ວິກິດໂຄວິດ-19 ສົ່ງຜົນກະທົບໜັກ ເຮັດໃຫ້ມີຜູ້ອອກແຮງງານລາວຫຼາຍກວ່າ 1 ແສນຄົນຖືກໂຈະການຈ້າງງານຊົ່ວຄາວ

ໃນວັນທີ 8 ມິຖຸນາ 2021ນີ້, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຂອງອົງການແຮງງານສາກົນ ສະໄໝທີ 109 ປະຈຳປີ 2021 ແລະ ກອງປະຊຸມປິ່ນອ້ອມຕ່າງໆ.

ທ່ານ ນາງ ໃບຄຳ ຂັດທິຍະ ຕາງໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວປະກອບຄວາມເຫັນ ຕໍ່ກອງປະຊຸມບາງຕອນສຳຄັນວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຕໍ່ການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທົ່ວໂລກ ໂດຍສະເພາະແມ່ນສະເຖຍລະພາບຂອງການເຮັດວຽກ ແລະ ລາຍຮັບຂອງກຳລັງແຮງງານ. ສຳລັບ ສປປ ລາວ ໂຄວິດ 19 ໄດ້ເຮັດໃຫ້ກໍາລັງແຮງງານທີ່ເຮັດວຽກຢູ່ພາຍໃນປະເທດຈຳນວນ 114 ພັນຄົນ ຖືກໂຈະການຈ້າງງານຊົ່ວຄາວ ແລະ 130 ພັນຄົນ ຕ້ອງໄດ້ກັບຈາກການເຮັດວຽກຢູ່ຕ່າງປະເທດ ນອກນັ້ນກໍຍັງມີແຮງງານນອກລະບົບຈຳນວນຫຼາຍ ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກຢູ່ໃນຕົວເມືອງຕ່າງໆຂອງປະເທດ ລວມທັງແຮງງນທີ່ຜະລິດກະສິກຳເພື່ອເປັນສິນຄ້າ.

ຂະແໜງບໍລິການ ເປັນຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍກວ່າຂະແໜງການອືື່ນ ຊຶ່ງມາຮອດປັດຈຸບັນແມ່ນບໍ່ສາມາດກັບມາດຳເນີນກິດຈະການໄດ້; ຂະແໜງການຜະລິດເສື້ອຜ້າ, ເກີບ ແລະ ຜະລິດຕະພັນອື່ນເພື່ອສົ່ງອອກ ກໍ່ບໍ່ສາມາດດຳເນີນການຜະລິດໄດ້ເປັນປົກກະຕິ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານ ໄດ້ປະຕິບັດມາດຕະການໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະ ຜູ້ລົງທຶນ ທີ່ໄດ້ຮັບຜົນກະທົບ ເຊັ່ນ: ກຳນົດນະໂຍບາຍຍົກເວັ້້ນອາກອນເງິນເດືອນ, ຫຼຸດຜ່ອນ ຫຼື ເລື່ອນເວລາການຈ່າຍພັນທະຕ່າງໆຂອງຜູ້ລົງທຶນ ລວມທັງການຈ່າຍເງີນສົມທົບເຂົ້າກອງທຶນປະກັນສັງຄົມ.

ພ້ອມນີ້, ລັດຖະບານໄດ້ອະນຸຍາດຈ່າຍເງິນອຸດໜູນການວ່າງງານໃຫ້ສະມາຊິກກອງທຶນເປັນກໍລະນີພິເສດ ຊຶ່ງໄດ້ຈ່າຍທັງໝົດ 38,18 ຕື້ກີບ ຫຼື ປະມານ 4 ລ້ານໂດລາສະຫະລັດ”.

ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບການສະໜັບສະໜູນຂອງບັນດາອົງການຈັດຕັ້ງສາກົນ ແລະ ປະເທດສະມາຊິກ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ພ້ອມທັງໄດ້ຮຽກຮ້ອງໃຫ້ອົງການແຮງງານສາກົນ ແລະ ບັນດາທ່ານຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ 109 ຈົ່ງພະຍາຍາມເຮັດໃຫ້ມາດຕະການການຮັບມືກັບພະຍາດໂຄວິດ-19 ທີ່ກອງປະຊຸມໄດ້ຄົ້ນຄ້ວາ ຈົ່ງໄດ້ບັນຈຸເນື້ອໃນທີ່ຄົບຖ້ວນ ເພື່ອເຮັດໃຫ້ເກີດມີການຮ່ວມມື, ມີການຊ່ວຍເຫຼືອທີ່ມີປະສິດທິພາບຊຶ່ງກັນ ແລະ ກັນໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນຢາກໃຫ້ເບີ່ງຊ່ວຍເຫຼືອປະເທດສະມາຊິກທີ່ຍັງຂາດຊັບພະຍາກອນໃນການຮັບມືກັບບັນຫາທີ່ຮ້າຍແຮງດັ່ງກ່າວ ໃຫ້ລອດພົ້ນຈາກວິກິດການໄປພ້ອມໆກັນ.
ທີ່ມາ: ຂ່າວສານ ຮສສ

Comments