ຈີນສັ່ງລົງໂທດເຈົ້າໜ້າທີ່ ໃຊ້ຊີວິດຟຸມເຟືອຍ-ຢຶດຖືລະບົບເຈົ້າຂຸນມຸນນາຍ, ເກືອບ 20,000 ຄົນ

ວັນທີ 29 ມັງກອນ 2022 ເວັບໄຊຊິນຮົວລາຍງານວ່າ: ຫນ່ວຍງານຕໍ່ຕ້ານການສໍ້ລາດບັງຫລວງສູງສຸດຂອງຈີນປະກາດຜ່ານເວັບໄຊວ່າ: ໃນເດືອນທັນວາ 2021 ຈີນລົງໂທດເຈົ້າຫນ້າທີ່ 19,489 ຄົນ ຂໍ້ຫາລະເມີດກົດລະບຽບ 8 ປະການ ວ່າດ້ວຍການຍົກລະດັບການດໍາເນີນງານຂອງພັກ ແລະ ລັດຖະບານ.
ຄໍາຖະແຫລງປະຈໍາເດືອນຈາກຄະນະກໍາມະການກວດສອບວິໄນ ສ່ວນກາງແຫ່ງພັກກອມມູນິດຈີນ (CCDI) ແລະ ຄະນະກໍາມະການກວດສອບແຫ່ງຊາດ ລະບຸວ່າ: ເຈົ້າຫນ້າທີ່ ທີ່ຖືກລົງໂທດມີສ່ວນກ່ຽວຂ້ອງໃນຄະດີການ ລະເມີດກົດຈໍານວນ 13,431 ຄະດີ ແລະ ມີເຈົ້າຫນ້າທີ່ໄດ້ຮັບໂທດທາງວິໄນ ຫລື ທາງປົກຄອງທີ່ກ່ຽວຂ້ອງກັບ ການຢຶດຖືລະບົບເຈົ້າຂຸນມຸນນາຍ, ການຢຶດຖືພິທີລີຕອງ ແລະ ພຶດຕິກໍາທີ່ມຸ່ງແຕ່ຄວາມສຸກສະບາຍ ຫລື ພຶດຕິ ກໍາທີ່ຟຸມເຟືອຍ ຈໍານວນ 13,806 ຄົນ.
ປີ 2021 ມີເຈົ້າຫນ້າທີ່ລັດຖືກລົງໂທດຂໍ້ຫາລະເມີດກົດລະບຽບ 8 ປະການ ລວມ 150,362 ຄົນ ໂດຍກ່ຽວຂ້ອງ ກັບຄະດີຕ່າງໆ ລວມ 104,223 ຄະດີ ໃນຈໍານວນນີ້ ມີຜູ້ທີ່ໄດ້ຮັບໂທດທາງວິໄນ ຫລື ທາງປົກຄອງ 101,224 ຄົນ.
່ ໃນໄລຍະຫລາຍປີຜ່ານມາ, ຈີນໃຊ້ມາດຕະການເຂັ້ມງວດ ໂດຍມີເປົ້າຫມາຍເພື່ອການປະຢັດ ຫລັງພົບວ່າມີ ເຈົ້າຫນ້າທີ່ຈີນຈໍານວນບໍ່ຫນ້ອຍໃຊ້ຊີວິດຟຸມເຟືອຍ ທັງໆທີ່ມີລາຍໄດ້ບໍ່ຫລາຍຈາກການເປັນເຈົ້າຫນ້າທີ່ລັດ. ໂດຍເມື່ອຫລາຍປີກ່ອນ ທາງການຈີນສັ່ງປິດສະຫນາມກ໊ອບເກືອບ 200 ແຫ່ງ ແລະ ສັ່ງປິດອາຄານຂອງລັດທີ່ຖືກນໍາ ໄປໃຊ້ຜິດປະເພດ.
ໂດຍໃນຕອນນີ້ ຈີນຍັງຢູ່ລະຫວ່າງການກຽມຊຸກຍູ້ຮ່າງກົດຫມາຍປ້ອງກັນການຮັບປະທານອາຫານຢ່າງສິ້ນເປືອງ ລວມທັງສົ່ງເສີມການປະຢັດໃນຂະບວນການຈໍາຫນ່າຍ ແລະ ບໍລິໂພກອາຫານນໍາອີກ.


ອ້າງອີງ: ລາວພັດທະນາ

https://www.xinhuathai.com/hr/258992_20220128https://www.theguardian.com/…/37000-chinese-officials…

Comments