ຜູ້ຕິດເຊື້ອກໍລະນີທີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່…

ໃນວັນທີ 2 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ຕິດເຊື້ອນ້ຳເບີ 23 ຜົນກວດແມ່ນບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປສືບຕໍ່ຕິດຕາມອາການຢູ່ເຮືອນຂອງຕົນຈົນຄົບ 14 ວັນ, ພ້ອມທັງປະຕິບັດວິຖີການດຳລົງຊີວິດປົກກະຕິແບບໃໝ່, ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ກໍລະນີທີ 24 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ຂ່າວດ່ວນ Post - ທ່ານ ດຣ.ສີສະຫວາດ ສຸດທານີລະໄຊ... | Facebook

ໃນວັນທີ 01 ພະຈິກ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 132 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 46 ຕົວຢ່າງ, ແຮງງານຫວຽດນາມ 64 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 21 ຕົວຢ່າງ ແລະ ຜູ້ຕິດເຊື້ອກໍລະນີ 23 ມາກວດຄືນ 01 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ປັດຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.821 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ຜູ້ຕິດເຊື້ອໄຂ້ຍຸງລາຍໃນ ສປປ ລາວ ມີຫຼາຍກວ່າ 7 ພັນຄົນ ແລະ ເສຍຊີວິດ 12 ຄົນ -  Laoedaily

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 01 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 66.366 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ເພື່ອສະກັດກັ້ນ ແລະ ຫລຸດຜ່ອນການລະບາດຂອງ COVID-19 ໃນປະເທດຂອງພວກເຮົາ ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນ ເອົາໃຈໃສ່ປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ, ສະບັບເລກທີ 1202/ຫສນຍ, ລົງວັນທີ 31 ຕຸລາ 2020 ວ່າດ້ວຍການສືບຕໍ່ປະຕິບັດມາດຕະ ການຜ່ອນຜັນໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ COVID-19 ໃນໄລຍະວັນທີ 01 ພະຈິກ ຫາ ວັນທີ 31 ທັນວາ 2020 ຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ພ້ອມດຽວກັນນັ້ນ ກໍ່ໃຫ້ສືບຕໍ່ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ເຊື້ອດັ່ງກ່າວ, ໄປຍັງຄົນໃນຄອບຄົວຂອງທ່ານ ແລະ ສູ່ສັງຄົມ, ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳຈາກຂໍ້ມູນທີ່ເປັນທາງການ.

ແຫຼ່ງຂໍ້ມູນ: ສູນຂ່າວສານສຸຂະພາບ ແລະ ສຸຂະສຶກສາ

Comments