ເສດຖະກິດ

ກຽມສ້າງເຂື່ອນໄຟຟ້າ 5 ເມກາວັດ ຢູ່ເມືອງສັງທອງ

ໂຄງການເຂື່ອນໄຟຟ້າອະເນກປະສົງຂະໜາດນ້ອຍ 5 ເມກາວັດ ( MW ) ຕັ້ງຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍຈະໃຊ້ທຶນທັງໝົດ 11 ລ້ານໂດລາສະຫະລັດ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດພາຍໃນ 2 ປີ ພາຍຫຼັງເຊັນສັນຍາເພື່ອສະໜອງພະລັງງານໄຟຟ້າໃຫ້ແກ່ ຟຟລ. ພິທີລົງນາມດັ່ງກ່າວໄດ້ ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ລົງນາມໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ, ຫົວ ໜ້າພະແນກແຜນການ ແລະ ການລົງທຶນ ນວ, ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ແກ້ວ ພົມມະລາດ ຮອງເຈົ້າເມືອງສັງທອງ, ທ່ານ ພູວົງ ກໍຣະສັກ ຜູ້ອຳນວຍການ ບໍລິສັດ ລາວສະໄໝກໍ່ສ້າງຂົວທາງ ແລະ ບໍລິການ ຈຳກັດ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບ ເລກທີ 496/ຈນວ ...

Read More »

ກອງປະຊຸມຂອບການຮ່ວມມື-ຄູ່ຮ່ວມແມ່ນໍ້າຂອງ – ສ.ອາເມລິກາ…

ໃນວັນທີ 11 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ ຄັ້ງປະຖົມມະລຶກ ໃນຮູບແບບກອງປະຊຸມທາງໄກ, ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Pham Binh Minh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ສສ. ຫວຽດນາມ ແລະ ທ່ານ Stephen Biegun, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສ.ອາເມລິກາ, ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດແມ່ນໍ້າຂອງ ເຊັ່ນ: ກຳປູເຈຍ, ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດນີ້, ບັນດາລັດຖະມົນຕີ ໄດ້ທົບທວນຄືນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ແຜນງານ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ເຫັນວ່າໄດ້ຮັບໝາກຜົນເປັນຢ່າງດີ ເປັນຕົ້ນແມ່ນ ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແລະ ການສົ່ງເສີມບົດບາດຂອງແມ່ຍິງ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ, ພ້ອມສະແດງຄວາມຍິນດີ ຕໍ່ຖະແຫລງການຮ່ວມ ລັດຖະມົນຕີຕ່າງປະເທດ ລະຫວ່າງ ຍີ່ປຸ່ນ ...

Read More »

ກຳປູເຈຍ ເພີ່ມຄ່າແຮງງານຂັ້ນຕ່ຳໃຫ້ແຮງງານຕັດຍິບ

ອ້າງຕາມຂ່າວສານ ຊິນຮວາຂອງຈີນ ລາຍງານ, ລັດຖະມົນຕີ ກະຊວງແຮງງານ ກ່າວວ່າ: ລັດຖະບານ ກຳປູເຈຍ ປະກາດເພີ່ມ ອັດຕາແຮງງານ ຂັ້ນຕ່ຳ ສຳລັບ ອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບທີ 192 ໂດລາສະຫະລັດ ຕໍ່ເດືອນ ຕັ້ງແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ, ຊຶ່ງເພີ່ມຂື້ນ 1,05% ຈາກປັດຈຸ ບັນທີ 190 ໂດລາ ສະຫະລັດ ຕໍ່ເດືອນ, ເຖິງວ່າ ພາກສ່ວນນີ້ ຈະໄດ້ຮັບ ຜົນກະທົບ ຢ່າງຮຸນແຮງ ຈາກສະຖານະ ການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ກໍ່ຕາມ. ເມື່ອພິຈາລະນາ ເຖິງຄວາມເປັນຢູ ຂອງແຮງງານ ນາຍົກລັດ ຖະມົນຕີ ໄດ້ຕັດສິນໃຈ ທີ່ຈະເພີ່ມ ຄ່າແຮງງານ ຂັ້ນຕ່ຳດັ່ງກ່າວ ໃນພາກ ອຸດສາຫະກຳນີ້. ພາກອຸດສາຫະກຳ ຕັດຍິບເສື້ອຜ້າ ແລະ ເກີບ ເປັນພາກການ ສົ່ງອອກ ...

Read More »

ກອງປະຊຸມໃຫຍ່ ຄັ້ງທີ IV ອົງຄະນະພັກທະນາຄານແຫ່ງ ສປປ ລາວ…

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ IV ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 14 ກັນຍາ 2020 ຢູ່ສະໂມສອນໃຫຍ່ສະຖາບັນການທະນາຄານ ບ້ານຄໍາຮຸ່ງ ເມືອງໄຊທານີ , ສະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ. ທ່ານສອນໄຊ ສິດພະໄຊ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ໂດຍຍົກໃຫ້ເຫັນວ່າ: ໄລຍະ 5 ປີ ຜ່ານມາ ສະພາບການພັດທະນາເສດຖະກິດ-ສັງຄົມ, ສະພາບການເງິນ-ເງິນຕາຂອງປະເທດເຮົາຈະພົບກັບສີ່ງທ້າຍທາຍຫລາຍດ້ານ, ໂດຍສະເພາະ ການລະບາດຂອງພະຍາດໂຄວິດ-19; ພາຍໃຕ້ການຊີ້ນຳ-ນຳພາຂອງສູນກາງພັກຄະນະພັກຂັ້ນຕ່າງໆພາຍໃນທະນາຄານແຫ່ງ ສປປ ລາວ ໄດ້ເປັນແກ່ນສານເຕົ້າໂຮມຄວາມສາມັກຄີປຸກລະດົມກໍາລັງແຮງສັງລວມພາຍໃນຂອງຕົນ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ຂອງລັດຖະບານຢ່າງຕັ້ງຫນ້າ, ໄດ້ສະແດງອອກໃນການເອົາໃສ່ສຶກສາ ...

Read More »

ຮົງກາຣີ ໃຫ້ເງິນກູ້ ລາວ 100 ລ້ານໂດລາ ໂດຍບໍ່ມີດອກເບ້ຍ…

ລັດຖະບານ ຮົງກາລີ ຕົກລົງຕັດສິນໃຈໃຫ້ເງິນກູ້ຢືມແກ່ລັດຖະບານລາວ ຈຳນວນ 100 ລ້ານໂດລາສະຫະລັດ ໂດຍບໍ່ມີດອກເບ້ຍ ແຕ່ຕ້ອງຈັດຕັ້ງປະຕິບັດພາຍໃຕ້ເງື່ອນໄຂ ແລະ ຂໍ້ກຳນົດທີ່ວາງອອກໂດຍໃຫ້ບໍລິສັດຂອງ ຮົງກາລີ ສາມາດດຳເນີນການເຄື່ອນໄຫວ ໂຄງການຕ່າງໆທີ່ສອງຝ່າຍຕົກລົງເຫັນດີຮ່ວມກັນ.ທ່ານ ປີເຕີ ຊິຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຂອງຮົງກາລີ ຖະແຫລງຂ່າວໃນຕອນເຊົ້າມື້ນີ້ ຢູ່ກະຊວງການຕ່າງປະເທດລາວ ພາຍຫລັງພົບປະຫາລືສອງຝ່າຍ ກັບທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ໃນໂອກາດເດີນທາງຢ້ຽມຢາມລາວຢ່າງເປັນທາງການ ລະຫວ່າງວັນທີ 10 ແລະ 11 ກັນຍານີ້ວ່າ: ເງິນຊ່ວຍເຫລືອລາວຈຳນວນ 100 ລ້ານໂດລາສະຫະລັດ ທີ່ລັດຖະບານຮົງກາລີ ອະນຸມັດໃຫ້ໃນຄັ້ງນີ້ ຈະມອບໃຫ້ບໍລິສັດຂອງ ຮົງກາລີ ຈັດຕັ້ງປະຕິບັດ 3 ໂຄງການໃຫຍ່ຄື: ການກໍ່ສ້າງໂຮງໝໍ, ໂຄງການປັບປຸງ ແລະ ຍົກລະດັບວຽກງານດ້ານສະຖິຕິຂອງລາວ, ລວມທັງປັບປຸງລະບົບສື່ສານເຕືອນໄພ ຍ້ອນວ່າໃນປະຈຸບັນນີ້ ປະຊາຊົນລາວບັນດາເຜົ່າ ປະສົບກັບບັນຫານໍ້າຖ້ວມ ເມື່ອຮອດຍາມຝົນ ສະນັ້ນ, ຮົງກາລີເຫັນວ່າມີຄວາມຈໍາເປັນດ້ານນີ້ຫລາຍສົມຄວນ ຈຶ່ງຢາກຊ່ວຍເຫລືອດ້ານບຸກຄະລາກອນ ເພື່ອຮັບມືກັບໄພພິບັດທາງທຳມະຊາດ.ທ່ານ ປີເຕີ ຊິຢາໂຕ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາລັດຖະບານ ຮົງກາລີ ເຄີຍຊ່ວຍເຫລືອປະເທດລາວຫລາຍໆໂຄງການ ...

