ອັດຕາເງິນເຟີ້ ຂອງລາວ ໃນເດືອນກັນຍາ ຢູ່ລະດັບ 4,63%…

ອັດຕາເງິນເຟີ້ເດືອນກັນຍາຫຼຸດລົງເລັກໜ້ອຍ ມາຢູ່ທີ່ລະດັບ 4,63% ຈາກລະດັບ 5,84% ໃນເດືອນສິງຫາ ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວເພີ່ມຂຶ້ນມາຈາກການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການອື່ນໆ ທຽບປີຕໍ່ປີ ເພີ່ມຂຶ້ນ 9,89%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 7,70%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 6,59%.

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 318/ສຖຕ2.2 ລົງວັນທີ 2 ຕຸລາ 2020 ໃຫ້ຮູ້ວ່າ: ດັດສະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ເພີ່ມຂຶ້ນຢູ່ໃນລະດັບ 4,63% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນຜ່ານມາເລັກໜ້ອຍ       ( ເດືອນສິງຫາ 2020 ຢູ່ໃນລະດັບ 5,84% ) ແລະ ສະເລ່ຍໃນ 9 ເດືອນ 2020 ຢູ່ໃນລະດັບ 5,71%.

ພົບພຶດຕິກໍາເຈົ້າໜ້າທີ່ການເງິນສວຍໂອກາດໂທແຈ້ງ ສາຍດ່ວນ 1519 | ເວົ້າສູ່ກັນຟັງ

ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງຂອງໝວດສິນຄ້າ ຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ທຽບປີຕໍ່ປີ ເພີ່ມຂຶ້ນ 7,70%; ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 3,89%; ໝວດເຄື່ອງໃຊ້ໃນຄົວເຮືອນ ເພີ່ມ ຂຶ້ນ 4,87%; ໝວດຮັກສາສຸ  ຂະພາບ ແລະ ປາ ເພີ່ມຂຶ້ນ 5,66%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 6,59%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 9,89%; ໝວດຄົມມະນາຄົມ ແລະ ຂົນສົ່ງ ແມ່ນ 0,91%. ໃນຂະນະດຽວກັນ ໝວດອາຫານ ແລະ ໂຮງແຮມ ຫຼຸດລົງ -2,09%.

laophatthananewspaper: ສັງຄົມ ຍັງ ມີ ຄວາມ ເປັນ ຫວ່ງຕໍ່ ລາຄາ ສິນຄ້າ ໃນ ໄລຍະ  ບຸນ ປີໃໝ່

ການປ່ຽນແປງດັດສະນີລາຄາເດືອນຕໍ່ເດືອນໃນເດືອນກັນຍາ ທຽບກັບເດືອນສິງຫາ 2020 ເພີ່ມຂຶ້ນເລັກໜ້ອຍ ຄື: 0,16% ໃນນີ້ແມ່ນມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,45% ເນື່ອງມາຈາກລາຄາຊີ້ນ, ພືດຜັກ ແລະ ໝາກໄມ້ ປັບຕົວເພີ່ມຂຶ້ນ. ຂະນະດຽວກັນປະເພດເຂົ້າສານແມ່ນມີທ່າອ່ຽງຫຼຸດລົງເລັກໜ້ອຍ -1,02%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,60% ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,39% ເນື່ອງຈາກປະເພດເຄື່ອງນຸ່ງເດັກນ້ອຍ ແລະ ເກີບປັບຕົວເພີ່ມຂຶ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,96% ເນື່ອງຈາກລາຄາຄຳ ເພີ່ມຂຶ້ນ 3,67%.

mu4 - KaoToday

ເມື່ອເວົ້າເຖິງປັດໄຈ ແລະ ສາເຫດທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນກັນຍາ 2020 ເໜັງຕີງແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ຄື:

1). ໄລຍະນີ້ແມ່ນລະດູຝົນເຮັດໃຫ້ການຜະລິດບາງຊະນິດບໍ່ໄດ້ຮັບຜົນເທົ່າທີ່ຄວນ.

2). ຊີ້ນແມ່ນໄດ້ຮັບຜົນກະທົບເຊັ່ນດຽວກັນ ກ່ຽວກັບຕົ້ນທຶນການຜະລິດ ເນື່ອງຈາກຕົ້ນທຶນການຜະລິດ ແລະ ວັດຖຸດິບ ແມ່ນນຳເຂົ້າຈາກຕ່າງປະເທດ ບວກກັບປັດໄຈອັດຕາແລກປ່ຽນ ແລະ ການຈຳກັດຄວາມສ່ຽງຢູ່ເຂດຊາຍແດນ ຍ້ອນຜົນກະທົບຂອງໂຄວິດ – 19 ສົ່ງຜົນໃຫ້ລາຄາຂາຍຍ່ອຍພາຍໃນປະເທດປັບຕົວສູງຂຶ້ນ.

3). ສະພາບການຜະລິດສິນຄ້າພາຍໃນຍັງບໍ່ທັນເຂັ້ມແຂງສົ່ງຜົນໃຫ້ລາຄາປະເພດອາຫານມີລາຄາສູງ ແລະ ທ່າອ່ຽງເພີ່ມຂຶ້ນ. ໃນຂະນະດຽວກັນມີບາງປະເພດສິນຄ້າແມ່ນເໜັງຕີງຫຼຸດລົງ ເຊັ່ນ: ນ້ຳມັນເຊື້ອໄຟ ( ກາຊວນ ), ອາຍແກ໊ສຫູງຕົ້ມ, ປະເພດເຮືອນພັກ ແລະ ໂຮງແຮມ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments