ເສດຖະກິດ

ມາຣູຮານເຈແປນ ແລະ ສະມາຄົມຫັດຖະກຳລາວ ຮ່ວມກັນສົ່ງເສີມການຜະລິດສິນຄ້າຫັດຖະກໍາ…

ໃນວັນທີ 8 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ທະນາຄານ ມາຣູຮານເຈແປນລາວ ແລະສະມາຄົມຫັດຖະກຳລາວ ໄດ້ຈັດພິທີຖະແຫລງຂ່າວຮ່ວມກັນ ໃນການສົ່ງເສີມການຜະລິດສິນຄ້າຫັດຖະກຳລາວ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳຫັດຖະກຳລາວ ເຊິ່ງຈະຈັດຂຶ້ນ ທີ່ສູນການຄ້າ ລາວ-ໄອເຕັກ ລະຫວ່າງ ວັນທີ 10-18 ຕຸລາ 2020 ນີ້. ທ່ານ ແອນໂທນີຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານເຈແປນລາວ ກ່າວວ່າ: ການຖະແຫລງຂ່າວຮ່ວມກັນໃນຄັ້ງນີ້, ແມ່ນເພື່ອເປັນການເຜີຍແຜ່, ຊຸກຍູ້ ແລະສະໜັບສະໜູນໃນຂະແໜງ ການຫັດຖະກຳລາວ. ພ້ອມນັ້ນ, ທະນາຄານ ມາຣູຮານເຈແປນລາວ ຍັງເປັນໜຶ່ງໃນບັນດາທະນາຄານ ທີ່ໄດ້ຖືກຄັດເລືອກ ໂດຍກົມສົ່ງເສີມ ວິສະຫະກິດຂະຫນາດນ້ອຍ ແລະກາງ ກະຊວງອຸດສະຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ແລະ ກອງທຶນຈາກທະນາຄານ ເອງເພື່ອສະໜອງແຫລ່ງທຶນໃນໄລຍະຍາວ ພ້ອມດ້ວຍອັດຕາດອກເບັ້ຍທີ່ຕ່ຳ. ທ່ານ ແອນໂທນີຊິນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ທະນາຄານ ມາຣູຮານເຈແປນລາວ ເປັນຜູ້ນຳການຕະຫລາດ ສຳລັບຫົວໜ່ວຍທຸລະກິດຂະຫນາດນ້ອຍ ແລະກາງ ໂດຍຜ່ານນະວັດຕະກຳ ແລະລະບົບດີຈີຕອນທີ່ທັນສະໄໝ, ...

Read More »

ສື່ມວນຊົນ ຮ່ວມກັນສົ່ງເສີມການທ່ອງທ່ຽວ ຊຸກຍູ້ເສດຖະກິດລາວ…

ສື່ມວນຊົນລາວຈາກ 7 ສໍານັກ ແລະ ສື່ມວນຊົນຕ່າງປະເທດ ຄື: ຫວຽດນາມ ແລະ ຈີນ ທີ່ມີສໍານັກງານປະຈໍາຢູ່ລາວ 3 ສໍານັກ ລວມທັງໝົດຫລາຍກ່ວາ 20 ຄົນ ເຂົ້າຮ່ວມກິດຈະກຳຢ້ຽມຢາມແຫລ່ງທ່ອງທ່ຽວໂດດເດັ່ນຢູ່ສອງແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ ແລະ ແຂວງຫລວງພະບາງ ທີ່ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ) ຈັດຂຶ້ນໃນລະຫວ່າງວັນທີ 8-13 ຕຸລາ 2020 ນີ້. ທ່ານ ຄົມ ດວງຈັນທາ ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ໃຫ້ສໍາພາດວ່າ: ຈຸດປະສົງການຈັດກິດຈະກໍາຢ້ຽມຢາມຄັ້ງນີ້ ເພື່ອຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວລາວ, ເປັນການຊຸກຍູ້ບັນດາຜູ້ປະ ກອບດ້ານທຸລະກິດການທ່ອງທ່ຽວ ເປັນຕົ້ນ: ໂຮງແຮມ, ຮ້ານອາຫານ, ແຫລ່ງທ່ອງທ່ຽວ, ຮ້ານຂາຍເຄື່ອງຫັດຖະກຳ ແລະ ບັນດາຫົວໜ່ວຍທຸລະກິດທີ່ປິ່ນອ້ອມການທ່ອງທ່ຽວ ໃຫ້ເຂົາເຈົ້າມີຄວາມພ້ອມໃນການເປີດບໍລິການລາວທ່ຽວລາວໃນມໍ່ໆ ນີ້ໂດຍສະເພາະພາຍຫລັງການລະບາດພະຍາດໂຄວິດ19. ທັງເປັນການຂຸດຄົ້ນທ່າແຮງບົ່ມຊ້ອນບັນດາແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວໂດດເດັ່ນທີ່ມີໃນລາວ ໂດຍສະເພາະແມ່ນພາຍໃນສອງແຂວງດັ່ງກ່າວ ເພື່ອໂຄສະນາໃຫ້ ນັກທ່ອງ ທ່ຽວໄດ້ຮັບຮູ້ໃຫ້ກ້ວາງຂວາງກ່ວາເກົ່າໃນທົ່ວສັງຄົມ. ພ້ອມນີ້ ...

Read More »

ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ແກ່ 28 ປະເທດທຸກຍາກ…

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການບໍລິຫານກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ( IMF ) ໄດ້ເຫັນດີເປັນເອກະພາບຂະຫຍາຍເວລາຊຳລະໜີ້ໄປອີກ 6 ເດືອນ ສຳລັບ 28 ປະເທດທີ່ມີລາຍໄດ້ຕ່ຳ ເນື່ອງຈາກວິກິດໂຄວິດ – 19. ຖະແຫຼງການຂອງ ໄອເອັມເອັຟ ລະບຸວ່າ: ການຂະຫຍາຍເວລາຊຳລະໜີ້ຈະຊ່ວຍໃຫ້ປະເທດສະມາຊິກເຫຼົ່ານັ້ນມີເງິນພຽງພໍ ເພື່ອນຳໄປໃຊ້ເຂົ້າໃນທາງການແພດສຸກເສີນ ແລະ ນຳໄປບັນເທົາທຸກອື່ນໆ. ຂະນະທີ່ຫຼາຍປະເທດຍັງຄົງຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19, ການເຄື່ອນໄຫວຄັ້ງນີ້ມີຂຶ້ນສືບເນື່ອງມາຈາກການຜ່ອນຜັນໜີ້ງວດທຳອິດໄດ້ຮັບການອະນຸມັດເມື່ອເດືອນເມສາຜ່ານມາ ພາຍໃຕ້ໂຄງການ Catastrophe Containment and Relief Trust ( CCRT ). ທ່ານ ນາງ ຄຣິສຕາຣີນາ ຈໍຈີວາ ຜູ້ອຳນວຍການ ໄອເອັມເອັຟ ເປີດເຜີຍທາງສື່ອອນລາຍວ່າ: ຂ້ອຍຮູ້ສຶກດີໃຈທີ່ ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ໃຫ້ແກ່ບັນດາປະເທດທີ່ທຸກຍາກ ຈຳນວນ 28 ປະເທດ ໄປຈົນເຖິງເດືອນເມສາປີ 2021 ເຊິ່ງຈະຊ່ວຍໃຫ້ປະເທດເຫຼົ່ານັ້ນມີເງິນສະໜັບສະໜູນກິດຈະກຳທາງເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນໄດ້ໃນລະດັບໜຶ່ງ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ.

Read More »

WTO ຄາດການ-ການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020…

ລາຍງານຄາດການ-ການຄ້າ ສະບັບປັບປຸງຂອງອົງການການຄ້າໂລກ (WTO) ໃນວັນອັງຄານ 6 ຕຸລາ 2020 ລະບຸວ່າ: ປະລິມານການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020 ກ່ອນຈະເພີ່ມຂຶ້ນ 7.2% ໃນປີ 2021. ໃນເດືອນເມສາ ຜ່ານມາ ອົງການໆການຄ້າ ຄາດວ່າປະລິມານການຄ້າໂລກ 2020 ອາດຈະຫຼດລົງລະຫວ່າງ 13-32% ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກິດຈະກຳທາງເສດຖະກິດ ແລະ ຊີວິດປະຈຳວັນປົກກະຕິທົ່ວໂລກຢຸດຕິລົງ “ການຄ້າໂລກສະແດງສັນຍານການຟື້ນຕົວ ຫຼັງຈາກຫຼຸດລົງແຮງເພາະພະຍາດໂຄວິດ-19” ຄະນະນັກເສດຖະສາດຂອງອົງການໆໂລກ ອະທິບາຍ “ຜົນການດຳເນີນງານທາງການຄ້າທີ່ເຂັ້ມແຂງໃນເດືອນມິຖຸນາ ແລະ ກໍລະກົດ ຜ່ານມາ ສົ່ງສັນຍານດ້ານບວກຕໍ່ການຂະຫຍາຍໂຕຂອງການຄ້າໂດຍລວມໃນປີ 2020 ຢ່າງໃດກໍ່ຕາມ, ການຄາດຄະເນສຳລັບປີ 2021 ຄັ້ງລ່າສຸດ ຂອງອົງການການຄ້າ ຊີ້ແນວໂນ້ມດ້ານລົບຫຼາຍກວ່າ ການຄາດຄະເນ ການຄັ້ງກ່ອນ ຊຶ່ງປະເມີນການຂະຫຍາຍໂຕໄວ້ທີ່ 21.3% ເຮັດໃຫ້ປະລິມານການຄ້າໃນປີ 2021 ຕ່ຳກວ່າແນວໂນ້ມກ່ອນເກີດໂຣກລະບາດໃຫຍ່ ເຊິ່ງອົງການການຄ້າເຕືອນວ່າ “ການຟື້ນຕົວອາດຈະຢຸດຊະງັດ ດ້ວຍຜົນກະທົບຈາກໂຣກລະບາດໃຫຍ່ທີ່ກຳລັງທີ່ກຳລັງເກີດຂຶ້ນ ແຫຼ່ງຂໍ້ມູນ: Lao youth radio

Read More »

ມີ 85 ບໍລິສັດ ລົງທຶນໃນເຂດພັດທະນາ ມູນຄ່າ 1,2 ຕື້ໂດລາ…

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ( ນວ ) ໃນວັນທີ 6 ຕຸລາ 2020 ຜ່ານມາ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຫິວ ຫູ ປະທານກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງ ຢູນນານຮຸ້ນສ່ວນ ຈຳກັດ. ໃນໂອກາດດັ່ງກ່າວ ທ່ານ ຫິວ ຫູ ກໍໄດ້ລາຍງານສະພາບຄວາມຄືບໜ້າຂອງການກໍ່ສ້າງໂຄງການເຂດພັດທະນາກວມລວມໄຊເສດຖາ ວ່າ: ການພັດທະນາຂອງໂຄງການເຂດພັດທະນາກວມລວມໄຊເສດຖາ ປັດຈຸບັນເຂດພັດທະນາໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງ ແລະ ປັບໜ້າດິນພຽງໂດຍພື້ນຖານໃນເນື້ອທີ່ 400 ເຮັກຕາ, ພວມດຳເນີນການປະຕິບັດວຽກງານການກໍ່ສ້າງໂຄງການໄລຍະທີ 2 ໂດຍແຜນເປົ້າໝາຍຈະພັດທະນາເປັນເຂດທ່ອງທ່ຽວ, ເຂດການຄ້າ ແລະ ຕົວເມືອງໃໝ່ຂອງ ນວ, ລວມທັງການສະໜອງການຄ້າຂະໜາດນ້ອຍແບບຄົບຊຸດ, ສ້າງເສັ້ນທາງໂດຍລວມ ແລະ ການຟື້ນຟູເສັ້ນທາງສີຂຽວ, ການກໍ່ສ້າງລະບົບການບໍລິການຂອງຕົວເມືອງທັນສະໄໝ ແລະ ອື່ນໆອີກ ເປັນການຍົກລະດັບເປັນພື້ນຖານເທດສະບານເມືອງໃໝ່ແບບຄົບຊຸດ. ...

Read More »