Read More »

ທາບທາມຄະນະບໍລິຫານງານພັກກະຊວງການເງິນ ຮອບທີ I

ກະຊວງການເງິນໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຄະນະບໍລິຫານງານພັກກະຊວງການເງິນ ຮອບທີ I ຂຶ້ນ ວັນທີ 9 ກັນຍາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີບັນດາສະຫາຍໃນຄະນະບໍລິຫານງານພັກສະມາຊິກພັກສົມບູນເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ສົມດີ ດວງດີ ໄດ້ສະເໜີຜ່ານຮ່າງບົດລາຍງານການເມືອງຂອງຄະນະພັກກະຊວງການເງິນໂດຍຫຍໍ້ ເພື່ອໃຫ້ບັນດາສະມາຊິກພັກໄດ້ຮັບຊາບ ແລະ ປັບປຸງດ້ານເນື້ອໃນຂຶ້ນຕື່ມ ເພື່ອໃຫ້ມີຄວາມຖືກຕ້ອງຄົບຖ້ວນສົມບູນ ເພື່ອນໍາສະເໜີໃນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນ ໂດຍສະເພາະການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນໃນໄລຍະ 5 ປີ ( 2016 – 2020 ) ເຊິ່ງຄະນະບໍລິຫານງານພັກກະຊວງການເງິນໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງລະບຽບກົດໝາຍຂອງລັດ ເປັນຕົ້ນມະຕິ 7, 8 ແລະ 9 ສະໄໝທີ X ແລະ ມະຕິອື່ນໆຂອງຄະນະບໍລິຫານງານສູນກາງພັກ ເພື່ອໃຫ້ກໍາແໜ້ນຮັບຮູ້ ແລະ ເຂົ້າໃຈ, ແນໃສ່ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດທັງເສີມຂະຫຍາຍ ຄວາມຮູ້, ຄວາມສາມາດຂອງສະມາຊິກພັກ – ພະນັກງານໃຫ້ດີຂຶ້ນ ແລະ ...

Read More »

ເງິນກີບຍັງສືບຕໍ່ອ່ອນຄ່າ ເມື່ອທຽບກັບເງິນບາດ ແລະ ໂດລາ

ໃນຕົ້ນເດືອນ ກັນຍາ ເງິນກີບຍັງສືບຕໍ່ອ່ອນຄ່າ ເມື່ອທຽບກັບເງິນບາດ ແລະ ເງິນໂດລາ ໂດຍວັນທີ 10 ກັນຍາ ອັດຕາແລກປ່ຽນກັບເງິນບາດໃກ້ຈຸລະດັບ 320 ກີບຕໍ່ 1 ບາດ, ສ່ວນກັບເງິນໂດລາ ແມ່ນ 9.123 ກີບຕໍ່ 1 ໂດລາ.ອັດຕາແລກປ່ຽນເງິນກີບກັບເງິນບາດ ໃນວັນທີ 1 ກັນຍາ 2020 ແມ່ນ 320,97 ກີບຕໍ່ 1 ບາດ ກ່ອນທີ່ຈະຄ່ອຍໆແຂງຄ່າຂຶ້ນມາເລັກໜ້ອຍມາຢູ່ທີ່ 319,12 ກີບຕໍ່ 1 ບາດ ໃນວັນທີ 10 ກັນຍາ 2020; ແຕ່ຫາກທຽບໃສ່ວັນທີ 3 ສິງຫາ ແມ່ນຢູ່ທີ່ 318,8 ກີບຕໍ່ 1 ບາດ ເຫັນວ່າອ່ອນຄ່າລົງເລັກໜ້ອຍ. ສ່ວນອັດຕາແລກປ່ຽນເງິນກີບກັບເງິນໂດລາສະຫະລັດ ໃນວັນທີ 1 ກັນຍາ 2020 ຢູ່ທີ່ 9.112 ກີບຕໍ່ 1 ໂດລາ, ຈາກນັ້ນສືບຕໍ່ອ່ອນຄ່າມາຢູ່ທີ່ 9.123 ກີບຕໍ່ ...

Read More »

Zhong Shanshan: ນັກທຸລະກິດນ້ຳ ທີ່ກາຍເປັນຄົນລວຍອັນດັບ 2 ຂອງປະເທດ

ໃນວັນທີ 7 ກັນຍາ 2020 ການສະເໜີຂາຍຫຸ້ນ IPO ໃນຮົງກົງ ຂອງ Nongfu Spring ເຮັດໃຫ້ Zhong ຜູ້ກໍ່ຕັ້ງບໍລິສັດ ນ້ຳດື່ມບັນຈຸຂວດທີ່ໃຫຍ່ທີ່ສຸດຂອງຈີນ ກາຍເປັນບຸກຄົນທີ່ລ່ຳລວຍທີ່ສຸດເປັນອັບດັບສອງຂອງປະເທດ. ໃນນີ້, ຫຸ້ນຂອງບໍລິສັດ Nongfu Spring ຍັກໃຫຍ່ດ້ານນ້ຳດື່ມບັນຈຸຂວດຂອງຈີນ ພຸ່ງສູງເຖິງ 85% ໃນການເປີດຕົວ ເມື່ອວັນທີ 7 ກັນຍາ ຫຼັງຈາກທີ່ ບໍລິສັດ ສະເໜີຂາຍຫຸ້ນໃຫ້ແກ່ປະຊາຊົນທົ່ວໄປ (IPO) ມູນຄ່າ 1.1 ພັນລ້ານໂດລາຢູ່ໃນຮົງກົງ. ລາຄາ IPO ຂອງ Nongfu Spring ເລີ່ມຕົ້ນທີ 2.77 ໂດລາ ແລະ ເພີ່ມຂຶ້ນເປັນ 5.14 ໂດລາ ແລະມີການປ່ຽນມືຫຼາຍເຖິງ 387 ລ້ານໂດລາ ໃນວັນທຳອິດຂອງການຊື້ຂາຍຫຸ້ນຂອງ ບໍລິສັດດັ່ງກ່າວ ແລະ ໃນຕອນທ້າຍຂອງການຊື້ຂາຍປະມູນລາຄາຕະຫຼາດຢູ່ທີ່ ເກືອບ 8 ພັນລ້ານໂດລາ ຊຶ່ງຫຼາຍກວ່າ Danone SA ບໍລິສັດອາຫານຝຮັ່ງທີ່ຢູ່ຖັດຈາກ ນ້ຳ ...

