ແຂວງວຽງຈັນ ລົງວິໄນສະມາຊິກພັກ ພະນັກງານລັດຖະກອນ. ທະຫານຕຳຫຼວດ ທີ່ກະທຳຜິດ 216 ສະຫາຍ

ໃນວາລະກອງປະຊຸມ ວຽກງານຈັດຕັ້ງ, ກໍ່ສ້າງພັກ -​ ພະນັກງານ ທົ່ວແຂວງ ວຽງຈັນ ໃນວັນທີ 18 ມັງກອນ 2022, ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງ ວຽງຈັນ, ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ກຳມະການພັກເມືອງ ແລະ ຄະນະພັກຮາກຖານ ພະແນກການຕ່າງໆພາຍໃນແຂວງ ເຂົ້າຮ່ວມ.

ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງ ແຂວງ ໄດ້ຂື້ນລາຍງານວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງການຈັດຕັ້ງໃນໄລຍະ 5 ປີ ຂອງແຂວງ ວຽງຈັນ, ບາງຕອນທ່ານກ່າວວ່າ :ທົ່ວອົງຄະນະພັກແຂວງ ມີ 11 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ, ມີການຈັດຕັ້ງຮາກຖານພັກ 1,360 ຮາກຖານພັກ, ປີ 2021 ມີສະມາຊິກພັກທັງໝົດ 21,673 ສະຫາຍ, ຍິງ 6,708 ສະຫາຍ.ຄະນະພັກແຂວງ ວຽງຈັນ ໄດ້ເອົາໃຈໃສ່ ການປະຕິບັດນະໂຍບາຍ ຕໍ່ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ ຕາມທີ່ກົດໝາຍກຳນົດ ເປັນຕົ້ນ ແມ່ນເງິນເດືອນ, ເງິນອຸດໜູນ ແລະ ອື່ນໆ ຕາມສະພາບຕົວຈິງ; ນອກນີ້ ຍັງໄດ້ມີການເລືອກເຟັ້ນ, ຍ້ອງຍໍຕໍ່ຜູ້ມີຜົນງານດີເດັ່ນ, ການນະໂຍບາຍອອກພັກຜ່ອນຮັບບໍານານ ແລະ ນະໂຍບາຍຕໍ່ພະນັກງານອາວຸໂສ – ບໍານານ ທີ່ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະຜ່ານມາ ຢ່າງສະໝໍ່າສະເໝີ.

ເພື່ອສະກັດກັ້ນ ປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ 5 ປີ ຜ່ານມາ ໄດ້ລົງວິໄນຕໍ່ສະມາຊິກພັກ. ພະນັກງານ – ລັດຖະກອນ,​ທະຫານ, ຕໍາຫຼວດ ທີ່ກະທຳຜິດທັງໝົດ 216 ສະຫາຍ, ຍິງ 16 ສະຫາຍ, ໃນນີ້ຂັ້ນກ່າວເຕືອນ 42 ສະຫາຍ, ຍິງ 2 ສະຫາຍ ; ປົດຕຳແໜ່ງ 9 ສະຫາຍ ; ໂຈະຮ່ວມຊີວິດ 38 ສະຫາຍ, ຍິງ 16 ສະຫາຍ ; ອອກຈາກພັກ 125 ສະຫາຍ, ຍິງ 14 ສະຫາຍ.

ຂໍ້ມູນ ແຂວງວຽງຈັນອອນລາຍ – Viengchanh News

Comments