ປະກົດການຍໍ້ທໍ້

ຂ່າວດີ!! ຕອນນີ້ ສປປ ລາວເຮົາກາຍເປັນປະເທດປອດຜູ້ຕິດເຊື້ອໂຄວິດ-19 ແລ້ວ

ນັບເປັນເວລາ 59 ມື້ ທີ່ ສປປ ລາວ ບໍ່ມີລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຂ່າວດີຍິ່ງກວ່າອີກແມ່ນ ຜູ້ປ່ວຍຕິດເຊື້ອທັງ 19 ຄົນ ປິ່ນປົວຫາຍດີ ອອກໂຮງໝໍໝົດແລ້ວ ໂດຍຄົນສູດທ້າຍແມ່ນອອກໃນວັນທີ 9 ມິຖຸນາ 2020 ທີ່ຜ່ານມາ. ໃນວັນທີ 10 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫຼງກ່ຽວກັບຄວາມຄືບໜ້າຂອງວຽກງານການເຝົ້າລະວັງ ແລະ ຄວບຄຸມຂອງການລະບາດເຊື້ອພະຍາດໂຄວິດ-19 ໂດຍມີບັນດາສື່ມວນຊົນເຂົ້າຮ່ວມ. ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ໃຫ້ຮູ້ວ່າ: ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.859 ຄົນ ຈຸດຜ່ານດ່ານລາວ-ໄທ 1.240 ຄົນ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີແຮງງານ 63 ຄົນ (ມີຖິ່ນຖານຈາກ ສະຫວັນນະເຂດ 57 ຄົນ ...

Read More »

ທຸກຄົນທີ່ເດີນທາງມາ ສປປ ລາວຄວນປະຕິບັດຕາມມາດຕະການຂັ້ນເທິງວາງອອກ…

ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປ ລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍຕາມ ໂດຍ 19 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວແມ່ນສາມາດປິ່ນປົວດີແລ້ວ ແລະ ສາມາດກັບບ້ານໄດ້ແລ້ວ ແຕ່ໃນຕໍ່ໜ້າທາງກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງຕ້ອງໄດ້ສືບຕໍ່ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດຄືເກົ່າ ເຊິ່ງການເຝົ້າລະວັງຜູ້ທີ່ມາຈາກຕ່າງປະເທດເຂົ້າມາລາວນີ້ຈະແມ່ນມາດຕະການຫຼັກ ຫຼືສໍາຄັນທີ່ສຸດ ທີ່ເລັ່ງໃສ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາແຜ່ລະບາດຄືນໃໝ່ໃນຕໍ່ໜ້າ. ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນບໍ່ດົນມານີ້ກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ໃນຕໍ່ໜ້າວ່າ: ຫຼາຍປະເທດຍັງມີການແຜ່ລະບາດຄືນໃໝ່ຂອງພະຍາດດັ່ງກ່າວ, ບາງປະເທດມີການແຜ່ລະບາດຄືນໃໝ່ ເຖິງ 3-4 ເທື່ອແລ້ວກໍມີ. ດັ່ງນັ້ນ, ມາດຕະການປ້ອງກັນພະຍາດດັ່ງກ່າວໃນຕໍ່ໜ້າ ທາງລັດຖະບານ ໂດຍສະເພາະກະຊວງສາທາລະນະສຸກ ຍັງຕ້ອງໄດ້ເຮັດວຽກໜັກຄືເກົ່າເພື່ອບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາແຜ່ລະບາດຢູ່ລາວເປັນເທື່ອທີ 2. ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເຖິງແມ່ນວ່າຢູ່ ສປປລາວ ຈະສາມາດຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວກໍ່ຕາມ ໂດຍ 19 ທ່ານ ຮສ ດຣ. ບຸນກອງ ໄດ້ກ່າວຕື່ມວ່າ: ໃນອະນາຄົດ ມາດຕະການທີ່ສໍາຄັນທີ່ສຸດທີ່ຕ້ອງໄດ້ເຮັດ ຫຼືວຽກການເຝົ້າລະວັງພະຍາດນີ້ ການເຝົ້າລະວັງຄົນທີ່ກັບມາແຕ່ຕ່າງປະເທດ ຖືວ່າແມ່ນສໍາຄັນຫຼາຍຕ້ອງເຂັ້ມງວດສຸດໆ ໂດຍສະເພາະມາຈາກປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ນອກນັ້ນທຸກໆແຂວງຕ້ອງມີສູນກັກກັນໂດຍສະເພາະແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ, ທຸກຄົນທີ່ເຂົ້າມາຕ້ອງໄດ້ກວດ ແລະ ຕ້ອງກັກກັນໄວ້ກ່ອນ ນອກນັ້ນຕ້ອງປະຕິບັດລະບຽບການ ເຊັ່ນ: ທຸກຄົນຕ້ອງມີໃບຢັ້ງຢືນກວດສຸຂະພາບຈາກປະເທດທີ່ມາ, ...

Read More »

ສໍາຫຼັບຜູ້ໃດທີ່ເດີນທາງໄປທ່ອງທ່ຽວເມືອງ ວັງວຽງ ຄວນເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 …

ອົງການປົກຄອງເມືອງວັງວຽງ, ແຂວງວຽງຈັນ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງ ເພີ່ມຄວາມເອົາ ໃຈໃສ່ ເຄື່ອນໄຫວຕິດຕາມສະພາບຄວາມເປັນລະບຽບຮຽບຂອງການທ່ອງທ່ຽວພາຍໃນເມືອງໃຫ້ເຂັ້ມງວດກ່ວາເກົ່າ ຫລັງຈາກສະພາບການທ່ອງທ່ຽວກັບມາຄຶກຄື້ນອີກຄັ້ງ ແຕ່ມີນັກທ່ອງທ່ຽວພາຍໃນປະເທດຈໍານວນຫລາຍສົມຄວນບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍານົດໄວ້. ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດວ່າ: ຫລັງຈາກທີ່ລັດຖະບານ ມີມາດຕະການຜ່ອນພັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເປັນຈໍານວນຫລວງ ຫລາຍ ໂດຍສະເພາະໃນໄລຍະທ້າຍເດືອນພຶດສະພາ ຜ່ານມາ ເນື່ອງຈາກເປັນໄລຍະພັກຍາວ ເຮັດໃຫ້ຢູ່ຕາມໂຮງ ແຮມ-ເຮືອນພັກ, ຮ້ານອາຫານ ແລະ ບັນດາສະ ຖານທີ່ທ່ອງທ່ຽວສໍາຄັນເຕັມໄປດ້ວຍນັກທ່ອງທ່ຽວ. ນີ້ຖືເປັນພາບພົດອັນດີທີ່ບົ່ງບອກວ່າການທ່ອງທ່ຽວຢູ່ເມືອງວັງວຽງ ເລີ່ມກັບມາຄຶກຄື້ນອີກຄັ້ງ. ຢ່າງໃດກໍ່ຕາມ ມີນັກທ່ອງທ່ຽວຈໍານວນຫລາຍສົມຄວນ ໄດ້ນໍາເອົາອາຫານ-ເຄື່ອງດື່ມ ແລະ ເຄື່ອງສຽງໃສ່ລົດສ່ວນຕົວແລ້ວໄປຈອດຢູ່ຕາມສະ ຖານທີ່ທ່ອງທ່ຽວສໍາຄັນ ໂດຍສະເພາະຢູ່ຖະໜົນແຄມນໍ້າຊອງທີ່ສ້າງຂຶ້ນໃໝ່ ແລ້ວເປີດເພັງເນືອງນັນ ແລະ ມົ່ວສຸມຊຸມແຊວຢ່າງລື່ນເລີງ ສົ່ງຜົນກະທົບຕໍ່ຜູ້ອື່ນທີ່ຕ້ອງການໄປພັກຜ່ອນແບບສະຫງົບ. ນອກຈາກນີ້ ຍັງຜິດຕໍ່ລະບຽບການທີ່ຄະນະສະເພາະກິດກໍານົດໄວ້ ຍ້ອນບໍ່ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ. ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການປົກຄອງເມືອງ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຄື່ອນໄຫວກວດກາຢູ່ບັນດາຫົວໜ່ວຍບໍລິ ການ ແລະ ສະຖານທີ່ທ່ອງທ່ຽວພາຍໃນເມືອງ ...

Read More »

ຊົມເຊີຍ!!!! ເຈົ້າໜ້າທີ່ລາວ ຈັບຄົນຂາຍເລກເຖື່ອນໄດ້ຈໍານວນຫຼາຍ

ວິທະຍຸກະຈາຍສຽງ ສະຫວັນນະເຂດໄດ້ລາຍງານວ່າ: ປັດຈຸບັນ ມີກຸ່ມຄົນຈໍານວນໜຶ່ງຢູ່ພາຍໃນແຂວງ ກໍຄືທ້ອງຖີ່ນພາກັນລັກລອບເຄື່ອນໄຫວຂາຍເລກເປັນຂະບວນການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເອີ້ນວ່າ “ເລກເຖື່ອນ” ເພື່ອໃຫ້ຄົນຊ່ຽງໂຊກເຊີ່ງເປັນລັກສະນະການພະນັນອີກຮູບການໜຶ່ງເປັນຕົ້ນ ເລກລາວ, ເລກຫວຽດ, ເລກໄທ. ແຕ່ອໍານາດການປົກຄອງ ການຈັດຕັ້ງຂັ້ນບ້ານ ໄດ້ເບີ່ງຂ້າມບໍ່ມີການແກ້ໄຂເຮັດໃຫ້ຫາງສຽງໄປໃນທາງທີ່ບໍ່ດີວ່າ ອໍານາດການປົກຄອງເມືອງ ແລະ ບ້ານ ບໍ່ມີການກວດກາຄືປ່ອຍປະລະເຫຼີງ, ຕໍ່ກັບບັນຫານີ້ທາງຫ້ອງຕໍາຫຼວດ ປກສ ແຂວງ ສະຫວັນນະເຂດ ພະແນກຕໍາຫຼວດເສດຖະກິດ ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂ. ຫຼ້າສຸດໃນຫຼາຍເດືອນພຶດສະພາ ທີ່ຜ່ານມາ, ວັນທີ 26 ພືດສະພາ 2020 ຫ້ອງຕໍາຫຼວດ ປກສ ແຂວງ, ພະແນກຕໍາຫຼວດເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ສຶກສາອົບຮົບຜູ້ຂາຍຫວຍ-ເລກເຖື່ອນ ເພື່ອບໍ່ໃຫ້ມີການກະທໍາຜິດອີກ. ເຊີ່ງການກະທໍາຜິດດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນໝວດທີ 2 ການກະທໍາຜິດກ່ຽວກັບຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕາມມາດຕາ 141 ການຫຼິ້ນການພະນັນທີ່ຕ້ອງຫ້າມໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກມີການຫຼິ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໄໝແຕ່ 5.000.000 ກີບ ຫາ 10.000.000 ກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼືເປັນເຈົ້າມື ຫຼືເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະຫຼະພາບແຕ່ ...

Read More »

ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ສໍ້ໂກງຊັບຂອງພົນລະເມືອງ ໃຫ້ຈຳຄຸກ 15 ປີ

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ, ການຟອກເງິນ, ລະເມີດກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ແລະ ລະເມີດກົດໝາຍວ່າດ້ວຍວິສາຫະກິດ ໃຫ້ຈຳຄຸກ 15 ປີ ພ້ອມປັບໃໝ 423.000 ໂດລາ ກັບ 10.000.000 ກີບ ແລະ ໃຊ້ແທນຄ່າເສຍຫາຍໃຫ້ໂຈດທາງແພ່ງ ຈຳນວນ 14.129.300 ໂດລາ; ນອກນີ້, ຍັງຕັດສິນຈຳເລີຍສົມຮູ້ຮ່ວມຄິດ ຈຳນວນ 3 ຄົນ ໃນວັນທີ 23 ພຶດສະພານີ້. ສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 198/ອກຍ.ນວ, ລົງວັນທີ 26 ກຸມພາ 2018 ໂດຍມີຈຳເລີຍ 4 ຄົນຄື: ທ້າວ ຮຸດສຸວັນ (Mr Hout SOVANN) (ຈຳເລີຍ1) ອາຍຸ 33 ປີ ເຊື້ອຊາດ-ສັນຊາດກຳປູເຈຍ ອະດີດປະທານບໍລິສັດ ເອຊຽນເຟດສ໌ (ບໍລິສັດກ່ຽວກັບການຄ້າຂາຍສິນຄ້າທຸກປະເພດການຊື້-ຂາຍ ແລະ ແລກປ່ຽນກໍາມະສິດພາຫະນະ, ...

Read More »

ກະຊວງຍຸຕິທໍາ ຜັນຂະຫຍາຍເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດປາຖະກະຖາເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ (9 ທັນວາ 2003-9 ທັນວາ 2018) ໂດຍການໃຫ້ກຽດປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທຳ,  ມີທ່ານ ສຸກຖາວອນ ແດງເພັງ ຫົວໜ້າພະແນກຕ້ານການສໍ້ລາດບັງຫຼວງ, ກົມສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ຫົວໜ້າກົມ, ຮອງກົມ, ຫ້ອງການ, ສກສ, ສຍຊ, ຫົວໜ້າພະແນກ, ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມທ່ານປະທານໃຫ້ກຽດເຜີຍແຜ່ບົດປາໄສຂອງ ທ່ານ ສີໄນ ມຽງລາວັນ ຮອງປະທານ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເນື່ອງໃນໂອກາດ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 15 ປີ. ການສໍ້ລາດບັງຫຼວງ ແມ່ນສະພາບການຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ ເປັນໄພອັນຕະລາຍຮ້າຍແຮງ ຊຶ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນທົ່ວໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ...

Read More »

ຮ້ານເກມ ເປັນຈຸດທີ່ມີຄວາມສ່ຽງສູງຕໍ່ບັນຫາ ສິ່ງເສບຕິດ

ໃນປີ 2018 ທົ່ວເມືອງໄຊທານີ ມີສະຖານທີ່ ຈຸດທີ່ມີຄວາມສ່ຽງໃນການເຄື່ອນໄຫວຄ້າຂາຍຢາເສບຕິດເຖິງ 30 ຈຸດ; ໃນນັ້ນຫຼາຍກວ່າໝູ່ແມ່ນຮ້ານເກມອິນເຕີເນັດ ເຊິ່ງມີເຖິງ 19 ຈຸດ. ທ່ານ ພັນໂທ ສີທົນ ຂຽວນາມວົງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາປີ 2018 ຂອງເມືອງໄຊທານີ ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ແກ້ໄຂສະຖານທີ່ທີ່ມີຄວາມສ່ຽງ ແລະ ມີການເຄື່ອນໄຫວຄ້າຂາຍຢາເສບຕິດ 30 ຈຸດ; ໃນນັ້ນມີຮ້ານເກມອິນເຕີເນັດ 19, ຮ້ານສະນຸກເກີ້ 9, ໂຮງແຮມ 2; ພ້ອມທັງໄດ້ເຮັດບົດບັນທຶກສຶກສາອົບຮົມຜູ້ປະກອບການຈໍານວນ 35 ຄົນ. ນອກຈາກນີ້ຍັງສາມາດແກ້ໄຂຈຸດມົ້ວສຸມຄ້າຂາຍ ແລະ ເສບຢາເສບຕິດ ສາມາດກັກຜູ້ຖືກຫາໄດ້ 39 ຄົນ, ຍິງ 4 ຄົນ; ໃນນັ້ນ 7 ຄົນ, ຍິງ 2 ຄົນ ແມ່ນເປົ້າໝາຍຄ້າຂາຍຢາເສບຕິດ ແລະ ອີກ 32 ຄົນ, ...

Read More »

ຖືກສັ່ງຢຸດກິດຈະການຊົ່ວຄາວ ພ້ອມໃຫ້ໂຮງງານແກ້ໄຂບັນຫາໂດຍດ່ວນ

ພາຍຫຼັງມີການຮ້ອງຮຽນ ຈາກປະຊາຊົນ ກ່ຽວກັບກໍລະນີ ມີກິ່ນເໝັນຮຸນແຮງ ຈາກເຂດ ບໍລິເວນໂຮງງານກາເຟ ຫວຽດນາມ ທີ່ເຂດ ເມືອງປາກຊ່ອງ, ແຂວງຈໍາປາສັກ. ມາເຖິງວັນທີ 22​ ພະຈິກ 2018 ທີ່ຜ່ານມາ ພະນັກງານຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ ​ໄດ້ສົມທົບກັບຂະແໜງສີ່ງແວດລ້ອມ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງປາກຊ່ອງ ໄດ້ລົງແກ້ບັນຫາທີ່ໂຮງງານສີກາເຟ ໝາກແດງ, ເຫັນວ່າມີການປ່ອຍນ້ຳເປື້ອນອອກຈາກໂຮງງານແທ້ ໂດຍບໍ່ມີການບໍາບັດ ທີ່ເປັນການລະເມີດຂໍ້ຕົກລົງໃນການຕັ້ງໂຮງງານ ແລະ ການລົງທຶນ. ທາງເຈົ້າໜ້າທີ່ ຈິ່ງໄດ້ອອກແຈ້ງການໃຫ້ໂຮງງານດັ່ງກ່າວຢຸດກິດຈະການຊົ່ວຄາວ ແລະ ໄດ້ສັ່ງການໃຫ້ມີການປະເມີນຄວາມເສຍຫາຍ ທີ່ເກີດຈາກໂຮງງານດັ່ງກ່າວ, ເພາະບັນຫາທີ່ສົ່ງຜົນກະທົບໃຫ້ປະຊາຊົນ ແມ່ນກິ່ນເໝັນ ເຮັດໃຫ້ປະຊາຊົນ ທີ່ອາໃສໃນລັດສະໝີ ຫຼາຍກິໂລແມັດ ໄດ້ຮັບຜົນກະທົບ ດັ່ງນັ້ນ ເຈົ້າຂອງໂຮງງານ ຕ້ອງແກ້ໄຂບັນຫານີ້ໂດຍໄວ. ພ້ອມນີ້ ປະຊາຊົນຍັງໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ຈົ່ງປະຕິບັດ ລະບຽບກົດໝາຍ ຢ່າງເຄັ່ງຄັດ ແລະ ມີການລົງໂທດ ຢ່າງຈິງຈັງ ຕໍ່ບັນດາໂຮງຈັກໂຮງງານ ທີ່ສ້າງມົນລະພິດ ແລະ ສົ່ງຜົນກະທົບແກ່ສິ່ງແວດລ້ອມ, ທໍາມະຊາດ ແລະ ປະຊາຊົນ. ຂອບໃຈແຫຼ່ງຂໍ້ມູນ. ພາບຈາກອິນເຕີເນັດ.

Read More »

ເຈົ້າໜ້າທີ່ພາສີໄທ ນຳເງິນ 38 ລ້ານບາດ ໄປຝາກທະນາຄານ

ເຈົ້າໜ້າທີ່ພາສີໄທ ໄດ້ນຳເງິນ 38 ລ້ານບາດ (ສະກຸນເງິນໄທ) ໄປຝາກທະນາຄານກຸງໄທ ສາຂາໜອງຄາຍ ລໍຖ້າດຳເນີນຄະດີສິ້ນສຸດ ແລະ ສະເໜີກະຊວງການເງິນຂອງໄທ ພິຈາລະນາກ່ອນຍຶດເຂົ້າຄັງ. ອີງຕາມການລາຍງານຂອງສຳນັກຂ່າວໄທ ເງິນຈຳນວນດັ່ງກ່າວທີ່ຍຶດໄດ້ຈາກຄົນລາວ 3 ຄົນ ຊາຍໜຶ່ງ ຍິງສອງ ໂດຍທີ່ຜູ້ຊາຍເປັນຄົນຂັບລົດໃຫ້ການຕໍ່ເຈົ້າໜ້າທີ່ໄທວ່າເປັນເຈົ້າຂອງ 4 ລ້ານບາດ, ຍິງຄົນໜຶ່ງເປັນເຈົ້າຂອງ 4 ລ້ານບາດ ແລະ ອີກ 30 ລ້ານບາດເປັນຂອງແມ່ຍິງອີກຄົນໜຶ່ງ. ຕາມການລວບລວມຂໍ້ມູນຂອງເຈົ້າໜ້າທີ່ໄທ ມາຮອດປັດຈຸບັນຍັງບໍ່ທັນພົບວ່າເງິນຈຳນວນດັ່ງກ່າວກ່ຽວຂ້ອງກັບບັນຫາຢາເສບຕິດ ພ້ອມທັງຕັ້ງຂໍ້ສົງໄສວ່າ: ຄະດີນີ້ອາດເປັນການລັກລອບເອົາເງິນໂດລາມາແລກເປັນເງິນບາດຢູ່ປະເທດໄທ ແລ້ວນຳກັບຄືນປະເທດ ເພື່ອຫຼີກການເສຍພາສີ 30% ໃຫ້ລັດຖະບານລາວ.  

Read More »