຫຼາຍຈຸດຢູ່ນະຄອນຫຼວງວຽງຈັນ ຍັງແກ້ໄຂບໍ່ຕົກ ໂດຍສະເພາະເສັ້ນທາງໄຟແດງທາດຫຼວງ ເກີດນ້ໍາຖ້ວມຂັງໃນເວລາຝົນຕົກ ຍ້ອນນໍ້າໄຫຼບໍ່ທັນ ຊຶ່ງເກີດຈາກການ ກໍ່ສ້າງ ຫຼື ວາງທໍ່ບໍ່ໄດ້ມາດຕະຖານ.ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ) ທ່ານ ສຸລິວັນ ພົມມະຫາໄຊ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂບັນຫານໍ້າຖ້ວມຂັງ ຕາມເສັ້ນທາງໃນເວລາຝົນຕົກວ່າ: ໃນລະດູແລ້ງນີ້ ທາງ ຍທຂ ຈະຮ່ວມກັບຫ້ອງການຄຸ້ມຄອງບໍລິຫານຕົວເມືອງວຽງຈັນ ກຽມເຮັດອະນາໄມທໍ່ລະບາຍ ນ້ຳເປື້ອນ ແລະ ປ່ຽນທໍ່ຫຼາຍຈຸດເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນເວລາຝົນຕົກຢູ່ຕາມເສັ້ນທາງ ຕ່າງໆຍ້ອນນ້ຳໄຫຼບໍ່ທັນເກີດຈາກມີສິ່ງເສດເຫຼືອໄປອຸດຕັນທໍ່ລະບາຍນ້ຳ ແລະ ບາງ ຈຸດກໍ່ມີທໍ່ລະບາຍນ້ຳທີ່ນ້ອຍ ໂດຍສະເພາະຢູ່ຈຸດໄຟແດງທາດຫຼວງ. ທ່ານ ສຸລິວັນ ໄດ້ກ່າວຕື່ມວ່າ: ການທີ່ເກີດຕະກອນ ຫຼື ສິ່ງເສດເຫຼືອໄປຕັນທໍ່ຕັນນໍ້ ນີ້ເກີດຈາກການ ກໍ່ສ້າງເສັ້ນທາງມາໄດ້ຫຼາຍປີແລ້ວ ແລະ ຂາດງົບປະມານໃນ ການ ເຮັດອະນາໄມ, ນອກນັ້ນຍັງເກີດຈາກຄວາມມັກງ່າຍຂອງປະຊາຊົນບາງຈໍານວນ ທີ່ໄດ້ກວດຂີ້ເຫຍື້ອ ຫຼື ຂີ່ຝຸ່ນລົງໄປໃສ່ທໍ່ລະບາຍນ້ຳຈຶ່ງເກີດໃຫ້ມີສິ່ງອຸດຕັນທໍ່ລະບາຍນ້ຳ, ສະເພາະການປ່ຽນທໍ່ໃໝ່ນັ້ນແມ່ນຈະປ່ຽນຢູ່ຈຸດໄຟແດງທາດຫຼວງທັງສອງຟາກທາງ ໂດຍຈະເອົາທໍ່ເກົ່າທີ່ນ້ອຍອອກ ແລະ ຈະປ່ຽນທໍ່ໃໝ່ທີ່ໃຫ່ຍໃສ່ແທນ, ເຊື່ອວ່າໃນລະດູຝົນໃນ ຕໍ່ໜ້າຈະ ສາມາດແກ້ໄຂບັນຫານ້ຳຖ້ວມຂັງຕາມເສັ້ນທາງໃນນະຄອນຫຼວງວຽງຈັນໄດ້. ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Read More »

