ຮົງກາຣີ ໃຫ້ເງິນກູ້ ລາວ 100 ລ້ານໂດລາ ໂດຍບໍ່ມີດອກເບ້ຍ…

ລັດຖະບານ ຮົງກາລີ ຕົກລົງຕັດສິນໃຈໃຫ້ເງິນກູ້ຢືມແກ່ລັດຖະບານລາວ ຈຳນວນ 100 ລ້ານໂດລາສະຫະລັດ ໂດຍບໍ່ມີດອກເບ້ຍ ແຕ່ຕ້ອງຈັດຕັ້ງປະຕິບັດພາຍໃຕ້ເງື່ອນໄຂ ແລະ ຂໍ້ກຳນົດທີ່ວາງອອກໂດຍໃຫ້ບໍລິສັດຂອງ ຮົງກາລີ ສາມາດດຳເນີນການເຄື່ອນໄຫວ ໂຄງການຕ່າງໆທີ່ສອງຝ່າຍຕົກລົງເຫັນດີຮ່ວມກັນ.ທ່ານ ປີເຕີ ຊິຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າຂອງຮົງກາລີ

ຖະແຫລງຂ່າວໃນຕອນເຊົ້າມື້ນີ້ ຢູ່ກະຊວງການຕ່າງປະເທດລາວ ພາຍຫລັງພົບປະຫາລືສອງຝ່າຍ ກັບທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດ ໃນໂອກາດເດີນທາງຢ້ຽມຢາມລາວຢ່າງເປັນທາງການ ລະຫວ່າງວັນທີ 10 ແລະ 11 ກັນຍານີ້ວ່າ: ເງິນຊ່ວຍເຫລືອລາວຈຳນວນ 100 ລ້ານໂດລາສະຫະລັດ ທີ່ລັດຖະບານຮົງກາລີ ອະນຸມັດໃຫ້ໃນຄັ້ງນີ້ ຈະມອບໃຫ້ບໍລິສັດຂອງ ຮົງກາລີ ຈັດຕັ້ງປະຕິບັດ 3 ໂຄງການໃຫຍ່ຄື: ການກໍ່ສ້າງໂຮງໝໍ, ໂຄງການປັບປຸງ ແລະ ຍົກລະດັບວຽກງານດ້ານສະຖິຕິຂອງລາວ, ລວມທັງປັບປຸງລະບົບສື່ສານເຕືອນໄພ

ຍ້ອນວ່າໃນປະຈຸບັນນີ້ ປະຊາຊົນລາວບັນດາເຜົ່າ ປະສົບກັບບັນຫານໍ້າຖ້ວມ ເມື່ອຮອດຍາມຝົນ ສະນັ້ນ, ຮົງກາລີເຫັນວ່າມີຄວາມຈໍາເປັນດ້ານນີ້ຫລາຍສົມຄວນ ຈຶ່ງຢາກຊ່ວຍເຫລືອດ້ານບຸກຄະລາກອນ ເພື່ອຮັບມືກັບໄພພິບັດທາງທຳມະຊາດ.ທ່ານ ປີເຕີ ຊິຢາໂຕ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາລັດຖະບານ ຮົງກາລີ ເຄີຍຊ່ວຍເຫລືອປະເທດລາວຫລາຍໆໂຄງການ

ໃນນີ້ ຂົງເຂດກະສິກຳມີບໍລິສັດຂອງ ຮົງກາລີ ຈັດຕັ້ງປະຕິບັດ ມູນຄ່າຫລາຍກວ່າ 1 ລ້ານໂດລາສະຫະລັດ ເຂົ້າໃນວຽກງານລ້ຽງສັດ. ນອກນີ້ຍັງດຳເນີນໂຄງການແກ້ໄຂບັນຫານໍ້າເປື້ອນໃນນະຄອນຫລວງວຽງຈັນ ແລະ ໂຄງການອອກບັດປະຈຳຕົວຜ່ານລະບົບເອເລັກໂຕນິກ ເພື່ອຄຸ້ມຄອງພົນລະເມືອງລາວຕື່ມອີກ.

ແຫຼ່ງຂໍ້ມູນ: lao yout radio

Comments