Read More »

ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງ ການເຄື່ອນໄຫວຂອງກົມສ່ວຍສາອາກອນ

ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນ ( ສະບັບປັບປຸງ ) ເພື່ອຮັບປະກັນໃນການຄຸ້ມຄອງວຽກງານສ່ວຍສາອາກອນລວມສູນສາຍຕັ້ງໃຫ້ມີປະສິດທິພາບ ແລະ ທັນສະໄໝ. ແນໃສ່ເຮັດໃຫ້ການຄຸ້ມຄອງມະຫາພາກ, ການອຳນວຍຄວາມສະດວກດ້ານການບໍລິການກ່ຽວກັບວຽກງານສ່ວຍສາອາກອນ, ການກວດກາ, ການເກັບລາຍຮັບຈາກພາສີ, ສ່ວຍສາອາກອນ, ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ, ລາຍຮັບປະກອບສ່ວນສັງຄົມ, ລາຍຮັບປະເພດອື່ນໆຕາມກົດໝາຍ ເພື່ອເປັນເອກະພາບໃນຂອບເຂດທົ່ວປະເທດ. ສຳລັບຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນທີ່ນຳໃຊ້ໃນປັດຈຸບັນແມ່ນຕາມສະບັບເລກທີ 2834/ກງ ລົງວັນທີ 22 ກັນຍາ 2017 ໂຄງປະກອບກົງຈັກຂອງຂະແໜງສ່ວຍສາອາກອນປະກອບດ້ວຍກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ເມືອງ, ເທສະບານ, ນະຄອນ ເຊິ່ງມີກົງຈັກວຽກດັ່ງນີ້: ຂັ້ນກົມປະກອບມີ 7 ພະແນກ; ສ່ວຍສາອາກອນປະຈໍາແຂວງ – ນະຄອນຫຼວງ ປະກອບມີ: 4 ຂະແໜງ; ສ່ວຍສາອາກອນປະຈໍາເມືອງ, ເທສະບານ, ນະຄອນ ປະກອບມີ 3 ໜ່ວຍງານ. ສ່ວນຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນ ( ສະບັບປັບປຸງ ) ໂຄງປະກອບກົງຈັກຂອງກົມສ່ວຍສາອາກອນປະກອບດ້ວຍ 10 ...

Read More »

ນະຄອນຫລວງວຽງຈັນ ເຂົ້າເປັນສະມາຊິກ ອົງການ TPO ຢ່າງເປັນທາງການ…

ນະຄອນຫລວງວຽງຈັນ ໄດ້ເຂົ້າເປັນສະມາຊິກອົງການ ສົ່ງເສີມການທ່ອງທ່ຽວບັນດາ ນະຄອນອາຊີ-ປາຊີຟີກ Tourism Promotion Organizaion for Asia Pacific Cities (TPO) ຢ່າງ ເປັນທາງການ ໃນວັນທີ 9 ກັນຍາ 2020. ຄາດວ່າ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເປັນສະມາຊິກອົງການດັ່ງກ່າວ, ເປັນຕົ້ນແມ່ນວຽກງານການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ຈະຂະຫຍາຍຕົວໄວຂຶ້ນ, ອຸດສະຫະກຳທ່ອງທ່ຽວຈະບໍ່ໂດດດ່ຽວ ແຕ່ຈະໄດ້ຮັບການເຊື່ອມໂຍງກັບສາກົນກວ້າງຂວາງກວ່າເກົ່າ, ຈະໄດ້ຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນ ດ້ານວັດທະນະທຳ ລະຫວ່າງ ບັນດານະຄອນອາຊີ-ປາຊີຟິກ ແລະ ອື່ນໆ. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ອົງການສົ່ງເສີມການທ່ອງທ່ຽວບັນດານະຄອນຫລວງ ຫລື (TPO) ແມ່ນເຄືອຂ່າຍລະຫວ່າງຕົວເມືອງ ໂດຍມີບົດບາດສົ່ງເສີມສະມາຊິກເຮັດວຽກຮ່ວມກັນ ເພື່ອສ້າງອຸດສາຫະກຳການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານດ້ານການຕະຫລາດແຫລ່ງທ່ອງທ່ຽວ, ການພັດທະນາຜະລິດຕະພັນໃໝ່ໆ ລວມໄປເຖິງການພັດທະນາຊັບ ພະຍາກອນມະນຸດໃນພາກການທ່ອງທ່ຽວ ແລະ ອື່ນໆ ປັດຈຸບັນມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະເທດ. ການເຂົ້າຮ່ວມເປັນສະມາຊິກ ອົງການສົ່ງເສີມການທ່ອງທ່ຽວ ...

Read More »