ເປີດແລ້ວ..!! ງານຕະຫຼາດນັດລາວສໍາພັນ ສົ່ງເສີມສິນຄ້າ…

ວັນທີ 18 ຕຸລາ 2020 ໄດ້ມີພິທີງານຕະຫຼາດນັດລາວສໍາພັນ ສົ່ງເສີມສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໊ອບ ແລະ ສິນຄ້າຄອບຄົວຕົວແບບ ປະຈໍາປີ 2020.

ງານຈັດຂຶ້ນທີ່ຕະຫຼາດລາວສໍາພັນ ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 18 -22 ຕຸລາ 2020  ເຊິ່ງມີຮ້ານວາງສະແດງ 83 ຫົວຫນ່ວຍ

ປະກອບມີ ກຸ່ມຜະລິດຜັກອິນຊີ 17 ກຸ່ມ, ຜັກສະອາດ 2 ກຸ່ມ, ໂອດ໋ອບ 23 ຫົວຫນວ່ຍ, ຄອບຄົວຕົວແບບ 17 ຫົວຫນ່ວຍ, ປຸງແຕ່ງ ອາຫານ ແລະ ເຄື່ອງດື່ມ 8 ຫົວຫນ່ວຍ, ເບ້ຍໄມ້ 8 ຫົວຫນ່ວຍ, ວິສາຫະກິດສ່ວນບຸກຄົນ 10 ຫົວຫນ່ວຍ ແລະ ຫົວຫນ່ວຍທຸລະກິດອື່ນໆ ອ້ອມຂ້າງເມືອງສີໂຄດຕະບອງ.

ການຈັດງານຄັ້ງນີ້ກໍເພື່ອສົ່ງເສີມການຜະລິດສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໊ອບ, ສິນຄ້າຄອບຄົວຕົວແບບ ແລະ ການເປີດການຕະຫຼາດໃຫ້ກວ້າງຂຶ້ນ ທັງເປັນການກະຕຸ້ນເສດຖະກິດ ໃນໄລຍະທີ່ລັດຖະບານຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ-19, ລວມທັງເປັນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມເປີດງານຄັ້ງນີ້ມີ ທ່ານ ວິລະສັກ ນາມມູນຕີ  ເຈົ້າເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,  ທ່ານ  ຫຼ້າສາຍ ນວນທາສິງ  ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ,  ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ທ່ານ ວິກສຳພັນ ຈັນມະວົງ ຜູ້ຈັດການ ຕະຫຼາດລາວສໍາພັນ ແລະ ປະທານບໍລິສັດ HECC ຈຳກັດຜູ້ດຽວ; ພ້ອມດ້ວຍບັນດາແຂກ ,ນັກທຸລະກິດ ຊາວຄ້າຊາຍເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments