ປະກົດການຍໍ້ທໍ້

ໄພພິບັດ ສ້າງຄວາມເສຍຫາຍຫຼາຍຢ່າງ ໃນແຂວງສະຫວັນນະເຂດ…

ທ່ານ ບຸນ​ລົບ ໂຄດ​ຫຼັກ​ຄຳ ຫົວໜ້າ​ພະ​ແນ​ກ​ແຮງ​ງານ ແລະ​ສະຫວັດດີ​ການ​ສັງຄົມແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ເປີີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ໄພພິບັດ​ນ້ຳ​ຖ້ວມຢູ່​ຫຼາຍ​ເມືອງ​ໃນ​ໄລຍະ​ປີ 2020 ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຜົນ​ກະທົບ​ທີ່ຢູ່​ອາໄສ ນ້ຳ​ຖ້ວມ​ບ້ານ​ເຮືອນ​ຂອງ​ປະຊາຊົນ 168 ບ້ານ, ມີ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ທັງ​ໝົດ 10.055 ຫຼັງຄາ​ເຮືອນ, ມີ 11.180 ຄອບຄົວ, ມີ​ຈຳນວນ​ພົນລະເມືອງ 61.676 ຄົນ ແລະ ບ້ານ​ທີ່​ໄດ້​ມີ​ການ​ອົບ​ພະ​ຍົບ​ຄົນ​ໄປ​ຢູ່​ສະຖານທີ່​ປອດ​ໄພ​ຢູ່​ເຮືອນ​ພີ່ນ້ອງ, ສູນ​ພັກຊົ່ວຄາວ, ຕາມ​ໂຮງຮຽນ​ທີ່​ທາງ​ຄະນະ​ກຳມະການ​ຕ້ານ​ໄພພິບັດ​ຈັດ​ໃຫ້​ຊົ່ວຄາວ​ມີ 56 ຈຸດ, ໃນ 6 ເມືອງ​ຄື: ເມືອງ​ສອງ​ຄອນ, ຈຳ​ພອນ, ຊົນ​ນະ​ບູ​ລີ, ທ່າ​ປາງ​ທອງ, ເມືອງພີນ ແລະ ເມືອງ​ເຊ​ໂປນ ຈຳນວນ 79 ບ້ານ, ມີ​ຈຳນວນ 7.118 ຄອບຄົວ, ມີ​ຈຳນວນ​ພົນ 42.476 ຄົນ ຍິງ 19.972 ຄົນ. ເຮືອນ​ເປ່ເພ 118 ຫຼັງ (109 ຫຼັງ​ຢູ່​ບ້ານ​ແກ້ງ​ຫົວ​ປາ ຄຸ້ມ​ວັງ​ຄົດ ຖືກ​ນ້ຳ​ໄຫຼ​ພັດ​ເສຍ​ຫາຍ​ໝົດ​ຫຼັງ), ເລົ້າ​ເຂົ້າ​ຖືກ​ຖ້ວມ​ເສຍ​ຫາຍ 144 ຫຼັງ, ຖ້ວມ​ວັດ ...

Read More »

ກິດຈະການຮ້ານກິນດື່ມ – ບັນເທີງ ຍັງມີຫຼາຍບັນຫາທີ່ແກ້ບໍ່ຕົກ…….

ໄລຍະຜ່ານມາເກີດມີສຽງວິພາກວິຈານບໍ່ໜ້ອຍ ຕໍ່ຫຼາຍບັນຫາທີ່ເກີດຂຶ້ນໃນຮ້ານກິນດື່ມ, ຮ້ານບັນເທີງ ທີ່ຕ້ອງການການແກ້ໄຂຈາກພາກສ່ວນກ່ຽວຂ້ອງ ໂດຍສະເພາະການເຮັດຜິດກົດລະບຽບ ອັນກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ສົ່ງຜົນກະທົບທາງລົບ. ທ່ານ ສົມພູ ດວງສະຫວັນ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໄດ້ຂຶ້ນລາຍງານກ່ຽວກັບຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ທີ່ຕິດພັນກັບການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 2 ພະຈິກ 2020 ວ່າ: ອີງຕາມສະຖິຕິການທ່ອງທ່ຽວປີ 2019, ຂະແໜງການທີ່ກ່ຽວຂ້ອງ ໄດ້ອະນຸຍາດໃຫ້ຜູ້ປະກອບການດໍາເນີນທຸລະກິດປະເພດຮ້ານກິນດື່ມ, ຮ້ານບັນເທີງ ມີທັງໝົດ 2.925 ຮ້ານ, ໃນນັ້ນ ຮ້ານກິນດື່ມ 2.679 ຮ້ານ, ຮ້ານບັນເທີງ 246 ຮ້ານ; ມາຮອດປັດຈຸບັນ ຈໍານວນຮ້ານກິນດື່ມມີທັງໝົດ 3.885 ຮ້ານ, ຮ້ານບັນເທີງ ມີ 244 ຮ້ານ; ຮ້ານສ່ວນຫຼວງຫຼາຍແມ່ນຕັ້ງຢູ່ຕາມຕົວເມືອງໃຫຍ່ຂອງບັນດາແຂວງ, ນະຄອນຫຼວງ ແລະ ຕິດພັນກັບແຫຼ່ງທ່ອງທ່ຽວ ເຊິ່ງເຫັນວ່າຮ້ານກິນດື່ມຫຼາຍກວ່າໝູ່ແມ່ນຢູ່ແຂວງຫຼວງພະບາງ ມີ 311 ຮ້ານ, ໜ້ອຍກວ່າໝູ່ແມ່ນເຊກອງ ມີ ...

Read More »

ຫົວໜ້າອົງການ WHO ເຂົ້າສູ່ການກັກໂຕ ສ່ຽງຕິດໂຄວິດ…

ຫົວໜ້າອົງການອະນາໄມໂລກ (WHO) ໄດ້ເຂົ້າສູ່ການກັກໂຕ ຫຼັງຈາກມີຄົນທີ່ທ່ານໄດ້ສຳພັດມີຜົນການທົດສອບຂອງ ໂຄວິດ-19 ທີ່ອອກມາເປັນບວກ. ເມື່ອເຊື້ອໄວຣັດດັ່ງກ່າວໄດ້ແຜ່ລາມຢ່າງໄວວາໃນທົ່ວເອີຣົບ ແລະ ບ່ອນອື່ນໆ, Tedros Adhanom Ghebreyesus, ຢູ່ນະຄອນເຈນີວາ, ໄດ້ກ່າວຜ່ານ Twitter ສ່ວນຕົວ ໃນຕອນຄໍ່າວັນທີ 1 ພະຈິກ ຜ່ານມາ. ແຕ່ກໍໄດ້ເນັ້ນ ວ່າລາວບໍ່ມີອາການຫຍັງເກີດຂຶ້ນເລີຍ. Tedros ກ່າວໃນ Twitter​ ຂອງລາວວ່າ “ຂ້ອຍໄດ້ຖືກກຳນົດວ່າເປັນກໍລະນີສົງໃສວ່າຕິດເຊື້ອ Covid-19 ຕໍ່ຈາກຜູ້ທີ່ໄດ້ຜົນທົດສອບອອກມາເປັນບວກ”. ທ່ານກ່າວຕື່ມວ່າ “ຂ້າພະເຈົ້າສະບາຍດີ ແລະ ບໍ່ມີອາການຫຍັງ ແຕ່ຈະສືບຕໍ່ກັກກັນຕົວເອງໃຫ້ຄົບຕາມກຳນົດວັນໃນຕໍ່ໜ້າ, ໃຫ້ສອດຄ່ອງກັບລະບຽບການ@WHO ແລະ ຈະເຮັດວຽກຈາກເຮືອນ,” ອີງຕາມຕົວເລກຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ: Tedros ໄດ້ຈັດຢູ່ໃນອັນດັບຕົ້ນໆໃນຄວາມພະຍາຍາມຕໍ່ສູ້ກັບໂລກລະບາດ Covid-19 ຂອງອົງການສາທາລະນະສຸກ ຂອງສະຫະປະຊາຊາດ , ຊຶ່ງໄດ້ເອົາຊີວິດຜູ້ຄົນ 1,2 ລ້ານຄົນ ແລະ ຕິດເຊື້ອຫຼາຍກວ່າ 46,6 ລ້ານຄົນ ໃນທົ່ວໂລກນັບຕັ້ງແຕ່ເກີດຂຶ້ນໃນປະເທດຈີນໃນທ້າຍປີທີ່ຜ່ານມາ. ທ່ານ Tedros ກ່າວເນັ້ນໃນ Twitter ວ່າ: ...

