ປະກົດການຍໍ້ທໍ້

ຫ້ອງຕໍາຫຼວດ ທໍາລາຍສິນຄ້າຫ້າມນໍາເຂົ້າ ນໍ້າໜັກ 1.060 ກິໂລກຣາມ…

ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບ ພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍສິນຄ້າຫ້າມນໍາເຂົ້າທີ່ຜິດກົດໝາຍ ( ປະເພດຜັກ ) ລວມນໍ້າໜັກທັງໝົດ 1.060 ກິໂລກຣາມ, ຢູ່ເດີ່ນຫ້ອງຕໍາຫຼວດ ປກສ ນວ ໃນຕອນບ່າຍຂອງວັນທີ 16 ກັນຍາ 2020 ໂດຍມີ ພັທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ພັທ ຄໍາພອນ ພົມມະຈັນ ໄດ້ໃຫ້ຮູ້ວ່າ: ໃນເວລາ 16:00 ໂມງຂອງວັນທີ 15 ກັນຍາ 2020 ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີລົດຕູ້ ສີຂາວ ໝາຍເລກທະບຽນ ກລ 8364 ກຳແພງນະຄອນ ໄດ້ແກ່ສິນຄ້າປະເພດຜັກ ມາຈາກປະເທດເພື່ອນບ້ານ ໂດຍການຂົນສົ່ງມາທາງເຮືອ ເຂດບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ອອກຕິດຕາມກວດກາ ພົບເຫັນລົດຄັນດັ່ງກ່າວ ມຸ່ງໜ້າໄປທາງເຂດບ້ານທ່ານາ (ບໍ່ໂອ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ ຈຶ່ງພົບເຫັນສິນຄ້າປະເພດຜັກບົ່ວໃບ ...

Read More »

ວັງວຽງແຈ້ງ…! ສິ່ງປຸກສ້າງກວມເອົາເຂດສະຫງວນທາງ ແມ່ນໃຫ້ຮື້ຖອນອອກພາຍໃນ 15 ວັນ…

ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການ ເຖິງ: ຜູ້ປະກອບການທຸລະກິດ, ພໍ່ຄ້າຊາວຂາຍ ພາຍໃນເທດສະບານ ແລະ ທົ່ວເມືອງວັງວຽງ. ເລື່ອງ: ການໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນໃຫ້ແກ່ຄະນະສະເພາະກິດຂັ້ນສູນກາງ, ແຂວງ ແລະ ເມືອງ ທີ່ຈະລົງມາເຮັດວຽກແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງວັງວຽງໂດຍມີເນື້ອໃນແຈ້ງການດັ່ງນີ້: 1. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ໃນການລົງເຮັດວຽກຂອງຄະນະສະເພາຈິດແກ້ໄຂສິ່ງກີດຂວາງຕາມເຂດສະຫງວນທາງຍ່າງ ແລະ ທ້ອງຖະໜົນ. ພາບປະກອບເທົ່ານັ້ນ 2. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການໃນການກວດກາ ເບິ່ງສິ່ງປຸກສ້າງ,ການເກາະເອີບ, ຕໍ່ເຕີມ, ວັດຖຸອຸປະກອນທີ່ບໍລິການ ໃນທຸລະກິດ ແລະ ປ້າຍໂຄສະນາ ທີ່ກວມເອົາເຂດສະຫງວນທາງຍ່າງ, ແຄມນ້ຳຊອງ , ແລະ ບ່ອນອື່ນໆທີ່ເປັນເຂດສະຫງວນຂອງສາທາລະນະ, ແມ່ນໃຫ້ຮື້ຖອນ,ຍົກຍ້າຍອອກ ກຳນົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້(16 ກັນຍາ ຫາ ວັນທີ 30 ກັນຍາ 2020) ໃຫ້ສໍາເລັດ, ...

Read More »

ຜູ້ຕິດເຊື້ອ ກໍລະນີທີ 22 ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍແລ້ວ…

ມາຮອດວັນທີ14 ກັນຍາ 2020, ທົ່ວໂລກມີການລາຍງານການລະບາດ ຂອງເຊື້ອພະຍາດ COVID-19 ທັງໝົດ 213 ປະເທດ/ເຂດແຄ້ວນ; ທັງໝົດ 29,154,698ຄົນ; ເສຍຊິວິດ 927,707ຄົນ, ປົວດີ 21,004,616ຄົນ, ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍທີ່ມີທ່າອ່ຽງໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 93,862ຄົນ; ສ່ວນບັນດາປະເທດສະມາຊິກອາຊຽນ ມາຮອດວັນທີ 14 ກັນຍາ 2020 ມີຜູ້ຕິດເຊື້ອພະຍາດ COVID-19 ທັງໝົດ 554,830ຄົນ ແລະເສຍຊີວິດ13,365ຄົນ.ໃນນັ້ນ ຟິລິປິນຕິດເຊື້ອ 248.947ຄົນ, ເພີ່ມຂຶ້ນໃນມື້ດຽວເຖິງ 3.804ຄົນ, ເສຍຊີວິດ 4.066ຄົນ. ອິນໂດເນເຊຍ ຕິດເຊື້ອ 207.203ຄົນ, ເພີ່ມຂຶ້ນ 3.861ຄົນ, ເສຍຊີວິດ 8.456ຄົນ, ສິງກະໂປ ຕິດເຊື້ອ 57.229ຄົນ, ເພີ່ມຂຶ້ນ63ຄົນ, ເສຍຊີວິດ 27ຄົນ. ທ່ານນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ; ຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ ...

Read More »

ຍທຂ ນະຄອນຫຼວງ ກຽມແກ້ໄຂບັນຫານ້ຳຖ້ວມຂັງຕາມເສັ້ນທາງ

ບັນຫານໍ້າຖ້ວມຂັງຕາມເສັ້ນທາງຫຼາຍຈຸດຢູ່ນະຄອນຫຼວງວຽງຈັນ ຍັງແກ້ໄຂບໍ່ຕົກ ໂດຍສະເພາະເສັ້ນທາງໄຟແດງທາດຫຼວງ ເກີດນ້ໍາຖ້ວມຂັງໃນເວລາຝົນຕົກ ຍ້ອນນໍ້າໄຫຼບໍ່ທັນ ຊຶ່ງເກີດຈາກການ ກໍ່ສ້າງ ຫຼື ວາງທໍ່ບໍ່ໄດ້ມາດຕະຖານ.ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ) ທ່ານ ສຸລິວັນ ພົມມະຫາໄຊ ໄດ້ກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂບັນຫານໍ້າຖ້ວມຂັງ ຕາມເສັ້ນທາງໃນເວລາຝົນຕົກວ່າ: ໃນລະດູແລ້ງນີ້ ທາງ ຍທຂ ຈະຮ່ວມກັບຫ້ອງການຄຸ້ມຄອງບໍລິຫານຕົວເມືອງວຽງຈັນ ກຽມເຮັດອະນາໄມທໍ່ລະບາຍ ນ້ຳເປື້ອນ ແລະ ປ່ຽນທໍ່ຫຼາຍຈຸດເພື່ອຫຼຸດຜ່ອນນ້ຳຖ້ວມຂັງໃນເວລາຝົນຕົກຢູ່ຕາມເສັ້ນທາງ ຕ່າງໆຍ້ອນນ້ຳໄຫຼບໍ່ທັນເກີດຈາກມີສິ່ງເສດເຫຼືອໄປອຸດຕັນທໍ່ລະບາຍນ້ຳ ແລະ ບາງ ຈຸດກໍ່ມີທໍ່ລະບາຍນ້ຳທີ່ນ້ອຍ ໂດຍສະເພາະຢູ່ຈຸດໄຟແດງທາດຫຼວງ. ທ່ານ ສຸລິວັນ ໄດ້ກ່າວຕື່ມວ່າ: ການທີ່ເກີດຕະກອນ ຫຼື ສິ່ງເສດເຫຼືອໄປຕັນທໍ່ຕັນນໍ້ ນີ້ເກີດຈາກການ ກໍ່ສ້າງເສັ້ນທາງມາໄດ້ຫຼາຍປີແລ້ວ ແລະ ຂາດງົບປະມານໃນ ການ ເຮັດອະນາໄມ, ນອກນັ້ນຍັງເກີດຈາກຄວາມມັກງ່າຍຂອງປະຊາຊົນບາງຈໍານວນ ທີ່ໄດ້ກວດຂີ້ເຫຍື້ອ ຫຼື ຂີ່ຝຸ່ນລົງໄປໃສ່ທໍ່ລະບາຍນ້ຳຈຶ່ງເກີດໃຫ້ມີສິ່ງອຸດຕັນທໍ່ລະບາຍນ້ຳ, ສະເພາະການປ່ຽນທໍ່ໃໝ່ນັ້ນແມ່ນຈະປ່ຽນຢູ່ຈຸດໄຟແດງທາດຫຼວງທັງສອງຟາກທາງ ໂດຍຈະເອົາທໍ່ເກົ່າທີ່ນ້ອຍອອກ ແລະ ຈະປ່ຽນທໍ່ໃໝ່ທີ່ໃຫ່ຍໃສ່ແທນ, ເຊື່ອວ່າໃນລະດູຝົນໃນ ຕໍ່ໜ້າຈະ ສາມາດແກ້ໄຂບັນຫານ້ຳຖ້ວມຂັງຕາມເສັ້ນທາງໃນນະຄອນຫຼວງວຽງຈັນໄດ້. ແຫຼ່ງຂໍ້ມູນ: ວິທະຍຸແຫ່ງຊາດ

Read More »

ທໍາລາຍ ສິນຄ້າປອມແປງ, ຮຽນແບບ ມູນ​ຄ່າກວ່າ 200 ລ້ານ​ກີບ

ພິ​ທີ​ຈັດ​ທຳ​ລາຍ​ສິນ​ຄ້າ​ເຄື່ອງ​ບໍ​ລິ​ໂພກ​ປະ​ເພດ​ແກ່ນ​ຕາ​ເວັນ, ຖົງ​ບັນ​ຈຸ​ແກ່ນ​ຕາ​ເວັນ ແລະ ເຄື່ອງ​ປຸງ​ອາ​ຫານ​ ປະ​ເພດ​ແຈ່ວ​ເສ​ສວນ, ຖົງ​ບັນ​ຈຸ​ແຈ່ວ​ເສ​ສວນ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 9 ກັນ​ຍາ 2020 ​ທີ່​ສະ​ໜາມ​ຂີ້​ເຫຍື້ອ​ ຫຼັກ 32, ບ້ານ​ນາ​ຜາ​ສຸກ, ເມືອ​ງ​ໄຊ​ທາ​ນີ, ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່​ວມ​ຂອງ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ມີ ທ່ານ ວິ​ລະ​ໄຊ ເລັ່ງ​ສະ​ຫວັດ ຫົວ​ໜ້າ​ກົມການ​ຄ້າ​ພາຍ​ໃນ ພ້ອມ​ດ້ວຍ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ສົມ​ຊາຍ ນົງ​ລາດ ຫົວ​ໜ້າ​ພະ​ແນກກວດ​ກາ​ການ​ຄ້າ, ກົມ​ການ​ຄ້າ​ພາຍ​ໃນ ໄດ້​ຜ່ານ​ຂໍ້​ຕົກ​ລົງ ວ່າ​ດ້ວຍການທໍາລາຍສິນຄ້າທີ່ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍ ປະກອບມີ: 1. ແກ່ນຕາເວັນອົບແຫ້ງຍີ່ຫໍ້ (GNQ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ; 2. ເຄື່ອງປຸງອາຫານປະເພດ ແຈ່ວເສສວນ 201 ແກັດ; 3. ...

Read More »

ຢືນຢັນແລ້ວ!!! ຈີນບໍ່ໄດ້ຍຶດ ເຂື່ອນໄຟຟ້າ ຫຼືໂຄງການສາຍສົ່ງໄຟຟ້າລາວຕາມຂ່າວລືທີ່ເປັນກະແສໃນສັງຄົມອອນລາຍ

ລັດວິສາຫະກິດໄຟຟ້າລາວ ອອກມາຢືນຢັນແລ້ວວ່າ ບໍ່ມີການຍືດເຂື່ອນໄຟຟ້າ ຫຼືໂຄງການສາຍສົ່ງ ຂອງລັດວິສາຫະກິດໄຟຟ້າລາວ ກໍຄືຂອງລັດຖະບານ ແຕ່ຢ່າງໃດ ຕາມຂ່າວລືທີ່ເປັນກະແສໃນສັງຄົມອອນລາຍ!!! ລາຍລະອຽດດັ່ງລຸ່ມນີ້: ແຫຼ່ງຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ

Read More »

ການຜະລິດກຳສິກຳ ຢູ່ ລາວ ຫຼຸດເປົ້າໝາຍ ຍ້ອນ….?

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຂອງສປປ ລາວ ລາຍງານວ່າ: ການຜະລິດກະສິກໍາຂອງສປປ ລາວ ໃນປີ 2020 ຈະຂະຫຍາຍຕົວ ໃນອັດຕາພຽງ 0,9-1,7% ຊຶ່ງຫລຸດຈາກເປົ້າໝາຍເດີມທີ່ຕັ້ງໄວ້ທີ່ 2.8-3% ເນື່ອງຈາກຫຼາຍປັດໃຈລວມມີ ການແຜ່ລະບາດຂອງເຊື້ອ ໂຄວິດ-19, ການແຜ່ລະບາດຂອງພະຍາດ ແລະ ໄພທໍາມະຊາດ. ຂໍ້ມູນຈາກ ບົດລາຍງານທະນາຄານໂລກ ຊີ້ໃຫ້ຮູ້ວ່າ ການຂະຫຍາຍຕົວຂອງພາກກະສິກໍາ ຈະກັບມາຂະຫຍາຍຕົວຄືນ ໃນໄລຍະໂຄວິດ ແຕ່ຢູ່ໃນລະດັບປານກາງ ເນື່ອງຈະໄດ້ຮັບຜົນກະທົບ ໃນການສົ່ງອອກ ແລະ ຄວາມສ່ຽງຈາກສະພາບອາກາດ ເຖິງແມ່ນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການກະຕຸກຊຸກຍູ້ ການຜະລິດທາງດ້ານກະສິກໍາ ເພື່ອການບໍລິໂພກພາຍໃນ ແລະ ເພື່ອສົ່ງອອກຂາຍຕ່າງປະເທດ, ແຕ່ປະລິມານຜົນຜະລິດກະສິກໍາກໍຍັງບໍທັນໄດ້ ຕາມຄາດໜາຍທີ່ກໍານົດ. ຜະລິດຕະຜົນທາງພາກກະສິກໍາ ບາງຈໍານວນ ແມ່ນຍັງສືບຕໍ່ ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ. ສ່ວນອີກສາເຫດໜຶ່ງ ແມ່ນມາຈາກ ພື້ນທີ່ການຜະລິດກະສິກໍາ ຫຼາຍແຫ່ງບໍສາມາດຂະຫຍາຍການຜະລິດໄດ້ ເນື່ອງຈາກຖືກປ່ຽນແທນ ເພື່ອການພັດທະນາ ໂຄງການຕ່າງໆ, ຊຶ່ງຕໍ່ຈາກນີ້ໄປ ແມ່ນຕ້ອງໄດ້ສຸມໃສ່ເຕັກໂນໂລຊີ ທີ່ສາມາດເພີ່ມການຜະລິດໃຫ້ໄດ້ຫຼາຍຂຶ້ນ; ໃນໄລຍະຜ່ານມາ ເຖິງແມ່ນວ່າ ລັດຖະບານໄດ້ເພີ່ມຄວາມພະຍາຍາມ ...

