ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ.

ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ຫາລືວິທີແກ້ໄຂບັນຫາສໍາຄັນຮີບດ່ວນ ທີ່ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມ.

ໃນວັນທີ 20 ເມສາ 2022 ນີ້, ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ ເພື່ອປຶກສາຫາລືບັນຫາສຳຄັນຮີບດ່ວນ.

ກອງປະຊຸມຈັດຂຶ້ນ ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ.

ພ້ອມທັງຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ.

ຂໍ້ມູນ: ປະເທດລາວ

Comments