ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ

ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ

ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ ຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ລົງຊີ້ນຳນຳພາພໍ່ແມ່ປະຊາຊົນ ບ້ານນາຂ້າງຊ້າງ ສ້າງຂະບວນອະນາໄມ ບໍລິເວນເດີ່ນຈອດລົດ, ຕະຫລາດບ່ອນວາງຂາຍຜະລິດຕະພັນຂອງຊາວບ້ານ, ທາສີຫ້ອງນໍ້າ ແລະ ອື່ນໆຢູ່ສະຖານທີ່ທ່ອງທ່ຽວ ຖໍ້າພຣະ ເພື່ອກະກຽມຄວາມພ້ອມທີ່ຈະເປີດບໍລິການໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ກາບໄຫວ້ສັກກາລະບູຊາ. ປັດຈຸບັນ, ແຂວງຄຳມ່ວນ ກຳລັງສຸມໃສ່ພັດທະນາວຽກງານທ່ອງທ່ຽວ, ໄດ້ວາງເປົ້າໝາຍ ເພື່ອພັດທະນາວຽກງານທ່ອງທ່ຽວເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍເລັ່ງໃສ່ການປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ, ການວາງແຜນ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການສ້າງກິດຈະກຳທີ່ມີຄວາມຫລາກຫລາຍ, ການປັບປຸງທາງດ້ານ ຂອດການບໍລິການທີ່ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ການສ້າງເຄືອຄ່າຍເຊື່ອມຕໍ່ ຫລື ວົງຈອນການທ່ອງທ່ຽວ ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວໄດ້ສຳຜັດ ກັບການ ທ່ອງທ່ຽວຫລາຍຮູບແບບ, ຫລາຍກິດຈະກຳ ແລະ ຫລາຍສະຖານທີ່ທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ ລວມເຖິງການປະຕິບັດມາດຕະການ ປ້ອງກັນ ການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານອື່ນໆ ເພື່ອແນໃສ່ເຮັດໃຫ້ວຽກງານທ່ອງທ່ຽວຂອງແຂວງຄຳມ່ວນ ກັບມາຄຶກຄື້ນ ພາຍຫລັງທີ່ມີການອະນຸຍາດເປີດຮັບນັກທ່ອງທ່ຽວໃນຕໍ່ໜ້າ.ຂໍ້ມູນ ຂປລ

May be an image of text
ບ້ານນາຂ້າງຊ້າງ ກະກຽມສະຖານທີ່ທ່ອງທ່ຽວ ໃຫ້ພ້ອມບໍລິການ

Comments