ໄທ​ເປັນ​ປະ​ເທດ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ໄທ​ເປັນ​ປະ​ເທດ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ສຳນັກຂ່າວHurun ລາຍງານການຈັດອັນດັບມະຫາເສດຖີທົ່ວໂລກ, ປະເທດໄທແມ່ນຢູ່ໃນ 10 ອັນດັບຕົ້ນ

ເມື່ອວັນທີ 11 ພະຈິກ 2021, ລາຍງານຂອງ Hurun Report ໄດ້ເປີດເຜີຍການຈັດອັນດັບຂອງເສດຖີ ແລະມະຫາເສດຖີທີ່ສຸດໃນໂລກປະຈຳປີ 2021. ມະຫາເສດຖີຖືກກຳນົດວ່າເປັນບຸກຄົນທີ່ມີຊັບສິນຫຼາຍກວ່າ 1 ຕື້ໂດລາ ຫຼືປະມານ 32,8 ຕື້ບາດ.

ປີນີ້ທົ່ວໂລກມີມະຫາເສດຖີທັງໝົດ 3,228 ຄົນຈາກ 68 ປະເທດ, ເພີ່ມຂຶ້ນ 414 ຄົນຈາກປີທີ່ຜ່ານມາ ແລະ 1,039 ຄົນຈາກ 5 ປີຜ່ານມາ, ນີ້ແມ່ນ 10 ອັນດັບ​ຂອງ​ມະຫາ​ເສດຖີ​ໃນປະເທດ 10 ​ອັນ​ດັບ​ຂອງ​ໂລກ​ທີ່​ມີ​ຈຳນວນ​ມະຫາເສດຖີຫຼາຍ​ທີ່​ສຸດ​ໃນໂລກກໍ​ປະກົດ​ມີ:

1. ຈີນແຜ່ນດິນໃຫຍ່ 1,058 ຄົນ

2. ສະຫະລັດອາເມລິກາ 696 ຄົນ

3. ອິນເດຍ 177 ຄົນ

4. ເຢຍລະມັນ 141 ຄົນ

5. ສະຫະລາຊະອານາຈັກ 134 ຄົນ

6. ສະວິດເຊີແລນ 100 ຄົນ

7. ລັດເຊຍ 85 ຄົນ

8. ປະເທດຝຣັ່ງ 68 ຄົນ

9. ບາຊິວ 59 ຄົນ

10. ໄທ 52 ຄົນ

ໄທ​ເປັນ​ປະ​ເທດ​ໜຶ່ງ​ໃນ 10 ປະ​ເທດ​ທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

Comments