Read More »

ຍອດໜີ້ສິນຂອງ ບຣາຊິວ ເພີ່ມສູງຂຶ້ນ ໃນປະຫວັດສາດ….

ປະເທດ ບຣາຊິວ ຄາດວ່າຈະເຂົ້າສູ່ປີໜ້າໂດຍມີໜີ້ເປັນປະຫວັດສາດ ໂດຍຈະມີຍອດໜີ້ສິນ 95% ທຽບໃສ່​ GDP​ ແລະ​ ຍອດຂາດດຸນໃນປີ 2020​ ນີ້ແມ່ນ 12% ຂອງ GDP ເນື່ອງຈາກມີຄ່າໃຊ້ຈ່າຍສຸກເສີນຈຳນວນຫຼາຍໃນປີນີ້ ເພື່ອແກ້ໄຂບັນຫາການລະບາດຂອງພະຍາດໂຄວິດ-19./ ລັດຖະບານກ່າວໃນດຳລັດໃໝ່ວ່າ “ເສດຖະກິດມະຫາພາກມີສະຖຽນລະພາບ, ການດຳເນີນການຕາມວາລະການດັບປັບງົບປະມານໄລຍະຍາວ ແລະ ການດຸ່ນດ່ຽງນະໂຍບາຍການເງິນ ແມ່ນເງື່ອນໄຂທີ່ຈຳເປັນສຳລັບການກັບຄືນສູ່ການເຕີບໂຕແບບຍືນຍົງ”ອີງຕາມແຜນຍຸດທະສາດ ຊຶ່ງລົງນາມໂດຍປະທານາທິບໍດີ Jair Bolsonaro ແລະ ລັດຖະມົນຕີກະຊວງເສດຖະກິດ Paulo Guedes, ຫຼັງເກີດຄວາມເສຍຫາຍທາງການເງິນ ຈາກການລະບາດຂອງພະຍາດ COVID-19 “ຖ້າການປະຕິຮູບທີ່ຈຳເປັນບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໂອກາດທີ່ຈະເກີດວິກິດການເງິນ ແລະ ວິກິດການເຕີບໂຕທາງເສດຖະກິດໃນຊຸມປີຕໍ່ໜ້າຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.ສະຖານະການຈຳລອງໃນການວິເຄາະຮູບແບບທີ່ສາມ ແລະ ອ່ອນທີ່ສຸດຂອງການບໍ່ມີການປັບຄ່າງົບປະມານ ຫຼືການປະຕິຮູບທີ່ເປັນມິດກັບຕະຫຼາດ ຈະເຮັດໃຫ້ເສດຖະກິດ ແລະ ການເງິນຂອງປະຊາຊົນເສຍຫາຍຢ່າງຮ້າຍແຮງ.​

Read More »

ຜູ້ຕິດເຊື້ອກໍລະນີທີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່…

ໃນວັນທີ 2 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການຢູ່ເຮືອນຂອງຕົນຈົນຄົບ 14 ວັນ, ພ້ອມທັງປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່, ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ກໍລະນີທີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ໃນວັນທີ 01 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 132 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 46 ຕົວຢ່າງ, ແຮງງານຫວຽດນາມ 64 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 21 ຕົວຢ່າງ ແລະ ຜູ້ຕິດເຊື້ອກໍລະນີ 23 ມາກວດຄືນ 01 ຕົວຢ່າງ ...

Read More »

ພິທີທຳລາຍ…!!!​ ສິນຄ້າໝົດອາຍຸ ແລະ ແປ້ງນົວປອມ…

ທ້າຍເດືອນຕຸລາ ຜ່ານມານີ້ ຢູ່ເດີ່ນ 25 ປີ ຂອງເມືອງພູຄູນ ແຂວງຫຼວງພະບາງ ທີມງານວິຊາການທີ່ກ່ຽວຂ້ອງຂອງເມືອງ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ແປ້ງປົວປອມ ມີ ທ່ານ ອົ່ງຊົ່ງ ໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ທ່ານ ນໍ່ຢ່າງ ວ່າງປໍ່ ຫົວໜ້າຫ້ອງການອຸດສາກະກຳ ແລະ ການຄ້າເມືອງ, ທ່ານ ບຸນຈັນ ພົງສະຫວັດ ຮອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ ພ້ອມດ້ວຍຕາງໜ້າຫ້ອງການອ້ອມຂ້າງເມືອງ, ການຈັດຕັ້ງບ້ານ ແລະພະນັກງານ ເຂົ້າຮ່ວມ. ສິນຄ້າຫມົດອາຍຸ ແລະ ແປ້ງນົວກາຈອງ( ປອມ) ທີ່ນຳມາທຳລາຍຄັ້ງນີ້ ຄະນະສະເພາະກິດໄດ້ລົງກວດກາຕາມຮ້ານຂາຍຍ່ອຍຢູ່ ກຸ່ມບ້ານຈີມ, ກຸ່ມທ່າບໍ່ແກ້ວ, ກຸ່ມພູວຽງ ແລະ ກຸ່ມພູສູງ ລວມທັງໝົດ 15 ບ້ານ, ມີ 50 ຮ້ານ, ໃນນັ້ນ ໄດ້ກວດພົບສິນຄ້າໝົດອາຍຸ ປະເພດເຄື່ອງດື່ມນໍ້າອັດລົມຕຸກກາງ 28 ຕຸກ, ນໍ້າອັດລົມຕຸກນ້ອຍ 550 ຕຸກ, ນໍ້າອັດລົມກະປ໋ອງ 282 ກະປ່ອງ, ...

Read More »

ຊີ້​ແຈງ​ຕໍ່​ຄຳ​ຊັກ​ຖາມ​ຂອງ​ ສສຊ ໃນການ​ແກ້​ໄຂ​​ຜົນ​​ກວດ​ສອບການ​ລະເມີດ​ວິໄນ​ແຜນການ-ການ​ເງິນ​…

​ຜ່ານ​ການ​ກວດ​ສອບ ເຫັນ​ວ່າໂຄງການ​ນອກ​ແຜນ, ໂຄງການ​ລົງທຶນ​ກ່ອນ ແລະ ໂຄງການ​ບໍ່​ໄດ້​ປະ​ເມີນ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ ຂະນະ​ທີ່​ໜີ້​ຕ້ອງ​ຮັບ ຂອງ​ບາງ​ຂະແໜງການ​ແກ້​ໄຂ​ຍາກ. ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIIII ພາຍ​ໃຕ້ການ ​ເປັນ​ປະທານ ຂອງ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ. ທ່ານ ບຸນ​ປອນ ວັນນະ​ຈິດ ຮອງ​ປະທານ​ອົງການກວດ​ສອບ​ແຫ່ງ​ລັດ ດ້ຂຶ້ນ​ຊີ້​ແຈງ​ຕໍ່​ບັນດາ​ຂໍ້​ຊັກ​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ທີ່​ວ່າການ​ແກ້​ໄຂ​ຜົນ​ຂອງ​ຜົນ​ການ​ກວດ​ສອບທີ່​ເປັນ​ບັນຫາ​ອັນ​ພົ້ນ​ເດັ່ນ ແລະ ສັງຄົມ​ໃຫ້​ຄວາມ​ສົນໃຈ​ວ່າ ເປັນ​ຫຍັງ​ບໍ່​ໃສ່​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ ຕໍ່​ການ​ລະເມີດ​ວິໄນ​ແຜນການ​ການ​ເງິນ ຊຶ່ງ​ບັນຫາ​ດັ່ງກ່າວ​ນັ້ນ ມີ​ສາຍ​ພົວພັນ​ຢ່າງ​ສັດຈະ​ວິພາກ ອົງການ​ທີ່​ລະເມີດ​ເປັນ​ອົງການ​ຈັດ​ຕັ້ງ​ຂອງ​ລັດ, ສະນັ້ນ, ​ບັນຫາ​ຕ່າງໆ ຈະ​ກ່ຽວ​ພັນ​ເຖິງ​ພາລະ​ບົດບາດ, ຂອບ​ເຂດ​ສິດ ແລະ ໜ້າທີ່​ຂອງ​ແຕ່​ລະ​ພາກ​ສ່ວນ. ອົງການ​ກວດ​ສອບ​ແຫ່ງ​ລັດ ຈະ​ບໍ່​ມີ​ສິດ​ພິເສດ​ໃນ​ການ​ຈະ​ລົງໂທດ ຫຼື ລົງ​ວິໄນ​ພະນັກງານ​ຜູ້​ໃດ​ຜູ້​ໜຶ່ງ ທີ່​ບໍ່​ໄດ້​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຕົນ. ຜ່ານ​ການ​ດຳເນີນ​ການ​ກວດ​ສອບ​ຕາມ​ພາລະ​ບົດບາດ ແລະ ສິດ​ໜ້າທີ່​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດຂໍ​ຢັ້ງຢືນ​ວ່າ: ການ​ແກ້​ໄຂ​ຜົນ​ຂອງ​ການ​ກວດ​ສອບ ຊຶ່ງ​ທາງ​ລັດຖະບານ ກໍ​ຄື​ບັນດາ​ກະຊວງ, ຂະແໜງການ​ຕ່າງໆ ແມ່ນ​ໄດ້​ມີ​ຄວາມ​ເອົາໃຈໃສ່​ເປັນ​ພິເສດ ແລະ ເຫັນ​ໄດ້​ຊັດ​ເຈນ​ວ່າ​ມີ​ທ່ວງ​ທ່າ​ທີ່​ດີ​ຂຶ້ນ ເປັນຕົ້ນ ການ​ລະເມີດ​ວິໄນ​ແຜນ​ການ​-​ການ​ເງິນ ເຫັນ​ວ່າ​ໂຄງການ​ນອກ​ແຜນ, ໂຄງການ​ລົງທຶນ​ກ່ອນ, ...

Read More »

ເກີດເຫດແຜ່ນດິນໄຫວຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ…

ຕາມແຫຼ່ງຂ່າວ CNN ລາຍງານໃຫ້ຮູ້ວ່າ: ເກີດມີແຜ່ນດິນໄຫວຮຸນແຮງໃນທະເລ ອີຈຽນ ເມື່ອຕອນບ່າຍຂອງວັນທີ 30 ຕຸລາ ທີ່ຜ່ານມາ ໃນເມືອງ ອິສຕັນບຣູ ປະເທດ ຕວກກີີ ມີແຮງສັ່ນສະເທືອນສູງເຖິງ 7.0 ຣິກເຕີ ລາຍງານມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ໃນຕວກກີ ແລະ ເກຣັກ ສົ່ງຜົນໃຫ້ອາຄານຕ່າງໆຫັກພັງລົງມາ ແລະ ກໍໃຫ້ເກີດມີ “ຄື້ນສຶນາມິຂະໜາດນ້ອຍ” ເບື້ອງຕົ້ນເຈົ້າໜ້າທີ່ລະບຸວ່າ: ມີຜູ້ເສຍຊີວິດ 25 ຄົນ ໃນເຂດຊາຍຝັ່ງທາງຕາເວັນຕົກຂອງ ຕວກກີ ແລະ ພົບເດັກນ້ອຍເສຍຊີວິດອີກ 2 ຄົນ ບົນເກາະ ຊາມອດ ຂອງ ເກຣັກ. ໃນຂະນະດຽວກັນ ກຳແພງໃນຕວກກີ ຖະລົ່ມລົງມາ ມີອາຄານເສຍຫາຍຢ່າງຕໍ່າ 20 ແຫ່ງ ໃນເມືອງ ອິຊເມຍ ພຽງແຫ່ງດຽວທີ່ເສຍຫາຍຢ່າງໜັກ. ນອກນັ້ນ ຍັງມີພະຫະນະອີກຈຳນວນໜຶ່ງທີ່ຖືກຖົມຢູ່ກ້ອງອາຄານທີ່ຫັກພັງລົງມາ ແລະ ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ກຳລັງເລັ່ງຄົ້ນຫາຜູ້ມີຊີວິດລອດຈາກຊາກຕຶກດັ່ງກ່າວ ທ່ານນາຍົກລັດຖະມົນຕີ Tunc Soyer ກ່າວ. ໃນເບື້ອງຕົ້ນເຈົ້າໜ້າທີ່ກູ້ໄພກ່າວວ່າ: ...

Read More »

ຮອງລັດຖະມົນຕີ ກະຊວງສາທາ ນຳເອົາເຄື່ອງຜະລິດ ລົງຜະລິດນ້ຳດື່ມສະອາດແຈກຢາຍທີ່ຖືກນໍ້າຖ້ວມ…

ຮອງລັດຖະມົນຕີ ກະຊວງສາທາ ນຳເອົາເຄື່ອງຜະລິດນ້ຳດື່ມສະອາດ ລົງຜະລິດແຈກຢາຍປະຊາຊົນທີ່ຖືກນໍ້າຖ້ວມແຫລ່ງຂ່າວຈາກຊ່ອງຂ່າວເມືອງສອງຄອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 27 ຕຸລາ 2020 ນີ້ ທ່ານ ຮສຈ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກ ສາທາລະນະສຸກແຂວງ ພ້ອມດວ້ຍຄະນະ ໄດ້ນຳເອົາກະຕຸກໃສ່ນ້ຳ 20 ລິດ ມີກັອກ ຈຳນວນ 100 ໜ່ວຍ, ກະຕຸກນ້ຳ 10 ລິດ 100 ໜ່ວຍ, ຄຸນ້ຳ 10 ລິດ 50 ໜ່ວຍ, ໂອຕັກນ້ຳ 50 ອັນ ພ້ອມດ້ວຍ ຢາປົວພະຍາດຫລາຍລາຍການ ລວມມູນຄ່າ 5 ລ້ານກວ່າກີບ ມາມອບໃຫ້ອຳນາດການປົກຄອງ ເມືອງສອງຄອນ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ. ນອກນີ້ ຍັງໄດ້ນຳເອົາເຄື່ອງຜະລິດນ້ຳດື່ມສະອາດ ໄປຕັ້ງຢູຫ້ອງການບ້ານລະຫານ້ຳ ເພື່ອໃຫ້ບໍລິການ ພໍ່ແມ່ປະຊາຊົນ ໃນເຂດທີ່ໄດ້ຮັບຜົນກະທົບ ຄື: ເຂດກຸ່ມບ້ານ ...

Read More »

ກວດພົບ ການໃຫ້ເຊົ່າ-ສຳປະທານທີ່ດິນລັດ ບໍ່ໄດ້ເຮັດສັນຍາ ຢູ່ 4 ແຂວງ…

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 27 ຕຸລາ 2020 ນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ, ປະທານອົງການກວດ ກາລັດຖະບານ ໄດ້ລາຍງານຜົນການກວດກາຕາມຜົນການກວດສອບ ປີ 2018 ກ່ຽວກັບການໃຫ້ເຊົ່າ-ສຳປະທານດິນລັດ ທີ່ບໍ່ໄດ້ເຮັດສັນຍາເຊົ່າ-ສຳປະທານ ຢູ່ 4 ແຂວງ ຄື: ແຂວງຜົ້ງສາລີ, ຫລວງພະບາງ, ເຊກອງ ແລະ ແຂວງອັດຕະປື. ສະເພາະ ແຂວງຜົ້ງສາລີ ມີ 112 ໂຄງ ການ, ເນື້ອທີ່ 12.660 ກວ່າເຮັກຕາ, ຜ່ານການກວດກາບັນຊີໂຄງການ ມີ 99 ໂຄງການ, ເນື້ອທີ່ 13.320 ກວ່າເຮັກຕາ, ຍ້ອນວ່າມີ 13 ໂຄງການ, ເນື້ອທີ່ 2,58 ເຮັກຕາ ແມ່ນມີຊື່ຊ້ຳຊ້ອນກັນ ແລະ ກວດກາສຳເລັດແລ້ວ 86 ໂຄງການ. ຢູ່ແຂວງຫລວງພະບາງ ...

Read More »