ທັນຕາມກຳນົດ ການຕິດຕັ້ງລະບົບສາຍສົ່ງ ໂຄງທາງລົດໄຟລາວ-ຈີນ…

ໃນວັນທີ 17 ຕຸລາ ບໍລິສັດ ຮັບເໝົາຂອງຈີນກ່າວວ່າ: ການຕິດຕັ້ງສາຍສົ່ງທຳອິດຂອງລະບົບສາຍສົ່ງ ສຳລັບທາງລົດໄຟລາວ – ຈີນໄດ້ສຳເລັດແລ້ວ ມີຄວາມຍາວ 1.322 ແມັດ ໃນລະຫວ່າງເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນ.

lodfai - KaoToday

China Railway Wuhan Electrification Engineering Group (WEEG) ບໍລິສັດ ທີ່ດຳເນີນໂຄງການວິສະວະກຳເຄື່ອງກົນຈັກ ແລະ ໄຟຟ້າຂອງທາງລົດໄຟກ່າວກັບສໍານັກພີມ Xinhua ວ່າ: ວຽກງານຂອງພວກເຂົາໄດ້ສຳເລັດລົງໃນວັນທີ 15 ທີ່ຜ່ານມາ. ບໍລິສັດໄດ້ຜ່ານຜ່າຄວາມຍາກລຳບາກຫຼາຍຢ່າງ ທັງບັນຫາທີ່ເກີດຈາກການລະບາດຂອງ ໂຄວິດ-19 ໃນການຈັດຕັງປະຕິບັດວຽກງານກໍ່ສ້າງສາຍສົ່ງທຸກຢ່າງ ແຕ່ວ່າກໍໄດ້ສຳເລັດໂຄງການທັງໝົດຢ່າງສົມບູນຕາມກຳນົດເວລາ.

ຄວາມຄືບໜ້າ ຂອງ ທາງ ລົດໄຟ ລາວ – ຈີນ - ພູຜາ ມີເດຍ Phupha Media

ເພື່ອຮັບປະກັນການເຮັດວຽກໃຫ້ໂລ່ງລ່ຽນ, ວິສະວະກອນຂອງ WEEG ໄດ້ກຽມການທີ່ຍາກລຳບາກລວມເຖິງມາດຕະການປ້ອງກັນສຸຂະພາບທີ່ເຂັ້ມງວດ ແລະ ມາດຕະການດ້ານຄວາມປອດໄພໃນການຜະລິດ ນອກເໜືອຈາກແຜນການກໍ່ສ້າງ ໃນຂັ້ນຕອນທຳອິດຂອງການໃຊ້ງານເຄື່ອງກົນຈັກ ແລະ ວຽກງານໄຟຟ້າ ທີ່ເຮັດສັນຍາໃນລາວ. ສຳລັບທາງລົດໄຟ ບໍລິສັດ ໄດ້ສ້າງເສົາວິສະວະກຳແຫ່ງທຳອິດສຳລັບລະບົບຕິດຕໍ່ສາຍເໜືອໃນເດືອນ ມີນາ ເປັນຕົ້ນມາ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າ 30%

ປີ 2020 ມີຄວາມສຳຄັນຢ່າງຍິ່ງ ຕໍ່ຄວາມສຳເລັດດ້ານວິສະວະກຳຂອງໂຄງການທາງລົດໄຟທັງໝົດ. ຊຶ່ງໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2016 ໂດຍມີກຳນົດໃຫ້ສຳເລັດ ແລະ ເປີດການໃຫ້ບໍລິການສັນຈອນໄດ້ໃນເດືອນ ທັນວາ 2021. China-Laos Railway ເປັນໂຄງການເຊື່ອມຕໍ່ທາງຍຸດທະສາດ ໃນຂອບໂຄງການ Belt and Road Initiative ທີ່ສະເໜີໂດຍຈີນ ແລະ ແຜນພັດທະນາຂອງປະເທດລາວ ເພື່ອປ່ຽນປະເທດທີ່ປິດກັ້ນທາງບົກ ໃຫ້ກາຍເປັນສູນກາງການເຊື່ອມໂຍງທາງບົກ.

Sith Chant Orange - ທາງລົດໄຟ ຂຸນມີ່ງ - ວຽງຈັນ - ກຸງເທບ - ສິງກະໂປ | Ligne  ferroviaire | Railway Kunming - Vientiane - Bangkok - Singapore

ລົດໄຟໂດຍສານ ແລະ ຂົນສົ່ງສິນຄ້າໄຟຟ້ານີ້ ໄດ້ສ້າງຂຶ້ນຢ່າງສົມບູນ ຕາມມາດຕະຖານການຈັດການ ແລະ ເຕັກນິກຂອງ ຈີນ ຊຶ່ງທາງລົດໄຟ ມີໄລຍະທາງ 422 ກມ ຊຶ່ງມີອຸໂມງຄວາມຍາວ 198 ກມ ແລະ ຂົວລວມຄວາມຍາວ 62 ກມ ຈະແລ່ນຈາກປະຕູພົມແດນ ບໍ່ເຕນ ແຂວງຫຼວງນ້ຳທາ ຊຶ່ງມີຊາຍແດນຕິດກັບຈີນ ຫາ ນະຄອນຫຼວງວຽງຈັນ ດ້ວຍຄວາມໄວສູງສຸດ ໃນການເຮັດວຽກ 160 ກມ /ຊມ.

Comments