ການເມືອງ

ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ.

ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ. ໃນວັນທີ 20 ເມສາ 2022 ນີ້, ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນຫາສຳຄັນຮີບດ່ວນ. ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ. ພ້ອມທັງຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ. ຂໍ້ມູນ: ປະເທດລາວ

Read More »

ຈີນສັ່ງລົງໂທດເຈົ້າໜ້າທີ່ ໃຊ້ຊີວິດຟຸມເຟືອຍ-ຢຶດຖືລະບົບເຈົ້າຂຸນມຸນນາຍ, ເກືອບ 20,000 ຄົນ

ວັນທີ 29 ມັງກອນ 2022 ເວັບໄຊຊິນຮົວລາຍງານວ່າ: ຫນ່ວຍງານຕໍ່ຕ້ານການສໍ້ລາດບັງຫລວງສູງສຸດຂອງຈີນປະກາດຜ່ານເວັບໄຊວ່າ: ໃນເດືອນທັນວາ 2021 ຈີນລົງໂທດເຈົ້າຫນ້າທີ່ 19,489 ຄົນ ຂໍ້ຫາລະເມີດກົດລະບຽບ 8 ປະການ ວ່າດ້ວຍການຍົກລະດັບການດໍາເນີນງານຂອງພັກ ແລະ ລັດຖະບານ.ຄໍາຖະແຫລງປະຈໍາເດືອນຈາກຄະນະກໍາມະການກວດສອບວິໄນ ສ່ວນກາງແຫ່ງພັກກອມມູນິດຈີນ (CCDI) ແລະ ຄະນະກໍາມະການກວດສອບແຫ່ງຊາດ ລະບຸວ່າ: ເຈົ້າຫນ້າທີ່ ທີ່ຖືກລົງໂທດມີສ່ວນກ່ຽວຂ້ອງໃນຄະດີການ ລະເມີດກົດຈໍານວນ 13,431 ຄະດີ ແລະ ມີເຈົ້າຫນ້າທີ່ໄດ້ຮັບໂທດທາງວິໄນ ຫລື ທາງປົກຄອງທີ່ກ່ຽວຂ້ອງກັບ ການຢຶດຖືລະບົບເຈົ້າຂຸນມຸນນາຍ, ການຢຶດຖືພິທີລີຕອງ ແລະ ພຶດຕິກໍາທີ່ມຸ່ງແຕ່ຄວາມສຸກສະບາຍ ຫລື ພຶດຕິ ກໍາທີ່ຟຸມເຟືອຍ ຈໍານວນ 13,806 ຄົນ.ປີ 2021 ມີເຈົ້າຫນ້າທີ່ລັດຖືກລົງໂທດຂໍ້ຫາລະເມີດກົດລະບຽບ 8 ປະການ ລວມ 150,362 ຄົນ ໂດຍກ່ຽວຂ້ອງ ກັບຄະດີຕ່າງໆ ລວມ 104,223 ຄະດີ ໃນຈໍານວນນີ້ ມີຜູ້ທີ່ໄດ້ຮັບໂທດທາງວິໄນ ຫລື ທາງປົກຄອງ 101,224 ຄົນ.່ ໃນໄລຍະຫລາຍປີຜ່ານມາ, ...

Read More »

ແຂວງວຽງຈັນ ລົງວິໄນສະມາຊິກພັກ ພະນັກງານລັດຖະກອນ. ທະຫານຕຳຫຼວດ ທີ່ກະທຳຜິດ 216 ສະຫາຍ

ໃນວາລະກອງປະຊຸມ ວຽກງານຈັດຕັ້ງ, ກໍ່ສ້າງພັກ -​ ພະນັກງານ ທົ່ວແຂວງ ວຽງຈັນ ໃນວັນທີ 18 ມັງກອນ 2022, ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງ ວຽງຈັນ, ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ກຳມະການພັກເມືອງ ແລະ ຄະນະພັກຮາກຖານ ພະແນກການຕ່າງໆພາຍໃນແຂວງ ເຂົ້າຮ່ວມ. ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງ ໄດ້ຂື້ນລາຍງານວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງການຈັດຕັ້ງໃນໄລຍະ 5 ປີ ຂອງແຂວງ ວຽງຈັນ, ບາງຕອນທ່ານກ່າວວ່າ :ທົ່ວອົງຄະນະພັກແຂວງ ມີ 11 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ, ມີການຈັດຕັ້ງຮາກຖານພັກ 1,360 ຮາກຖານພັກ, ປີ 2021 ມີສະມາຊິກພັກທັງໝົດ 21,673 ສະຫາຍ, ...

