ຜ່ານການກວດສອບ ເຫັນວ່າໂຄງການນອກແຜນ, ໂຄງການລົງທຶນກ່ອນ ແລະ ໂຄງການບໍ່ໄດ້ປະເມີນມີທ່າອ່ຽງຫຼຸດລົງຢ່າງຈະແຈ້ງ ຂະນະທີ່ໜີ້ຕ້ອງຮັບ ຂອງບາງຂະແໜງການແກ້ໄຂຍາກ. ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIIII ພາຍໃຕ້ການ ເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ ດ້ຂຶ້ນຊີ້ແຈງຕໍ່ບັນດາຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ວ່າການແກ້ໄຂຜົນຂອງຜົນການກວດສອບທີ່ເປັນບັນຫາອັນພົ້ນເດັ່ນ ແລະ ສັງຄົມໃຫ້ຄວາມສົນໃຈວ່າ ເປັນຫຍັງບໍ່ໃສ່ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນແຜນການການເງິນ ຊຶ່ງບັນຫາດັ່ງກ່າວນັ້ນ ມີສາຍພົວພັນຢ່າງສັດຈະວິພາກ ອົງການທີ່ລະເມີດເປັນອົງການຈັດຕັ້ງຂອງລັດ,

ສະນັ້ນ, ບັນຫາຕ່າງໆ ຈະກ່ຽວພັນເຖິງພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ. ອົງການກວດສອບແຫ່ງລັດ ຈະບໍ່ມີສິດພິເສດໃນການຈະລົງໂທດ ຫຼື ລົງວິໄນພະນັກງານຜູ້ໃດຜູ້ໜຶ່ງ ທີ່ບໍ່ໄດ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ. ຜ່ານການດຳເນີນການກວດສອບຕາມພາລະບົດບາດ ແລະ ສິດໜ້າທີ່ຂອງອົງການກວດສອບແຫ່ງລັດຂໍຢັ້ງຢືນວ່າ: ການແກ້ໄຂຜົນຂອງການກວດສອບ ຊຶ່ງທາງລັດຖະບານ ກໍຄືບັນດາກະຊວງ, ຂະແໜງການຕ່າງໆ ແມ່ນໄດ້ມີຄວາມເອົາໃຈໃສ່ເປັນພິເສດ ແລະ ເຫັນໄດ້ຊັດເຈນວ່າມີທ່ວງທ່າທີ່ດີຂຶ້ນ ເປັນຕົ້ນ ການລະເມີດວິໄນແຜນການ-ການເງິນ ເຫັນວ່າໂຄງການນອກແຜນ, ໂຄງການລົງທຶນກ່ອນ, ໂຄງການບໍ່ໄດ້ປະເມີນ ແລະ ອື່ນໆ ມີທ່າອ່ຽງຫຼຸດລົງຢ່າງຈະແຈ້ງ; ລາຍຮັບທີ່ຂະແໜງການເກັບໄວ້ ແລະ ໄປຈ່າຍກໍຫຼຸດລົງ; ການເອົາເງິນຂອງກົມກອງຂະແໜງການໄປຝາກຢູ່ທະນາຄານທຸລະກິດກໍຫຼຸດລົງ.

ແຕ່ກໍຍັງມີບາງກໍລະນີທີ່ມີຄວາມຄືບໜ້າໃນການແກ້ໄຂຍາກເຊັ່ນ: ໜີ້ຕ້ອງຮັບ ຂອງຂະແໜງສ່ວຍສາອາກອນ, ຂະແໜງຊັບສິນ ແລະ ອື່ນໆ ເຫັນວ່າຍັງແກ້ໄຂໄດ້ໜ້ອຍ ແລະ ໜີ້ລາຍຈ່າຍໃນລະບົບຄັງເງິນ ເຫັນວ່າການແກ້ໄຂໄດ້ຍາກ ຊຶ່ງຈາກບັນຫາດັ່ງກ່າວໄດ້ສະແດງໃຫ້ເຫັນວ່າຍັງມີທ່ວງທ່າໃນການລະເມີດຢູ່. ຕໍ່ບັນຫາດັ່ງກ່າວ, ຜ່ານມາ ອົງການກວດສອບ ກໍໄດ້ດໍາເນີນຕາມພາລະບົດບາດຂອງຕົນ ໃນການດຳເນີນການແກ້ໄຂຜົນຂອງການກວດສອບທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນເຊັ່ນ: ການລະເມີດຄັງບໍລິຫານ ກໍໄດ້ແຈ້ງໃຫ້ອົງການຄຸ້ມຄອງແຕ່ລະເປົ້າໝາຍດັ່ງກ່າວນັ້ນ ແກ້ໄຂຜົນຂອງການກວດສອບຕາມລະບຽບກົດໝາຍ.
ແຫຼ່ງຂໍ້ມູນ: ປະຊາຊົນ