Read More »

ຄວາມຕ້ອງການເລືອດຢູ່ລາວ ສູງກວ່າ ການສະໜອງໃຫ້…

ສູນເລືອດແຫ່ງຊາດ ອົງການກາແດງລາວ ແຈ້ງໃຫ້ຮູ້ວ່າ: ການຈັດກິດຈະກຳບໍລິຈາກເລືອດ ແມ່ນຫຼຸດລົງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ຄວາມຕ້ອງການໃຊ້ເລືອດແມ່ນ ເພີ່ມຂຶ້ນ ແລະສາມາດສະໜອງໄດ້ພຽງແຕ່ 60,000 ຖົງຕໍ່ປີ ຊຶ່ງຖ້າທຽບກັບຄວາມຕ້ອງການແລ້ວແມ່ນມີສູງເຖິງ 80,000 ຖົງຕໍ່ປີ. ທ່ານຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວໄດ້ກ່າວວ່າ: ບໍ່ມີປະເທດໃດທີ່ຈະມີເລືອດພຽງພໍກັບຄວາມຕ້ອງການໃນການປິ່ນປົວຄົນເຈັບ ເພາະວ່າຄວາມຕ້ອງການເລືອດໃນປະເທດໃດໜຶ່ງຈະເທົ່າກັບ 1% ຂອງປະຊາກອນ ໝາຍຄວາມວ່າຖ້າມີປະຊາກອນ 6 ລ້ານຄົນ ຄວາມຕ້ອງການເລືອດ ກໍຈະປະມານ 60,000 ຖົງ ( 1 ຖົງ 350 ຊີຊີ). ສະເພາະຢູ່ ສປປ ລາວ ຄວາມຕ້ອງການໃຊ້ເລືອດກໍມີສູງ ທຽບໃສ່ກັບຄວາມຕ້ອງການຕົວຈິງແມ່ນບໍພຽງພໍ ເຊິ່ງປະຊາກອນລາວໃນປັດເຈຸບັນນີ້ມີຫຼາຍກວ່າ 8 ລ້ານຄົນ ແຕ່ສາມາດຮັບບໍລຈາກເລືອດຈາກສັງຄົມໄດ້ພຽງແຕ່ 60,000 ກວ່າຖົງ ເທົ່ານັ້ນ ຊຶ່ງທາງສູນເລືອດແຫ່ງຊາດກໍໄດ້ມີການສະໜອງເລືອດໃຫ້ເພີ່ມຂຶ້ນ 5,000 ຖົງຕໍ່ປີ ສະເພາະຄວາມຕ້ອງການໃຊ້ເລືອດຫຼາຍຢູ່ລາວແມ່ນຈະໃຊ້ກັບພະຍາດ ປ້າງກິນເລືອດ, ໝາກໄຂ່ຫຼັງຊຸດໂຊມ, ອຸປະຕິເຫດ, ການຜ່າຕັດ ລະໄຂ້ເລືອດອອກ. ທ່ານ ຈັນທະລາ ສຸກສາຄອນ ຍັງໄດ້ກ່າວຕື່ມວ່າ: ໃນວັນທີ ...