Read More »

ສິງກະໂປ ຕິດອັນດັບ 4, ປະເທດສໍ້ລາດບັງຫລວງໜ້ອຍທີ່ສຸດໃນໂລກ ສ່ວນລາວ ໄດ້ອັນດັບ 128 ຈາກ 180 ປະເທດ

ວັນທີ 25 ມັງກອນ 2022, ອົງການຄວາມໂປ່ງໃສນາໆຊາດ (Transparency International) ອອກຜົນການຈັດ ອັນດັບ Corruption Perceptions Index (CPI) ປະຈໍາປີ 2001 ຜົນປາກົດວ່າປະເທດເດນມາກຄອງອັນດັບ 1 ປະເທດທີ່ສໍ້ລາດບັງຫລວງຫນ້ອຍທີ່ສຸດ ໂດຍອັນດັບຕົ້ນໆມາໄດ້ແກ່ຟິນແລນ, ນິວຊີແລນ, ນໍເວ, ສິງກະໂປ ແລະ ສະວີເດນຕາມລໍາດັບ ໂດຍສາມປະເທດທໍາອິດໄດ້ 88 ຄະແນນເທົ່າກັນ ຖືເປັນອັນດັບ 1 ຮ່ວມ, ສ່ວນສາມ ປະເທດຫລັງໄດ້ຄະແນນປະເມີນເທົ່າກັນ 85 ຄະແນນ ຈຶ່ງຄອງອັນດັບ 4 ຮ່ວມກັນ.ການສໍາຫລວດເຮັດຜ່ານດັດຊະນີທີ່ດຶງຂໍ້ມູນມາຈາກຖານຂໍ້ມູນຕ່າງໆໃນ 180 ປະເທດ.ຄະແນນຂອງສິງກະໂປຖືວ່າຫລາຍທີ່ສຸດໃນພາກພື້ນອາຊີ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້, ສ່ວນ ປະເທດອາຊີອື່ນໆເຊັ່ນ: ຮົງກົງໄດ້ອັນດັບ 12 (76 ຄະແນນ), ຍີ່ປຸ່ນຢູ່ອັນດັບ 18 (73 ຄະແນນ).ມາເລເຊຍອັນດັບທີ 62 (48 ຄະແນນ),ຫວຽດນາມ ອັນດັບ 87 (39 ຄະແນນ),ອິນໂດເນເຊຍອັນດັບ 96 (38 ...

Read More »

ພິທີລົງນາມໂຄງການຊ່ວຍເຫລືອລ້າ ຈາກຍີ່ປຸ່ນ ແກ່ສະໜາມບິນສາກົນຂອງລາວ

      ໃນວັນທີ 20 ທັນວາ 2021 ທີ່ກະຊວງການຕ່າງປະເທດ, ໄດ້ຈັດພິທີລົງນາມເອກະ ສານແລກປ່ຽນ ໂຄງການຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ. ຕາງໜ້າຝ່າຍລາວ ຮ່ວມລົງນາມໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.       ການຊ່ວຍເຫລືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫລືອລ້າ ນອກໂຄງການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫລື ປະມານ 8,77 ລ້ານ ໂດລາສະຫະລັດ.  ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ...

Read More »

ຜົນສໍາເລັດ ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຂອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ

   ໃນລະຫວ່າງວັນທີ 6-8 ທັນວາ 2021 ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສໍາເລັດການຢ້ຽມຢາມສັນຖະວະໄມຕີ ແລະ ເຮັດວຽກຢູ່ ສສ.ຫວຽດນາມ ຢ່າງເປັນທາງການ.  ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສະຫາຍ ປະທານສະພາແຫ່ງຊາດ ໄດ້ເຂົ້າຢ້ຽມຂໍ່ານັບ ບັນດາການນໍາຂັ້ນສູງພັກ-ລັດ ແຫ່ງ ສສ ຫວຽດນາມ ເປັນຕົ້ນ ຢ້ຽມຂໍ່ານັບ: 1. ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ;  2. ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ;  3. ຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ...

