ທະນາຄານແຫ່ງສປປລາວ ສົ່ງໜັງສືແຈ້ງເຖິງ ບໍລິສັດພູສີ ກຣຸບ

ທະນາຄານແຫ່ງສປປລາວ ສົ່ງໜັງສືແຈ້ງເຖິງ ບໍລິສັດພູສີ ກຣຸບ

ຫນັງສືແຈ້ງຈາກ ທະນາຄານແຫ່ງ ສປປ ລາວ ກົມຄຸ້ມຄອງລະບົບຊໍາລະສະສາງ, ເລກທີ 959 ຄລຊ ນະຄອນຫຼວງວຽງຈັນ, ວັນທີ 24 ພະຈິກ 2021

ເຖິງ: ບໍລິສັດ ພູສີ ກຣຸບ ຈໍາກັດຜູ້ດຽວ. ເລື່ອງ: ການເຄື່ອນໄຫວທຸລະກິດຊັບສິນດິຈິຕອນ ຂອງ ບໍລິສັດ ພູສີ ກຣຸບ ຈໍາກັດ.

ກົມຄຸ້ມຄອງລະບົບຊໍາລະສະສາງ (ຄສຊ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ກ່ຽວກັບການເຄື່ອນໄຫວທຸລະກິດ ຊັບສິນຕິຈິຕອນ ຂອງ ບໍລິສັດ ພູສີ ກຣຸບ ຈໍາກັດ (ພສກ) ຄື: ການໂຄສະນາ ແລະ ເປີດໂຕ ກ່ຽວກັບການດໍາເນີນທຸລະກິດເງິນຄຣິບໂຕໃນສື່ອອນລາຍຂອງ Facebook Page ພາຍໃຕ້ຊື່ wclnance, ເວັບໄຊ້ Welnance.com ແລະ Platform ອອນລາຍອື່ນໆ (Twitter, YouTube, Instagram) ເປັນຕົ້ນ: ການອອກຫຼຽນ Welcoin ທີ່ເປັນ ເງິນຄຣິບໂຕ ຊຶ່ງສາມາດແລກປ່ຽນໄດ້ໃນ Trust Wallet ແລະ ການເປີດໂຕ Welnance Defi ໃນວັນທີ 11 ພະຈິກ 2021 ທີ່ຜ່ານມາ ຊຶ່ງບໍ່ສອດຄ່ອງກັບ ຂໍ້ຕົກລົງ ວ່າດ້ວຍການເຮັດທົດລອງທຸລະກໍາຊັບສິນດິຈິຕອນ ສະບັບເລກທີ 888/ກຕສ, ລົງວັນທີ 09 ພະຈິກ 2021 ຊຶ່ງເນື້ອໃນໄດ້ລະບຸວ່າ “ທຸລະກິດຊັບສິນດິຈິຕອນທີ່ອະນຸຍາດໃຫ້ດໍາເນີນ ທຸລະກໍາທົດລອງຢູ່ ສປປ ລາວ ມີ 42 ປະເພດຄື: 1. ການຂຸດຄົ້ນເງິນຄຣິບໂຕ; 2. ການຊື້-ຂາຍເງິນຄຣິບໂຕ ໂດຍ ການຂຸດຄົ້ນເງິນຄຣິບໂຕ ຕ້ອງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດຈາກ ກະຊວງເຕັກໂນໂລຢີ ແລະ ການສື່ສານ, ແລະ ການຊື້-ຂາຍເງິນຄຣິບໂຕ ຕ້ອງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດຈາກ ທະນາຄານແຫ່ງ ສປປ ລາວ ຢ່າງເປັນທາງ ການກ່ອນ ຈຶ່ງສາມາດດໍາເນີນທຸລະກິດໄດ້.

ສະນັ້ນ, ເພື່ອໃຫ້ສອດຄ່ອງກັບລະບຽບການ ຄລຊ ຈຶ່ງແຈ້ງມາຍັງທ່ານໃຫ້ຈັດຕັ້ງປະຕິບັດດັ່ງນີ້: 1. ພສກ ຕ້ອງລົບໂຄສະນາທັງຫມົດທີ່ໄດ້ເຜີຍແຜ່ໃນຊ່ອງທາງຕ່າງໆກ່ອນຫນ້ານີ້ ແລະ ຕ້ອງລາຍງານຄືນ ມາຍັງ ຄສຊ ພາຍໃນ 5 ວັນລັດຖະການ ພາຍຫຼັງໄດ້ຮັບຫນັງສືແຈ້ງສະບັບນີ້;

2. ພສກ ຕ້ອງຍຸຕິທຸກການເຄື່ອນໄຫວທຸລະກິດ ກ່ຽວກັບບໍລິສັດ Welnance ໂດຍສະເພາະ ຫຼຽນ Welcoin.

ແລະ Welnance Defi ລວມທັງຍຸຕິການໂຄສະນາໃດໆ ທີ່ຕິດພັນກັບທຸລະກິດຊັບສິນດິຈິຕອນ ຈົນກວ່າຈະໄດ້ຮັບອະນຸຍາດຢ່າງເປັນທາງການ; 

3. ພສກ ຕ້ອງປະຕິບັດຕາມຫນັງສືແຈ້ງສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ, ຫາກມີການລະເມີດ. ຄສຊ ຈະປະຕິບັດມາດຕະການຕໍ່ການກະທໍາທີ່ບໍ່ສອດຄ່ອງ ຕາມທີ່ໄດ້ກໍານົດໄວ້ຕາມ ກົດຫມາຍວ່າ ດ້ວຍລະບົບການຊໍາລະ ສະບັບເລກທີ 32/ສພຊ, ລົງວັນທີ 7 ພະຈິກ 2017, ຂໍ້ຕົກລົງວ່າດ້ວຍການເຮັດ ທົດລອງທຸລະກໍຊັບສິນດີຈິຕອນ ສະບັບເລກທີ 888/ກຕສ, ລົງວັນທີ 9 ພະຈິກ 2021 ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງ ລວມທັງຫ້າມດໍາເນີນທຸລະກິດ ກ່ຽວກັບຊັບສິນດິຈິຕອນໃນອະນາຄົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວຫນ້າກົມ ທະນາຄານແຫ່ງ ສປປ ລາວ ກົມຄຸ້ມຄອງລະບົບຊໍາລະສະສາງ ທ່ານ ສຸລິສັກ ທຳນຸວົງ

May be an image of text
ທະນາຄານແຫ່ງສປປລາວ ສົ່ງໜັງສືແຈ້ງເຖິງ ບໍລິສັດພູສີ ກຣຸບ

Comments