ເສດຖະກິດ

ມອບເຄື່ອງຊ່ວຍເຫຼືອໃຫ້ກັບຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງ ສອງຄອນ …

ວັນທີ 21 ຕຸລາ ນີ້ ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງແຂວງສະຫວັນນະເຂດ ນໍາໂດຍທ່ານ ນາງ ວິລາວັນ ພົມວິຫານ ພັນລະຍາທ່ານເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ສາຍສະໝອນ ອິນທິຈັກ ຮອງປະທານສະມາຄົມນັກທຸລະກິດຍິງ ແຂວງສະຫວັນນະເຂດພ້ອມຄະນະ, ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ປະສົບໄພນ້ຳຖ້ວມທີ່ເມືອງສອງຄອນ ການລົງມອບເຄື່ອງທາງຄອບຄົວການນໍາແຂວງພ້ອມຄະນະ ກໍ່ໄດ້ພາກັນຂີ່ເຮືອໄປທີ່ບ້ານວິໄຊສົງ ເຊິ່ງເປັນຈຸດພັກເຊົາຊົ່ວຄາວຂອງປະຊາຊົນທີ່ອົບພະຍົບມາຈາກບ້ານສິງທ່າ, ສອງຄອນ ແລະ ບ້ານດົງສະຫວ່າງ ໃນນີ້ມີປະຊາຊົນທີ່ຍ້າຍມາຈາກບ້ານສອງຄອນຈຳນວນ 207 ຄອບຄົວ, ມີພົນລະເມືອງ 1.164 ຄົນ, ຍິງ 589 ຄົນ, ບ້ານດົງສະຫວ່າງ 386 ຄອບຄົວ, ພົນລະເມືອງ 2.349 ຄົນ, ຍິງ 1.151 ຄົນ ແລະ ບ້ານສິງທ່າ ມີ 109 ຄອບຄົວ, ພົນລະເມືອງ 658 ຄົນ, ຍິງ 462 ຄົນ ເຄື່ອງທີ່ນຳໄປມອບປະກອບມີ ເຂົ້າສານ 720 ຖົງ, ນ້ຳດື່ມ ...

Read More »

3 ບໍລິສັດ ລົງນາມການຮ່ວມມືພັດທະນາພາຫານະທີ່ແລ່ນດ້ວຍໄຟຟ້າ…

ພິທີເຊັນລົງນາມຮ່ວມມືເບື້ອງຕົ້ນໃນການພັດທະນາລະບົບພາຫານະທີ່ແລ່ນດ້ວຍໄຟຟ້າ ຈັດຂຶ້ນ ໃນວັນທີ 20 ຕຸລາ 2020 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ລະຫວ່າງ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ Geely ຈໍາກັດ ແລະ ບໍລິສັດ ກຣິດຕິພົງ ກຣູບ ຈໍາກັດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ຈຸດປະສົງຂອງພິທີລົງນາມຮ່ວມມືກັນພັດທະນານໍາໃຊ້ພາຫານະທີ່ແລ່ນດ້ວຍກະແສໄຟຟ້າ ແລະ ສົ່ງເສີມການນໍາໃຊ້ໄຟຟ້າເຂົ້າລະບົບຄົມມະນາຄົມ-ຂົນສົ່ງ ໃນຄັ້ງນີ້ ເພື່ອສົ່ງເສີມການນໍາໃຊ້ພະລັງງານທີ່ສະອາດ ຫຼຸດຜ່ອນມົນລະຜິດ, ຕິດພັນກັບຄຸນນະພາບຊີວິດ ເປັນມິດກັບສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ສປປລາວ ໄປຕາມທິດສີຂຽວ ແລະ ຍືນຍົງ. ທ່ານ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ມີຄຳເຫັນວ່າ: ໂດຍຕາງໜ້າໃຫ້ ການນຳກະຊວງພະລັງງານ ແລະ ບໍແຮ່ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ທີ່ໄດ້ມີແນວຄວາມຄິດລິເລີ່ມ, ຮ່ວມກັນປຶກສາຫາລື, ເກັບກຳຂໍ້ມູນມາເປັນເວລາດົນພໍສົມຄວນ ແລະ ມາຮອດມື້ນີ້, ...

