ສະຫະພັນ ກີລາກ໊ອຟແຫ່ງຊາດລາວ ມອບ-ຮັບໜ້າທີ່ຕຳແໜ່ງໃໝ່….

ພີທີປະກາດມອບ-ຮັບໜ້າທີ່ຕຳແໜ່ງ ລະຫວ່າງ ຄະນະບໍລິຫານງານ ສະຫະພັນກີລາກ໊ອຟຊູດເກົ່າ ແລະ ໃໝ່ ໄດ້ຈັດຂືຶ້ນໃນຕອນແລງຂອງວັນທີ 6 ຕຸລາ 2020 ທີ່ສະໂມສອນຫ້ອງປະຊຸມໃຫຍ່ ຄະນະກຳມະການໂອແລມປິກແຫ່ງຊາດ ສະໜາມກີລາເຈົ້າອານູວົງ ໂດຍການເປັນປະທານຂອງທ່ານ ສູນທອນ ສິຣິສັກ ປະທານສະຫະພັນກີລາກ໊ອຟແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສົມສະຫວາດ ເລັງສະຫວັດ ປະທານທີ່ປຶກສາກິດຕິມະສັກ ສະຫະພັນກີລາກ໊ອຟແຫ່ງຊາດ, ທ່ານ ສົມພູ ພົງສາ ຜູ້ຊ່ວຍ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ຮອງປະທານ ແລະເຂລາທິການຄະນະກຳມະການໂອແລມປິແຫ່ງຊາດລາວ, ມີຄະນະບໍລິຫານງານສະຫະພັນກີລາກ໊ອຟແຫ່ງຊາດ, ສະມາຄົມນັກກີລາກ໊ອຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສູນທອນ ສິຣິສັກ ປະທານສະຫະພັນກີລາກ໊ອຟ ໄດ້ກ່າວວ່າ: ສະຫະພັນກີລາກ້ອຟໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2008 ມາຮອດປັດຈຸບັນ 2020 ແມ່ນຄົບຮອບ 12 ປີ ທີ່ພວກເຮົາໄດ້ຮ່ວມກັນປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ວຽກງານກີລາກ໊ອຟ ແລະ ສັງຄົມ.

ພວກເຮົາໄດ້ລິເລີ່ມຈາກການກຳນົດທິດທາງ, ເປົ້າໝາຍສູ້ຊົນ, ຊັບຊ້ອນບຸກຄະລາກອນ, ມອບໝາຍງານ, ຊຸກຍູ້ການປະຕິບັດຕົວຈິງ ແລະ ມີການຕິດຕາມກວດກາ ແລະ ປັບປຸງຢ່າງເປັນລະບົບ ຈົນສາມາດບັນລຸຜົນສຳເລັດອັນພື້ນຖານຫຼາຍດ້ານເປັນຕົ້ນ ປະກອບສ່ວນ ແລະ ເປັນເຈົ້າພາບທີ່ດີໃນງານມະຫາກຳ ຊີເກມ 2009, ເປັນເຈົ້າການໃນການອຳນວຍຄວບຄຸມການແຂ່ງຂັນກີລາກ໊ອຟໃນງານກີລາແຫ່ງຊາດ, ຍົກສູງຄວາມສາມາດຂອງນັກກີລາສະໝັກຫຼິ້ນໃນເງື່ອນໄຂໃໝ່ ພ້ອມທັງຊຸກຍູ້ສົ່ງເສີມການສ້າງໜໍ່ແໜງກີລາກ໊ອຟເຍົາວະຊົນ ແລະ ອື່ນໆ.

ຈາກນັ້ນ, ພິທີໄດ້ກ່າວມອບຮັບໜ້າທີ່ຕຳແໜ່ງ ສະຫວ່າງຄະນະບໍລິຫານງານ ສະຫະພັນກີລາກ໊ອຟແຫ່ງຊາດຊຸດເກົ່າ ສົກປີ 2008-2019 ແລະ ຄະນະຊຸດໃໝ່ ສົກປີ 2020-2024 ຊຶ່ງປະກອບມີ: ທ່ານ ສົມສະຫວາດ ເລັງສະຫວັດ, ທ່ານ ສູນທອນ ສິຣິສັກ, ທ່ານ ຄຳໄພ ປະເສີດ ເປັນປະທານທີ່ປຶກສາກິດຕິມະສັກ.

ຄະນະບໍລິຫານງານສະຫະພັນກີລາກ໊ອຟແຫ່ງຊາດລາວມີ ທ່ານ ຮສຈ.ປອ ກອງສີ ແສງມະນີ ເປັນປະທານ, ທ່ານ ສອນເພັດ ເມືອງວົງ, ທ່ານສົງຄາມ ສີລາເພັຊຣ໌, ທ່ານ ຄຳແພງ ວົງຂັນຕີ, ທ່ານ ສັງຄົມ ພົມພັກດີ, ທ່ານບົວວຽງ ຈຳປາພັນ ເປັນຮອງປະທານ ແລະ ທ່ານອານຸສັກ ພັນທຸໄລ, ທ່ານ ສິນສະໜອງສັກ ຈັນທະສົມບັດ ເປັນຮອງເລຂາທິການ ແລະ ມີບັນດາກຳມະການອີກ 12 ທ່ານ ຊຶ່ງທັງໝົດ 21 ທ່ານນີ້ ຈະໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານຂອງ ສະຫະພັນກີລາກ໊ອຟ ໃນການຈັດແບ່ງວຽກງານ, ແບ່ງຄວາມຮັບຜິດຊອບ ແລະ ສືບຕໍ່ສ້າງນັກກີລາກ໊ອຟໃນຮຸ່ນຕໍ່ໆໄປໃຫ້ມີຄຸນນະພາບ, ສຳເລັດຕາມຈຸດປະສົງຄາດໝາຍ.

Comments