ໄພທຳມະຊາດ

ຊົມເຊີຍ!!! ບໍລິສັດເບຍລາວ ຈໍາກັດ ມອບນ້ຳດື່ມ ມູນຄ່າ 74 ລ້ານກີບ ຊ່ວຍຜູ້ປະສົບໄພນ້ຳຖ້ວມ ແຂວງສະຫວັນນະເຂດ

ໃນວັນທີ 04 ພະຈິກ 2020 ຢູ່ທີ່ຫ້ອງວ່າການ ແຂວງສະຫວັນນະເຂດ, ບໍລິສັດເບຍລາວຈຳກັດ ໄດ້ມອບນ້ຳດື່ມ ຂະໜາດ 1,5 ລິດ, ຈຳນວນ 4.000 ແພັກ ເຊິ່ງມີມູນຄ່າ 74 ລ້ານກີບ ເພື່ອຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ. ເດືອນຕຸລາ 2020 ເປັນໄລຍະ ທີ່ມີສະພາບນໍ້າຖ້ວມ ໜັກໜ່ວງ ແລະ ຮຸນແຮງ ສໍາຫຼັບແຂວງ ສະຫວັນນະເຂດ ເນື່ອງຈາກມີພາຍຸຫຼາຍລູກ ພັດຜ່ານເຂົ້າເຂດ ພາກກາງ ຂອງ ສປປ ລາວ. ຂໍ້ມູນຈາກ ພະແນກພະລັງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ຊີ້ໃຫ້ຮູ້ວ່າ ປັດຈຸບັນ ປະຊາຊົນ ຢູ່ 8 ເມືອງ ຂອງແຂວງ ປະກອບມີ ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ ອີກ 4 ເມືອງຕອນລຸ່ມ ລຽບຕາມລໍານໍ້າ ເຊບັ້ງຫຽງ ເຊັ່ນ ເມືອງຊົນນະບູລີ, ຈໍາພອນ, ສອງຄອນ ...

Read More »

ສະຖານທູດຈີນ ປະກອບສ່ວນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຂອງລາວ….

ໃນຕອນເຊົ້າ ຂອງວັນທີ 4 ພະຈິກ 2020 ຢູ່ອົງການກາແດງລາວ ນະຄອນຫລວງວຽງຈັນ, ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຕ້ອນຮັບ ທ່ານ Jiang zaidong ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາຮຸ່ງ ເຮືອງວົງສີ ໄດ້ລາຍງານຫຍໍ້ສະພາບການດ້ານວຽກງານຂອງສາທາລະນະສຸກໃນທົ່ວປະເທດລາວ ໃນນີ້, ມີວຽກງານການຕ້ານໄພພິບັດ, ການປັງປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ໜ່ວຍງານກູ້ໄພ ຊຶ່ງໄລຍະຜ່ານມາລັດຖະບານຈີນ ກໍຄື ປະຊາຊົນຈີນ ກໍໄດ້ໃຫ້ການຊ່ວຍເຫລືອຕະຫຼອດມາ. ໂອກາດທີ່ເຂົ້າຢ້ຽມຢາມໃນຄັ້ງນີ້ ທ່ານ Jiang zaidong ໄດ້ນຳເອົາເງິນຈຳນວນ 5 ພັນໂດລາສະຫະລັດ ມອບໃຫ້ອົງການກາ ແດງລາວ ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ທີ່ໄພພິບັດນ້ຳຖ້ວມອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ເປັນຕົ້ນ ເນື້ອທີ່ທຳການຜະລິດ, ເຮືອນຊານບ້ານຊ່ອງ, ສັດລ້ຽງ ແລະ ໄຮ່ນາ, ຮົ້ວສວນ ຂອງປະຊາຊົນ ຖືກນ້ຳຖ້ວມ, ນ້ຳຊຸ ...