Read More »

ອັດຕາຄວາມທຸກຍາກຂອງລາວສືບຕໍ່ຫຼຸດລົງ ໃນໄລຍະ 25 ປີຜ່ານມາ…

ສປປ ລາວ ໄດ້ມີຄວາມຄືບໜ້າທີ່ສະແດງອອກໄດ້ຊັດເຈນໃນການຫຼຸດຜ່ອນຄວາມທຸກຍາກດ້ວຍໄລຍະເວລາ 25 ປີຜ່ານມາ ໂດຍອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງ ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019. ຜົນການວິໄຈນີ້ໄດ້ຈາກບົດລາຍງານສອງສະບັບຂອງ ສະຖາບັນສະຖິຕິແຫ່ງຊາດລາວ ແລະ ທະນາຄານໂລກ. ແຕ່ດ້ານດີບາງຢ່າງທີ່ໄດ້ມາໃນການຫຼຸດຜ່ອນຄວາມທຸກຍາກ ອາດມີຜົນກະທົບຕໍ່ເສດຖະກິດລາວ ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ຂໍ້ມູນດັ່ງກ່າວ ໄດ້ຖືກເປີດເຜີຍໃນກອງປະຊຸມເຜີຍແຜ່ບົດລາຍງານຜົນການວິໄຈສະພາບຄວາມທຸກຍາກໃນ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ນິໂຄລາ ພອນທາຣາ ຜູ້ອຳນວຍການທະນາຄານໂລກ ປະຈຳລາວ ໃນກອງປະຊຸມໄດ້ເປີດເຜີຍວ່າ: ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວ ແມ່ນອີງໃສ່ ການສຳຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງປີ 2018-2019, ບົດລາຍງານດັ່ງກ່າວ ໄດ້ເລີ່ມຕົ້ນເຮັດພ້ອມກັບບົດປະເມີນຄວາມທຸກຍາກປີ 2020 ຊຶ່ງໃນບົດຄວາມ Catching Up ...

Read More »

ເປີດໂຕ Application ໃໝ່ ກັບການຮັກສາສຸຂະພາບທີ່ງ່າຍຂຶ້ນ Pulse by Prudential…

19 ຕຸລາ 2020. ບໍ​ລິ​ສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳ​ກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບ​ພິເຄເຊິນ ຢ່າງເປັນທາງການ ເຊິ່ງຈະເປັນ ແອັບ​ພິເຄເຊິນໃນລາວທີ່ຊ່ວຍຜູ້ໃຊ້ ໃນການຈັດການດ້ານສຸຂະພາບ​ໂດຍບໍ່​ມີ​ການ​ເສຍ​ຄ່າ​ໃຊ້ຈ່າຍ​ໃດໆ. ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການ ໃຫ້ຂໍ້ມູນຢ່າງຖືກ​ຕ້ອງ​ຊັດ​ເຈນໃຫ້ກັບຜູ້ໃຊ້ຕະຫຼອດເວ​ລາ. ຜູ້ໃຊ້ສາມາດເຂົ້າເຖິ່ງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄິລນິກ ທີ່ໃກ້ຄຽງໃນຍາມສຸກເສີນ. ງານເປິດໂຕແມ່ນໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ ຄຣາວ ພລາຊາ ພາຍໃຕ້ການນຳພາໂດຍ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ແລະ ໄດ້ຮັບກຽດ ຈາກ ທ່ານ H.E. Jonh Pearson ເອກອັກຄະລັດຖະທູດ ຣາດສະອານາຈັກອັງກິດປະຈຳປະເທດລາວ, ທ່ານ ດຣ. ເນົາ ບຸດຕາ ຕາງໜ້າ ກະຊວງສາທາລະນະສຸກ, ​ຕາງ​ໜ້າກະຊວງການເງິນ, ຕາງຫນ້າກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ...

Read More »

ກອງປະຊຸມໃຫຍ່ ສະມາຄົມນັກທຸລະກິດຫນຸ່ມ ແຂວງຫຼວງພະບາງ……..

ວັນທີ16 ຕຸລາ 2020 ຢູ່ໂຮງແຮມຫຼວງພະບາງວີວ, ນະຄອນຫລວງພະບາງ ໄດ້ມີກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ຄັ້ງທີ IV ໂດຍການເປັນປະທານຂອງທ່ານຄັດຕະພອນ ພົມມະປັນຍາ ປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົງ ຫົວໜ້າຄະນະຈັດຕັ້ງແຂວງຫລວງພະບາງ. ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາຮ່າງບົດລາຍ ງານການເມືອງທັງສອງພາກ ທີ່ສະເໜີໂດຍ ທ່ານ ຄັດຕະພອນ ພົມມະປັນຍາ ທີ່ໄດ້ຕີລາຄາຄືນຫມາກຜົນຂອງຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ສະມາຄົມທຸລະກິດໜຸ່ມແຂວງຫລວງພະບາງ ຄັ້ງທີ III ຜ່ານມາ. ພ້ອມນີ້, ກອງປະຊຸມເປັນເອກະພາບກັນຮັບຮອງເອົາຄາດໝາຍສູ້ຊົນ ແລະທິດທາງລວມ ຂອງສະມາຄົມນັກທຸລະກິດໜຸ່ມແຂວງ ແຕ່ປີ 2020-2024 ແນໃສ່ສ້າງໃຫ້ການຈັດຕັ້ງສະມາຄົມນັກທຸລະກິດໜຸ່ມແຂວງມີຄວາມເຕີບໃຫ່ຍແຂງແຮງ, ເປັນທີ່ຍອມຮັບຂອງສັງຄົມ ແລະວົງການທຸລະກິດທັງພາຍໃນ ແລະຕ່າງປະເທດ; ສ້າງທຸກເງື່ອນໄຂໃຫ້ສະມາຊິກ ຂອງສະມາຄົມນັກທຸລະກິດໜຸ່ມພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ, ຊຸກຍູ້ ແລະອໍານວຍຄວາມສະດວກໃຫ້ແກ່ສະມາຊິກດໍາເນີນທຸລະກິດຢ່າງຄ່ອງຕົວ. ພາຍໃຕ້ເງື່ອນໄຂເສດຖະກິດຕະຫຼາດ ທີ່ຖືກຕ້ອງຕາມລະບຽບກົດໝາຍ. ຈາກນັ້ນ, ຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕປ່ອນ ບັດເລືອກຕັ້ງເອົາຄະນະບໍລິຫານງານສະມາ ຄົມນັກທຸລະກິດໜຸ່ມແຂວງ ຊຸດທີ IV ມີຜູ້ສະໝັກເລືອກຕັ້ງທັງໝົດ 17 ທ່ານ ເລືອກເອົາ 15 ທ່ານ. ກອງປະຊຸມປະຖົມມະລຶກ ເລືອກໄດ້ຄະນະປະຈໍາສະມາຄົມນັກທຸລະກິດໜຸ່ມແຂວງ ຈຳນວນ ...

Read More »

ຈີນ ເດີນໜ້າທົດລອງ ໃນໃຊ້ເງິນດິຈິຕ໋ອນ ແກ່ຜູ້ຊື້ຫຼາຍໝື່ນຄົນ…

ໃນອາທິດຜ່ານມານີ້ ຊາວຈີນຫຼາຍໝື່ນຄົນ ໄດ້ນຳໃຊ້ເງິນຢວນດີຈິຕ໋ອນ ໃນປ້ຳນ້ຳມັນ Walmart ແລະ ຮ້ານສະດວກຊື້ທົ່ວສູນກາງເຕັກໂນໂລຊີ ທາງຕອນໃຕ້ຂອງ ເຊິນເຈິນ ການທົດລອງຄັ້ງນີ້ ໄດ້ດຳເນີນໄປຢ່າງບໍ່ເຄີຍມີມາກ່ອນທາງດ້ານຂອບເຂດ ແລະຂະໜາດ. ໂດຍບໍ່ພົບຄວາມຫຍຸ້ງໃດໆ ເຮັດໃຫ້ເສດຖະກິດອັນດັບ 2 ຂອງໂລກ ກ້າວໄປສູ່ແຖວໜ້າ ເພື່ອການພັດທະນາສະກຸນເງິນ. ການທົດສອບໃນໂລກແຫ່ງຄວາມເປັນຈິງ ຖືເປັນການທົດລອງທີ່ໃຫຍ່ທີ່ສຸດ ໃນແງ່ຂອງຜູ້ໃຊ້ ແລະ ເງິນທີ່ກ່ຽວຂ້ອງ ເນື່ອງຈາກທະນາຄານກາງຂອງຈີນ ເລີ່ມທົດລອງໃຊ້ເງິນສົດດິຈິຕ໋ອນຂອງຕົນ ໃນບາງຕົວເມືອງ ໃນເດືອນເມສາ, ລັດຖະບານໃນເຊິນເຈິນໄດ້ມອບເງິນໃໝ່ຈຳນວນ 10 ລ້ານຢວນ (1,5 ລ້ານໂດລາ) ຊຶ່ງເອີ້ນວ່າ: Digital Currency Electronic Payment (DCEP) ໃຫ້ກັບປະຊາຊົນທີ່ຄັດເລືອກແບບສຸ່ມ 50,000 ຄົນ ຜ່ານການຈັບສະຫຼາກລາງວັນໃນແອັບກະເປົາເງິນ ຜູ້ຊະນະແຕ່ລະຄົນຈະໄດ້ຮັບ 200 ຢວນ ເພື່ອໃຊ້ຈ່າຍກັບຮ້ານຄ້າຂາຍຍ່ອຍຫຼາຍກວ່າ 3,000 ແຫ່ງ ຊຶ່ງຕັ້ງຢູ່ຕົວເມືອງໜຶ່ງໃນເມືອງໃຫຍ່. ສິ່ງທີ່ດີທີ່ສຸດ ໃນອາທິດການລົງຢ້ຽມຢາມເຊິນເຈິນ ຂອງປະທານາທິບໍດີ Xi Jinping ຖືເປັນກ້າວທີ່ຍິ່ງໃຫຍ່ທີ່ສຸດໃນການທະເຍີທະຍານຂອງ ປັກກິ່ງ ໃນການຕິດຕາມ ແລະ ຄວບຄຸມເສດຖະກິດດິຈິຕ໋ອນຢ່າງວ່ອງໄວ ແລະ ...

Read More »