ເມືອງໄຊເສດຖາ ກຽມຈັດສັນຄວາມເປັນລະບຽບຮຽບຮ້ອຍ…

ອຳນາດການປົກຄອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ແລະ ສຳຫຼວດຕາມເສັ້ນທາງເຂດຕົວເມືອງ ເມື່ອບໍ່ດົນມານີ້ ໂດຍໃຫ້ເວລາໃນການມ້າງ ແລະ ຍົກຍ້າຍ 15 ວັນ ນັບແຕ່ມື້ລົງສຳຫຼວດ ຫຼືນັບແຕ່ມື້ເຮັດບົດບັນທຶກເປັນຕົ້ນໄປ. ປະຊາຊົນຢູ່ແຄມທາງເຫັນດີມ້າງ ແລະ ຍົກຍ້າຍເຮືອນ, ເທີບ, ເງີບ, ຕູບ, ເຕັ້ນ, ໂຕະ, ຮົ້ວ, ກຳແພງ, ປ້າຍໂຄສະນາ, ສານພະພູມ, ໂຖດອກໄມ້, ຕູ້ເອທີເອັມ ແລະ ອື່ນໆ ຖ້າສິ່ງເຫຼົ່ານັ້ນກວມເອົາເຂດທາງຍ່າງແຄມທາງ ແລະ ກາຍຫຼັກໄຟເຍືອງທາງແຄມທາງ ອອກຈາກເຂດສະຫງວນທາງຕາມແຈ້ງການ ຫຼື ຕາມການສຳຫຼວດຂອງຄະນະຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍຕົວເມືອງ. ແຕ່ພວກເຂົາບໍ່ເຫັນດີມ້າງ ແລະ ຍົກຍ້າຍສິ່ງດັ່ງກ່າວ ຖ້າບໍ່ກວມ-ກາຍເຂດທາງຍ່າງ ແລະ ບໍ່ກາຍໄຟເຍືອງທາງ ດັ່ງນັ້ນ, ພວກເຂົາຈຶ່ງຢາກຮຽກຮ້ອງໃຫ້ອຳນາດການປົກຄອງເມືອງໄຊເສດຖາ ຫຼືຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈົ່ງທົບທວນຄືນໃນການອອກມາດຕະການໃຫ້ມ້າງ ແລະ ຍົກຍ້າຍສິ່ງກີດຂວາງດັ່ງກ່າວ ເຂົ້າມາຈາກທາງຍ່າງ 5 ແມັດ ເຊິ່ງເຫັນວ່າບໍ່ເໝາະສົມ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ຍ້ອນມີມູນເຊື້ອເປັນເອກະລັກ ຈົນໄດ້ຮັບການຢັ້ງຢືນຖິ່ນກໍາເນີດແລ້ວ… !!!

ໃນຕອນເຊົ້າ ວັນທີ 07 ຕຸລາ 2020 ທີ່ ແຂວງຫົວພັນ ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເຂົ້າຮ່ວມພິທີ ແລະ ມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນທາງການ. ທ່ານເຈົ້າແຂວງ ກ່າວວ່າ: ແຂວງຫົວພັນ ເປັນ ແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີເອກະລັກທາງດ້ານວັດທະນະທໍາ ແລະ ມີປະຫັວດສາດຄວາມເປັນມາແຕ່ດຶກດຳບັນ, ມີບົດບາດຕໍ່ຂະບວນປະຕິວັດປົດປ່ອຍປະເທດຊາດ. ການປູກມ້ອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກ ຢູ່ແຂວງຫົວພັນກໍໄດ້ມີມູນເຊື້ອສືບທອດກັນມາແຕ່ບູຮານນາການ ຜ່ານຫຼາຍເຊັ່ນຄົນ ໂດຍໄດ້ມີການພັດທະນາ, ປະດິດຄິດສ້າງລວດລາຍອັນປານີດ, ເປັນເອກະລັກໂດດເດັ່ນມາແຕ່ດຶກດຳບັນ, ຜ້າໄໝຫົວພັນມີຄຸນນະພາບພິເສດ ຍ້ອນຄວາມອ່ອນ, ນຸ້ມ, ໜາແໜ້ນ ແລະ ເງົາງາມ ຍ້ອນ ນໍາໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ, ການລ້ຽງ, ການສາວໄໝ, ຍ້ອມສີທຳມະຊາດ ແລະ ການຕໍ່າຜ້າໄໝ ທີ່ນຳໃຊ້ກໍາມະວິທີ, ພູມປັນຍາທ້ອງຖິ່ນແບບດັ້ງເດີມ ຊຶ່ງໄດ້ມີການຂະຫຍາຍຕົວເປັນລຳດັບ ຈາກການຜະລິດຮັບໃຊ້ແບບຄອບຄົວ ມາຜະລິດເປັນສິນຄ້າ ແລະ ນຳໄປວາງສະແດງທັງພາຍໃນ ...

Read More »

ສະຫະພັນ ກີລາກ໊ອຟແຫ່ງຊາດລາວ ມອບ-ຮັບໜ້າທີ່ຕຳແໜ່ງໃໝ່….

