ຈີນ​ໄດ້​ນຳ​ໃຊ້​ເງິນ​ຢວນ​ດິ​ຈິ​ຕອນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ງານ CIIE

ຈີນ​ໄດ້​ນຳ​ໃຊ້​ເງິນ​ຢວນ​ດິ​ຈິ​ຕອນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ງານ CIIE

ຈີນບໍ່ຊ້າທີ່ຈະກ້າວໄປຂ້າງຫນ້າດ້ວຍການນຳໃຊ້ສະກຸນເງິນດິຈິຕອນ ທີ່ອອກໂດຍອົງການຂອງລັດຖະບານ. ຂະນະ​ທີ່​ປະ​ເທດ​ອື່ນໆ​ຕັ້ງ​ເປົ້າ​ທີ່ຈະ​ເຮັດ, ​ແຕ່​ບໍ່​ໄວ​ເທົ່າ​ກັບ​ຈີນ.ທີ່ ຊຽງ​ໄຮ, ວັນ​ທີ 8 ພະ​ຈິກ ສຳນັກຂ່າວ (ຊິນ​ຮວາ) ໄດ້ລາຍງານວ່າ — ສະ​ກຸນ​ເງິນ​ດິ​ຈິ​ຕອນ​ຂອງ​ຈີນ. ຫຼືເງິນຢວນດິຈິຕອນ (e-CNY) ແມ່ນໄດ້ຖືກນຳໃຊ້ສໍາລັບການເຮັດທຸລະກໍາຢູ່ຮ້ານອາຫານ, ບູດວາງສະແດງ ແລະຮ້ານຂາຍເຄື່ອງເປັນຄັ້ງທຳອິດ ທີ່ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 4 (CIIE).ງານ​ວາງສະ​ແດງ​ໄດ້​ດຶງ​ດູດຜູ້ເຂົ້າຮ່ວມ​ເກືອບ 3.000 ບໍລິສັດ​ທີ່​ມາ​ຈາກ 127 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ມາ​ວາງສະ​ແດງ​ຜະລິດ​ຕະພັນ​ຂອງ​ຕົນ. ຜູ້ຕາງຫນ້າຂອງບໍລິສັດ ແລະຮ້ານວາງສະແດງສາມາດນໍາໃຊ້ເງິນຢວນດິຈິຕອນເພື່ອຈ່າຍຄ່າອາຫານ ຫຼື ຊື້ເຄື່ອງທີ່ລະນຶກໃນກິດຈະກໍາຕ່າງໆໃນງານໄດ້.

May be an image of text
ຈີນ​ໄດ້​ນຳ​ໃຊ້​ເງິນ​ຢວນ​ດິ​ຈິ​ຕອນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ງານ CIIE

Comments