ຜົ້ງສາລີ ສ້າງເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ມູນເຊື້ອຂອງແຕ່ລະຄອບຄົວ….

ສະຫາຍ ຄຳຜອຍ ວັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ໄດ້ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງຜູ້ແທນອົງຄະນະພັກແຂວງ ຜົ້ງສາລີໄຂຂຶ້ນໃນວັນທີ 5 ຕຸລາ 2020 ນີ້ວ່າ: ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກທຸກຂັ້ນ ບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນ ແລະ ການເຊີດຊູນໍ້າໃຈເປັນເຈົ້າຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການ ເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ, ປະກົດການຫຍໍ້ທໍ້ໃນສັງຄົມຫລຸດລົງເປັນກ້າວໆ.

ໄປຄວບຄູ່ກັບການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ເຮັດໃຫ້ເສດຖະກິດຂອງແຂວງຜົ້ງສາລີ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດທີ່ກໍານົດໄວ້, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງນັບມື້ນັບດີຂຶ້ນ.

ຫວນຄືນປະຫວັດສາດ-ຮູ້ຈັກ ຜົ້ງສາລີ ແຂວງເໜືອສຸດຂອງ ສປປ ລາວ ທີ່ທ່ານຄາດບໍ່ເຖິງ -  Laos Update

ມາເຖິງປັດຈຸບັນ ປະຊາຊົນຫລາຍທ້ອງຖີ່ນ ໄດ້ດໍາເນີນການປູກ ຝັງ-ລ້ຽງສັດ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ແລະ ມູນເຊື້ອຂອງແຕ່ລະຄອບຄົວ, ດ້ວຍການນຳໃຊ້ເຕັກນິກວິຊາການໃໝ່, ໃນການປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນ ການປູກອ້ອຍເປັນສີນຄ້າ, ປູກຊາບູຮານ (ຊາ 400ປີ), ການປູກຜັກປອດສານພິດ, ຕົ້ນໄມ້ອຸດສາຫະກໍາ ແລະ ຕົ້ນໄມ້ໃຫ້ໝາກ ປະເພດຕ່າງໆ, ເຮັດໃຫ້ມີຜະລິດຕະພັນສິນຄ້າກະສິກໍາເພີ່ມຂຶ້ນ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຫລາຍຂື້ນ, ບົນພື້ນຖານໜຶ່ງເມືອງ ໜຶ່ງຜະລິດຕະພັນ (ສີນຄ້າໂອດອບ).

ຊາຂຽວ ຜົ້ງສາລີ ชาเขีวย พงสาลี Phongsaly🍃 - YouTube

ດ້ານພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່ຫລາຍດ້ານ ເຫັນວ່າການພັດທະນາເສດຖິດວັດທະນາທຳ-ສັງ ຄົມຂະຫຍາຍຕົວເປັນກ້າວໆ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະ ນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ການປະຕິບັດວຽການ 3 ສ້າງຂອງພັກໃນເຂດຈຸດສຸມຂອງແຂວງ, ເມືອງສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 150 ບ້ານ, ມີ 12.757 ຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ 40 ບ້ານ ມີ 4.896 ຄອບຄົວ ສາມາດຕອບສະໜອງໄດ້ຕໍ່ຫໜ້າທີ່ການເມືອງໄລຍະໄໝ່, ດ້ານການພັດທະນາເສດຖະກິດ ໄດ້ສຸມໃສ່ຕາມແລວ 11, 4, 5 ແລະ 22 ດ້ວຍການສຸມໃສກໍ່ສ້າງພື້ນຖານໂຄງລ່າງ ແລະ ແກ້ໄຂຄວາມທຸກຍາກຕາມ 6 ທາງຂອງແຂວງຢ່າງຕັ້ງໜ້າ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ

ຜົ້ງສາລີ ຈັດເທດສະການດື່ມນໍ້າຊາ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018

ໃນລະດັບສະເລ່ຍ 6,6%ຕໍ່ປີ, ລາຍຮັບສະເລ່ຍຕໍ່ຄົນໃນປີ 2020 ບັນລຸ 988 ໂດລາສະຫະລັດ ທຽບໃສ່ປີ 2015 ແມ່ນເພີ່ມຂຶ້ນ 190 ໂດລາສະຫະລັດ, ເຊີ່ງຜ່ານການປະເມີນປະຕິບັດວຽກງານ 3 ສ້າງ ໃນການເຕົ້າໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່ ແລະ ເຕົ້າໂຮມບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວ ໜ່ວຍພັດທະນາ, ເຊິ່ງຜ່ານການປະເມີນຕາມມາດຕະຖານຂອງດຳລັດ 309/ນຍ ເຫັນວ່າ ຍັງມີບ້ານທຸກຍາກ 329 ບ້ານ, ກວມ 63,03% ແລະ ຄອບຄົວທຸກຍາກ 9.870 ຄອບຄົວກວມເອົາ 27,02%.

Comments