ປະກົດການຍໍ້ທໍ້

ບໍ່ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ ແລະ ກຳລັງປິ່ນປົ່ວ 1 ກໍລະນີ

ໃນວັນທີ 27 ກໍລະກົດ 2020, ທີ່ສູນປະຕິບັດງານຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 26 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 374 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 42 ຄົນ, ແຮງງານຈີນ 308 ຄົນ, ແຮງງານຫວຽດ ນາມ 2 ຄົນ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 22 ຄົນ, ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 26 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່, ຕົວເລກຜູ້ຕິດເຊື້ອສະສົມ 20 ຄົນ, ປິ່ນປົວດີ 19 ແລະ ກຳລັງປິ່ນປົວ 1 ກໍລະນີ. ສຳລັບການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ໃນວັນທີ 26 ກໍລະກົດ ...

Read More »

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ຄົນທີ່ 20

ຄະນະສະເພາະກິດລາຍງານດ່ວນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເປັນເພດຊາຍອາຍຸ 32 ປິ, ສັນຊາດເກົາຫລີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງບໍ່ທັນໄດ້ໄປເຮັດວຽກເຂື່ອນເທື່ອ ເພາະວ່າຍັງກັກໂຕຕາມລະບຽບການ ແລະ ຖືກກັກໂຕຢູ່ໂຮງແຮມທີ່ຖືກກຳນດໄວ້ໃນນະຄອນຫຼວງວຽງຈັນ, ຕາມການລາຍງານ ຜູ້ກ່ຽວກ່ອນທີ່ຈະເດີນທາງມາ ສປປ ລາວ ແມ່ນບໍ່ມີອາການຫຍັງ ແລະ ໄດ້ກວດ COVID_19 ດ້ວຍ RT-PCR ເປັນຜົນລົບ ກ່ອນທີ່ຈະເດີນທາງເຂົ້າມາ ສປປ ລາວ ແລະ ຜູ້ກ່ຽວໄດ້ອາໄສຢູ່ນໍາຄອບຄົວທີ່ບໍ່ໄດ້ຕິດເຊື້ອໂຄວິດມາກ່ອນ. ໃນວັນທີ 18 ກໍລະກົດ 2020 ຜູ້ກ່ຽວໄດ້ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ-ໂຕກຽວ) ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A  ເລກທີ່ຕັ້ງນັ່ງ: 015E ຜູ້ກ່ຽວເດີນທາງມາກັບໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ ເດີນທາງຈາກສະໜາມບິນມາໂຮງແຮມດ້ວຍລົດຕູ້ເຊົ່າ (ໂຮງແຮມເຊົ່າມາ), ມີທັງໝົດ 6 ...

Read More »

ລາວ ມີເດັກເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າ…

ປັດຈຸບັນ ສປປ.ລາວ ມີເດັກນ້ອຍເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ, ມີຄວາມສະຫຼຽວສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອ. ພາບປະກອບເທົ່ານັ້ນ ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະສຸກ ໄດ້ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີຄື ໃນ ສປປ.ລາວ ເຖິງແມ່ນວ່າຈະແກ້ໄຂບັນຫາໂພຊະນາການໄດ້ໃນລະດັບໜຶ່ງກໍ່ຕາມ ແຕ່ປະຈຸບັນກໍຍັງມີເດັກນ້ອຍ 1 ໃນ 3 ຄົນ ຫຼືຈໍານວນປະມານເກືອບ 3 ແສນຄົນມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ, ມີຄວມສະຫຼຽວສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອ ພາບປະກອບເທົ່ານັ້ນ ແບບລວງສູງຫຼຸດມາດຕະຖານ, ການຂາດສານອາຫານກະທັນຫັນ ແລະ ການຂາດວິຕາມິນເກືອແຮ່ ຊຶ່ງມາຈາກຫຼາຍສາເຫດ ລວມທັງບໍ່ມີຄວາມໝັ້ນຄົງໃນການຜະລິດສະບຽງອາຫານ ເນື່ອງຈາກສະພາບດິນຟ້າອາກາດປ່ຽນແປງ, ໄພທຳມະຊາດ, ນໍ້າຖ້ວມ, ໄພແລ້ງ ແລະ ການລະບາດຂອງແມງໄມ້ສັດຕູພືດ (ຕັກກະແຕນ), ປະຊາຊົນມີພຶດຕິກຳການບໍລິໂພກອາຫານທີ່ບໍ່ຫຼາກຫຼາຍພຽງພໍ ເຮັດໃຫ້ມີການເກີດພະຍາດຫຼາຍຊະນິດແຊກຊ້ອນທັງໃນເດັກ ແລະ ຜູ້ໃຫຍ່ເພີ້ມຂື້ນ. ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: CNN Lao ...

Read More »

ສາທາ ເປັນຫ່ວງພຶດຕິກຳການໃຊ້ຊີວິດ ຂອງປະຊາຊົນ ຫວັ່ນໂຄວິດ-19 ກັບມາລະບາດຮອບສອງ

ການທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຕິດຕໍ່ກັນເປັນເວລາ 93 ວັນ ປະຊາຊົນໃນຂອບເຂດທົ່ວປະເທດ ຈຳນວນບໍ່ໜ້ອຍເຫັນວ່າປ່ອຍປະລະເລີຍ ກັບບາງມາດຕະການ ທີ່ຄະ ນະສະເພາະກິດວາງອອກ ເຊັ່ນ: ການປະຕິບັດຫລັກການອະນາໄມ, ການທຳຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ເວລາອອກໄປທີ່ຊຸມຊົນຍັງບໍ່ໃສ່ຜ້າປິດປາກ-ດັງ, ບໍ່ປະຕິບັດຮັກສາໄລຍະຫ່າງ ແລະ ອື່ນໆ ຫາກປະຊາຊົນຍັງບໍ່ປ່ຽນພຶດຕິກຳການໃຊ້ຊີວິດ ລາວອາດເກີດການລະບາດຮອບໃໝ່. ທ່ານ ນາງ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ກໍລະກົດ 2020 ນີ້ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 93 ວັນຕິດຕໍ່ກັນ, ເຊິ່ງມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 315 ຕົວຢ່າງ ໃນນັ້ນແຮງງານລາວ ທີ່ກັບມາແຕ່ໄທ 293 ຄົນ ແລະ ກໍລະນີສົງໄສ 22 ຄົນ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ ມາເຖິງ ວັນທີ 13 ກໍລະກົດ ...

Read More »

ເຈົ້າໜ້າທີ່ແຂວງຄຳມ່ວນ ທໍາລາຍເຄື່ອງໃນສັດເກືອບ 2 ໂຕນ ທີ່ລັກລອບນໍາເຂົ້າແຖມປົນເປື້ອນສານເຄມີ…

ຍັງມີໃຫ້ເຫັນມາເລື້ອຍໆສໍາລັບການລັກລອບນໍາເຂົ້າສິນຄ້າແບບບໍ່ຖືກຕ້ອງ ເຖິງແມ່ນວ່າຜ່ານມາພາກສ່ວນກ່ຽວຂ້ອງຈະມີການຄຸມເຂັ້ມກວດຍຶດທໍາລາຍຖິ້ມມາແລ້ວຈໍານວນບໍ່ໜ້ອຍ ແຕ່ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຝ່າຝືນເຮັດສິ່ງຜິດລະບຽບກົດໝາຍຢູ່, ຫຼ້າສຸດພົບຢູ່ຄໍາມ່ວນເປັນເຄື່ອງໃນສັດເກືອບ 2ໂຕນ ເຊິ່ງເຈົ້າໜ້າທີ່ກໍ່ສາມາດຍຶດໄດ້ ແລະ ນໍາໄປທໍາລາຍຖິ້ມ. ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ໃນເວລາ 9:00 ໂມງ ຂອງວັນທີ 7 ກໍລະກົດ 2020 ມີພົນລະເມືອງດີທ່ານໜຶ່ງແຈ້ງຕໍ່ເຈົ້າໜ້າທີ່ວ່າມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມກົດໝາຍ ທາງເຈົ້າໜ້າທີ່ກໍ່ໄດ້ລົງເຄື່ອນໄຫວຕິດຕາມລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນສິນຄ້າປະເພດຕັບໝູ ແລະ ເຄື່ອງໃນງົວ, ຄວາຍ ທີ່ຊຸກເຊື່ອງຢູ່ພື້ນລົດ ເຊິ່ງມີທັງໝົດຈຳນວນ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມີມູນຄ່າ 28 ລ້ານກວ່າກີບ. ຕາມການກວດກາຂອງເຈົ້າໜ້າທີ່ເຫັນວ່າສິນຄ້າ ປະເພດດັ່ງກ່າວແມ່ນມີສານເຈືອປົນເປັນຈຳນວນຫຼາຍ ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຍຶດ ພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 8 ກໍລະກົດ 2020 ໂດຍມີເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆຂອງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ. ແຫຼ່ງຂໍ້ມູນ: Khammouane News

Read More »

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ(ອຄ.ນວ) ໄດ້ທໍາລາຍສິນຄ້ານໍາເຂົ້າຈາກຕ່າງປະເທດ ນໍ້າໜັກເກືອບ 7ໂຕນ ມູນຄ່າປະມານ 71 ລ້ານກີບ….

ທ່ານ ນັນຕາ ສານຸວົງ ກ່າວວ່າ: ໃນວັນທີ 7 ກໍລະກົດ 2020 ໄດ້ລົງກວດກາ ແລະ ພົບເຫັນລົດຂົນສົ່ງສິນຄ້າມາຈາກປະເທດຫວຽດນາມ ໝາຍເລກທະບຽນ 74 C 03595 ຢູ່ສະຖານທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງຜ່ານການກວດກາສິນຄ້າ ໂດຍສົມທຽບໃສ່ເອກະສານຢັ້ງຢືນແຫຼ່ງທີ່ມາ ລາຍການແຈ້ງສິນຄ້າມີຈຳນວນ 1,600 ກິໂລ, ແຕ່ສິນຄ້າຕົວຈິງມີຈຳນວນເກີນເອກະສານຢັ້ງຢືນແຫຼ່ງທີ່ມາຈໍານວນຫຼວງຫຼາຍ ແລະ ບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ. ສິນຄ້າດັ່ງກ່າວປະກອບມີ: ໝາກເລັ່ນ ຈຳນວນ 2,100 ກິໂລ, ໝາກນາວ 2,580 ກິໂລ, ກາລົດສີມ້ວງ 200 ກິໂລ, ໝາກມັງກອນ 2,000 ກິໂລ ໂດຍນນໍ້າໜັກລວມທັງໝົດ 6,880 ກິໂລ ເປັນມູນຄ່າປະມານ 71 ລ້ານກີບ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຄ.ນວ ຈຶ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວມາມາທຳລາຍຖີ້ມ. ທ່ານ ນັນຕາ ສານຸວົງ ກ່າວຕື່ມອີກວ່າ: ການທຳລາຍສິນຄ້າ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ...

Read More »

ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເຖິງ 58 ກໍລະນີ ໃນເວລາພຽງມື້ດຽວ….

ຕາມການລາຍງານ ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບຂອງການລະບາດພະຍາດໄຂ້ຍຸງລາຍ ຢູ່ ສປປ. ລາວ ໃນວັນທີ 6 ກໍລະກົດ 2020 ມີຜູ້ຕິດເຊື້ອທັງໝົດ 58 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ. ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ທຸກປີກ້າວເຂົ້າສູ່ລະດູຝົນ ພະຍາດໄຂ້ຍຸງລາຍ ກໍ່ມັກຈະເກີດຂຶ້ນໃນຫລາຍແຂວງ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ 6 ກໍລະກົດ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 2,564 ຄົນ, ໂດຍມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ເຊິ່ງມີເຖິງ 584 ຄົນ, ຮອງລົງມາແມ່ນ ແຂວງວຽງຈັນ 317 ກໍລະນີ, ບໍລິຄຳໄຊ 329 ກໍລະນີ ແລະ ແຂວງອັດຕະປື 238 ...

Read More »

ຂ່າວດ່ວນ!!! ປະກັນສັງຄົມແຫ່ງຊາດ ເຜີຍແຜ່ຮ່າງໜັງສືຢັ້ງຢືນທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼືໃຫ້ການຄຸ້ມຄອງ ເພື່ອຂໍຮັບ ເງິນອຸດໜູນວ່າງງານສະເພາະ.

ຂ່າວດີ ຂ່າວດ່ວນ ປະກັນສັງຄົມແຫ່ງຊາດ ເຜີຍແຜ່ຮ່າງໜັງສືຢັ້ງຢືນທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼື ໃຫ້ການຄຸ້ມຄອງ ເພື່ອຂໍຮັບ ເງິນອຸດໜູນວ່າງງານສະເພາະ.

Read More »

ອອກມາແລ້ວ!!! ນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບໃນຊ່ວງ ໂຄວິດ-19

ອອກມາແລ້ວ❗️❗️❗️ ນະໂຍບາຍດ້ານການປະກັນສັງຄົມ ເພື່ອແກ້ໄຂຜົນກະທົບ ຊ່ວງ ໂຄວິດ -19  ຈາກອົງການປະກັນສັງຄົມແຫ່ງຊາດ 👉👉ທ່ານສາມາດສະຫມັກເຂົ້າເປັນສະມາຊິກໄດ້ ທີ ສຄອຊ 📍 ຖະໜົນ ໄກສອນພົມວິຫານ(ຫຼັກ05), ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ 📍 https://her.is/2LNVPpn ☎️ 021 453 312-4 ຕໍ່ສາຍ 108 📧 [email protected] 🌐 www.lncci.la

Read More »

ຂ່າວດີ!!! ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ຄົບ 2 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຊິ່ງຫຼ້າສຸດຈາກການເກັບຕົວ ຢ່າງມາກວດວິເຄາະທັງໝົດ 207 ຄົນໃນວັນທີ 10 ມິຖຸນາ 2020 ແມ່ນບໍ່ພົບເຊື້ອໄວຣັສປອດອັກເສບ. ໃນວັນທີ 11 ມິຖຸນາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕໍ່ສື່ມວນຊົນ. ຜ່ານການຖະແຫຼງຂ່າວໃຫ້ຮູ້ວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 10 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 207 ຄົນ, ໃນນັ້ນ: ແຮງງານລາວກັບມາແຕ່ໄທ 182 ຄົນ, ແຮງງານຫວຽດນາມ 17 ຄົນ ແລະ ກໍລະນີສົງໄສ 08 ຄົນ. ...

Read More »