Read More »

ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ 2 ເມືອງ…

ໃນວັນທີ 31 ຕຸລາ 2020 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ 2 ຈຸດຄື: ບ້ານທ່າຂາມລຽນ, ບ້ານລະຫານໍ້າ ເມືອງສອງຄອນ ແລະ ບ້ານກອງປະທຸມວັນ ເມືອງຊົນນະບູລີ ໃຫ້ກຽດເຂົ້າຮ່ວມທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຈິນດາສັກ ຍົດຫມັ້ນຄົງ ຜູ້ອໍານວຍການໃຫຍ່ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ. ສໍາລັບຈຸດທີໜຶ່ງ: ທ່ານ ພັອ. ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານສະພາບນ້ຳຖ້ວມຢູ່ເຂດເມືອງສອງຄອນ ໃຫ້ຮູ້ວ່າ: ເຮືອນຊານຂອງປະຊາຊົນໄດ້ຮັບຜົນເສຍຫາຍ 23 ບ້ານ, 2.628 ຄອບຄົວ, 15.493 ຄົນ, ຜົນກະທົບຕໍ່ເນື້ອທີ່ທຳການຜະລິດນໍ້າຖ້ວມ 5.416,25 ເຮັກຕາ, ໜອງປາ 340 ໜອງ, ເນື້ອທີ່ສວນປູກພືດ 96,58 ເຮັກຕາ, ອ່າງເກັບນ້ຳ ...

Read More »

ຫົວໜ້າອົງການ WHO ເຂົ້າສູ່ການກັກໂຕ ສ່ຽງຕິດໂຄວິດ…

ຫົວໜ້າອົງການອະນາໄມໂລກ (WHO) ໄດ້ເຂົ້າສູ່ການກັກໂຕ ຫຼັງຈາກມີຄົນທີ່ທ່ານໄດ້ສຳພັດມີຜົນການທົດສອບຂອງ ໂຄວິດ-19 ທີ່ອອກມາເປັນບວກ. ເມື່ອເຊື້ອໄວຣັດດັ່ງກ່າວໄດ້ແຜ່ລາມຢ່າງໄວວາໃນທົ່ວເອີຣົບ ແລະ ບ່ອນອື່ນໆ, Tedros Adhanom Ghebreyesus, ຢູ່ນະຄອນເຈນີວາ, ໄດ້ກ່າວຜ່ານ Twitter ສ່ວນຕົວ ໃນຕອນຄໍ່າວັນທີ 1 ພະຈິກ ຜ່ານມາ. ແຕ່ກໍໄດ້ເນັ້ນ ວ່າລາວບໍ່ມີອາການຫຍັງເກີດຂຶ້ນເລີຍ. Tedros ກ່າວໃນ Twitter​ ຂອງລາວວ່າ “ຂ້ອຍໄດ້ຖືກກຳນົດວ່າເປັນກໍລະນີສົງໃສວ່າຕິດເຊື້ອ Covid-19 ຕໍ່ຈາກຜູ້ທີ່ໄດ້ຜົນທົດສອບອອກມາເປັນບວກ”. ທ່ານກ່າວຕື່ມວ່າ “ຂ້າພະເຈົ້າສະບາຍດີ ແລະ ບໍ່ມີອາການຫຍັງ ແຕ່ຈະສືບຕໍ່ກັກກັນຕົວເອງໃຫ້ຄົບຕາມກຳນົດວັນໃນຕໍ່ໜ້າ, ໃຫ້ສອດຄ່ອງກັບລະບຽບການ@WHO ແລະ ຈະເຮັດວຽກຈາກເຮືອນ,” ອີງຕາມຕົວເລກຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ: Tedros ໄດ້ຈັດຢູ່ໃນອັນດັບຕົ້ນໆໃນຄວາມພະຍາຍາມຕໍ່ສູ້ກັບໂລກລະບາດ Covid-19 ຂອງອົງການສາທາລະນະສຸກ ຂອງສະຫະປະຊາຊາດ , ຊຶ່ງໄດ້ເອົາຊີວິດຜູ້ຄົນ 1,2 ລ້ານຄົນ ແລະ ຕິດເຊື້ອຫຼາຍກວ່າ 46,6 ລ້ານຄົນ ໃນທົ່ວໂລກນັບຕັ້ງແຕ່ເກີດຂຶ້ນໃນປະເທດຈີນໃນທ້າຍປີທີ່ຜ່ານມາ. ທ່ານ Tedros ກ່າວເນັ້ນໃນ Twitter ວ່າ: ...

