ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງ ການເຄື່ອນໄຫວຂອງກົມສ່ວຍສາອາກອນ

ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນ ( ສະບັບປັບປຸງ ) ເພື່ອຮັບປະກັນໃນການຄຸ້ມຄອງວຽກງານສ່ວຍສາອາກອນລວມສູນສາຍຕັ້ງໃຫ້ມີປະສິດທິພາບ ແລະ ທັນສະໄໝ. ແນໃສ່ເຮັດໃຫ້ການຄຸ້ມຄອງມະຫາພາກ, ການອຳນວຍຄວາມສະດວກດ້ານການບໍລິການກ່ຽວກັບວຽກງານສ່ວຍສາອາກອນ, ການກວດກາ, ການເກັບລາຍຮັບຈາກພາສີ, ສ່ວຍສາອາກອນ, ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ, ລາຍຮັບປະກອບສ່ວນສັງຄົມ, ລາຍຮັບປະເພດອື່ນໆຕາມກົດໝາຍ ເພື່ອເປັນເອກະພາບໃນຂອບເຂດທົ່ວປະເທດ.


ສຳລັບຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນທີ່ນຳໃຊ້ໃນປັດຈຸບັນແມ່ນຕາມສະບັບເລກທີ 2834/ກງ ລົງວັນທີ 22 ກັນຍາ 2017 ໂຄງປະກອບກົງຈັກຂອງຂະແໜງສ່ວຍສາອາກອນປະກອບດ້ວຍກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ເມືອງ, ເທສະບານ, ນະຄອນ ເຊິ່ງມີກົງຈັກວຽກດັ່ງນີ້: ຂັ້ນກົມປະກອບມີ 7 ພະແນກ; ສ່ວຍສາອາກອນປະຈໍາແຂວງ – ນະຄອນຫຼວງ ປະກອບມີ: 4 ຂະແໜງ; ສ່ວຍສາອາກອນປະຈໍາເມືອງ, ເທສະບານ, ນະຄອນ ປະກອບມີ 3 ໜ່ວຍງານ.

ສ່ວນຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມສ່ວຍສາອາກອນ ( ສະບັບປັບປຸງ ) ໂຄງປະກອບກົງຈັກຂອງກົມສ່ວຍສາອາກອນປະກອບດ້ວຍ 10 ພະແນກ; ໂຄງປະກອບກົງຈັກຂອງສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງປະກອບດ້ວຍ 5 ຂະແໜງ; ໂຄງປະກອບການຈັດຕັ້ງຂອງສ່ວຍສາອາກອນປະຈໍາເມືອງ, ເທສະບານ, ນະຄອນ, ເຂດປະກອບດ້ວຍ 3 ໜ່ວຍງານ.


ຜ່ານການປັບປຸງມາຮອດປັດຈຸບັນໄດ້ສຳເລັດຂັ້ນພື້ນຖານ ແລະ ແບ່ງພາລະບົດບາດສິດ, ໜ້າທີ່ໃຫ້ບັນດາແຂວງ – ນະຄອນຫຼວງວຽງຈັນ ແລະ ບັນດາເມືອງຕາມຂະແໜງສາຍຕັ້ງກົມສ່ວຍສາອາກອນ ແລະ ກຽມສະເໜີຕໍ່ລັດຖະມົນຕີກະຊວງການເງິນພິຈາລະນາ ແລະ ຮັບຮອງ.
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 28 ສິງຫາ 2020 ຜ່ານມາ ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ໃຫ້ກຽດເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມສ່ວຍສາອາກອນ, ຄະນະກົມ, ຄະນະພະແນກການກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments