ຮອງລັດຖະມົນຕີ ກະຊວງສາທາ ນຳເອົາເຄື່ອງຜະລິດ ລົງຜະລິດນ້ຳດື່ມສະອາດແຈກຢາຍທີ່ຖືກນໍ້າຖ້ວມ…

ຮອງລັດຖະມົນຕີ ກະຊວງສາທາ ນຳເອົາເຄື່ອງຜະລິດນ້ຳດື່ມສະອາດ ລົງຜະລິດແຈກຢາຍປະຊາຊົນທີ່ຖືກນໍ້າຖ້ວມແຫລ່ງຂ່າວຈາກຊ່ອງຂ່າວເມືອງສອງຄອນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ:

ກະຊວງສາທາລະນະສຸກລາວ ວາງສະ ແດງ ຮູບ ພາບໂຄງການໂພຊະນະການ - China Radio  International

ວັນທີ 27 ຕຸລາ 2020 ນີ້ ທ່ານ ຮສຈ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກ ສາທາລະນະສຸກແຂວງ ພ້ອມດວ້ຍຄະນະ ໄດ້ນຳເອົາກະຕຸກໃສ່ນ້ຳ 20 ລິດ ມີກັອກ ຈຳນວນ 100 ໜ່ວຍ, ກະຕຸກນ້ຳ 10 ລິດ 100 ໜ່ວຍ, ຄຸນ້ຳ 10 ລິດ 50 ໜ່ວຍ, ໂອຕັກນ້ຳ 50 ອັນ ພ້ອມດ້ວຍ ຢາປົວພະຍາດຫລາຍລາຍການ ລວມມູນຄ່າ 5 ລ້ານກວ່າກີບ ມາມອບໃຫ້ອຳນາດການປົກຄອງ ເມືອງສອງຄອນ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ.

ນອກນີ້ ຍັງໄດ້ນຳເອົາເຄື່ອງຜະລິດນ້ຳດື່ມສະອາດ ໄປຕັ້ງຢູຫ້ອງການບ້ານລະຫານ້ຳ ເພື່ອໃຫ້ບໍລິການ ພໍ່ແມ່ປະຊາຊົນ ໃນເຂດທີ່ໄດ້ຮັບຜົນກະທົບ ຄື: ເຂດກຸ່ມບ້ານ 11 ສອງຄອນ ແລະ ເຂດກຸ່ມ 12 ລະຫານ້ຳ

ແຫຼ່ງຂໍ້ມູນ: lao youth radio

Comments