ປະຊາຊົນ ແຂວງບໍ່ແກ້ວ ມີລາຍຮັບສະເລ່ຍ 1.000 ກວ່າໂດລາ…

ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ສະຫາຍ ບົວຄົງ ນາມມະວົງ ໄດ້ລາຍງານສະພາບທົ່ວໄປ ໃນໄລຍະ 5 ປີຜ່ານມາ (2016-2020) ຢູ່ແຂວງບໍ່ແກ້ວ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VI ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ຕຸລາ ທີ່ຜ່ານມານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງວ່າ: ການເຕີບໂຕທາງດ້ານເສດຖະກິດໃນໄລຍະ 5 ປີຜ່ານມາ ພາຍໃນແຂວງບໍ່ແກ້ວມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,4% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ (GDP) ປີ 2019 ບັນລຸໄດ້ 3.181.82 ຕື້ກີບ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.900 ກວ່າໂດລາຕໍ່ຄົນຕໍ່ປີ.

ໄດ້ຂະຫຍາຍຕາໜ່າງໄປສະນີ, ໂທລະຄົມມະນາຄົມ ໄປສູ່ເຂດຊົນນະບົດຫ່າງໄກຊອກຫຼີກ, ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ນຳໃຊ້ເຄືອຄ່າຍໂທລະສັບ ແລະ ອິນເຕີເນັດກວມເຖິງ 98% ຂອງຈຳນວນປະຊາກອນທັງໝົດໃນທົ່ວແຂວງ, ໄດ້ເອົາໃຈໃສ່ເບິ່ງແຍງສຸຂະພາບແມ່ ແລະ ເດັກນ້ອຍ, ໂພຊະນາການ, ສັກຢາກັນພະຍາດ ໃຫ້ແກ່ກຸ່ມເປົ້າໝາຍຢ່າງທົ່ວເຖິງ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກນ້ອຍຫຼຸດລົງ, ຍົກລະດັບຄຸນນະພາບ ແລະ ຄວາມທັນສະໄໝຂອງການບໍລິການຢູ່ແຕ່ລະຂັ້ນຢ່າງຕໍ່ເນື່ອງ.

ສະຫາຍ ບົວຄົງ ນາມມະວົງ ໃຫ້ຮູ້ຕື່ມວ່າ: ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຮັບການປັັບປຸງໃຫ້ມີຄຸນນະພາບດີຂຶ້ນ ສາມາດເຜີຍແຜ່ຂໍ້ມູນຂ່າວສານ ການເຄື່ອນໄຫວຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບົດຮຽນການພັດທະນາ, ສາລະໜ້າຮູ້ ແລະ ຄວາມບັນເທິງໃຫ້ແກ່ສັງຄົມໂດຍຜ່ານພາຫະນະສື່ມວນຊົນຕ່າງໆ.

ເອົາໃຈໃສ່ໃນການປົກປັກຮັກສາມໍລະດົກທາງດ້ານວັດທະນະທຳໃຫ້ມີຄວາມຍືນຍົງ, ສ້າງຄອບຄົວວັດທະນະທຳ ກວມ 73,17%, ສ້າງບ້ານວັດທະນະທຳ ກວມ 74,59% , ສ້າງກຸ່ມບ້ານວັດທະນະທຳ 23,80%; ສົ່ງເສີມການຈັດງານບຸນປະເພນີບັນດາເຜົ່າ ແລະ ງານເທດສະການຕ່າງໆ ຕິດພັນກັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ສາມາດສ້າງລາຍຮັບໄດ້ເພີ່ມຂຶ້ນຈາກການທ່ອງທຽວ.

ການພັດທະນາຊົນນະບົດຕາມທິດສາມສ້າງໄດ້ເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ ເຮັດໃຫ້ຈຳນວນບ້ານຫຼຸດລົງ ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ພັດທະນາພື້ນຖານໂຄງລ່າງ ແລະ ສົ່ງເສີມການຜະລິດເປັນສິນຄ້າ, ຈັດສັນເນື້ອທີ່ທຳການຜະລິດ, ທີ່ຕັ້ງພູມລຳເນົາຄົງທີ່ມີ 5 ຈຸດ, ຄອບຄົວ ແລະ ບ້ານພັດທະນາເພີ່ມຂຶ້ນ. ໃນ 5 ປີຜ່ານມາສາມາດສ້າງບ້ານພັດທະນາໄດ້ທັງໝົດ 98 ບ້ານ ແລະ ວຽກງານອື່ນໆ.

ແຫຼ່ງຂໍ້ມູນ: ແສງເພັດ ແຊ່ຈາວ

Comments