ພິທີຈັດທຳລາຍສິນຄ້າເຄື່ອງບໍລິໂພກປະເພດແກ່ນຕາເວັນ, ຖົງບັນຈຸແກ່ນຕາເວັນ ແລະ ເຄື່ອງປຸງອາຫານ ປະເພດແຈ່ວເສສວນ, ຖົງບັນຈຸແຈ່ວເສສວນ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2020 ທີ່ສະໜາມຂີ້ເຫຍື້ອ ຫຼັກ 32, ບ້ານນາຜາສຸກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ວິລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຊາຍ ນົງລາດ ຫົວໜ້າພະແນກກວດກາການຄ້າ, ກົມການຄ້າພາຍໃນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການທໍາລາຍສິນຄ້າທີ່ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ວ່າ: ໂດຍປະຕິບັດຕາມພາລະບົດບາດ ແລະ ທິດຊີ້ນຳຂອງຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າພາຍໃນ ໄດ້ຈັດພິທີທຳລາຍ ປະກອບມີ: 1. ແກ່ນຕາເວັນອົບແຫ້ງຍີ່ຫໍ້ (GNQ) ທີ່ໄດ້ບັນຈຸໃນແກັດ ຈໍານວນ 219 ແກັດ; 2. ເຄື່ອງປຸງອາຫານປະເພດ ແຈ່ວເສສວນ 201 ແກັດ; 3. ແກ່ນຕາເວັນຍັງບໍ່ທັນບັນຈຸ 105 ກິໂລ ແລະ 4. ຖົງເປົ່າບັນຈຸແກ່ນຕາເວັນ ແລະ ແຈ່ວເສສວນ 22 ເປົ້າ ລວມມູນຄ່າທັງໝົດ ປະມານ 208.405.000 ກີບ.

ສິນຄ້າດັ່ງກ່າວ ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ, ກວດກາເປົ້າໝາຍພົບທີ່ ໂຮງງານ ອັດຮ່າຍ ແລະ ປຸງແຕ່ງອາຫານ, ຢູ່ບ້ານແກ້ງໄຄ້, ເມືອງໄຊທານີ ແລະ ຮ້ານຈຳໜ່າຍ ສິນຄ້າຂອງໂຮງງານດັ່ງກ່າວ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ໃນວັນທີ 16 ມິຖຸນາ 2020 ຜ່ານມາ ເຊິ່ງໂຮງງານດັ່ງກ່າວໄດ້ນໍາໃຊ້ໃບທະບຽນວິສາຫະກິດບໍລິສັດຜະລິດຕະພັນອາຫານຢົງລີ ວຽງຈັນ ຈໍາກັດຜູ້ດຽວ ມີການຜະລິດແກ່ນຕາເວັນອົບແຫ້ງ ແລະ ແຈ່ວເສສວນ ໂດຍບໍໄດ້ຮັບອະນຸຍາດ ການດຳເນີນທຸລະກິດການຜະລິດ ຈາກຂະແໜງອຸດສາຫະກໍາ, ບໍມີໃບຢັ້ງຢືນ ອຍ ຈາກຂະແໜງສາທາລະນະສຸກ

ສະນັ້ນ, ຈຶ່ງບໍ່ຮັບປະກັນທາງດ້ານຄຸນນະພາບ. ນອກນັ້ນ, ໃນຊອງບັນຈຸແກ່ນຕາເວັນຍັງລະບຸແອບອ້າງຊື່ຂອງບໍລິສັດນຳເຂົ້າອື່ນ ໂດຍບໍ່ໄດ້ຮັບອານຸຍາດ ແລະ ຊອງບັນຈຸແຈ່ວເສສວນ ກໍໃສ່ຮູບຄືກັບແຈ່ວທີ່ນໍາເຂົ້າ ຈຶ່ງເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດແຫຼ່ງທີ່ມາ ຖືວ່າເປັນການຫຼອກລວງຜູ້ຊົມໃຊ້. ສະນັ້ນ, ຄະນະລົງກວດກາ ຈຶ່ງໄດ້ຍຶດສິນຄ້າ ແລະ ໄດ້ນຳມາທຳລາຍຖີ້ມຕາມລະບຽບການ. ສ່ວນໂຮງງານດັ່ງກ່າວ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ໃສ່ມາດຕະການຕາມລະບຽບກົດໝາຍ.
ແຫຼ່ງຂໍ້ມູນ: ຂ່າວເສດຖະກິດ ການຄ້າ