ພີທີປະກາດມອບ-ຮັບໜ້າທີ່ຕຳແໜ່ງ ລະຫວ່າງ ຄະນະບໍລິຫານງານ ສະຫະພັນກີລາກ໊ອຟຊູດເກົ່າ ແລະ ໃໝ່ ໄດ້ຈັດຂືຶ້ນໃນຕອນແລງຂອງວັນທີ 6 ຕຸລາ 2020 ທີ່ສະໂມສອນຫ້ອງປະຊຸມໃຫຍ່ ຄະນະກຳມະການໂອແລມປິກແຫ່ງຊາດ ສະໜາມກີລາເຈົ້າອານູວົງ ໂດຍການເປັນປະທານຂອງທ່ານ ສູນທອນ ສິຣິສັກ ປະທານສະຫະພັນກີລາກ໊ອຟແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສົມສະຫວາດ ເລັງສະຫວັດ ປະທານທີ່ປຶກສາກິດຕິມະສັກ ສະຫະພັນກີລາກ໊ອຟແຫ່ງຊາດ, ທ່ານ ສົມພູ ພົງສາ ຜູ້ຊ່ວຍ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ຮອງປະທານ ແລະເຂລາທິການຄະນະກຳມະການໂອແລມປິແຫ່ງຊາດລາວ, ມີຄະນະບໍລິຫານງານສະຫະພັນກີລາກ໊ອຟແຫ່ງຊາດ, ສະມາຄົມນັກກີລາກ໊ອຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສູນທອນ ສິຣິສັກ ປະທານສະຫະພັນກີລາກ໊ອຟ ໄດ້ກ່າວວ່າ: ສະຫະພັນກີລາກ້ອຟໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2008 ມາຮອດປັດຈຸບັນ 2020 ແມ່ນຄົບຮອບ 12 ປີ ທີ່ພວກເຮົາໄດ້ຮ່ວມກັນປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ວຽກງານກີລາກ໊ອຟ ແລະ ສັງຄົມ. ພວກເຮົາໄດ້ລິເລີ່ມຈາກການກຳນົດທິດທາງ, ເປົ້າໝາຍສູ້ຊົນ, ...

Read More »

ສຳເລັດແລ້ວ..!! ການບູລະນະປະຕິສັງຂອນວັດວິຊຸນ ຍັງຄົງຄວາມເປັນເອກະລັກທີ່ສວຍງາມ….

ທ່ານເອກອັກຄະລັດຖະທູດ ປອ ປີເຕີ ເຮມ໋ອນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານ ແລະ ປະຊາຊົນຫຼວງພະບາງເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ວັດວິຊຸນໃນວັນທີ 6 ຕຸລາ. ສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດແຫ່ງນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347,000 ໂດລາ. ວັດແຫ່ງນີ້ແມ່ນໄດ້ສ້າງຂື້ນໃນສັດຕະວັດທີ່16 ໃນຍຸກພະເຈົ້າ ວິຊຸນນະລາດ,ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCP ໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ. ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວ ສປປ ລາວ. ການຮ່ວມມືລະຫວ່າງສະຫະລັດອາເມລິກາກັບນະຄອນຫຼວງພະບາງໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການ ຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮິດຄອງອັນລໍ້າຄ່າ. ນັບຕັ້ງແຕ່ 2001, ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 1 ລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທໍາ. ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ 20 ໂຄງການ ເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ, ການປົກປັກຮັກສາມໍລະດົກ ແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮິດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ. ຈົນມາເຖິງປະຈຸບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ ...

Read More »

ຜົ້ງສາລີ ສ້າງເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ມູນເຊື້ອຂອງແຕ່ລະຄອບຄົວ….

ສະຫາຍ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ໄດ້ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງຜູ້ແທນອົງຄະນະພັກແຂວງ ຜົ້ງສາລີໄຂຂຶ້ນໃນວັນທີ 5 ຕຸລາ 2020 ນີ້ວ່າ: ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກທຸກຂັ້ນ ບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນ ແລະ ການເຊີດຊູນໍ້າໃຈເປັນເຈົ້າຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການ ເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ, ປະກົດການຫຍໍ້ທໍ້ໃນສັງຄົມຫລຸດລົງເປັນກ້າວໆ. ໄປຄວບຄູ່ກັບການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ເຮັດໃຫ້ເສດຖະກິດຂອງແຂວງຜົ້ງສາລີ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດທີ່ກໍານົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງນັບມື້ນັບດີຂຶ້ນ. ມາເຖິງປັດຈຸບັນ ປະຊາຊົນຫລາຍທ້ອງຖີ່ນ ໄດ້ດໍາເນີນການປູກ ຝັງ-ລ້ຽງສັດ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ມູນເຊື້ອຂອງແຕ່ລະຄອບຄົວ, ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່, ໃນການປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນ ການປູກອ້ອຍເປັນສີນຄ້າ, ປູກຊາບູຮານ (ຊາ 400ປີ), ການປູກຜັກປອດສານພິດ, ຕົ້ນໄມ້ອຸດສາຫະກໍາ ແລະ ຕົ້ນໄມ້ໃຫ້ໝາກ ປະເພດຕ່າງໆ, ເຮັດໃຫ້ມີຜະລິດຕະພັນສິນຄ້າກະສິກໍາເພີ່ມຂຶ້ນ ເພື່ອບໍລິໂພກພາຍໃນ ...

Read More »