ທັນຕາມກຳນົດ ການຕິດຕັ້ງລະບົບສາຍສົ່ງ ໂຄງທາງລົດໄຟລາວ-ຈີນ…

ໃນວັນທີ 17 ຕຸລາ ບໍລິສັດ ຮັບເໝົາຂອງຈີນກ່າວວ່າ: ການຕິດຕັ້ງສາຍສົ່ງທຳອິດຂອງລະບົບສາຍສົ່ງ ສຳລັບທາງລົດໄຟລາວ – ຈີນໄດ້ສຳເລັດແລ້ວ ມີຄວາມຍາວ 1.322 ແມັດ ໃນລະຫວ່າງເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນ. China Railway Wuhan Electrification Engineering Group (WEEG) ບໍລິສັດ ທີ່ດຳເນີນໂຄງການວິສະວະກຳເຄື່ອງກົນຈັກ ແລະ ໄຟຟ້າຂອງທາງລົດໄຟກ່າວກັບສໍານັກພີມ Xinhua ວ່າ: ວຽກງານຂອງພວກເຂົາໄດ້ສຳເລັດລົງໃນວັນທີ 15 ທີ່ຜ່ານມາ. ບໍລິສັດໄດ້ຜ່ານຜ່າຄວາມຍາກລຳບາກຫຼາຍຢ່າງ ທັງບັນຫາທີ່ເກີດຈາກການລະບາດຂອງ ໂຄວິດ-19 ໃນການຈັດຕັງປະຕິບັດວຽກງານກໍ່ສ້າງສາຍສົ່ງທຸກຢ່າງ ແຕ່ວ່າກໍໄດ້ສຳເລັດໂຄງການທັງໝົດຢ່າງສົມບູນຕາມກຳນົດເວລາ. ເພື່ອຮັບປະກັນການເຮັດວຽກໃຫ້ໂລ່ງລ່ຽນ, ວິສະວະກອນຂອງ WEEG ໄດ້ກຽມການທີ່ຍາກລຳບາກລວມເຖິງມາດຕະການປ້ອງກັນສຸຂະພາບທີ່ເຂັ້ມງວດ ແລະ ມາດຕະການດ້ານຄວາມປອດໄພໃນການຜະລິດ ນອກເໜືອຈາກແຜນການກໍ່ສ້າງ ໃນຂັ້ນຕອນທຳອິດຂອງການໃຊ້ງານເຄື່ອງກົນຈັກ ແລະ ວຽກງານໄຟຟ້າ ທີ່ເຮັດສັນຍາໃນລາວ. ສຳລັບທາງລົດໄຟ ບໍລິສັດ ໄດ້ສ້າງເສົາວິສະວະກຳແຫ່ງທຳອິດສຳລັບລະບົບຕິດຕໍ່ສາຍເໜືອໃນເດືອນ ມີນາ ເປັນຕົ້ນມາ. ປີ 2020 ມີຄວາມສຳຄັນຢ່າງຍິ່ງ ຕໍ່ຄວາມສຳເລັດດ້ານວິສະວະກຳຂອງໂຄງການທາງລົດໄຟທັງໝົດ. ຊຶ່ງໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2016 ໂດຍມີກຳນົດໃຫ້ສຳເລັດ ແລະ ...

Read More »

ຂົວມິດຕະພາບໄທ – ລາວ ແຫ່ງທີ 6 ຄາດຈະສຳເລັດ ໃນປີ 2025…

ທ່ານ ສັກແຍ້ມ ຊິດຊອບ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທກ່າວວ່າ: ກະຊວງຄົມມະນາຄົມມີກຳນົດທີ່ຈະກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 6 ໃຫ້ສຳເລັດພາຍໃນປີ 2025 ໃນລະຫວ່າງເດີນທາງໄປແຂວງອຳນາດຈະເລີນ, ຍະໂສທອນ ແລະ ມຸກດາຫານ ທາງພາກຕາເວັນອອກສຽງເໜືອທ່ານໄດ້ກ່າວວ່າ: ຂະນະນີ້ທາງກະຊວງກຳລັງຫາລືກັບໜ່ວຍງານຕ່າງໆໃນການເລັ່ງການກໍ່ສ້າງຂົວມິດຕະພາບແຫ່ງທີ 6 ກ່ອນທີ່ທາງການຂອງໄທຈະໄດ້ປຶກສາຫາລືກັບລັດຖະບານລາວ ເພື່ອກຳນົດວັນພິທີເປີດຂົວ. ລັດຖະມົນຕີວ່າການກະຊວງຄົມມະນາຄົມຍັງກ່າວວ່າ: ຂົວໃໝ່ນີ້ມີມູນຄ່າ 4,36 ພັນລ້ານບາດ, ມີຄວາມຍາວ 1,02 ກມ ແລະ ເຊື່ອມທາງຫຼວງ ໝາຍເລກ 2112 ຂອງໄທໃນ ເມືອງ ນາຕານ ທາງຕາເວັນອອກສຽງເໜືອຂອງແຂວງອຸບົນຣາຊະທານີ ແລະ ທາງຫຼວງໝາຍເລກ 13 ໃນເມືອງລະຄອນເພັງ ແຂວງ ສາລະວັນ ຂອງລາວ ທ່ານ ສັກແຍ້ມ ກ່າວອີກວ່າ: ຄາດວ່າທັງໄທ ແລະ ລາວ ຈະແບ່ງປັນຄ່າໃຊ້ຈ່າຍ ໃນການກໍ່ສ້າງຂົວ ແລະ ທີ່ດິນຈະຖືກຊົດເຊີຍໃນອີກ 2 ປີ ຂ້າງໜ້າ. ການກໍ່ສ້າງຂົວຈະເລີ່ມໃນຕົ້ນປີ 2023 ແລະ ຄາດວ່າຈະສຳເລັດໃນປີ 2025 ຂົວມິດຕະພາບໄທ- ລາວ ...