ຍີ່ປຸ່ນກຽມພ້ອມຮັບມືພະຍຸໃຫຍ່ 2 ຫົວຊ້ອນ…

ກົມອຸຕຸນິຍົມ ແລະອຸທົກກະສາດ ( JMA )ຂອງຍີ່ປຸ່ນລາຍງາຍຕໍ່ສຳນັກຂ່າວ Xinhua ໃນວັນທີ 2 ກັນຍາ 2020 ທີ່ຜ່ານມານີ້ວ່າ: ພະຍຸໃຕ້ຝຸ່ນທີ່ມີກຳລັງແຮງຫຼາຍ ກຳລັງເຄື່ອນຕົວຈາກພາກເໜືອ ນາງາຊາກິ ໄປຍັງຕອນເໜືອຂອງ ເກາະຄິວຊູ ຂອງຍີ່ປຸ່ນ ໃນຂະນະທີ່ພະຍຸໂຊນຮ້ອນມີກຳລັງຮຸນແຮງກໍ່ກຳລັງໃກ້ເຂົ້າມາປະເທດ ຈາກທິດທາງທີ່ແຕກຕ່າງກັນ; ພາຍຸໃຕ້ຝຸ່ນ Maysak ຊຶ່ງໄດ້ພັດຖະລົ່ມເມືອງໂອກິນາວາ ທາງໃຕ້ສຸດຂອງຍີ່ປຸ່ນຈົນເຮັດໃຫ້ມີຜູ້ບາດເຈັບ 8 ຄົນ ກຳລັງເຄື່ອນຕົວໄປທາງພາກເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ພະຍຸນີ້ມີກຳລັງແຮງ ແລະ ມີຄວາມກົດດັນອາກາດເປັນກາງຢູ່ທີ 940 hectopascals ແລະມີລົມພັດແກນກາງສູງເຖິງ 162 ກິໂລແມັດຕໍ່ຊົ່ວໂມງ, ຄວາມໄວລົມສູງສຸດຂອງ Maysak ປະມານ 234 ກິໂລແມັດຕໍ່ຊົ່ວໂມງ. JMA ຍັງກ່າວອີກວ່າ: ໄດ້ອອກແຈ້ງການເຕືອນໃຫ້ປະຊາຊົນລະມັດລະວັງລົມພັດແຮງຄື້ນຄວາມໄວສູງຂອງພະຍຸທີ່ພັດຢ່າງຮຸນແຮງ, ອາດກໍ່ໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມ ແລະ ແມ່ນ້ຳທີ່ໄຫຼແຮງ ຈຶ່ງເຮັດໃຫ້ການບໍລິການລົດໄຟຫົວລູກປືນຊິນຄັນເຊັນ ຖືກລະງັບຊົ່ວຄາວອັນເປັນຜົນມາຈາກພາຍຸໃຕ້ຝຸ່ນລະຫວ່າງສະຖານີ ນີຮິໂຣຊິມາ ແລະ ສະຖານີ ຮາກາຕະ ບົນສາຍຊັນໂຍຊິນຄັນເຊັນ West Japan Railway ກ່າວວ່າ: ການຢຸດການໃຫ້ການບໍລິການຈະດຳເນີນຕໍ່ໄປຈົນເຖິງວັນທີ ...

Read More »

​ຝົນຕົກໜັກ ເຮັດໃຫ້ 7 ບ້ານຂອງເມືອງພຽງ ຖືກນໍ້າຖ້ວມ

ວັນທີ 20 ສິງຫາ ຝົນຕົກໜັກຕະຫຼອດຄືນຈົນເຖິງຕອນເຊົ້າ ວັນທີ 21 ສິງຫາ ໄດ້ສົ່ງຜົນໃຫ້ປະລິມານນ້ຳຝົນ ແລະ ແມ່ນ້ຳຫຼາຍສາຍມີລະດັບນ້ຳສູງຂື້ນໂດຍສະເພາະແມ່ນ ນ້ຳຕອມ, ນ້ຳຕານ ແລະ ນ້ຳລວກ ໄດ້ໄຫຼເຂົ້າຖ້ວມບ້ານເຮືອນ ໄຮ່ນາຮົ້ວສວນເສັ້ນທາງການສັນຈອນ ແລະ ຂົ້ວຂ້າມທາງເຂົ້າບ້ານຂອງປະຊາຊົນ 7 ບ້ານຄື: ບ້ານນາແຄມ, ນາຊີງ, ນາກອກ ບ້ານກາງ, ຫຼວຍຊາກ, ປາກຊອງ, ນາມໍ້,​ ເມືອງພຽງ,​ແຂວງໄຊຍະບູລີ ໂດຍສະເພາະ ແມ່ນເຂດບ່ອນຮາບພຽງ, ຈຸດຮັບນ້ຳຂອບເຂດທີ່ຕໍ່າສົ່ງຜົນເຮັດໃຫ້ສັດລ້ຽງ, ເຄຶ່ອງໃຊ້ສອຍ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງໄດ້ຮັບຄວາມເສຍຫາຍຈຳນວນໜຶ່ງ. ຕໍ່ກັບສະພາບການດັ່ງກ່າວທາງຄະນະພັກອຳນາດການປົກຄອງເມືອງເຊິ່ງນຳໂດຍ ທ່ານ ເສິດ ແສງສຸລິນ ເຈົ້າເມືອງໆພຽງ ພ້ອມທັງທີມງານຂອງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ ຄະນະສະເພາະກິດຕ້ານໄພພິບັດຂັ້ນເມືອງ ເຈົ້າໜ້າທີ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມເຝົ້າລະວັງ ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບດ້ວຍການຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງອອກໄປໄວ້ເຂດທີ່ປອດໄພພ້ອມທັງເກັບກຳຂໍ້ມູນຄວາມເສຍຫາຍ ເພຶ່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ.​ ແຫຼ່ງຂໍ້ມູນ:​ FM 90 ແລະ Cr: ຂ່າວເມືອງພຽງ

