ມູນຄ່າຂອງ TESLA ລື່ນກາຍ 1 ພັນຕື້ໂດລາ ຫຼັງຈາກຄໍາສັ່ງ HERTZ

ເຫັນໄດ້ວ່າມູນຄ່າຂອງ TESLA ໄດ້ລື່ນກາຍມູນຄ່າຕະຫຼາດ 1 ພັນຕື້ໂດລາໃນວັນຈັນຜ່ານມາ, ຖືວ່າເປັນບໍລິສັດລຳດັບທີ 5 ທີ່ສາມາດບັນລຸໄດ້, ກ່ອນຫນ້ານີ້ມີພຽງແຕ່ Apple, Microsoft, Amazon ແລະ Google ເຈົ້າຂອງ Alphabet ທີ່ໄດ້ບັນລຸມູນຄ່າ 1ພັນຕື້ ໂດລາ.
ຮຸ້ນຂອງຜູ້ຜະລິດລົດໄຟຟ້າດັ່ງກ່າວມາ ແມ່ນໄດ້ເພີ່ມຂຶ້ນ 12.6% ຫຼັງຈາກໄດ້ຕົກລົງທີ່ຈະຂາຍລົດ 100,000 ຄັນໃຫ້ບໍລິສັດເຊົ່າລົດ Hertz.
ໃນບາງຊ່ວງເວລາ TESLA ເປັນຜູ້ຜະລິດລົດທີ່ມີຄ່າທີ່ສຸດໃນໂລກ, ແຕ່ກໍຍັງມີຫຼາຍບໍລິສັດ ເຊັ່ນ Ford ແລະ GM ທີ່ຍັງຖືວ່າເປັນຜູ້ຜະລິດລົດລາຍໃຫຍ່.
ເປັນເວລາຫລາຍປີ, TESLA ພະຍາຍາມເລັ່ງການຜະລິດລົດຂອງຕົນ, ເຮັດໃຫ້ນັກລົງທຶນບາງຄົນຄາດຄະເນວ່າມັນຈະລົ້ມເຫລວ.
ແຕ່ໃນປີກາຍນີ້, ບໍລິສັດ, ນໍາພາໂດຍມະຫາເສດຖີ Elon Musk, ໄດ້ປັບປຸງຍຸດທະສາດຂອງຕົນ ແລະ ໄດ້ຮັບກໍາໄລເປັນຄັ້ງທໍາອິດ, ທັນໃດນັ້ນ ລາວກໍຜັກດັນໃຫ້ຂາຮຸ້ນຂອງຕົນຖອນຕົວ.

Comments