Read More »

ເປີດແລ້ວ..!! ງານຕະຫຼາດນັດລາວສໍາພັນ ສົ່ງເສີມສິນຄ້າ…

ວັນທີ 18 ຕຸລາ 2020 ໄດ້ມີພິທີງານຕະຫຼາດນັດລາວສໍາພັນ ສົ່ງເສີມສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໊ອບ ແລະ ສິນຄ້າຄອບຄົວຕົວແບບ ປະຈໍາປີ 2020. ງານຈັດຂຶ້ນທີ່ຕະຫຼາດລາວສໍາພັນ ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 18 -22 ຕຸລາ 2020  ເຊິ່ງມີຮ້ານວາງສະແດງ 83 ຫົວຫນ່ວຍ ປະກອບມີ ກຸ່ມຜະລິດຜັກອິນຊີ 17 ກຸ່ມ, ຜັກສະອາດ 2 ກຸ່ມ, ໂອດ໋ອບ 23 ຫົວຫນວ່ຍ, ຄອບຄົວຕົວແບບ 17 ຫົວຫນ່ວຍ, ປຸງແຕ່ງ ອາຫານ ແລະ ເຄື່ອງດື່ມ 8 ຫົວຫນ່ວຍ, ເບ້ຍໄມ້ 8 ຫົວຫນ່ວຍ, ວິສາຫະກິດສ່ວນບຸກຄົນ 10 ຫົວຫນ່ວຍ ແລະ ຫົວຫນ່ວຍທຸລະກິດອື່ນໆ ອ້ອມຂ້າງເມືອງສີໂຄດຕະບອງ. ການຈັດງານຄັ້ງນີ້ກໍເພື່ອສົ່ງເສີມການຜະລິດສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໊ອບ, ສິນຄ້າຄອບຄົວຕົວແບບ ແລະ ການເປີດການຕະຫຼາດໃຫ້ກວ້າງຂຶ້ນ ທັງເປັນການກະຕຸ້ນເສດຖະກິດ ໃນໄລຍະທີ່ລັດຖະບານຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ-19, ລວມທັງເປັນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ...

Read More »

ອັດຕາເງິນເຟີ້ ຂອງລາວ ໃນເດືອນກັນຍາ ຢູ່ລະດັບ 4,63%…

ອັດຕາເງິນເຟີ້ເດືອນກັນຍາຫຼຸດລົງເລັກໜ້ອຍ ມາຢູ່ທີ່ລະດັບ 4,63% ຈາກລະດັບ 5,84% ໃນເດືອນສິງຫາ ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວເພີ່ມຂຶ້ນມາຈາກການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການອື່ນໆ ທຽບປີຕໍ່ປີ ເພີ່ມຂຶ້ນ 9,89%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 7,70%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 6,59%. ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 318/ສຖຕ2.2 ລົງວັນທີ 2 ຕຸລາ 2020 ໃຫ້ຮູ້ວ່າ: ດັດສະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ເພີ່ມຂຶ້ນຢູ່ໃນລະດັບ 4,63% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນຜ່ານມາເລັກໜ້ອຍ       ( ເດືອນສິງຫາ 2020 ຢູ່ໃນລະດັບ 5,84% ) ແລະ ສະເລ່ຍໃນ 9 ເດືອນ 2020 ຢູ່ໃນລະດັບ ...

Read More »