ການເມືອງ

ນາຍົກອອກຄຳສັ່ງຮີບຮ້ອນປັບປຸງແຜນການສັກວັກຊີນຄືນໃຫມ່

ຄຳສັ່ງຈາກສຳນັກງານນາຍົກລັດຖະມົນຕີ, ເລກທີ 24 /ນຍ ນະຄອນຫຼວງວຽງຈັນ, ວັນທີ 10. 11 2021ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງດັ່ງນີ້:1. ໃຫ້ບັນດາທ່ານ ລັດຖະມົນຕີກະຊວງ, ຫົວຫນ້າອົງການທຽບເທົ່າ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະບັນດາທ່ານ ເຈົ້າແຂວງ ທົ່ວປະເທດ ເພີ່ມຄວາມເອົາໃຈໃສ່ໃນການຊີ້ນໍາ-ບັນຊາການຈັດຕັ້ງຕ່າງໆ ຕະຫຼອດ ຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ດ້ວຍການອະທິບາຍ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ໃນການຄວບຄຸມພະຍາດ COVID-19 ດ້ວຍຮູບການ ແລະວິທີການຕ່າງໆ ເພື່ອໃຫ້ທຸກການຈັດຕັ້ງ ແລະບຸກຄົນຮັບຮູ້ ເຂົ້າໃຈຄວາມຈໍາເປັນ ແລະຄວາມສໍາຄັນຕໍ່ ວຽກງານດັ່ງກ່າວ ທັງເຂົ້າຮ່ວມໃນຂະບວນການສັກວັກຊີນ ກັນພະຍາດ COVID-19 ໃຫ້ບັນລຸຄາດຫມາຍ ອັດຕາການປົກຄຸມການສັກວັກຊີນ COVID-19 ໃຫ້ໄດ້ 50% ຂຶ້ນໄປ ໃນທ້າຍ ປີ 2021 ແລະ 80% ຂຶ້ນ ໄປໃນປີ 2022, ໂດຍໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຖືເອົາວຽກງານການສັກວັກຊີນ ເປັນຄວາມ ຮັບຜິດຊອບການເມືອງ ທັງເປັນໄມ້ຫຼາວັດແທກໃນການຕີລາຄາຜົນງານ ກໍ່ຄືຜົນສໍາເລັດໃນການປະຕິບັດຫນ້າທີ່ຂອງຕົນ.2. ໃຫ້ນະຄອນຫຼວງວຽງຈັນ ແລະບັນດາແຂວງທົ່ວປະເທດ ຮີບຮ້ອນປັບປຸງແຜນ ແລະ ວິທີການຈັດຕັ້ງປະຕິບັດຕົວຈິງໃນການສັກວັກຊີນຄືນໃຫມ່ ...

Read More »

ແຈ້ງການ ເຫັນດີ ກຽມຄວາມພ້ອມເປີດປະເທດ ບໍ່ສະເພາະແຕ່ກຸ່ມນັກທ່ອງທ່ຽວໃດຫນຶ່ງ

ແຈ້ງການຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ1445 ຫສນຍ ລົງວັນທີ 5 ພະຈິກ 2021. ອີງຕາມ ການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ໃນຄັ້ງວັນທີ 2 ພະຈິກ 2021ທີ່ຜ່ານມາ.ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ, ມາ ຍັງທ່ານຊາບ ດັ່ງນີ້: “ເຫັນດີຕາມການສະເຫນີ ຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຕ່ເພື່ອຄວາມ ເປັນເອກະພາບສູງ ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງສົມທົບກັບ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ), ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ COVID-19 ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າປຶກສາຫາລື ໃຫ້ມີຄວາມ ເປັນເອກະພາບກັນ ສ້າງເປັນແຜນລວມ ເພື່ອ “ເປີດປະເທດ” ບໍ່ສະເພາະແຕ່ກຸ່ມນັກທ່ອງທ່ຽວໃດຫນຶ່ງ ແລະ ການກະກຽມ ຄວາມພ້ອມຂອງຜູ້ປະກອບການ ໃນການຕ້ອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ. ...

