ແຈ້ງການຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ1445 ຫສນຍ ລົງວັນທີ 5 ພະຈິກ 2021. ອີງຕາມ ການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ໃນຄັ້ງວັນທີ 2 ພະຈິກ 2021ທີ່ຜ່ານມາ.ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ, ມາ ຍັງທ່ານຊາບ ດັ່ງນີ້: “ເຫັນດີຕາມການສະເຫນີ ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຕ່ເພື່ອຄວາມ ເປັນເອກະພາບສູງ ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງສົມທົບກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ), ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ COVID-19 ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປຶກສາຫາລື ໃຫ້ມີຄວາມ ເປັນເອກະພາບກັນ ສ້າງເປັນແຜນລວມ ເພື່ອ “ເປີດປະເທດ” ບໍ່ສະເພາະແຕ່ກຸ່ມນັກທ່ອງທ່ຽວໃດຫນຶ່ງ ແລະ ການກະກຽມ ຄວາມພ້ອມຂອງຜູ້ປະກອບການ ໃນການຕ້ອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ. ແລ້ວລາຍງານ ທ່ານນາຍົກລັດຖະມົນຕີ ເພື່ອມີທິດຊີ້ນໍາ. ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.ຕາງໜ້າລັດຖະມົນຕີ, ຮອງຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານຄຳລາວັນ ຈັນທະລາວັນ