Read More »

ເກີດເຫດແຜ່ນດິນໄຫວຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ…

ຕາມແຫຼ່ງຂ່າວ CNN ລາຍງານໃຫ້ຮູ້ວ່າ: ເກີດມີແຜ່ນດິນໄຫວຮຸນແຮງໃນທະເລ ອີຈຽນ ເມື່ອຕອນບ່າຍຂອງວັນທີ 30 ຕຸລາ ທີ່ຜ່ານມາ ໃນເມືອງ ອິສຕັນບຣູ ປະເທດ ຕວກກີີ ມີແຮງສັ່ນສະເທືອນສູງເຖິງ 7.0 ຣິກເຕີ ລາຍງານມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ໃນຕວກກີ ແລະ ເກຣັກ ສົ່ງຜົນໃຫ້ອາຄານຕ່າງໆຫັກພັງລົງມາ ແລະ ກໍໃຫ້ເກີດມີ “ຄື້ນສຶນາມິຂະໜາດນ້ອຍ” ເບື້ອງຕົ້ນເຈົ້າໜ້າທີ່ລະບຸວ່າ: ມີຜູ້ເສຍຊີວິດ 25 ຄົນ ໃນເຂດຊາຍຝັ່ງທາງຕາເວັນຕົກຂອງ ຕວກກີ ແລະ ພົບເດັກນ້ອຍເສຍຊີວິດອີກ 2 ຄົນ ບົນເກາະ ຊາມອດ ຂອງ ເກຣັກ. ໃນຂະນະດຽວກັນ ກຳແພງໃນຕວກກີ ຖະລົ່ມລົງມາ ມີອາຄານເສຍຫາຍຢ່າງຕໍ່າ 20 ແຫ່ງ ໃນເມືອງ ອິຊເມຍ ພຽງແຫ່ງດຽວທີ່ເສຍຫາຍຢ່າງໜັກ. ນອກນັ້ນ ຍັງມີພະຫະນະອີກຈຳນວນໜຶ່ງທີ່ຖືກຖົມຢູ່ກ້ອງອາຄານທີ່ຫັກພັງລົງມາ ແລະ ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ກຳລັງເລັ່ງຄົ້ນຫາຜູ້ມີຊີວິດລອດຈາກຊາກຕຶກດັ່ງກ່າວ ທ່ານນາຍົກລັດຖະມົນຕີ Tunc Soyer ກ່າວ. ໃນເບື້ອງຕົ້ນເຈົ້າໜ້າທີ່ກູ້ໄພກ່າວວ່າ: ...

Read More »

ລະບົບແຈ້ງເຕືອນໄພພິບັດທາງທຳມະຊາດ ໃນ​ກຸ່ມ​ປະເທດ​ອາ​ຊຽນ…

ກະຊວງໄປສະນີ, ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ (ປທສ) ໄດ້​ຈັດ​ງານ​ປະ​ຊຸມ​ສໍາ​ມະ​ນາ​ກ່ຽວ​ກັບ ການ​ພັດທະນາ​ແນວທາງ ແລະ ມາດຕະຖານ​ລະບົບ​ແຈ້ງ​ເຕືອນ​ໄພພິບັດ​ທາງ​ທໍາ​ມະ​ຊາດ ໃນ​ກຸ່ມ​ປະເທດ​ອາ​ຊຽນ ແລະ ຢີ່​ປຸ່ນ​ ຂຶ້ນເມື່ອບໍ່​ດົນ​ມາ​ນີ້ ທີ່​ໂຮງແຮມ​ຄຣາ​ວ ພລາຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ທະວີ​ສັກ ມະໂນ​ທັມ ຫົວໜ້າ​ສູນ​ບໍລິຫານ​ລັດ​ດ້ວຍ​ເອ​ເລັກ​ໂຕ​ຣ​ນິກ ກະ ຊວງ ປທສ ມີ​ຜູ້ຕາງໜ້າ​ຈາກ​ບັນດາ​ສະມາຊິກ​ປະເທດ​ອາ​ຊຽນ, ກະຊວງ MIC ຍີ່ປຸ່ນ, ອົງການ​ໄພພິບັດ​ອາ​ຊຽນ (AHA Centre), ຕາງໜ້າ​ບັນດາ​ກະຊວງ ແລະ ຫ້ອງການ​ລັດ, ບັນດາ​ບໍລິສັດ ແລະ ບັນດາ​ກົມ​ອ້ອມ​ຂ້າງ​ກະຊວງ ປທສ ເຂົ້າ​ຮ່ວມ. ວຽກ​ງານ​ການ​ປ້ອງ​ກັນ ແລະ ແກ້​ໄຂ​ໄພພິບັດ​ທາງ​ທໍາ​ມະ​ຊາດ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສໍາ​ຄັນ ແລະ ມີ​ບົດບາດ​ຕໍ່​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ ແລະ ສັງ​ຄົມ. ໄພພິບັດ​ທີ່​ເກີດ​ຈາກ​ທໍາ​ມະ​ຊາດ ແມ່ນ​ສິ່ງ​ທີ່​ຄວບ​ຄຸມ​ໄດ້​ຍາກ​ທີ່​ສຸດ ເມື່ອ​ເກີດ​ໄພພິບັດ​ຂຶ້ນ​ແລ້ວ ຈະ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ບໍ່​ຫຼາຍ​ກໍ​ໜ້ອຍຕໍ່​ກັບ​ຊີວິດ ແລະ ຊັບ​ສິນ​ຂອງ​ຄົນ​ໃນ​ສັງ​ຄົມ. ດັ່ງນັ້ນ, ຄວນ​ເລີ່ມ​ຕົ້ນ​ວາງ​ແຜນ ແລະ ຮັບ​ມື​ແຕ່​ຫົວທີ ຈຶ່ງ​ຈະ​ເຮັດ​ໃຫ້​ມີ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ ດ້ວຍ​ການ​ພົວພັນ​ຮ່ວມ​ມື, ປະສານ​ງານ ...

Read More »

ເອກອັກຄະລັດຖະທູດ ສ.ຫວຽດນາມປະຈໍາລາວ ຊ່ວຍເຫຼືອ ຟື້ນຟູໄພນໍ້າຖ້ວມ…

ໃນວັນທີ 26 ຕຸລາຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 50 ລ້ານກີບ ກ່າວຮັບໂດຍທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ເພື່ອໃຫ້ກະຊວງດັ່ງກ່າວ ນໍາໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ. ໃນພິທີມອບ-ຮັບ, ທ່ານ ຫງວຽນບາຮຸ່ງ ກ່າວວ່າ: ເມື່ອໄດ້ຮູ້ຂ່າວປັດຈຸບັນ ແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຖືກຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ. ດັ່ງນັ້ນ, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຕັດສິນໃຈໃຫ້ການຊ່ວຍເຫຼືອ ເພື່ອໜູນຊ່ວຍວຽກງານຟື້ນຟູຜົນເສຍຫາຍຈາກພາຍຸນໍ້າຖ້ວມແລະເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ປະຊາຊົນຊາວແຂວງສະຫວັນນະເຂດ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ດີ, ເຮັດໃຫ້ຊີວິດການເປັນຢູ່ສືບຕໍ່ດີຂຶ້ນ. ພ້ອມກັນນັ້ນ, ຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອຈໍານວນເງິນ 100 ລ້ານກີບ ແລະ ໃນເວລາອັນໄກ້ນີ້ ຈະໄດ້ຈັດຕັ້ງຄະນະລົງໄປຊ່ວຍເຫຼືອ ແລະ ຢ້ຽມຢາມຖາມຂ່າວປະຊາຊົນແຂວງສະຫວັນນະເຂດ. ...