Read More »

ປະເທດຍີ່ປຸ່ນ ສືບຕໍ່ຈັດຕັ້ງປະຕິບັດ ຊຸກຍູ້ເສດຖະກິດຢ່າງເຕັມທີ່

ໜັງສືພິມ Yomiuri Shimbun ຂອງ​ຍີ່ປຸ່ນ​ລາຍ​ງານ​ໃນ​ວັນ​ທີ 5 ພະຈິກ​ນີ້​ວ່າ, ລັດຖະບານ​ຍີ່ປຸ່ນ​ມີ​ແຜນ​ຈະ​ໃຊ້​ງົບປະມານ​ ປະມານ 2 ພັນ​ຕື້​ເຢນ (ປະມານ 188,000 ຕື້ກີບ) ​ເພື່ອ​ແຈກ​ຢາຍ​ໃຫ້​ຄອບຄົວ​ທີ່​ມີ​ເດັກນ້ອຍ​ອາຍຸ​ຕຳ່ກວ່າ 18 ປີ ​ເປັນ​ເງິນ 100,000 ​ເຢນ (ປະມານ 9,400,000ກີບ. ) ຕໍ່ເດັກໜຶ່ງຄົນ. ໂດຍທີ່ບໍ່ຄໍານຶງເຖິງລາຍຮັບຂອງຄົວເຮືອນຂອງເຂົາເຈົ້າ ຄາດວ່າຈະສາມາດດຳເນີນການໃນລະດູໃບໄມ້ປົ່ງຂອງປີໜ້າ (ເດືອນມີນາ-ພຶດສະພາ) ເຊິ່ງເປັນສ່ວນໜຶ່ງຂອງແຜນການກະຕຸ້ນເສດຖະກິດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກວິກິດການ COVID-19 ໃຫ້ແກ່ປະຊາຊົນ. ແນວ​ຄວາມ​ຄິດ​ຂອງ​ການ​ສະ​ເຫນີ​ເງິນ​ສົດ​ໃຫ້​ຄອບ​ຄົວ​ທີ່​ມີ​ເດັກ​ນ້ອຍ​ແມ່ນ​ນະ​ໂຍ​ບາຍ​ໂຄ​ສະ​ນາ​ຕົ້ນ​ຕໍ​ຂອງ​ພັກ Komeito​. ພັນທະມິດຂອງພັກເສລີປະຊາທິປະໄຕ (LDP), ພັກປົກຄອງ ນັ້ນແມ່ນຂ້ອນຂ້າງແຕກຕ່າງຈາກການສະເຫນີຂອງນາຍົກລັດຖະມົນຕີ Fumio Kishida ທີ່ຈະຈ່າຍເປົ້າຫມາຍທີ່ຕ້ອງການດ່ວນທີ່ສຸດ. ລັດຖະບານຍັງພິຈາລະນາການແຈກຢາຍເງິນສົດໃຫ້ແກ່ຄອບຄົວທີ່ມີລາຍໄດ້ຕໍ່າ ແລະຄົນງານຊົ່ວຄາວ.ຂໍ້ມູນຈາກ: ໄທລັດ ປະເທດຍີ່ປຸ່ນ ສືບຕໍ່ຈັດຕັ້ງປະຕິບັດ ຊຸກຍູ້ເສດຖະກິດຢ່າງເຕັມທີ່

Read More »

ນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ຊີ້ແຈງຕໍ່ ກອງປະຊຸມສະພາວ່າ:

ນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ໄດ້ມີຄຳເຫັນທີ່ສຳຄັນທີ່ສຸດ ຕໍ່ສະຖານະການໂຄວິດໃນປະຈຸບັນ ທ່ານຍັງໄດ້ອະທິບາຍ ແລະ ຊີ້ແຈງຕໍ່ ກອງປະຊຸມສະພາວ່າ: “ພວກເຮົາບໍ່ອາດສາມາດສືບຕໍ່ປິດປະຕູຂັງ ຕົວເອງ ໂດຍທີ່ບໍ່ທໍາມາຫາກິນທໍາການຜະລິດ ແລະ ພັດທະນາ ເສດຖະກິດ. ດັ່ງນັ້ນ, ຕ້ອງໄດ້ສຶກສາອົບຮົມໃຫ້ທຸກພາກສ່ວນໃນ ສັງຄົມ, ຮັບຮູ້ ແລະ ເຂົ້າໃຈ ແລະ ຫັນປ່ຽນຈິນຕະນາການ, ຫັນ ປ່ຽນແນວຄິດເກົ່າ ໄປສູ່ແນວຄິດໃຫມ່, ຮຽນຮູ້ພະຍາດໂຄວິດ-19 ແລະ ຢູ່ກັບພະຍາດນີ້ໃຫ້ໄດ້ ດ້ວຍຄວາມປອດໄພ ແລະ ຮູ້ວິທີ ປ້ອງກັນປິ່ນປົວດ້ວຍຕົວເອງ”. ນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ຊີ້ແຈງຕໍ່ ກອງປະຊຸມສະພາວ່າ:

Read More »

ເນື້ອໃນຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນໄລຍະ 5 ວັນ (1-5/11/2021)

Read More »

ສສຊ ໄດ້ສະເໜີໃຫ້ລັດຖະບານ ສຸມທຶນຮອນໃສ່ການຈັດຫາວັກຊີນ ທີ່ມີຄຸນນະພາບ & ແຈກຢາຍໃຫ້ທົ່ວເຖິງປະຊາຊົນທຸກຄົນ

ສສຊ ໄດ້ສະເໜີໃຫ້ລັດຖະບານ ສຸມທຶນຮອນໃສ່ການຈັດຫາວັກຊີນ

Read More »

ສສຊ ໄດ້ສະເໜີໃຫ້ລັດຖະບານ ປັບປຸງໂຄງສ້າງລາຄານໍ້າມັນ

ສສຊ ໄດ້ສະເໜີໃຫ້ລັດຖະບານ ປັບປຸງໂຄງສ້າງລາຄານໍ້າມັນ ໃນຖະແຫຼງຜົນສຳເລັດຂອງ ສສຊ ໃນການປະກອບຄຳເຫັນ ຕໍ່ບົດລາຍງານຂອງລັດຖະບານ ໃນໄລຍະ 5 ວັນທີ່ຜ່ານມາ (1-5/11/2021), ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສຸມໃສ່ ຄົ້ນຄວ້າພິຈາລະນາ ວຽກງານຂອງລັດຖະບານ ຊຶ່ງສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຫລາຍຄໍາເຫັນ ແລະ ມີຄຳເຫັນທີ່ຄິດວ່າຫຼາຍທ່ານໜ້າຈະສົນໃຈ ແລະ ຢາກຮູ້ວ່າ ທາງພາກລັດຈະມີການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນແນວໃດ ນັ້ນກໍ່ຄືບັນຫານຳ້ມັນ ປັບລາຄາແພງຂື້ນ ແລະ ກໍມີ ທ່ານ ສສຊ ໄດ້ສະເໜີດັ່ງນີ້:  4. ສສຊ ໄດ້ສະເໜີໃຫ້ລັດຖະບານ ຄົ້ນຄວ້າປັບປຸງໂຄງສ້າງລາຄານໍ້າມັນເຊື້ອໄຟ, ເນື່ອງຈາກລາຄານໍ້າມັນເຊື້ອໄຟ ມີທ່າອ່ຽງເພີ່ມສູງຂຶ້ນເລື້ອຍໆ ແລະ ມີການປັບລາຄາ ຫຼາຍຄັ້ງຕໍ່ປີ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການດໍາລົງຊີວິດຂອງປະຊາຊົນໃນປັດຈຸບັນ; #TargetMagazine #laosnews  ສສຊ ໄດ້ສະເໜີໃຫ້ລັດຖະບານ ປັບປຸງໂຄງສ້າງລາຄານໍ້າມັນ

Read More »

