ຍທຂ ນະຄອນຫຼວງ ກຽມແກ້ໄຂບັນຫານ້ຳຖ້ວມຂັງຕາມເສັ້ນທາງ

ບັນຫານໍ້າຖ້ວມຂັງຕາມເສັ້ນທາງຫຼາຍຈຸດຢູ່ນະຄອນຫຼວງວຽງຈັນ ຍັງແກ້ໄຂບໍ່ຕົກ ໂດຍສະເພາະເສັ້ນທາງໄຟແດງທາດຫຼວງ ເກີດນ້ໍາຖ້ວມຂັງໃນເວລາຝົນຕົກ ຍ້ອນນໍ້າໄຫຼບໍ່ທັນ ຊຶ່ງເກີດຈາກການ ກໍ່ສ້າງ ຫຼື ວາງທໍ່ບໍ່ໄດ້ມາດຕະຖານ.ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ)

ທ່ານ ສຸລິວັນ ພົມມະຫາໄຊ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂບັນຫານໍ້າຖ້ວມຂັງ ຕາມເສັ້ນທາງໃນເວລາຝົນຕົກວ່າ: ໃນລະດູແລ້ງນີ້ ທາງ ຍທຂ ຈະຮ່ວມກັບຫ້ອງການຄຸ້ມຄອງບໍລິຫານຕົວເມືອງວຽງຈັນ ກຽມເຮັດອະນາໄມທໍ່ລະບາຍ ນ້ຳເປື້ອນ ແລະ ປ່ຽນທໍ່ຫຼາຍຈຸດເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນເວລາຝົນຕົກຢູ່ຕາມເສັ້ນທາງ ຕ່າງໆຍ້ອນນ້ຳໄຫຼບໍ່ທັນເກີດຈາກມີສິ່ງເສດເຫຼືອໄປອຸດຕັນທໍ່ລະບາຍນ້ຳ ແລະ ບາງ ຈຸດກໍ່ມີທໍ່ລະບາຍນ້ຳທີ່ນ້ອຍ ໂດຍສະເພາະຢູ່ຈຸດໄຟແດງທາດຫຼວງ.

ທ່ານ ສຸລິວັນ ໄດ້ກ່າວຕື່ມວ່າ: ການທີ່ເກີດຕະກອນ ຫຼື ສິ່ງເສດເຫຼືອໄປຕັນທໍ່ຕັນນໍ້ ນີ້ເກີດຈາກການ ກໍ່ສ້າງເສັ້ນທາງມາໄດ້ຫຼາຍປີແລ້ວ ແລະ ຂາດງົບປະມານໃນ ການ ເຮັດອະນາໄມ, ນອກນັ້ນຍັງເກີດຈາກຄວາມມັກງ່າຍຂອງປະຊາຊົນບາງຈໍານວນ ທີ່ໄດ້ກວດຂີ້ເຫຍື້ອ ຫຼື ຂີ່ຝຸ່ນລົງໄປໃສ່ທໍ່ລະບາຍນ້ຳຈຶ່ງເກີດໃຫ້ມີສິ່ງອຸດຕັນທໍ່ລະບາຍນ້ຳ, ສະເພາະການປ່ຽນທໍ່ໃໝ່ນັ້ນແມ່ນຈະປ່ຽນຢູ່ຈຸດໄຟແດງທາດຫຼວງທັງສອງຟາກທາງ ໂດຍຈະເອົາທໍ່ເກົ່າທີ່ນ້ອຍອອກ ແລະ ຈະປ່ຽນທໍ່ໃໝ່ທີ່ໃຫ່ຍໃສ່ແທນ, ເຊື່ອວ່າໃນລະດູຝົນໃນ ຕໍ່ໜ້າຈະ ສາມາດແກ້ໄຂບັນຫານ້ຳຖ້ວມຂັງຕາມເສັ້ນທາງໃນນະຄອນຫຼວງວຽງຈັນໄດ້.

ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Comments