Read More »

ມອບເຄື່ອງຊ່ວຍເຫຼືອໃຫ້ກັບຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງ ສອງຄອນ …

ວັນທີ 21 ຕຸລາ ນີ້ ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງແຂວງສະຫວັນນະເຂດ ນໍາໂດຍທ່ານ ນາງ ວິລາວັນ ພົມວິຫານ ພັນລະຍາທ່ານເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ສາຍສະໝອນ ອິນທິຈັກ ຮອງປະທານສະມາຄົມນັກທຸລະກິດຍິງ ແຂວງສະຫວັນນະເຂດພ້ອມຄະນະ, ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງສອງຄອນ ການລົງມອບເຄື່ອງທາງຄອບຄົວການນໍາແຂວງພ້ອມຄະນະ ກໍ່ໄດ້ພາກັນຂີ່ເຮືອໄປທີ່ບ້ານວິໄຊສົງ ເຊິ່ງເປັນຈຸດພັກເຊົາຊົ່ວຄາວຂອງປະຊາຊົນທີ່ອົບພະຍົບມາຈາກບ້ານສິງທ່າ, ສອງຄອນ ແລະ ບ້ານດົງສະຫວ່າງ ໃນນີ້ມີປະຊາຊົນທີ່ຍ້າຍມາຈາກບ້ານສອງຄອນຈຳນວນ 207 ຄອບຄົວ, ມີພົນລະເມືອງ 1.164 ຄົນ, ຍິງ 589 ຄົນ, ບ້ານດົງສະຫວ່າງ 386 ຄອບຄົວ, ພົນລະເມືອງ 2.349 ຄົນ, ຍິງ 1.151 ຄົນ ແລະ ບ້ານສິງທ່າ ມີ 109 ຄອບຄົວ, ພົນລະເມືອງ 658 ຄົນ, ຍິງ 462 ຄົນ ເຄື່ອງທີ່ນຳໄປມອບປະກອບມີ ເຂົ້າສານ 720 ຖົງ, ນ້ຳດື່ມ ...

Read More »

ກອງປະຊຸມສຸກເສີນ ການຄຸ້ມຄອງໄພພິບັດ ຂັ້ນສູນກາງເພື່ອຕອບໂຕ້ໄພພິບັດ…

ກອງ​ປະຊຸມ​ສຸກ​ເສີນຂອງ ​ຄະ​ນະ​ກໍາ​ມະ​ການ​ຄຸ້ມ​ຄອງໄພ ພິບັດ​ຂັ້ນ​ສູນ​ກາງ ເພື່ອ​ຕອບ​ ໂຕ້​ໄພ​ພິບັດ​ນ້ໍາ​ຖ້ວມຢູ່່ບັນດາ​ ແຂວງ​ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນ ວັນ​ ທີ 20 ຕຸລາ​ນີ້ ທີ່ກະຊວງແຜນ ການ ແລະ ການ​ລົງທຶນ ໂດຍ​ການ​ເປັນ​ປະທານ​ຂອງທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ ລົງທຶນ ປະທານ​ຄະນະກຳມະ ການ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ​ສູນ​ກາງ, ມີ​ບັນດາ​ຮອງ​ລັດຖະມົນຕີ, ຮອງ​ປະທານ ແລະ ຄະ​ນະກໍາ​ມະ​ການ​ຄຸ້ມຄອງ​ໄພພິບັດ​ຂັ້ນ​ສູນ​ກາງ ແລະ ພາກສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ທ່ານ ສອນໄຊ ສີ​ພັນ​ດອນໄດ້​ກ່າວວ່າ: ບັນຫາ​ໄພພິບັດ​ແມ່ນ​ເກີດ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ ​ເປັນຕົ້ນ ໄພ​ນ້ໍາ​ຖ້ວມ, ແຜ່ນດິນ​ໄຫວ, ລົມ​ພາຍຸ​ພັດ, ພະຍາດ​ລະບາດ ແລະ ອື່ນໆ ໄດ້​ກາຍເປັນ​ສິ່ງ​ທ້າ​ທາຍຢ່າງໃຫຍ່​ຫຼວງຕໍ່​ພາກ​ພື້ນ ແລະ ສາກົນ ເພາະ​ບັນຫາ​ໄພພິບັດ​ດັ່ງກ່າວ ໄດ້​ເກີດ​ຂຶ້ນ​ເປັນ​ປະ​ຈໍາ ແລະ ເພີ່ມຄວາມ​ຮຸນ​ແຮງ​ຂຶ້ນເລື້ອຍໆ, ສ້າງ​ຜົນ​ກະທົບ ແລະ ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍຊີວິດ,ເສດຖະກິດ, ຊັບ​ສິນຂອງ​ລັດ, ປະຊາຊົນໃນ​ສັງຄົມທັງ​ໃນ​ໄລຍະ​ສັ້ນ ...