Read More »

ກວດສອບດ່ວນ! ລ້ອມຮົ້ວເອົາເສັ້ນທາງ ເພື່ອມາເປັນທີ່ດິນຂອງຕົນເອງ

ຖືກແລ້ວບໍ່? ລ້ອມຮົ້ວເອົາຫົນທາງ ປະຊາຊົນເດືອດຮ້ອນໝົດບ້ານຈາກກໍລະນີທີ່ຜູ້ໃຊ້ເຟສບຸກ Boumbim Sbt ໄດ້ໂພສວິດີໂອ ແລະ ຮູບພາບ ພ້ອມກັບຂໍ້ຄວາມ ທີ່ສາມາດສະຫຼຸບໄດ້ວ່າ: ຄົນເຮົາຢາກໄດ້ດິນລັດມາເປັນຂອງຕົນເອງ ມາລ້ອມຮົ້ວເອົາໂດຍພາລະການ ສ້າງຄວາມເດືອດຮ້ອນໃຫ້ຄົນອື່ນເຊິ່ງເຫດການນີ້ ເກີດຂຶ້ນທີ່ ບ້ານ ໜອງໄຮໂຄກ ເມືອງໂພນທອງ ແຂວງ ຈໍາປາສັກປະຊາຊົນວອນໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າກວດສອບດ່ວນ, ເນື່ອງຈາກການກະທໍາດັ່ງກ່າວໄດ້ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນທີ່ຊົມໃຊ້ຖະໜົນເສັ້ນດັ່ງກ່າວ ວີດີໂອ https://www.facebook.com/groups/1038935139451300/permalink/3513592931985496/

Read More »

ປະຊາຊົນບໍ່ເຫັນດີ ໃນການທຸບຕຶກເກົ່າ ຕະຫຼາດເຊົ້າ

ໃນວັນທີ 07/09/2020 ນີ້ວ່າ ປະຊາຊົນລາວສ່ວນຫຼາຍແມ່ນໄດ້ເວົ້າເປັນຫາງສຽງດຽວກັນ ແລະ ມີຄໍາຖາມດຽວກັນວ່າ: ບໍ່ເຫັນດີທີ່ຈະທຸບຕຶກເກົ່າຕະຫຼາດເຊົ້າ ມໍ 1 ແລະ ມໍ 2 ເພື່ອພັດທະນາໃໝ່ ແລະ ເປັນຫຍັງລັດຖະບານຄືບໍ່ຮັກສາຕຶກໄວ້ໃຫ້ເປັນມໍລະດົກຂອງຊາດ ເພາະຕຶກເກົ່າຕະຫຼາດເຊົ້ານີ້ ຖືວ່າເປັນຕຶກເກົ່າແກ່ຄູ່ ບ້ານຄູ່ ເມືອງວຽງຈັນມາຫຼາຍສະຕະວັດແລ້ວ. ລັດຖະບານໄດ້ອະນຸຍາດໃຫ້ນັກລົງທຶນຈີນເມື່ອບໍ່ດົນມານີ້ ເພື່ອສຳປະທານຕຶກຕະຫຼາດເຊົ້າດັ່ງກ່າວ ໂດຍແມ່ນ ບໍລິສັດ ຮົ່ວຊິນ ພັດທະນາ ຈໍາກັດ ຊຶ່ງມີອາຍຸສໍາປະທານ 40 ປີ ເພື່ອພັດທະນາໃຫ້ເປັນຕຶກ ຫຼື ຕະຫຼາດທີ່ທັນສະ ໄໝປັດຈຸບັນນີ້ທາງບໍລິສັດກໍາລັງກຽມຍົກຍ້າຍຊາວຄ້າຂາຍຕ່າງໆ ອອກຈາກຕຶກດັ່ງກ່າວໂດຍຈະໃຫ້ເວລາ 3 ເດືອນໃຫ້ຍົກຍ້າຍອອກໝົດ ຊຶ່ງທາງບໍລິສັດມີສະຖານທີ່ໄວ້ຮອງຮັບໄວ້ແລ້ວລວມມີ 302. ທີ່ມາ: ວຽງຈັນທາຍhttps://www.vientianetimeslao.la/123ປະຊາຊົນບໍ່ເຫັນດີທີ່ຈະ/

Read More »