ສິງກະໂປ ຕິດອັນດັບ 4, ປະເທດສໍ້ລາດບັງຫລວງໜ້ອຍທີ່ສຸດໃນໂລກ ສ່ວນລາວ ໄດ້ອັນດັບ 128 ຈາກ 180 ປະເທດ

ວັນທີ 25 ມັງກອນ 2022, ອົງການຄວາມໂປ່ງໃສນາໆຊາດ (Transparency International) ອອກຜົນການຈັດ ອັນດັບ Corruption Perceptions Index (CPI) ປະຈໍາປີ 2001 ຜົນປາກົດວ່າປະເທດເດນມາກຄອງອັນດັບ 1 ປະເທດທີ່ສໍ້ລາດບັງຫລວງຫນ້ອຍທີ່ສຸດ ໂດຍອັນດັບຕົ້ນໆມາໄດ້ແກ່ຟິນແລນ, ນິວຊີແລນ, ນໍເວ, ສິງກະໂປ ແລະ ສະວີເດນຕາມລໍາດັບ ໂດຍສາມປະເທດທໍາອິດໄດ້ 88 ຄະແນນເທົ່າກັນ ຖືເປັນອັນດັບ 1 ຮ່ວມ, ສ່ວນສາມ ປະເທດຫລັງໄດ້ຄະແນນປະເມີນເທົ່າກັນ 85 ຄະແນນ ຈຶ່ງຄອງອັນດັບ 4 ຮ່ວມກັນ.ການສໍາຫລວດເຮັດຜ່ານດັດຊະນີທີ່ດຶງຂໍ້ມູນມາຈາກຖານຂໍ້ມູນຕ່າງໆໃນ 180 ປະເທດ.ຄະແນນຂອງສິງກະໂປຖືວ່າຫລາຍທີ່ສຸດໃນພາກພື້ນອາຊີ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້, ສ່ວນ ປະເທດອາຊີອື່ນໆເຊັ່ນ: ຮົງກົງໄດ້ອັນດັບ 12 (76 ຄະແນນ), ຍີ່ປຸ່ນຢູ່ອັນດັບ 18 (73 ຄະແນນ).ມາເລເຊຍອັນດັບທີ 62 (48 ຄະແນນ),ຫວຽດນາມ ອັນດັບ 87 (39 ຄະແນນ),ອິນໂດເນເຊຍອັນດັບ 96 (38 ຄະແນນ),ໄທອັນດັບ 110 (35 ຄະແນນ),ສ່ວນລາວ ຢູ່ອັນດັບ 128 (30 ຄະແນນ), ສ່ວນຟີລິບປິນ, ມຽນມາ ແລະ ກໍາປູເຈຍຢູ່ອັນດັບ 117, 140 ແລະ 157 ຕາມລໍາດັບ.ຄະແນນທີ່ປາກົດນີ້ ເກີດຈາກການຄິດໄລ່ດັດຊະນີຈາກຖານຂໍ້ມູນ 13 ແຫລ່ງດັ່ງນີ້:- ຕິດຕາມຕົວເລກການຕິດສິນບົນ, – ການຢັກຢອກເງິນຫລວງ, – ໃຊ້ອໍານາດຫນ້າທີ່ເອື້ອອໍານວຍຜົນປະໂຫຍດສ່ວນຕົວໂດຍບໍ່ຖືກລົງໂທດ, – ຄວາມ ສາມາດຂອງລັດຖະບານໃນການຄວບຄຸມການສໍ້ລາດບັງຫລວງໂດຍເອກະຊົນ, – ຊ່ອງຫວ່າງຂອງລະບົບລັດທີ່ອາດ ເອື້ອອໍານວຍໄປສູ່ການສໍ້ລາດບັງຫລວງ, – ພາວະການສ້າງເຄືອຂ່າຍພວກພ້ອງ, – ກົດຫມາຍທີ່ກໍານົດໃຫ້ພາກລັດ ຕ້ອງເຜີຍຂໍ້ມູນກໍລະນີທີ່ອາດມີການທັບຊ້ອນກັນຂອງຜົນປະໂຫຍດ, – ຂະບວນການປົກປ້ອງຜູ້ແຈ້ງເຫດສໍ້ລາດ ບັງຫລວງ, – ການເຂົ້າເຖິງຂໍ້ມູນຂ່າວສານທີ່ປະຊາຊົນສາມາດກວດສອບພາກລັດໄດ້.ສໍາລັບພາບລວມໂລກໃນໄລຍະ 10 ປີຜ່ານມາ ມີ 86% ຂອງປະເທດທົ່ວໂລກທີ່ບໍ່ໄດ້ພັດທະນາຂຶ້ນເລີຍໃນແງ່ ຂອງການສົ່ງເສີມໃຫ້ສໍ້ລາດບັງຫລວງຫນ້ອຍລົງ, ປະເທດທີ່ໄດ້ຄະແນນຫນ້ອຍໂດຍສ່ວນຫລາຍເປັນປະເທດທີ່ ລະເມີດສິດທິພົນລະເມືອງ, ສິດທິມະນຸດ.ເມື່ອປີ 2020 ມີນັກປົກປ້ອງສິດທິຖືກຄາດຕະກໍາ 331 ກວ່າຄົນທົ່ວໂລກ 98% ໃນຈໍານວນນີ້ເກີດຂຶ້ນຢູ່ປະເທດ ທີ່ມີຄະແນນ CPI ຕໍ່າກວ່າ 45 ຄະແນນ.ຂໍ້ມູນຈາກ ລາວພັດທະນາອ້າງອີງ:https://www.transparency.org/en/cpi/2021/index/tha

Comments