ທາບທາມຄະນະບໍລິຫານງານພັກກະຊວງການເງິນ ຮອບທີ I

ກະຊວງການເງິນໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຄະນະບໍລິຫານງານພັກກະຊວງການເງິນ ຮອບທີ I ຂຶ້ນ ວັນທີ 9 ກັນຍາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີບັນດາສະຫາຍໃນຄະນະບໍລິຫານງານພັກສະມາຊິກພັກສົມບູນເຂົ້າຮ່ວມ.


ໃນກອງປະຊຸມ ສະຫາຍ ສົມດີ ດວງດີ ໄດ້ສະເໜີຜ່ານຮ່າງບົດລາຍງານການເມືອງຂອງຄະນະພັກກະຊວງການເງິນໂດຍຫຍໍ້ ເພື່ອໃຫ້ບັນດາສະມາຊິກພັກໄດ້ຮັບຊາບ ແລະ ປັບປຸງດ້ານເນື້ອໃນຂຶ້ນຕື່ມ ເພື່ອໃຫ້ມີຄວາມຖືກຕ້ອງຄົບຖ້ວນສົມບູນ ເພື່ອນໍາສະເໜີໃນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນ ໂດຍສະເພາະການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນໃນໄລຍະ 5 ປີ ( 2016 – 2020 ) ເຊິ່ງຄະນະບໍລິຫານງານພັກກະຊວງການເງິນໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງລະບຽບກົດໝາຍຂອງລັດ ເປັນຕົ້ນມະຕິ 7, 8 ແລະ 9 ສະໄໝທີ X ແລະ ມະຕິອື່ນໆຂອງຄະນະບໍລິຫານງານສູນກາງພັກ ເພື່ອໃຫ້ກໍາແໜ້ນຮັບຮູ້ ແລະ ເຂົ້າໃຈ, ແນໃສ່ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດທັງເສີມຂະຫຍາຍ ຄວາມຮູ້, ຄວາມສາມາດຂອງສະມາຊິກພັກ – ພະນັກງານໃຫ້ດີຂຶ້ນ ແລະ ບັນດາທິດທາງຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາຂອງຄະນະພັກກະຊວງການເງິນ ໃນໄລຍະ 2021 – 2025.


ພ້ອມທັງເຜີຍແຜ່ເອກະສານໂດຍຫຍໍ້ ກ່ຽວກັບຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລພສ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ – ອົງການ, ແຂວງ – ນະຄອນຫຼວງ, ອົງຄະນະພັກເມືອງ – ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 784/ຄຈສພ ລົງວັນທີ 14 ກັນຍາ 2018 ກຽມກັບການກະກຽມດໍາເນີນກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ – ອົງການ, ແຂວງ – ນະຄອນຫຼວງ, ອົງຄະນະພັກເມືອງ – ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ.

ໃນກອງປະຊຸມຍັງໄດ້ມີການຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ຜ່ານມາດຖານເງື່ອນໄຂບຸກຄະລາກອນສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກຊຸດໃໝ່.
ຫຼັງຈາກນັ້ນໄດ້ມີການດໍາເນີນການທາບທາມບຸກຄະລາກອນຈະອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກຊຸດໃໝ່.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments