ຍ້ອນມີມູນເຊື້ອເປັນເອກະລັກ ຈົນໄດ້ຮັບການຢັ້ງຢືນຖິ່ນກໍາເນີດແລ້ວ… !!!

ໃນຕອນເຊົ້າ ວັນທີ 07 ຕຸລາ 2020 ທີ່ ແຂວງຫົວພັນ ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເຂົ້າຮ່ວມພິທີ ແລະ ມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຢ່າງເປັນທາງການ. ທ່ານເຈົ້າແຂວງ ກ່າວວ່າ: ແຂວງຫົວພັນ ເປັນ ແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີເອກະລັກທາງດ້ານວັດທະນະທໍາ ແລະ ມີປະຫັວດສາດຄວາມເປັນມາແຕ່ດຶກດຳບັນ, ມີບົດບາດຕໍ່ຂະບວນປະຕິວັດປົດປ່ອຍປະເທດຊາດ.

ການປູກມ້ອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກ ຢູ່ແຂວງຫົວພັນກໍໄດ້ມີມູນເຊື້ອສືບທອດກັນມາແຕ່ບູຮານນາການ ຜ່ານຫຼາຍເຊັ່ນຄົນ ໂດຍໄດ້ມີການພັດທະນາ, ປະດິດຄິດສ້າງລວດລາຍອັນປານີດ, ເປັນເອກະລັກໂດດເດັ່ນມາແຕ່ດຶກດຳບັນ, ຜ້າໄໝຫົວພັນມີຄຸນນະພາບພິເສດ ຍ້ອນຄວາມອ່ອນ, ນຸ້ມ, ໜາແໜ້ນ ແລະ ເງົາງາມ ຍ້ອນ ນໍາໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ, ການລ້ຽງ, ການສາວໄໝ, ຍ້ອມສີທຳມະຊາດ ແລະ ການຕໍ່າຜ້າໄໝ ທີ່ນຳໃຊ້ກໍາມະວິທີ, ພູມປັນຍາທ້ອງຖິ່ນແບບດັ້ງເດີມ ຊຶ່ງໄດ້ມີການຂະຫຍາຍຕົວເປັນລຳດັບ ຈາກການຜະລິດຮັບໃຊ້ແບບຄອບຄົວ ມາຜະລິດເປັນສິນຄ້າ ແລະ ນຳໄປວາງສະແດງທັງພາຍໃນ ແລະ ຕ່າງປະເທດ

ຊຶ່ງເຄີຍໄດ້ຮັບລາງວັນຊະນະເລີດຫຼາຍລະດັບທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ຜະລິດຕະພັນຜ້າໄໝຫົວພັນມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງຫົວພັນ. ຍ້ອນແນວນັ້ນ, ຈຶ່ງໄດ້ກໍານົດເອົາຜ້າໄໝຫົວພັນ ຈຳນວນ 19 ລາຍການຄື: ແພຕໍ່າ ດ້ານ,ແພຍົກດອກ, ແພເກັດ, ຜ້າຂັນເຊີງ, ຜ້າບ່ຽງ, ຜ້າຕູ້ມ, ຜ້າພັນຄໍ, ຜ້າປູໂຕະ, ຜ້າຫ້ອຍຝາ, ຜ້າຮອງຈານ, ຜ້າປົກບ່ອນ, ສົບໝອນ, ຜ້າແຂບເສື້ອ, ແຂບຖົງ, ແຂບກະເປົາ, ແຂບຖົງພາຍ ແຂບເສື້ອ, ສິ້ນຕິນສູງ, ສິ້ນຕິນກາງ, ສິ້ນຕິນນ້ອຍ, ສິ້ນໝີ່, ສິ້ນສອງດູກ, ສິ້ນຕໍ່ຫົວ, ສິ້ນຕໍ່ຕີນ, ສິ້ນມຸກ ເພື່ອປົກປ້ອງເປັນຖິ່ນກໍາເນີດ ແນໃສ່ຊຸກຍູ້ ສົ່ງເສີມ ຫົວຄິດປະດິດສ້າງ ທີ່ເປັນພູມປັນຍາທ້ອງຖິ່ນແບບດັ້ງເດີມ ທີ່ມືຊື່ສຽງແລ້ວນັ້ນ

ໃຫ້ໄດ້ຮັບການປົກປ້ອງເປັນຊັບສິນທາງປັນຍາຂອງຄົນທ້ອງຖິ່ນແຂວງຫົວພັນ ຊຶ່ງຈະສາມາດນໍາໄປໂຄສະນາ ເອກອ້າງ ເອກະລັກສະເພາະຂອງຜ້າໄໝຫົວພັນ ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສ້າງມູນຄ່າເພີ່ມໃຫ້ຜ້າໄໝຫົວພັນ ເທື່ອລະກ້າວ. ສະນັ້ນ ຈຶ່ງສະເໜີໃຫ້ສະມາຄົມສົ່ງເສີມຜ້າໄໜຫົວພັນຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມນີ້ໄວ້, ພ້ອມທັງຮ່ວມແຮງຮ່ວມໃຈກັນ ປົກປ້ອງພູມປັນຍາ ທີ່ໄດ້ຮັບການຖ່າຍທອດມາແຕ່ປູ່ຍາຕາຍາຍ

ໃຫ້ຄຽງຄູ່ກັບຊາວແຂວງຫົວພັນ ກໍ່ຄື ຊາວລາວ ຕະຫຼອດໄປ. ພ້ອມກັນນັ້ນ ກໍ່ໃຫ້ຂະຫຍາຍສະມາຊິກໄປແຕ່ລະເມືອງໃຫ້ທົ່ວເຖີງ ເອົາໃຈໃສ່ບໍລິຫານສະມາຄົມໃຫ້ມີຄວາມເຂັ້ມແຂງ, ໜັ້ນຄົງ ແລະ ຍືນຍົງຕະຫຼອດໄປ.ການຈົດທະບຽນປົກປ້ອງຖິ່ນກໍາເນີດຜ້າໄໝຫົວພັນ ກໍ່ແມ່ນເພື່ອປົກປ້ອງຊື່ສຽງຂອງຜ້າໄໝຫົວພັນ ທັງເປັນການປົກປ້ອງພູມປັນຍາຊຸມຊົນ ໃນທ້ອງຖິ່ນແບບດັ່ງເດີມ ທີ່ມໍລະດົກສືບທອດມາ ຈາກບັນພະບູລຸດໄດ້ຫລາຍເຊັ່ນຄົນ.

ການມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຄັ້ງນີ້, ຈະເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບ ທີ່ເປັນເອກະລັກຂອງຜ້າໄໝຫົວພັນໄວ້ ພາຍຫລັງການຈົດທະບຽນ ແລະ ຈະມີການກວດກາ ທຸກຂັ້ນຕອນການຜະລິດ ໂດຍສະມາຄົມສົ່ງເສີມ ຜ້າໄໝ ຢ່າງເປັນລະບົບຄົບຊຸດ ໂດຍຈະຢັ້ງຢືນຄວາມຖືກຕ້ອງ ຕາມເອກະສານ ຄຸນລັກສະນະສະເພາະຂອງຜ້າໄໝຫົວພັນ ຈາກໜ່ວຍງານຢັ້ງຢືນພາຍໃນປະເທດ ຫລື ສາກົນ.

ແຫຼ່ງຂໍ້ມູນ: lao youth radio

Comments