Read More »

ເມືອງນອງໄດ້ຮັບຜົນກະທົບ ໜັກກວ່າຄັ້ງຜ່ານມາ…

ເມືອງນອງແມ່ນໜຶ່ງໃນ 8 ເມືອງຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກໜ່ວງກວ່າຄັ້ງທີ່ຜ່ານມາ ເຊິ່ງມັນໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນຂອງລັດ ແລະ ຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ ເປັນຕົ້ນແມ່ນ ທາງດ້ານພື້ນຖານໂຄງລ່າງ, ຜົນຜະລິດ ແລະ ອື່ນໆ ທີ່ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ໃນປັດຈຸບັນ. ຕໍ່ສະພາບການດັ່ງກ່າວນີ້ ທາງການນຳເມືອງນອງພ້ອມດ້ວຍຄະນະ ກໍ່ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງນຳພາໂດຍ ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງໆນອງ ໃນການລົງຕິດຕາມຄັ້ງນີ້ແມ່ນໄດ້ໃຊ້ເຮືອຂີ່ເລາະເບິ່ງຜົນເສຍຫາຍລຽບຕາມແຄມເຊລະນອງ ແລະ ເຊລູເຂດປູນຍາງ ເພາະທຸກເຂດຂອງເມືອງນອງແມ່ນບໍ່ສາມາດໄປທາງລົດໄດ້. ສະພາບນ້ຳຖ້ວມແມ່ນໄດ້ກວາດເອົາເນື້ອທີ່ເຂົ້ານາປີຂອງປະຊາຊົນທີ່ສຸກ ແລະ ພວມຈະເກັບກ່ຽວດ້ວຍກະແສນ້ຳທີ່ໄຫຼແຮງໄດ້ພັດເອົາກໍເຂົ້າລົ້ມເປັນຮາບພຽງ, ສວນກ້ວຍ, ສວຍຫວາຍ, ມັນຕົ້ນຖືກນ້ຳຖ້ວມຂັງ ຈົມຢູ່ພື້ນນ້ຳ, ຂົວເຊລູທາງໄປຈຸດສຸມຕັງອາໄລ ບໍລິເວນຫົວຂົວຖືກນ້ຳກັດເຊາະ ແລະຍຸບຕົວລົງເລິກ ແລະເປັນວົງກວ້າງ ,ເລິກ 3 ແມັດ,ຍາວ 25 ແມັດ,ກວ້າງ 15 ແມັດ ດ້ວຍຄວາມແຮງຂອງນ້ຳໄຫລຜ່ານເສັ້ນທາງເຮັດໃຫພື້ນໜ້າ້ທາງລອກອອກ, ຂົວຫ້ວຍລະຜຽກແຕ່ເທດສະບານເມືອງໄປຫາ ບ້ານ ອາລັອງ ຖືກຕັດຂາດເປ້ເພ ຍາວ 15 ແມັດ,ກວ້າງ 3 ແມັດປະຈຸບັນທາງຫ້ອງການ ຍທຂ ພ້ອມປະຊາຊົນກຳລັງສ້ອມແປງເພື່ອນຳໃຊ້ໄດ້ໃນເບື້ອງຕົ້ນ ແລະລົດຈັກສາມາດທຽວໄດ້,ເສົາໄຟຢູເຂດບ້ານາລົງເກົ່າຖືກນ້ຳເໍຊາະເຮັດໃຫ້ເສົາໄຟກົ່ນ ໄຟດັບແຕ່ວັນທີ 17-19 ແລະກຳລັງໄດ້ຮັບການສ້ອມແປງຢູ່ໃນປະຈຸບັນ. ແຫຼ່ງຂໍ້ມູນ: ...

Read More »