ຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກວັນທີ 2 ທັນວາ 2021 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະລັດຖະມົນຕີ, ຮອງລັດຖະມົນຕີ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ, ໂດຍເປັນກຽດກ່າວຕ້ອນຮັບ ຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີ ທ່ານ ໂສມ ບຸດຕະກຸນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈໍາປາສັກ ພ້ອມຄະນະນຳຂອງແຂວງຈຳປາສັກ ເຂົ້າຮ່ວມ.ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ ລາຍງານ 2 ຫົວຂໍ້ຫຼັກດັ່ງນີ້:1. ສະພາບການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງຈໍາປາສັກ . ສະພາບການລະບາດປັດຈຸບັນ, ຈຳນວນຜູ້ຕິດເຊື້ອສະສົມ ທົ່ວແຂວງ ມີ 7.088 ຄົນ, ຍິງ 3.501 ຄົນ ໃນນັ້ນຕິດເຊື້ອນຳແຮງງານ 3.865 ຄົນ, ເທົ່າກັບ 55%, ຕິດເຊື້ອພາຍໃນ 3.223 ຄົນ, ເທົ່າກັບ 45%, ສະເພາະເດືອນພະຈິກ ມີຜູ້ຕິດເຊື້ອທັງໝົດ 1.592 ຄົນ, ໃນນັ້ນຕິດເຊື້ອໃນຊຸມຊົນ 1.577 ຄົນ, ຕິດເຊື້ອນໍາແຮງງານ 15 ຄົນ, ປິ່ນປົວດີສະສົມ 6.177 ຄົນ, ຍັງສືບຕໍ່ປິ່ນປົວ 902 ຄົນ, ໃນນັ້ນປິ່ນປົວຢູ່ໂຮງໝໍສະໜາມ 194 ຄົນ, ປິ່ນປົວຢູ່ເຮືອນ 610 ຄົນ, ເສຍຊີວິສະສົມ 10 ກໍລະນີ. ສຳລັບການສັກວັກຊິນພາຍໃນແຂວງຈໍາປາສັກ ມາຮອດປັດຈຸບັນ ເຂັ້ມທີ 1 ສາມາດບັນລຸໄດ້ 53,5% ແລະ ເຂັ້ມທີ 2 ສາ ມາດບັນລຸໄດ້ 42,1%, ສະເພາະນະຄອນປາກເຊ ເຂດທີ່ມີພົນລະເມືອງໜາແໜ້ນ ເຂັມທີ 1 ສາມາດບັນ ລຸໄດ້ 85% ແລະ ເຂັ້ມ 2 ສາມາດບັນລຸໄດ້ 73%.2. ດ້ານເສດຖະກິດໄດ້ສຸມໃສ່ການເກັບກ່ຽວເຂົ້ານາປີ, ການສົ່ງອອກສິນຄ້າກະສິກຳ ຈຳນວນ 7.216 ໂຕນ, ມູນຄ່າ 6.915.681 ໂດລາສະຫະລັດ, ປະກອບມີ ກາເຟ, ກ້ວຍ, ພຶດຜັກ ແລະ ມັນດ້າງ, ຜະ ລິດຕະພັນໄມ້ 24 ແມັດກ້ອນ, ມູນຄ່າ 43.279 ໂດລາສະຫະລັດ ແລະ ການຈັດເກັບລາຍຮັບງົບປະ ມານ ຮອດວັນທີ 25 ພະຈິກ 2011 ປະຕິບັດໄດ້ 919,20 ຕື້ກີບ.ຂໍ້ມູນ ຂປລ.

May be an image of 1 person and text
May be an image of 12 people and people standing
May be an image of 9 people and indoor

Comments