ລັດຖະບານຍີ່ປຸ່ນ ມອບລົດອຳບູລັງ7 ຄັນ ໃຫ້ກະຊວງສາທາລະນະສຸກ ໃຊ້ເຂົ້່າໃນການຕ້ານພະຍາດໂຄວິດ-19

ວັນທີ 5 ສິງຫາ 2021, ທ່ານ Takewaka Keizo  ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ ໄດ້ມອບລົດອຳບູລັງໃຫ້ກະຊວງສາທາລະນະສຸກ,  ຕາງໜ້າຮັບໂດຍ  ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີ ບັນດາຫົວໜ້າຫ້ອງ ການ, ຫົວໜ້າກົມອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມເປັນສັກຂີພິຍານ. ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກ ກໍຄື ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ກໍ່ຄືລັດຖະບານ ລາວຄື ລົດສຸກເສີນນໍາສົ່ງຄົນເຈັບ ຈໍານວນ 7 ຄັນ. ກະຊວງສາທາລະນະສຸກໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງລັດຖະບານຍີ່ປຸ່ນ ໃນຄັ້ງນີ້ກໍຄືຫຼາຍຄັ້ງຜ່ານໆມາ, ຊຶ່ງເປັນການສະ ແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ ຍີ່ປຸ່ນ ຕໍ່ລັດຖະບານ ລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ. ການຊ່ວຍເຫຼືອ ພາຫະນະນໍາສົ່ງຄົນເຈັບ ຈໍານວນ 7 ຄັນ ລວມເປັນມູນຄ່າ 31 ລ້ານ 5 ...

Read More »

ຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງ ລະດັບສູງ ປະຈໍາປີ 2021 ແບບທາງໄກ ຈັດຂຶ້ນທີ່ນິວຢອກ

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ (High-Level Political Forum), ເຊິ່ງຈັດຂຶ້ນແບບທາງໄກ (Virtual) ໃນລະຫວ່າງວັນທີ 13-15 ກໍລະກົດ 2021 ທີ່ນີວຢອກ ສ ອາເມລິກາ ໂດຍມີບັນດາປະເທດສະມາຊິກ ອົງການ ສປຊ ເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ການຟື້ນຟູຢ່າງຍືນຍົງ ແລະ ທົນທານຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19 ເພື່ອສົ່ງເສີມການພັດທະນາແບບຍືນຍົງ ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດ ລ້ອມ: ການສ້າງແລວທາງທີ່ກວມລວມ ແລະ ມີປະສິດທິພາບເພື່ອການບັນລຸວາລະ 2030 ໃນທົດສະວັດການຈັດຕັ້ງປະຕິບັດ ແລະ ການຂັບເຄື່ອນເພື່ອການພັດທະນາແບບຍືນຍົງ. ກອງປະຊຸມ ໄດ້ມີການຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສະເພາະໃນສະພາບການທີ່ຫລາຍປະເທດໃນທົ່ວໂລກກໍາລັງຮັບມື, ຕອບໂຕ້ ແລະ ຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງໃນປີນີ້ ກອງປະຊຸມໄດ້ລົງເລິກ 9 ເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ຄື: ປພຍ 1: ...

Read More »

ອົງການ FAO ມອບອຸປະກອນ ແລະ ເຄື່ອງ ໃຊ້ທີ່ຈຳເປັນ ແກ່ລາວ ເພື່ອຕອບໂຕ້ໂຄວິດ-19

ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອຕອບໂຕ້ພະຍາດໂຄວິດ-19 ມູນຄ່າ ປະມານ 370 ລ້ານກີບ (37.810 ໂດລາສະຫະລັດ) ປະກອບມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດໂຄວິດ-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ ຂອງກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ແລະ ໂຮງໝໍ ຫລື ແຂວງຕາມຄວາມຕ້ອງການ. ພິທີມອບ-ຮັບເຄື່ອງໃນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2012 ທີ່ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຂອງອົງການ FAO ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ທ່ານ ນາຊາ ຮາຢັດ ໄດ້ກ່າວວ່າ: ...

Read More »