Read More »

ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ

ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຕອບຮັບຄຳເຊີນຂອງ ທ່ານ ເວືອງ ດິງ ເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານ ສະພາແຫ່ງຊາດລາວ ທ່ານ ໄຊສົມພອນ ພົມວິຫານ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ໄປຢ້ຽມຢາມມິດຕະພາບ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ນັບແຕ່ວັນທີ 06-08/12/ 2021. ການທີ່ ທ່ານ ໄຊສົມພອນ ພົມວິຫານ ເລືອກເອົາຫວຽດນາມ ເປັນປະເທດທຳອິດໃນການໄປຢ້ຽມ ຢາມຕ່າງປະເທດ ພາຍຫລັງທີ່ທ່ານໄດ້ຮັບເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການສະແດງ ລັກສະນະພິເສດຂອງພິເສດ ໃນສາຍພົວພັນຂອງສອງປະເທດ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງສອງພັກ, ສອງລັດຖະບານ ໃນການຮັກສາໄວ້ ທ່າການຂະຫຍາຍຕົວສາຍພົວພັນຮ່ວມມືຂອງສອງຝ່າຍ. ຍ້ອນແນວນັ້ນ, ຈຶ່ງເປັນການຢ້ຽມຢາມທີ່ມີຄວາມ ໝາຍສຳຄັນ, ເຊິ່ງບໍ່ພຽງແຕ່ເພີ່ມທະວີ, ປັບປຸງສາຍພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແຕ່ຫາກຍັງເຮັດໃຫ້ການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ, ນຳ້ໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ...

Read More »

ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີ

ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີຂໍສະແດງຄວາມນັບຖື ຮັກແພງ ພີ່ນ້ອງຮ່ວມຊາດ!ບັນດາສະຫາຍ, ເພື່ອນມິດ ທີ່ຮັກແພງ ທັງຫລາຍ!ຂປລ. ມື້ນີ້, ວັນທີ 2 ທັນວາ 2021 ທີ່ພວກເຮົາ ກຳລັງສະເຫລີມສະຫລອງຄົບຮອບ 46 ປີ ຢູ່ນີ້, ພວກເຮົາຈົ່ງພ້ອມກັນຫວນຄືນ ພິທີ ທີ່ເປັນເຫດການປະຫວັດສາດຂອງມື້ນີ້. ກ່ອນໜ້ານີ້ 46 ປີ ຄື ວັນທີ 2 ທັນວາ 1975, ເປັນມື້ທີ່ປະຊາຊົນລາວທັງຊາດ ໄດ້ປະກາດຕໍ່ໂລກຢ່າງກ້ອງກັງວານ ວ່າ: “ ນັບແຕ່ມື້ນີ້ ເປັນຕົ້ນໄປ ປະຊາຊົນລາວທຸກໆເຜົ່າ, ທຸກຊັ້ນວັນນະ ແລະ ເພດໄວ ໄດ້ມີປະເທດທີ່ເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແລ້ວ, ປະຊາຊົນລາວທັງຊາດ ຈະໄດ້ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ເປັນເຈົ້າປິຕຸພູມທີ່ແສນຮັກ ແລະ ຫວງແຫນ ຂອງຕົນ…” ...

Read More »

