ນາຍົກຊີ້ແຈງ ຕ້ອງການວິຊາການປະເພດ1 ທີ່ຕັ້ງໃຈເຮັດແທ້ທຳຈິງ

ນາຍົກຊີ້ແຈງ ຕ້ອງການວິຊາການປະເພດ1 ທີ່ຕັ້ງໃຈເຮັດແທ້ທຳຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພະນະທ່ານ ພັນຄຳ ວິພາວັນ ໄດ້ໃຫ້ຄຳແນະນຳຊີ້ແຈງຕໍ່ ສສຊ ໃນວາລະການດໍາເນີນ ກອງປະຊຸມສະໄຫມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຂອງວັນທີ 5 ພະຈິກ 2021 ທີ່ຜ່ານມາ. ແລະ ໜື່ງໃນຫົວຂໍ້ທີ່ທ່ານໄດ້ເວົ້າແມ່ນ ເປັນຄວາມຈິງຂອງສັງຄົມລາວ ແລະ ປະເທດອື່ນໆກໍ່ອາດຈະມີບັນຫາຫຍໍ້ທໍ້ໃນການເຮັດວຽກຫ້ອງການໃດໜື່ງເຊັ້ນກັນ ດັ່ງນີ້:ຈະມີ 3 ປະເພດ ຂອງນັກວິຊາການໃນຫ້ອງການກຸ່ມທີໜື່ງ ແມ່ນ: ມີຄວາມຕັ້ງໃຈຢາກເຮັດແທ້ທໍາຈິງ, ຕັ້ງໃຈສ້າງສາ ຕັ້ງໃຈເຮັດວຽກ ທຸ່ມເທ ສະເຫນີແນວຄິດ ແລະ ລົງມືປະຕິບັດ. ກຸ່ມທີສອງແມ່ນ: ເຮັດວຽກເຄິ່ງໆກາງໆແລ້ວແຕ່ຊິໄປ, ເຮັດພໍແຕ່ແລ້ວໆໄປວັນໆ ພະນັກງານປະເພດນີ້ມີແຕ່ 70%ແລະກຸ່ມສຸດທ້າຍ ກຸ່ມທີສາມແມ່ນ: ມີແຕ່ຕ້ານ ເປັນກຸ່ມທີ່ເສຍຜົນປະໂຫຍດ ບໍ່ມີແນວຄິດປ່ຽນແປງໃຫມ່ ຕາມຄວາມເຂົ້າໃຈຂອງຜູ້ຂຽນຂ່າວແມ່ນເຫັນໄດ້ເຖິງ ຄວາມເປັນຫ່ວງຂອງເພິ່ນ ແລະບັນຫາໃນສັງຄົມການເຮັດວຽກຫ້ອງການທີ່ປາດສະຈາກບໍ່ໄດ້.

ແຕ່ການທີ່ ພະນະທ່ານ ໄດ້ເວົ້າ ແມ່ນເພື່ອກະຕຸ້ນໃຫ້ບັນດາວິຊາການໄດ້ທົບທວນການເຮັດວຽກຂອງໂຕເອງ ເພື່ອຈະໃຫ້ ສາມາດ ປ່ຽນໂຕເອງຈາກທີ່ຄິດວ່າໂຕເອງຢູ່ກຸ່ມທີສອງ ແລະທີສາມ ໃຫ້ຍັບຂື້ນໄປຢູ່ໃນກຸ່ມທີ່ໜຶ່ງໃຫ້ໄດ້.

May be an image of 1 person and text
ນາຍົກຊີ້ແຈງ ຕ້ອງການວິຊາການປະເພດ1 ທີ່ຕັ້ງໃຈເຮັດແທ້ທຳຈິງ

Comments