Read More »

ເຕືອນ ເມືອງທຸລະຄົມ ກຽມຮັບມືນໍ້າຖ້ວມ…

ເມືອງທຸລະຄົມແຈ້ງການ ໃຫ້ປະຊາຊົນເຝົ້າລະວັງສະພາບນໍ້າຂຶ້ນໃນແຕ່ລະສາຍ !!! ເນື່ອງຈາກເລີ່ມແຕ່ຕົ້ນເດືອນສິງຫາ 2020 ມາຮອດປັດຈຸບັນ ມີຝົນຕົກນັກ ແລະ ຕົກລິນ ເປັນບໍລິເວນກວ້າງ ເຮັດໃຫ້ມີນໍ້າຖ້ວມຂັງຕາມເສັ້ນທາງ ແລະ ເຂດຕໍ່າ ໂດຍສະເພາະແມ່ນລະດັບນໍ້າງື່ມແມ່ນມີປະລິມານເພີ່ມຂຶ້ນສູງໃນແຕ່ລະວັນ ສະນັ້ນ ເພື່ອກຽມຮັບມື ແລະ ຮັບປະກັນຄວາມປອດໄພຂອງປະຊາຊົນທາງເມືອງຈື່ງໄດ້ອອກແຈ້ງການດັ່ງນີ້: ໃຫ້ກຽມສັດລ້ຽງໄວ້ບ່ອນສູງ ປອດໄພ, ກຽມເປົາຫິນຊາຍ ເພື່ອເຮັດຄູກັນນໍ້າ ແລະ ຖ້າມີເຂດໃດທີ່ນໍ້າຖ້ວມ ໃຫ້ທາງບ້ານແຈ້ງເຖິງກຸ່ມບ້ານ ຫຼື ຫ້ອງວ່າການເມືອງ ເພື່ອຮີບຮ້ອນແກ້ໄຂສຸກເສີນໂດຍໄວ ແຫຼ່ງຂໍ້ມູນ: ຫ້ອງວ່າການເມືອງທຸລະຄົມ

Read More »

ແຂວງໄຊຍະບູລີ ນ້ຳຖ້ວມເປັນຮອບ 2

ຜູ້ໃຊ້ Facebook ຊື່: ສົນຄຳ ປັນຍາດີ ໄດ້ໂພສວ່າ: ນ້ຳຖ້ວມຮອບສອງທີ່ບ້ານຜາບ່ອງ,​ ເມືອງຄອບ, ແຂວງໄຊຍະບູລີ ວັນທີ 7.8.2020

Read More »

ຮອງນາຍົກຫ່ວງເລື່ອງງົບປະມານຊົດເຊີຍຊ່ວຍເຫຼືອຜູ້ຖືກຜົນກະທົບຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊ ເກີດມີຊ່ອງຫວ່າງສວຍໂອກາດຕ່າງໆ…

ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ອົງການປົກຄອງແຂວງອັດຕະປື ແລະ ເມືອງສະໜາມໄຊ ເພີ່ມທະວີການກວດກາດ້ານຄວາມໂປ່ງໃສຂອງພາກສ່ວນຕ່າງໆ ໃນການຄຸ້ມຄອງທຶນຮອນ, ຊັບສິນ, ງົບປະມານຊົດເຊີຍ, ຊ່ວຍໃຫ້ຜູ້ຖືກຜົນກະທົບ ຈາກສັນເຂື່ອນເຊປຽນເຊນໍ້ານ້ອຍ ແຕກໃນວັນທີ 23 ກໍລະກົດ 2018 ຜ່ານມາ ບໍ່ໃຫ້ເກີດມີຊ່ອງວ່າງສວຍໂອກາດຕ່າງໆ. ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ໄດ້ເປັນປະມານກອງປະຊຸມຖອດຖອນບົດຮຽນກ່ຽວກັບຜົນການກວດກາ, ການສືບສວນ-ສອບສວນ ສາເຫດຄູກັນນໍ້າ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງອັດຕະປື. ເນື່ອງໃນໂອກາດດັ່ງກ່າວ ທ່ານຮອງນາຍົກໄດ້ເນັ້ນໃຫ້ກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໃນການອະນຸມັດ, ຮັບຮອງການກໍ່ສ້າງໂຄງການພັດທະນາໄຟຟ້າໃນຕໍໜ້າ, ຫຼີກລ່ຽງການເຮັດແບບຟ້າວຟັ່ງ ຫຼືເອື່ອຍອີງໃສ່ແຕ່ການສະໜອງຂໍ້ມູນຈາກເຈົ້າຂອງໂຄງການ ຫຼືບໍລິສັດພຽງແຕ່ຝ່າຍດຽວ, ຕ້ອງເພີ່ມທະວີບັນດາວຽກງານຄຸ້ມຄອງ ບັນດາໂຄງການໄຟຟ້າ, ບ່ອນໃດທີ່ໄດ້ມີການອະນຸຍາດໃຫ້ພັດທະນາກໍຕ້ອງມີການຄຸ້ມຄອງ, ຕິດຕາມ-ກວດກາ ໃຫ້ເປັນປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ, ຕ້ອງມີລະບຽບການ ແລະ ມາດຕະການລະອຽດຈະແຈ້ງ, ຂະນະຮັບຜິດຊອບ ແລະ ກະຊວງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ປະສານສົມທົບກັບແຂວງອັດຕະປື, ກໍຄືເມືອງສະໜາມໄຊ, ...

Read More »

ລັດວາງ 8 ຂໍ້ຫ້າມ ຄຸ້ມຄອງສັດນໍ້າ – ສັດປ່າ! ຮຽກຮ້ອງທົ່ວສັງຄົມເປັນເຈົ້າການນໍາກັນ

ເພື່ອໃຫ້ການຄຸ້ມຄອງສັດນໍ້າ, ສັດປ່າ ໃຫ້ມີຄວາມຍືນຍົງ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ໄດ້ອອກ 8 ຂໍ້ຫ້າມອະນຸຮັກສັດນໍ້າ ແລະ ສັດປ່າ ເພື່ອນຳໄປຈັດຕັ້ງປະຕິບັດ ຫາກລະເມີດປະຕິບັດໂທດຕາມກົດໝາຍ. ກະຊວງ ກປ ໄດ້ອອກຄຳສັ່ງ ເລກທີ 0682/ກປ,ນວ ວັນທີ 10 ມິຖຸນາ 2020 ກ່ຽວກັບການສ້າງຂະບວນການປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ເຖິງທ່ານຫົວໜ້າຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງ ກປ, ພະແນກ ກປ ແຂວງ ແລະ ນະຄອນຫຼວງວຽງຈັນ ( ນວ ) ວ່າ: ຊຸມປີຜ່ານມາ ການຈັດຕັ້ງແຕ່ລະຂັ້ນໄດ້ເປັນເຈົ້າການຈັດກິດຈະກຳປ່ອຍປາລົງໃສ່ອ່າງເກັບນໍ້າ, ...

Read More »

ອັບເດດ ວັນທີ 9 ກໍລະກົດ ເສັັ້ນທາງພູເກົ້່າຫຼັກ ຍັງຜ່ານບໍ່ໄດ້….

ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2020 ຍັງບໍ່ສາມາດຜ່ານໄດ້ ເນື່ອງຈາກເຫດດິນເຈື່ອນທັບຕັນທາງໃນວັນທີ 4 ກໍລະກົດ ຜ່ານມາ. ດິນເຈື່ອນເຮັດໃຫ້ເສັ້ນທາງມີຕົມເປັນວົງກ້ວາງ ທີ່ຕ້ອງໃຊ້ເວລາໃນການຊ້ອມແປງ. ດັ່ງນັ້ນ, ຈຶ່ງແຈ້ງຂ່າວໃຫ້ທຸກຄົນ ທີ່ຈະເດີນທາງເສັ້ນນີ້ ໃຫ້ຫຼີກລ້ຽງກ່ອນ ເພື່ອຄວາມປອດໄພ ແລະ ບໍ່ເສຍເວລາ.

Read More »