ນາຍົກຊີ້ແຈງ ຕ້ອງການວິຊາການປະເພດ1 ທີ່ຕັ້ງໃຈເຮັດແທ້ທຳຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພະນະທ່ານ ພັນຄຳ ວິພາວັນ ໄດ້ໃຫ້ຄຳແນະນຳຊີ້ແຈງຕໍ່ ສສຊ ໃນວາລະການດໍາເນີນ ກອງປະຊຸມສະໄຫມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຂອງວັນທີ 5 ພະຈິກ 2021 ທີ່ຜ່ານມາ. ແລະ ໜື່ງໃນຫົວຂໍ້ທີ່ທ່ານໄດ້ເວົ້າແມ່ນ ເປັນຄວາມຈິງຂອງສັງຄົມລາວ ແລະ ປະເທດອື່ນໆກໍ່ອາດຈະມີບັນຫາຫຍໍ້ທໍ້ໃນການເຮັດວຽກຫ້ອງການໃດໜື່ງເຊັ້ນກັນ ດັ່ງນີ້:ຈະມີ 3 ປະເພດ ຂອງນັກວິຊາການໃນຫ້ອງການກຸ່ມທີໜື່ງ ແມ່ນ: ມີຄວາມຕັ້ງໃຈຢາກເຮັດແທ້ທໍາຈິງ, ຕັ້ງໃຈສ້າງສາ ຕັ້ງໃຈເຮັດວຽກ ທຸ່ມເທ ສະເຫນີແນວຄິດ ແລະ ລົງມືປະຕິບັດ. ກຸ່ມທີສອງແມ່ນ: ເຮັດວຽກເຄິ່ງໆກາງໆແລ້ວແຕ່ຊິໄປ, ເຮັດພໍແຕ່ແລ້ວໆໄປວັນໆ ພະນັກງານປະເພດນີ້ມີແຕ່ 70%ແລະກຸ່ມສຸດທ້າຍ ກຸ່ມທີສາມແມ່ນ: ມີແຕ່ຕ້ານ ເປັນກຸ່ມທີ່ເສຍຜົນປະໂຫຍດ ບໍ່ມີແນວຄິດປ່ຽນແປງໃຫມ່ ຕາມຄວາມເຂົ້າໃຈຂອງຜູ້ຂຽນຂ່າວແມ່ນເຫັນໄດ້ເຖິງ ຄວາມເປັນຫ່ວງຂອງເພິ່ນ ແລະບັນຫາໃນສັງຄົມການເຮັດວຽກຫ້ອງການທີ່ປາດສະຈາກບໍ່ໄດ້. ແຕ່ການທີ່ ພະນະທ່ານ ໄດ້ເວົ້າ ແມ່ນເພື່ອກະຕຸ້ນໃຫ້ບັນດາວິຊາການໄດ້ທົບທວນການເຮັດວຽກຂອງໂຕເອງ ເພື່ອຈະໃຫ້ ສາມາດ ປ່ຽນໂຕເອງຈາກທີ່ຄິດວ່າໂຕເອງຢູ່ກຸ່ມທີສອງ ແລະທີສາມ ໃຫ້ຍັບຂື້ນໄປຢູ່ໃນກຸ່ມທີ່ໜຶ່ງໃຫ້ໄດ້. ນາຍົກຊີ້ແຈງ ຕ້ອງການວິຊາການປະເພດ1 ...

Read More »

ສສຊ ໜູ່ມສຸດຂອງຍີ່ປຸ່ນ ອາຍຸຈັກປີ?

ຜົນການເລືອກຕັ້ງ ສະມາຊິກ​ສະພາ​ລຸ່ມ​ Lower House Lawmakers Election ຂອງປະເທດຍີ່ປຸ່ນ ໃນວັນທີ​ 31​ ຕຸລາ​ 2021​ທີ່ຜ່ານມາ,​ ອາຍຸສະເລ່ຍຂອງ​ ສສຊ​ ຊຸດໃໝ່​ແມ່ນຫັນເປັນໜູ່ມ ຈາກຄ່າສະເລ່ຍ 59,0 ປີ​ ຫລຸດລົງ​ມາເປັນ​ 55,5 ປີ.​ ໃນນັ້ນ​ ທ່ານ​ ຢຸກິ ບະບະ (Mr. Yuki Baba) ຈາກພັກ CDP ມີອາຍຸໜູ່ມສຸດໃນຈຳນວນ 465 ທ່ານ,​ ເຊິ່ງມີອາຍຸພຽງແຕ່ 29​ ປີເທົ່ານັ້ນ.ສສຊ ທີ່ອາຍຸໜູ່ມສຸດຂອງປະເທດລາວແມ່ນຈັກປີ ທ່ານຮູ້ຫຼືບໍ່?​ ສສຊ ໜູ່ມສຸດຂອງຍີ່ປຸ່ນ ອາຍຸຈັກປີ?

Read More »